ຂ້ອຍມີເບີໂທລະສັບໃໝ່
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ບັນຊີໄດ້ເນື່ອງຈາກປ່ຽນເບີໂທລະສັບ, ໃຫ້ນຳໃຊ້ການກູ້ຄືນບັນຊີເພື່ອກັບເຂົ້າສູ່ລະບົບ:
- ເປີດແອັບ Tinder ຫຼື ໄປທີ່ Tinder.com
- ກົດ ເຂົ້າສູ່ລະບົບ
- ເລືອກມີບັນຫາໃນການເຂົ້າສູ່ລະບົບ?
- ໃສ່ທີ່ຢູ່ອີເມວຂອງທ່ານ ເພື່ອໃຫ້ພວກເຮົາສາມາດສົ່ງລີ້ງສຳລັບເຂົ້າສູ່ລະບົບໃຫ້ທ່ານໄດ້
- ເປີດອີເມວ ແລະ ເລືອກເຂົ້າສູ່ລະບົບ
- ກອກ ແລະ ຢືນຢັນເບີໂທລະສັບໃໝ່ຂອງທ່ານ
ຈາກນີ້ເປັນຕົ້ນໄປ, ທ່ານຈະສາມາດເຂົ້າສູ່ລະບົບຫາໄປຫາບັນຊີ Tinder ຂອງທ່ານໂດຍການນຳໃຊ້ຕົວເລກໃໝ່ຂອງທ່ານ!
ໝາຍເຫດ: ການກູ້ຄືນບັນຊີຈະໃຊ້ໄດ້ສະເພາະໃນກໍລະນີທີ່ທ່ານສາມາດເຂົ້າເຖິງທີ່ຢູ່ອີເມວທີ່ທ່ານສະໝັກໃຊ້ເທົ່ານັ້ນ. ເພື່ອຈຸດປະສົງດ້ານຄວາມປອດໄພ ຖ້າຫາກທ່ານບໍ່ສາມາດເຂົ້າສູ່ທີ່ຢູ່ອີເມວໄດ້, ພວກເຮົາບໍ່ສາມາດໃຫ້ສິດການເຂົ້າເຖິງບັນຊີໄດ້.
ໜ້າຈໍສີຂາວ ຫຼື ສີສົ້ມ ໃນຂະນະເຂົ້າສູ່ລະບົບ
ເມື່ອທ່ານເປີດແອັບ Tinder ໃນ Android, ຖ້າຫາກທ່ານເຫັນໜ້າຈໍມັນຫວ່າງເປົ່າ, ສີຂາວ, ຫຼື ສີສົ້ມທີ່ມີໂລໂກ້ Tinder ປາກົດຂຶ້ນ, ກະລຸນາລົບ ແລະ ຕິດຕັ້ງແອັບຄືນໃໝ່. ວິທີນີ້ຈະ່ວຍໃຫ້ທ່ານໄດ້ໃຊ້ແອັບ Tinder ໃນເວີຊັ່ນລຸ້ນລ່າສຸດ ພ້ອມກັບແກ້ໄຂຂໍ້ຜິດພາດທັງໝົດ.
ຖ້າຫາກວິທີນີ້ບໍ່ໄດ້ຜົນ, ໃຫ້ປະຕິບັດຕາມຂັ້ນຕອນທາງລຸ່ມເພື່ອແກ້ໄຂບັນຫາ:
- ເປີດໂຕທ່ອງເວັບເທິງອຸປະກອນ Android ຂອງທ່ານ
- ໄປທີ່Tinder.comແລະ ກົດເລືອກ ເຂົ້າສູ່ລະບົບ
- ເລືອກມີບັນຫາໃນການເຂົ້າສູ່ລະບົບ?
- ໃສ່ທີ່ຢູ່ອີເມວຂອງທ່ານ ເພື່ອໃຫ້ພວກເຮົາສາມາດສົ່ງລີ້ງສຳລັບເຂົ້າສູ່ລະບົບໃຫ້ທ່ານໄດ້
- ເປີດອີເມວ ແລະ ກົດເຂົ້າສູ່ລະບົບ—ຊຶ່ງຈະເປີດແອັບ Tinder
- ຢູ່ໃນແອັບ, ຢືນຢັນເບີໂທລະສັບຂອງທ່ານເພື່ອຂະບວນການເຂົ້າສູ່ລະບົບສຳເລັດ
ເມື່ອທ່ານເຂົ້າສູ່ລະບົບສຳເລັດຮຽບຮ້ອຍແລ້ວ, ທ່ານຈະສາມາດນຳໃຊ້ແອັບ Tinder ໄດ້ໂດຍບໍ່ມີບັນຫາອີກຕໍ່ໄປ.
ຂ້ອຍເຫັນລະຫັດຜິດພາດ ຫຼື ຂໍ້ຄວາມແຈ້ງຂໍ້ຜິດພາດ
ເຄັດລັບໃນການແກ້ໄຂບັນຫາເຫຼົ່ານີ້ສາມາດຊ່ວຍແກ້ໄຂບັນຫາການເຂົ້າສູ່ລະບົບທົ່ວໄປໄດ້:
- ກວດສອບການເຊື່ອມຕໍ່ອິນເຕີເນັດຂອງທ່ານ ຫຼື ລອງສະລັບການໃຊ້ Wi-Fi ແລະ ຂໍ້ມູນມືຖື
- ລົບ ແລະ ຕິດຕັ້ງແອັບຄືນໃໝ່ເພື່ອໃຫ້ທ່ານສາມາດນຳໃຊ້ Tinder ໃນເວີຊັ່ນລຸ້ນລ່າສຸດ
- ໃຊ້ Tinder.comເພື່ອປັດເທິງເວັບ
ທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມບໍ? ຕິດຕໍ່ພວກເຮົາ ແລະ ອະທິບາຍບັນຫາຢ່າງລະອຽດ ເພື່ອໃຫ້ພວກເຮົາສາມາດກວດສອບໄດ້ ຫາກມີບັນຫາຫຍັງທີ່ພວກເຮົາຕ້ອງການຊາບ!