ໝາຍເຫດ: ໃນຂະນະນີ້ພວກເຮົາກຳລັງຢຸດຕິການໃຫ້ບໍລິການ Tinder SELECT. ຖ້າທ່ານເປັນສະມາຊິກ SELECT, ທ່ານຈະໄດ້ຮັບອີເມວ ແລະ ຂໍ້ຄວາມໃນແອັບແຈ້ງກ່ຽວກັບການປ່ຽນແປງນີ້ແລ້ວ. ສຳລັບຜູ້ທີ່ບໍ່ໄດ້ເປັນສະມາຊິກ, ໃນຂະນະນີ້ພວກເຮົາໄດ້ປິດຮັບສະໝັກຮຽບຮ້ອຍແລ້ວ.
Tinder SELECT ແມ່ນຫຍັງ?
SELECT ແມ່ນບໍລິການການເປັນສະມາຊິກສຸດພິເສດຂອງ Tinder ທີ່ມອບສິດເຂົ້າເຖິງປະສົບການທີ່ດີທີ່ສຸດເໜືອລະດັບຂອງ Tinder.
ດ້ວຍ Tinder SELECT, ທ່ານຈະສາມາດເຂົ້າເຖິງສິດທິພິເສດທີ່ແປກໃໝ່ເຫຼົ່ານີ້:
- ສົ່ງຂໍ້ຄວາມ: ສູງເຖິງ 2 ຄັ້ງຕໍ່ອາທິດ, ທ່ານສາມາດສົ່ງຂໍ້ຄວາມຫາໃຜຄົນໃດຄົນໜຶ່ງກໍໄດ້ໂດຍທີ່ບໍ່ຈຳເປັນຕ້ອງຈັບຄູ່ກັນກ່ອນ. ກະລຸນາຊາບວ່າ ທ່ານສາມາດສົ່ງ DM ຜ່ານທາງແຖບ ສົົ່ງບອກມັກ, ທ່ານບໍ່ສາມາດສົ່ງ Super Likes ໃນເວລາດຽວກັນໄດ້ ແລະ ຜູ້ໃຊ້ບາງທ່ານອາດຈະເລືອກທີ່ຈະບໍ່ຮັບ DMs.
- ຂ້າມຄິວ: ຄົນທີ່ທ່ານ like ຈະເຫັນໂປຣໄຟລ໌ຂອງທ່ານແບບບໍ່ມົວໃນຊ່ອງ Likes You ຂອງພວກເຂົາ, ຖ້າຫາກພວກເຂົາບໍ່ມີ ການສະໝັກສະມາຊິກຂອງ Tinder Gold ຫຼື Platinum. ໂປຣໄຟລ໌ຂອງທ່ານຈະຍັງຄົງໄດ້ຮັບລຳດັບຄວາມສຳຄັນໃນຊ່ອງ Likes You ເປັນເວລາ 7 ວັນ.
- ສະຖານະພິເສດ: ອວດສະຖານະການເປັນສະມາຊິກຂອງທ່ານດ້ວຍປ້າຍສະຖານະ SELECT ສຸດພິເສດ. ຖ້າຫາກທ່ານບໍ່ສົນໃຈທີ່ຈະເພີ່ມປ້າຍສະຖານະນີ້ເຂົ້າໃນໂປຣໄຟລ໌ຂອງທ່ານ, ທ່ານສາມາດເລືອກຍົກເລີກໄດ້ໃນການຕັ້ງຄ່າຂອງທ່ານ.
- ໂໝດ SELECT: ເບິ່ງ ແລະ ໃຫ້ໂປຣໄຟລ໌ເທິງ Tinder ທີ່ໄດ້ຮັບຄວາມນິຍົມຫຼາຍສຸດເບິ່ງເຫັນທ່ານ ເພື່ອໃຫ້ທ່ານສາມາດເຊື່ອມສາຍສຳພັນໄດ້ພິເສດຫຼາຍຂື້ນ.
- ປະສົບການ VIP: ຕຳແໜ່ງການເປັນສະມາຊິກຈະຖືກຈຳກັດໄວ້ບໍ່ໃຫ້ເກີນ 1% ຂອງຜູ້ໃຊ້ ເພື່ອໃຫ້ແນ່ໃຈວ່າທ່ານຈະໄດ້ຮັບປະສົບການທີ່ພິເສດທີ່ສຸດເທົ່າທີ່ຈະເປັນໄປໄດ້.
ທ່ານຈະສາມາດເຊື່ອງໂຄສະນາ ແລະ ເຫັນ Like ທີ່ທ່ານໄດ້ສົ່ງໄປໃນ 7 ມື້ທີ່ຜ່ານມາ. ໝາຍເຫດ: ຜົນປະໂຫຍດຂອງການເປັນສະມາຊິກ SELECT ແມ່ນມີຢູ່ໃນແອັບ Tinder ເທົ່ານັ້ນ, ບໍ່ແມ່ນ Tinder.com.
ທ່ານສາມາດສະສົມການເປັນສະມາຊິກ Tinder Select ພ້ອມດ້ວຍການສະໝັກສະມາຊິກ Tinder Plus®, Gold™, ຫຼື Platinum™ ເພື່ອຮັບເອົາປະສົບການ Tinder ຢ່າງເຕັມທີ່.
ໝາຍເຫດ: ບໍ່ຄືກັນກັບການສະໝັກສະມາຊິກ, ການເປັນສະມາຊິກ SELECT ບໍ່ສາມາດກູ້ຄືນໃນບັນຊີອື່ນທີ່ແຕກຕ່າງໄດ້.