ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຊື່ອມຕໍ່ Instagram ຂອງຂ້ອຍກັບ ບັນຊີ Tinder ຂອງຂ້ອຍໄດ້ອີກແລ້ວ?
Meta ກຳລັງຍົກເລີກຄວາມສາມາດໃນການເຊື່ອມຕໍ່ ແລະ ສະແດງຮູບພາບຈາກ Instagram ເທິງແອັບອື່ນ ເຊັ່ນ Tinder.
ຕັ້ງແຕ່ວັນທີ 14 ພະຈິກ 2024 ຫາ 4 ທັນວາ 2024, Tinder ຈະຄ່ອຍໆຍົກເລີກຄຸນສົມບັດ Instagram ອອກຈາກແພັດຟອມຂອງພວກເຮົາ.
ນີ້ໝາຍຄວາມວ່າທ່ານຈະບໍ່ສາມາດເຊື່ອມ Instagram ຂອງທ່ານກັບໂປຣໄຟລ໌ຂອງທ່ານ ຫຼື ເບິ່ງຮູບ Instagram ໃນໂປຣໄຟລ໌ຂອງຄົນອື່ນໄດ້ອີກຕໍ່ໄປ.
ຮູບ Instagram ຂອງຂ້ອຍຈະຍັງຢູ່ໃນໂປຣໄຟລ໌ຂອງຂ້ອຍບໍ?
ບໍ່, ຮູບ Instagram ຂອງທ່ານຈະຖືກລົບອອກ, ແຕ່ຮູບອື່ນທີ່ທ່ານອັບໂຫຼດລົງ Tinder ໂດຍກົງ ແມ່ນຈະຍັງຢູ່.
ຂ້ອຍສາມາດແບ່ງປັນບັນຊີ Instagram ຂອງຂ້ອຍໄປທີ່ໂປຣໄຟລ໌ຂອງຂ້ອຍໄດ້ບໍ?
ເພື່ອຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງທຸກໆຄົນ, ບັນຊີຊ່ອງທາງສື່ສັງຄົມອອນລາຍຈະບໍ່ອະນຸຍາດໃຫ້ຢູ່ໃນໂປຣໄຟລ໌, ປະຕິບັດຕາມ ຄູ່ມືການນຳໃຊ້ແອັບ ຂອງພວກເຮົາ. ພວກເຮົາຂໍແນະນຳໃຫ້ຫຼີກລ່ຽງທຸກຂໍ້ມູນສ່ວນຕົວ, ເຊັ່ນ ເບີໂທລະສັບ ຫຼື ອີເມວຂອງທ່ານ, ເພື່ອປະສົບການປອດໄພຍິ່ງຂຶ້ນ.
ຂ້ອຍຈະສາມາດແບ່ງປັນກ່ຽວກັບຂ້ອຍໃນ Tinder ແບບໃດຖ້າຫາກບໍ່ມີການເຊື່ອມຕໍ່ກັບ Instagram?
ພວກເຮົາເຂົ້າໃຈໄດ້ດີເລີຍ—ວ່າການປ່ຽນແປງມັນເປັນເລື່ອງທີ່ຍາກ. ພະຍາຍາມອັບເດດປະຫວັດຫຍໍ້, ຮູບ, ສິ່ງທີ່ສົນໃຈ, ລາຍລະອຽດວິຖີຊີວິດຂອງທ່ານ ຫຼື ແມ້ແຕ່ ການເຊື່ອມຕໍ່ Spotify ຂອງທ່ານ — ສິ່ງເຫຼົ່ານີ້ແມ່ນສິ່ງທີ່ດີຫຼາຍທີ່ຈະເຮັດໃຫ້ຄົນອື່ນຮູ້ຈັກທ່ານ. ຮຽນຮູ້ເພີ່ມເຕີມກ່ຽວກັບ ການແກ້ໂປຣໄຟລ໌ຂອງທ່ານ.
ຂໍ້ມູນທີ່ກ່ຽວຂ້ອງກັບ Instagram ຂອງຂ້ອຍຈະເປັນແນວໃດ?
ພາຍໃນເດືອນມັງກອນ 2025, Tinder ຈະລົບຂໍ້ມູນທີ່ກ່ຽວຂ້ອງກັບ Instagram ທັງໝົດອອກຈາກບັນຊີຂອງທ່ານອັດຕະໂນມັດ. ບໍ່ຈຳເປັນຕ້ອງດຳເນີນການໃດໆ — ຂໍ້ມູນຂອງທ່ານຈະຖືກລົບຢ່າງປອດໄພ.