ຄຸນສົມບັດຂໍ້ມູນເຊີງລຶກກ່ຽວກັບຮູບພາບຂອງພວກເຮົາຊ່ວຍສ້າງປະສົບການທີ່ປັບໃຫ້ເໝາະກັບທ່ານຫຼາຍຂຶ້ນເທິງ Tinder.
ຂໍ້ມູນເຊີງເລິກກ່ຽວກັບຮູບພາບເຮັດວຽກແນວໃດ
ພວກເຮົາວິເຄາະຮູບພາບໂປຣໄຟລ໌ຂອງທ່ານ—ທັງທີທ່ານອັບໂຫຼດໄວ້ແລ້ວ ແລະ ທີ່ທ່ານຈະເພີ່ມໃນອະນາຄົດ—ແລະ ຈັດເກັບປ້າຍຕິດທີ່ກ່ຽວຂ້ອງເພື່ອສ້າງຂໍ້ມູນເຊີງເລິກທີ່ຊ່ວຍປັບປຸງປະສົບການການໃຊ້ງານ Tinder ຂອງທ່ານໃຫ້ດີຍິ່ງຂຶ້ນ. ປ້າຍຕິດເຫຼົ່ານີ້ຊ່ວຍໃຫ້ພວກເຮົາທຳຄວາມເຂົ້າໃຈຄວາມສົນໃຈ, ວິຖີຊີວິດ ແລະ ຄວາມມັກຂອງທ່ານໄດ້ດີຍິ່ງຂື້ນ ເພື່ອສ້າງປະສົບການທີ່ປັບໃຫ້ເໝາະກັບທ່ານຫຼາຍຂຶ້ນ.
ລົບປ້າຍຕິດຂໍ້ມູນເຊີງເລິກກ່ຽວກັບຮູບພາບ
ເທັກໂນໂລຢີບໍ່ໄດ້ສົມບູນແບບສະເໝີໄປ ແລະ ພວກເຮົາອາດບໍ່ໄດ້ເຮັດຖືກຕ້ອງທຸກຄັ້ງ. ຖ້າຫາກຕ້ອງການລົບປ້າຍຕິດບາງສ່ວນ ຫຼື ທັງໝົດທີ່ເຊື່ອມຕໍ່ກັບຮູບຂອງທ່ານ, ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເປີດແອັບ Tinder
- ກົດໄອຄອນໂປຣໄຟລ໌
- ໄປທີ່ການຕັ້ງຄ່າ
- ເລື່ອນລົງໄປທີ່ຂໍ້ມູນຮູບພາບ
- ກົດຈັດການຂໍ້ມູນຮູບພາບ
- ເລືອກປ້າຍຕິດຈັດການຂໍ້ມູນຮູບພາບ
- ກົດ 'x' ຂ້າງປ້າຍຕິດທີ່ທ່ານຕ້ອງການລົບເທື່ອລະປ້າຍ ຫຼື ກົດ 'ລົບທັງໝົດ' ເພື່ອລົບປ້າຍຕິດທັງໝົດທີ່ເຊື່ອມຕໍ່ກັບບັນຊີຂອງທ່ານໃນປະຈຸບັນ
ໝາຍເຫດ: ການເລືອກ 'ລົບທັງໝົດ' ຈະບໍ່ເຮັດໃຫ້ທ່ານຍົກເລີກການໃຊ້ງານ ຂໍ້ມູນເຊີງເລິກກ່ຽວກັບຮູບພາບ ສຳລັບຮູບໃໝ່ໆທີ່ທ່ານອັບໂຫຼດໃນບັນຊີຂອງທ່ານ.
ວິທີການຍົກເລີກ ຂໍ້ມູນເຊີງເລິກຂອງຮູບພາບ ຫຼື ລົບຂໍ້ມູນຂອງທ່ານ
ຄຸນສົມບັດນີ້ເປັນທາງເລືອກ ແລະ ທ່ານສາມາດຍົກເລີກໄດ້ຕະຫຼອດເວລາ. ການຍົກເລີກການໃຊ້ງານຄຸນສົມບັດນີ້ຈະລົບປ້າຍຕິດທັງໝົດທີ່ເຊື່ອມຕໍ່ກັບຮູບໂປຣໄຟລ໌ຂອງທ່ານໂດຍອັດຕະໂນມັດ. ຫາກຕ້ອງການດຳເນີນຕໍ່, ໃຫ້ປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເປີດແອັບ Tinder
- ກົດໄອຄອນໂປຣໄຟລ໌
- ໄປທີ່ການຕັ້ງຄ່າ
- ເລື່ອນລົງໄປທີ່ຂໍ້ມູນຮູບພາບ
- ກົດຈັດການຂໍ້ມູນຮູບພາບ
- ປິດສະວິດຖັດຈາກ 'ໃຊ້ຂໍ້ມູນຮູບພາບ'
ຂໍ້ມູນເຊີງເລິກກ່ຽວກັບຮູບພາບ ໃຊ້ຂໍ້ມູນຂອງທ່ານແນວໃດ
ປ້າຍຕິດທີ່ພວກເຮົາສ້າງຈາກຮູບໂປຣໄຟລ໌ຂອງທ່ານຖືກນຳມາໃຊ້ເພື່ອສ້າງຂໍ້ມູນເຊີງເລິກທີ່ຊ່ວຍໃຫ້ພວກເຮົາຮູ້ຈັກທ່ານຫຼາຍຂຶ້ນ. ຂໍ້ມູນເຊີງເລິກເຫຼົ່ານີ້ຈະນຳມາໃຊ້ເພື່ອອະທິບາຍວ່າເປັນຫຍັງຄຳແນະນຳບາງຢ່າງຈຶ່ງເໝາະສົມກັບທ່ານຫຼາຍຂຶ້ນ. ປ້າຍຕິດທີ່ສ້າງຂື້ນຢູ່ພາຍໃຕ້ການຄວບຄຸມຂອງທ່ານໂດຍສົມບູນ. ເມື່ອທ່ານລົບປ້າຍຕິດທີ່ບໍ່ກ່ຽວຂ້ອງກັບທ່ານ, ມັນຈະຊ່ວຍປັບປຸງຄຳແນະນຳເຫຼົ່ານັ້ນໃຫ້ດີຍິ່ງຂື້ນ, ສົ່ງຜົນໃຫ້ທ່ານໄດ້ຮັບປະສົບການທີ່ປັບແຕ່ງສະເພາະສຳລັບທ່ານເທິງ Tinder.
ຂໍ້ມູນເຊີງເລິກກ່ຽວກັບຮູບພາບ ປ້າຍຕິດທີ່ເຊື່ອມໂຍງກັບໂປຣໄຟລ໌ຂອງທ່ານຈະຍັງຄົງໃຊ້ງານໄດ້ຕາບເທົ່າທີ່ປ້າຍຕິດເຫຼົ່ານັ້ນບໍ່ໄດ້ຖືກລົບ ແລະ ບັນຊີຂອງທ່ານຍັງເປີດໃຊ້ງານຢູ່. ຖ້າຫາກທ່ານລົບປ້າຍຕິດອອກຈາກໂປຣໄຟລ໌ ຫຼື ລົບບັນຊີຂອງທ່ານ, ປ້າຍຕິດທີ່ເຊື່ອມຕໍ່ໄວ້ກ່ອນໜ້ານີ້ຈະຖືກລົບຕາມ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.
ເຂົ້າໄປທີ່ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບແນວທາງປະຕິບັດຄວາມເປັນສ່ວນຕົວຂອງພວກເຮົາ, ລວມເຖິງພາກສ່ວນສິດທິຂອງທ່ານ. ທ່ານຍັງສາມາດເຂົ້າໄປທີ່ສູນຄວາມຊ່ວຍເຫຼືອຂອງພວກເຮົາ ເພື່ອຮຽນຮູ້ວິທີການຂໍສຳເນົາຂໍ້ມູນຂອງທ່ານ.
ຄວາມຊ່ວຍເຫຼືອເພີ່ມເຕີມ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມຂອງຂໍ້ມູນເຊີງເລິກກ່ຽວກັບຮູບພາບ, ກະລຸນາ ຂຽນແຈ້ງຫາພວກເຮົາ ພ້ອມກັບລາຍລະອຽດເພີ່ມເຕີມ ແລະ ພວກເຮົາຍິນທີ່ຈະຊ່ວຍເຫຼືອທ່ານ.