ຖ້າຫາກທ່ານລະເມີດ ເງື່ອນໄຂຂອງການນຳໃຊ້ ຂອງພວກເຮົາ, ຄູ່ມືການນຳໃຊ້ແອັບ ຫຼື ນະໂຍບາຍ, ພວກເຮົາສາມາດດຳເນີນການກັບບັນຊີ Tinder ຂອງທ່ານໄດ້. ອີງຕາມການລະເມີດ, ພວກເຮົາສາມາດລົບໂປຣໄຟລ໌ຂອງທ່ານອອກຈາກ Tinder, ອອກໃບເຕືອນ ແລະ/ຫຼື ລົບເນື້ອຫາ ຈາກໂປຣໄຟລ໌ຂອງທ່ານ. ຖ້າຫາກທ່ານເຊື່ອວ່າພວກເຮົາໄດ້ດຳເນີນການຜິດພາດ, ທ່ານມີໂອກາດທີ່ຈະຂໍອຸທອນສິ່ງເຫຼົ່ານີ້ຢູ່ໃນ ສູນຊ່ວຍເຫຼືອ.
ການລະເມີດທີ່ສາມາດຂໍອຸທອນໄດ້
ທ່ານສາມາດເຂົ້າເຖິງ ສູນຊ່ວຍເຫຼືອ ໂດຍການນຳໃຊ້ລາຍລະອຽດການເຂົ້າສູ່ລະບົບແບບດຽວກັບທີ່ໃຊ້ນຳບັນຊີ Tinder ຂອງທ່ານ. ຢູ່ໃນສູນຊ່ວຍເຫຼືອ, ທ່ານສາມາດເບິ່ງພາບລວມຂອງການດຳເນີນການທັງໝົດທີ່ມີສິດອຸທອນໄດ້. ທ່ານສາມາດກົດ ເບິ່ງລາຍລະອຽດ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການລະເມີດທີ່ສະເພາະເຈາະຈົງ.
ຖ້າຫາກທ່ານບໍ່ເຫັນການລະເມີດສະເພາະເຈາະຈົງທີ່ທ່ານຕ້ອງການທີ່ຈະຂໍອຸທອນ ຫຼື ບໍ່ເຫັນທາງເລືອກທີ່ຈະອຸທອນການລະເມີດນັ້ນ, ດັ່ງນັ້ນການລະເມີດດັ່ງກ່າວຈຶ່ງບໍ່ສາມາດອຸທອນໄດ້. ອາດເປັນເພາະເຫດຜົນຕໍ່ໄປນີ້ ຂໍ້ໃດຂໍ້ໜຶ່ງ ຫຼື ຫຼາຍໆຂໍ້:
- ການດຳເນີນການດັ່ງກ່າວແມ່ນເກີດຂື້ນກ່ອນທີ່ຈະເປີດໂຕຂອງສູນຊ່ວຍເຫຼືອ. ທ່ານສາມາດຂໍອຸທອນຜ່ານສູນຊ່ວຍເຫຼືອໄດ້ສະເພາະການດຳເນີນການທີ່ໄດ້ດຳເນີນການຫຼັງຈາກທີ່ທ່ານໄດ້ຮັບສິດເຂົ້າສູ່ ສູນຊ່ວຍເຫຼືອ ເທົ່ານັ້ນ.
- ປະເພດຂອງການລະເມີດແມ່ນບໍ່ມີສິດໄດ້ຮັບການອຸທອນ. ໃນເວລານີ້ສາມາດອຸທອນໄດ້ສະເພາະ ການຕັກເຕືອນ, ການລົບເນື້ອຫາ ແລະ ຂໍ້ຫ້າມທີ່ສາມາດຖືກອຸທອນຜ່ານສູນຊ່ວຍເຫຼືອ
- ການດຳເນີນການດັ່ງກ່າວແມ່ນຖືກດຳເນີນມາໄດ້ຫຼາຍກວ່າ 6 ເດືອນແລ້ວທີ່ຜ່ານມາ.ທ່ານສາມາດຂໍອຸທອນໄດ້ພາຍໃນໄລຍະເວລາ 6 ເດືອນ ຫຼັງຈາກດຳເນີນການກັບບັນຊີຂອງທ່ານ.
- ທ່ານໄດ້ຂໍອຸທອນການລະເມີດນີ້ໄປແລ້ວກ່ອນໜ້ານີ້. ທ່ານສາມາດຂໍອຸທອນການລະເມີດໄດ້ພຽງຄັ້ງດຽວເທົ່ານັ້ນ. ທ່ານສາມາດຄົ້ນຫາການລະເມີດທັງໝົດທີ່ທ່ານເຄີຍອຸທອນກ່ອນໜ້ານີ້ໄດ້ໃນແຖບ ອຸທອນ.
ວິທີການຂໍອຸທອນ
ເພື່ອຂໍອຸທອນ, ໃຫ້ປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ໃນ ສູນຊ່ວຍເຫຼືອ, ຊອກຫາການລະເມີດທີ່ທ່ານຕ້ອງການຂໍອຸທອນ ແລະ ເລືອກມັນ.
- ກົດ ເລີ່ມຕົ້ນການຂໍອຸທອນ.
- ກົດ ສົ່ງຂໍອຸທອນ.
ຖ້າຫາກມັນມີການລະເມີດຫຼາຍລາຍການທີ່ທ່ານຕ້ອງການອຸທອນ, ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານໄດ້ເລືອກທັງໝົດແລ້ວໃນຕອນທີ່ສົ່ງຂໍອຸທອນ.
ຫຼັງຈາກການຂໍອຸທອນ
ເມື່ອທ່ານໄດ້ຂໍອຸທອນການລະເມີດຂອງທ່ານແລ້ວ, ການລະເມີດນັ້ນຈະຖືກຍ້າຍໄປແຖບຂອງ ໄດ້ອຸທອນແລ້ວ ແລະ ທ່ານຈະເຫັນປ້າຍຢູ່ລະຫວ່າງການກວດສອບ ຖັດຈາກການລະເມີດນັ້ນ. ເມື່ອພວກເຮົາໄດ້ກວດສອບການຂໍອຸທອນຂອງທ່ານແລ້ວ, ປ້າຍນີ້ຈະຖືກອັບເດດເປັນ ຖືກອະນຸມັດ ຫຼື ຖືກປະຕິເສດ, ຂື້ນກັບຜົນຂອງການອຸທອນ.
- ຖ້າຫາກປ້າຍລະບຸວ່າການອຸທອນຂອງທ່ານ ຖືກອະນຸມັດ, ນັ້ນໝາຍຄວາມວ່າການລະເມີດທີ່ທ່ານໄດ້ສົ່ງຂໍອຸທອນນັ້ນຖືກຖອນຄືນ. ຂື້ນຢູ່ກັບການລະເມີດທີ່ທ່ານໄດ້ຂໍອຸທອນ, ພວກເຮົາກໍຈະໄດ້ເປີດບັນຊີຂອງທ່ານຄືນ, ຍົກເລີກຄຳເຕືອນ ແລະ/ຫຼື ກູ້ເນື້ອຫາຂອງທ່ານຄືນມາ.
- ຖ້າຫາກຂໍ້ຄວາມລະບຸວ່າການອຸທອນຂອງທ່ານ ຖືກປະຕິເສດ, ນັ້ນໝາຍຄວາມວ່າການລະເມີດທີ່ທ່ານໄດ້ຂໍອຸທອນນັ້ນໄດ້ຖືກຮັບການຢືນຢັນແລ້ວ. ຂື້ນຢູ່ກັບການລະເມີດທີ່ທ່ານໄດ້ຂໍອຸທອນ, ພວກເຮົາຈະບໍ່ໄດ້ເປີດບັນຊີຂອງທ່ານຄືນ, ຈະບໍ່ຍົກເລີກຄຳເຕືອນ ແລະ/ຫຼື ຈະບໍ່ກູ້ເນື້ອຫາຂອງທ່ານຄືນມາ.
ຖ້າຫາກທ່ານເຫັນການລະເມີດໃໝ່ໃນສູນຊ່ວຍເຫຼືອ, ນັ້ນໝາຍຄວາມວ່າລະຫວ່າງການກວດສອບຂອງພວກເຮົາ ພວກເຮົາໄດ້ຄົ້ນພົບການລະເມີດເພີ່ມເຕີມຕໍ່ກັບເງື່ອນໄຂຂອງການນຳໃຊ້ ຫຼື ຫຼັກປະຕິບັດຂອງຊຸມຊົນ. ທ່ານອາດຈະອຸທອນການລະເມີດໂຕໃໝ່ຜ່ານສູນຊ່ວຍເຫຼືອ.
ຖ້າຫາກທ່ານກຳລັງຊອກຫາຄຳຊີ້ແຈງກ່ຽວກັບເງື່ອນໄຂຕ່າງໆທີ່ຖືກນຳໃຊ້ໃນ ສູນຊ່ວຍເຫຼືອ, ກະລຸນາເຂົ້າເບິ່ງບ່ອນນີ້ ບົດຄວາມສູນຊ່ວຍເຫຼືອ.