Submit a request
ສະບາຍດີ, ພວກເຮົາດີໃຈທີ່ທ່ານໄດ້ເຂົ້າມາຫາ ແລະ ພ້ອມໃຫ້ຄວາມຊ່ວຍເຫຼືອ!
ມີຄຳຖາມກ່ຽວກັບ Tinder ເຮັດວຽກແນວໃດ? ກວດສອບ ຄຳຖາມທີ່ມັກພົບເລື້ອຍໆ ຂອງພວກເຮົາ. ເຊິ່ງເຕັມໄປດ້ວຍຂໍ້ມູນກ່ຽວກັບຜະລິດຕະພັນ, ນະໂຍບາຍ, ຊຸມຊົນ, ແລະ ເຄັດລັບການແກ້ໄຂບັນຫາເບື້ອງຕົ້ນ.
ຂໍອະໄພທີ່ໄດ້ຮັບຊາບມາວ່າທ່ານກຳລັງປະສົບບັນຫາໃນການໃຊ້ Tinder!
ພວກເຮົາພະຍາຍາມອະທິບາຍບັນຫາຂອງທ່ານໃຫ້ຊາບໄວທີ່ສຸດ ແຕ່ກ່ອນທີ່ທ່ານຈະອະທິບາຍ, ກະລຸນາລອງລົບ ແລະ ຕິດຕັ້ງແອັບຄືນໃໝ່ອີກຄັ້ງ. ວິທີນີ້ຈະຊ່ວຍແກ້ບັນຫາທາງດ້ານເຕັກນິກຕ່າງໆໄດ້ຫຼາຍ ແລະ ໃຫ້ແນ່ໃຈວ່າທ່ານກຳລັງນຳໃຊ້ Tinder ເວີຊັ່ນລຸ້ນລ້າສຸດ (ແລະ ດີທີ່ສຸດ).
ຖ້າຫາກທ່ານກຳລັງມີບັນຫາ, ກະລຸນາແຈ້ງໃຫ້ພວກເຮົາຊາບລາຍລະອຽດກ່ຽວກັບບັນຫາດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ໂດຍນຳໃຊ້ແບບຟອມຂ້າງລຸ່ມນີ້ ແລະ ຄັດຕິດຮູບໜ້າຈໍຂອງບັນຫາມາດ້ວຍຫາກເປັນໄປໄດ້.
Tinder ຫ້າມ ບັນຊີຕ່າງໆເນື່ອງຈາກການລະເມີດຂອງ ເງື່ອນໄຂຂອງການນຳໃຊ້ ຫຼື ຄູ່ມືການນຳໃຊ້ແອັບ ຂອງພວກເຮົາ.
ຖ້າຫາກທ່ານເຊື່ອວ່າບັນຊີຂອງທ່ານຖືກແບນ ເນື່ອງຈາກຂໍ້ຜິດພາດ, ທ່ານສາມາດສົ່ງຂໍອຸທອນຜ່ານ ສູນຊ່ວຍເຫຼືອ. ສຳລັບຄຳແນະນຳໃນການສົ່ງຂໍອຸທອນ, ກະລຸນາເຂົ້າໄປທີ່ ສູນຊ່ວຍເຫຼືອຂອງພວກເຮົາ.
ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫຼືອທີ່ກ່ຽວກັບບັນຊີທີ່ຖືກແບນ, ກະລຸນາຕື່ມແບບຟອມຂ້າງລຸ່ມ.
ຖ້າຫາກທ່ານໄດ້ຖືກແບນ, ຖືກເຕືອນ ແລະ/ຫຼື ເນື້ອຫາຖືກລົບອອກຈາກໂປຣໄຟລ໌ຂອງທ່ານ, ນັ້ນໝາຍຄວາມວ່າພວກເຮົາໄດ້ພົບການລະເມີດ ເງື່ອນໄຂຂອງການນຳໃຊ້ ຂອງພວກເຮົາ ຫຼື ຄູ່ມືການນຳໃຊ້ແອັບ.
ຖ້າຫາກທ່ານເຊື່ອພວກເຮົາດຳເນີນການຜິດພາດ, ທ່ານສາມາດສົ່ງຂໍອຸທອນໄດ້. ຫາກຕ້ອງການສົ່ງຂໍອຸທອນ, ກະລຸນາເຂົ້າໄປທີ່ ສູນຊ່ວຍເຫຼືອ ໂດຍການນຳໃຊ້ລາຍລະອຽດການເຂົ້າສູ່ລະບົບດຽວກັນກັບບັນຊີ Tinder ຂອງທ່ານ. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບຂະບວນການອຸທອນຂອງ Tinder, ກະລຸນາເຂົ້າເບິ່ງທີ່ Help Centerຂອງພວກເຮົາ.
ຖ້າຫາກທ່ານຍັງບໍ່ທັນໄດ້ເຮັດ, ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານກຳລັງໃຊ້ Tinder ເວີຊັ່ນລຸ້ນລ້າສຸດທີ່ມີຢູ່ໃນ App Store ຫຼື Google Play Store.
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ລະບົບໄດ້ເພາະວ່າທ່ານໄດ້ປ່ຽນເບິໂທລະສັບໃໝ່ ຫຼື ສູນເສຍການເຂົ້າເຖິງບັນຊີ Facebook ຂອງທ່ານ, ພວກເຮົາສາມາດຊ່ວຍໄດ້ໂດຍການໃຊ້ທີ່ຢູ່ອີເມວກູ້ຄືນຂອງທ່ານ. ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:
- ໄປທີ່ Tinder.com
- ກົດເຂົ້າສູ່ລະບົບ
- ເລືອກຕົວເລືອກທີ່ຖາມເຖິງວ່າມີບັນຫາໃນການເຂົ້າສູ່ລະບົບຫຼືບໍ່?
- ກົດເຂົ້າສູ່ລະບົບດ້ວຍອີເມວ
- ໃສ່່ທີ່ຢູ່ອີເມວທີ່ເຊື່ອມກັບບັນຊີ Tinder ຂອງທ່ານ
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ລະບົບຫາບັນຊີຂອງທ່ານໄດ້ເນື່ອງຈາກບັນຫາດ້ານເຕັກນິກ, ກະລຸນາແຈ້ງໃຫ້ທາງພວກເຮົາຊາບຂ້າງລຸ່ມນີ້.
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ລະບົບ ເພາະວ່າທ່ານໄດ້ປ່ຽນເບີໂທລະສັບຂອງທ່ານ ຫຼື ສູນເສຍການເຂົ້າເຖິງບັນຊີ Facebook ຂອງທ່ານ, ພວກເຮົາສາມາດຊ່ວຍໃນການນຳໃຊ້ທີ່ຢູ່ອີເມວກູ້ຄືນຂອງທ່ານ. ກະລຸນາປະຕິບັດຕາມຂັ້ນຕອນລຸ່ມນີ້:
- ໄປທີ່ Tinder.com
- ກົດເຂົ້າສູ່ລະບົບ
- ເລືອກຕົວເລືອກທີ່ຖາມວ່າທ່ານມີບັນຫາໃນການເຂົ້າສູ່ລະບົບບໍ?
- ກົດເຂົ້າສູ່ລະບົບດ້ວຍອີເມວ
- ໃສ່ທີ່ຢູ່ອີເມວທີ່ເຊື່ອມຕໍ່ກັບບັນຊີ Tinder ຂອງທ່ານ
ຖ້າຫາກທ່ານກຳລັງປະສົບກັບບັນຫາດ້ານເຕັກນິກດ້ວຍອີເມວ ຫຼື ການຢືນຢັນຜ່ານ SMS, ກະລຸນາແຈ້ງໃຫ້ພວກເຮົາຮັບຊາບທາງລຸ່ມນີ້.
ພວກເຮົາເສຍໃຈທີ່ເຫັນທ່ານໄປ! ຫາກຕ້ອງການລົບບັນຊີຂອງທ່ານ, ທ່ານຕ້ອງສາມາດເຂົ້າບັນຊີໄດ້. ທ່ານສາມາດລົບບັນຊີຂອງທ່ານໄດ້ໂດຍການເຂົ້າສູ່ລະບົບແອັບ Tinder ສຳລັບiOS ຫຼື Android, Tinder.com, ຫຼື ປະຕູການບໍລິຫານບັນຊີຂອງ Tinder.
ຖ້າທ່ານເຂົ້າສູ່ລະບົບ Tinder, ລົບບັນຊີຂອງທ່ານແມ່ນງ່າຍຫຼາຍ: ກົດໄອຄອນໂປຣໄຟລ໌ໃນມຸມຊ້າຍມືເທິງສຸດ > ການຕັ້ງຄ່າ > ເລື່ອນລົງ ແລະ ກົດລົບບັນຊີ > ຕົກລົງ.
ຖ້າຫາກທ່ານບໍ່ສາມາດເຂົ້າບັນຊີຂອງທ່ານໄດ້, ກະລຸນາກອກແບບຟອມທາງລຸ່ມນີ້.
ໃນກໍລະນີນີ້, ມັນສຳຄັນຫຼາຍທີ່ທ່ານຕ້ອງຕິດຕໍ່ເຮົາຈາກທີ່ຢູ່ອີເມວທີ່ເຊື່ອມກັບບັນຊີ Tinder ຂອງທ່ານ. ໝາຍເຫດ: ການບໍ່ຕິດຕໍ່ພວກເຮົາຈາກທີ່ຢູ່ອີເມວນີ້ອາດຂັດຂວາງ ຫຼື ປ້ອງກັນບໍ່ໃຫ້ພວກເຮົາສາມາດດຳເນີນການຕາມຄຳຂໍຂອງທ່ານໄດ້.
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ລະບົບເພາະວ່າທ່ານໄດ້ປ່ຽນເບີໂທລະສັບຂອງທ່ານ, ພວກເຮົາສາມາດຊ່ວຍໂດຍການນຳໃຊ້ທີ່ຢູ່ອີເມວສຳລັບກູ້ຄືນ.
- ໄປທີ່Tinder.com
- ກົດເຂົ້າສູ່ລະບົບ
- ເລືອກຕົວເລືອກທີ່ຖາມວ່າມີບັນຫາໃນການເຂົ້າສູ່ລະບົບບໍ?
- ກົດເຂົ້າສູ່ລະບົບດ້ວຍອີເມວ
- ປ້ອນທີ່ຢູ່ອີເມວທີ່ເຊື່ອມຕໍ່ກັບບັນຊີ Tinder ຂອງທ່ານ
ຖ້າທ່ານບໍ່ສາມາດເຂົ້າສູ່ບັນຊີຂອງທ່ານ ແລະ ຕ້ອງການໃຫ້ພວກເຮົາຊ່ວຍໃນການລົບມັນ, ກະລຸນາປະກອບແບບຟອມຂ້າງລຸ່ມນີ້. ໃນກໍລະນີນີ້, ມັນສຳຄັນຫຼາຍທີ່ທ່ານຕິດຕໍ່ຫາພວກເຮົາຈາກທີ່ຢູ່ອີເມວທີ່ເຊື່ອມກັບບັນຊີ Tinder ຂອງທ່ານ, ສຳລັບເຫດຜົນທີ່ມີຄວາມປອດໄພ. ໝາຍເຫດ: ການບໍ່ຕິດຕໍ່ພວກເຮົາຈາກທີ່ຢູ່ອີເມວນີ້ອາດຂັດຂວາງ ຫຼື ປ້ອງກັນເຮົາບໍ່ໃຫ້ສາມາດດຳເນີນການຕາມຄຳຂໍຮ້ອງຂອງທ່ານໄດ້.
ຖ້າຫາກທ່ານກຳລັງປະສົບບັນຫາດ້ານເຕັກນິກໃນຂະນະທີ່ກຳລັງລົງທະບຽນສຳລັບ Tinder, ກະລຸນາແຈ້ງໃຫ້ພວກເຮົາຮູ້ຕາມຂ້າງລຸ່ມນີ້.
ສະບາຍດີ! ຖ້າຫາກທ່ານຊື້ສິນຄ້າໂດຍໃຊ້ Apple ID ຂອງທ່ານ, ກະລຸນາຊາບວ່າການຄືນເງິນຈະດຳເນີນການໂດຍ Apple ບໍ່ແມ່ນ Tinder.
ຫາກຕ້ອງການເງິນຄືນຈາກ Apple, ກະລຸນາເຂົ້າໄປທີ່ ການສະໜັບສະໜູນ Apple ຫຼື ປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:
- ເປີດ iTunes ເທິງຄອມພີວເຕີຂອງທ່ານ
- ກົດໃສ່ Apple ID ຂອງທ່ານ
- ເລືອກປະຫວັດການຊື້
- ຊອກຫາທຸລະກຳທີ່ທ່ານຕ້ອງຂໍເງິນຄືນ ແລະ ກົດລາຍງານບັນຫາ
ຖ້າຫາກທ່ານຊື້ສິນຄ້າຜ່ານອຸປະກອນ Android ຂອງທ່ານ, ພວກເຮົາຍິນດີໃຈທີ່ຈະກວດສອບ ຄຳຂໍເງິນຄືນຂອງທ່ານ, ແຕ່ຂໍໃຫ້ທ່ານໃຫ້ຂໍ້ມູນເພີ່ມເຕີມຂ້າງລຸ່ມນີ້.
ກະລຸນາ ລະບຸເຫດຜົນໃນການຂໍເງິນຄືນຂອງທ່ານໄວ້ໃນຄຳອະທິບາຍ.
ໝາຍເຫດ: ການຂໍເງິນຄືນອາດຈະໄດ້ຮັບການຍອມຮັບສະເພາະໃນກໍລະນີທີ່ສົ່ງຄຳຂໍພາຍໃນ 14 ມື້ນັບຈາກມື້ທີ່ເຮັດທຸລະກຳມາເທົ່ານັ້ນ.
ຖ້າຫາກທ່ານໄດ້ດຳເນີນການຊື້ຜ່ານ Tinder.com, ພວກເຮົາຍິນດີທີ່ຈະກວດສອບຄຳຂໍຂອງການເງິນຄືນຂອງທ່ານ ແຕ່ຂໍໃຫ້ທ່ານໃຫ້ຂໍ້ມູນເພີ່ມເຕີມຂ້າງລຸ່ມນີ້. ກະລຸນາລະບຸເຫດຜົນໃນການຂໍເງິນຄືນໃນຄຳອະທິບາຍ.
ໝາຍເຫດ: ການຂໍເງິນຄືນອາດຈະໄດ້ຮັບການຍອມຮັບສະເພາະໃນກໍລະນີທີ່ສົ່ງຄຳຂໍພາຍໃນ 14 ມື້ນັບຈາກມື້ທີ່ເຮັດທຸລະກຳມາເທົ່ານັ້ນ.
ຖ້າຫາກທ່ານໄດ້ຊື້ການສະໝັກສະມາຊິກ Tinder ໂດຍນຳໃຊ້ Apple ID, ທ່ານຈຳເປັນຕ້ອງຍົກເລີກການສະໝັກສະມາຊິກໂດຍກົງໃນອຸປະກອນ iOS ຂອງທ່ານ. ປະຕິບັດຕາມຂັ້ນຕອນລຸ່ມນີ້:
- ໄປທີ່ການຕັ້ງຄ່າ iOS
- ຊອກຫາ ແລະ ເລືອກ iTunes & App Store
- ກົດໃສ່ Apple ID (ອີເມວ Apple ID ຂອງທ່ານ
- ກົດເບິ່ງ Apple ID
- ເຂົ້າສູ່ລະບົບຖ້າຫາກທ່ານຕ້ອງການ
- ເລື່ອນລົງຫາການສະໝັກສະມາຊິກ, ຫຼັງຈາກນັ້ນກົດໃສ່ມັນ
- ເລືອກ Tinder ແລະ ກົດ ຍົກເລີກການສະໝັກສະມາຊິກ
ທ່ານຄວນສາມາດເຫັນມື້ສີ້ນສຸດຂອງການສະໝັກສະມາຊິກໃນໜ້າຈໍ. ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາຢ້ຽມຢາມ ບົດຄວາມການສະໜັບສະໜູນຂອງ Apple.
ໝາຍເຫດ: ຫຼັງຈາກຍົກເລີກການສະໝັກສະມາຊິກ, ທ່ານຈະສາມາດນຳໃຊ້ການສະໝັກສະມາຊິກໄດ້ຈົນເຖິງວັນທີ່ເຫຼືອຢູ່ທີ່ທ່ານໄດ້ຊໍາລະເງິນໄປແລ້ວ. ການຍົກເລີກການສະໝັກສະມາຊິກຈະບໍ່ໄດ້ຄືນເງິນຄ່າການສະໝັກສະມາຊິກຍ້ອນຫຼັງ ແລະ ຄ່າທຳນຽມການສະໝັກສະມາຊິກທີ່ຮຽກເກັບໄປກ່ອນໜ້ານີ້ ບໍ່ສາມາດຄຳນວນຄຳນວນຕາມວັນທີ່ທີ່ຍົກເລີກໄດ້. ການລົບແອັບ ແລະ/ຫຼື ບັນຊີຂອງທ່ານຈະບໍ່ຍົກເລີກການສະໝັກສະມາຊິກຂອງທ່ານ.
ຖ້າຫາກທ່ານໄດ້ສະໝັກ Tinder Plus ຫຼື Tinder Gold ໂດຍການໃຊ້ອຸປະກອນ Android ຂອງທ່ານ, ຂັ້ນຕອນການຍົກເລີກຈະແຕກຕ່າງກັນໄປ ຂື້ນຢູ່ກັບວິທີການຊໍາລະເງິນ.
ຖ້າຫາກທ່ານສະໝັກໂດຍນຳໃຊ້ ບັນຊີ Google Play Store: ຂອງທ່ານ
- ເປີດແອັບ Google Play Store
- ໂດຍນຳໃຊ້ເມນູຝາກຊ້າຍມື, ເລືອກບັນຊີ
- ໄປທີ່ການສະໝັກສະມາຊິກ ແລະ ເລືອກ Tinder
- ກົດຍົກເລີກ ຫຼື ບໍ່ສະໝັກຕິດຕາມ
- ຢືນຢັນ
ຖ້າຫາກທ່ານສະໝັກການນຳໃຊ້ທາງເລືອກການຊຳລະດ້ວຍບັດເຄຣດິດເທິງມືຖື Android:
- ເປີດແອັບ Tinder ສຳລັບ Android
- ກົດໃສ່ໄອຄອນໂປຣໄຟລ໌ທີ່ຢູ່ເທິງສຸດຂອງຈໍຫຼັກ
- ເລືອກບັນຊີການຈັດການການຊຳລະ
- ກົດຍົກເລີກການສະໝັກສະມາຊິກ
ໝາຍເຫດ:ຫຼັງຈາກຍົກເລີກການສະໝັກສະມາຊິກ, ທ່ານຈະສາມາດນຳໃຊ້ Tinder Plus ຫຼື Tinder Gold ສຳລັບມື້ທີ່ຍັງເຫຼືອທີ່ທ່ານໄດ້ຈ່າຍໄວ້ກ່ອນແລ້ວ. ການຍົກເລີກການສະໝັກສະມາຊິກຂອງທ່ານຈະບໍ່ມີການຄືນເງິນສະມາຊິກຍ້ອນຫຼັງ ແລະ ຄ່າທຳນຽມສະມາຊິກທີ່ພາກັນເກັບກ່ອນໜ້ານີ້ແມ່ນບໍ່ສາມາດຄຳນວນຕາມວັນທີ່ຍົກເລີກໄດ້. ການລົບແອັບ ແລະ/ຫຼື ບັນຊີຂອງທ່ານຈະບໍ່ຍົກເລີກການສະໝັກສະມາຊິກຂອງທ່ານ.
ກຳລັງມີບັນຫາກັບການຍົກເລີກບໍ? ແຈ້ງໃຫ້ພວກເຮົາຊາບທາງລຸ່ມນີ້.
ຖ້າຫາກທ່ານເປັນສະໝັກສະມາຊິກ Tinder Plus ຫຼື Tinder Gold ໃນ <a href="https://tinder.com/”>Tinder.com, ທ່ານອາດຈະຍົກເລີກການສະໝັກສະມາຊິກຂອງທ່ານໂດຍປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:
- ໄປທີ່Tinder.com
- ກົດໄອຄອນໂປຣໄຟລ໌ຢູ່ທີ່ເທິງສຸດຂອງໜ້າຈໍຫຼັກ
- ໄປທີ່ການຈັດການບັນຊີ
- ປິດໃຊ້ງານການຕໍ່ອາຍຸໂດຍອັດຕະໂນມັດ ຫຼື ເລືອກຕົວເລືອກໃນການຍົກເລີກ
ໝາຍເຫດ: ຫຼັງຈາກການຍົກເລີກການສະໝັກສະມາຊິກຂອງທ່ານແລ້ວ, ທ່ານຈະສາມາດນຳໃຊ້ Tinder Plus ຫຼື Tinder Gold ໄດ້ໃນໄລຍະເວລາທີ່ເຫຼືອທີ່ທ່ານໄດ້ຊຳລະເງິນໄປແລ້ວ. ການຍົກເລີກການສະໝັກສະມາຊິກຂອງທ່ານຈະບໍ່ຄືນເງິນຄ່າສະມາຊິກຍ້ອນຫຼັງ ແລະ ຄ່າທຳນຽມການສະໝັກສະມາຊິກທີ່ຖືກຮຽກເກັບໄປກ່ອນໜ້ານີ້ ຈະບໍ່ສາມາດຄຳນວນຕາມວັນທີ່ຍົກເລີກໄດ້. ການລົບແອັບ ແລະ/ຫຼື ບັນຊີຂອງທ່ານຈະບໍ່ຍົກເລີກການສະໝັກສະມາຊິກຂອງທ່ານ.
ກຳລັງມີບັນຫາໃນການຍົກເລີກບໍ? ກະລຸນາລາຍງານບັນຫາທາງລຸ່ມນີ້.
ຂໍອະໄພທີ່ໄດ້ຮັບຊາບກ່ຽວກັບບັນຫາທີ່ທ່ານກຳລັງປະສົບຢູ່ໃນການຊື້ຂອງທ່ານ!
ຖ້າຫາກທ່ານຍັງບໍ່ທັນໄດ້ປະຕິບັດ, ກະລຸນາລອງກູ້ຄືນການຊື້ຂອງທ່ານ - ຊຶ່ງປົກກະຕິແລ້ວວິທີນີ້ຈະໄດ້ຜົນ:
- ເປີດ Tinder
- ກົດໃສ່ໄອຄອນໂປຣໄຟລ໌ທີ່ຢູ່ເທິງສຸດຂອງໜ້າຈໍຫຼັກ
- ໄປທີ່ການຕັ້ງຄ່າ
- ເລື່ອນລົງ ແລະ ເລືອກເອົາກູ້ຄືນການຊື້
ທ່ານຍັງມີບັນຫາຢູ່ບໍ? ກະລຸນາແຈ້ງໃຫ້ພວກເຮົາຊາບຂ້າງລຸ່ມນີ້.
ຖ້າຫາກທ່ານມີການສະໝັກສະມາຊິກ Tinder ທີ່ກຳລັງໃຊ້ງານຢູ່ ແຕ່ບໍ່ໄດ້ຮັບການຍອມຮັບໃນແອັບ, ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານກຳລັງນຳໃຊ້ Tinder ເວີຊັ່ນລຸ້ນລ່າສຸດ ແລະ ປະຕິບັດຕາມຂັ້ນຕອນຂ້າງລຸ່ມເພື່ອຄືນຄ່າການຊື້ຂອງທ່ານ:
- ເປີດ Tinder
- ກົດໃສ່ໄອຄອນໂປຣໄຟລ໌ທີ່ຢູ່ເທິງສຸດຂອງໜ້າຈໍຫຼັກ
- ໄປທີ່ການຕັ້ງຄ່າ
- ເລື່ອນລົງ ແລະ ເລືອກເອົາ ການຄືນຄ່າການຊື້
ໝາຍເຫດ:ຄືນຄ່າການຊື້ຈະບໍ່ຮຽກເກັບເງິນຈາກບັດຂອງທ່ານອີກ, ແຕ່ຈະຄືນຄ່າການສະໝັກສະມາຊິກເພື່ອໃຊ້ງານ Tinder ທີ່ກຳລັງໃຊ້ງານຢູ່ເທົ່ານັ້ນ
ຖ້າຫາກທ່ານກຳລັງປະສົບບັນຫາໃນການຄືນຄ່າການຊື້, ກະລຸນາແຈ້ງໃຫ້ພວກເຮົາຊາບຂ້າງລຸ່ມນີ້ ແລະ ກະລຸນາ ລວມທັງການອະທິບາຍ ຫຼື ຮູບໜ້າຈໍຂອງຂໍ້ຄວາມທີ່ຜິດພາດທີ່ທ່ານໄດ້ເຫັນ.
ຂໍອະໄພທີ່ຊາບມາວ່າທ່ານກຳລັງພົບບັນຫາໃນການຊື້! ຖ້າຫາກທ່ານຍັງບໍ່ທັນໄດ້ດຳເນີນການດັ່ງກ່າວ, ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານກຳລັງໃຊ້ Tinder ເວີຊັ່ນລຸ້ນລ້າສຸດ ທີ່ມີຢູ່ໃນ App Store ຫຼື Google Play Store ແລະ ລອງໃໝ່ອີກຄັ້ງ.
ຖ້າຫາກບັນຫາຍັງຄົງຢູ່, ກະລຸນາລາຍງານມັນທາງລຸ່ມນີ້.
ຂໍອະໄພທີ່ໄດ້ຮັບຊາບກ່ຽວກັບເລື່ອງນີ້!
ຖ້າຫາກມີໃຜໄດ້ໃຊ້ບັດເຄຣດິດຂອງທ່ານໃນລັກສະນະການສໍ້ໂກງເພື່ອຊື້ສິນຄ້າໃນ Tinder, ກະລຸນາປະກອບແບບຟອມຂ້າງລຸ່ມ ເພື່ອໃຫ້ພວກເຮົາສາມາດຊ່ວຍເຫຼືອທ່ານໄດ້ໂດຍທັນທີ.
ຖ້າຫາກສະໝັກສະມາຊິກກັບ Tinder, ຫຼື ຊື້ການສະໝັກສະມາຊິກໂດຍບໍ່ໄດ້ຕັ້ງໃຈ, ແລະ ຕ້ອງການຢຸດການຊໍາລະເງິນຊໍ້າໆ ທີ່ເຊື່ອມຕໍ່ກັບການສະໝັກສະມາຊິກນີ້, ທ່ານສາມາດຍົກເລີກໄດ້ຕະຫຼອດເວລາໂດຍປະຕິບັດຕາມຂັ້ນຕອນທີ່ພົບໄດ້ ຢູ່ບ່ອນນີ້. ຫາກຕ້ອງການຮ້ອງຂໍໃຫ້ຄືນເງິນ, ໃຫ້ກັບໄປຈຸດທີ່ເລີ່ມຕົ້ນຂອງແບບຟອມນີ້, ເລືອກ "ການຊ່ວຍເຫຼືອກ່ຽວກັບການຮຽກເກັບເງິນ ແລະ ການຊໍາລະເງິນ" > "ຂ້ອຍຕ້ອງການຂໍເງິນຄືນ."
ຫາກຕ້ອງການລາຍງານບຸກຄົນອື່ນໃນແອັບ: ເປີດໂປຣໄຟລ໌ຜູ້ໃຊ້ອອກມາ > ເລື່ອນລົງ > ເລືອກເອົາຕົວເລືອກເພື່ອລາຍງານ
ຫາກຕ້ອງການລາຍງານບຸກຄົນອື່ນຜ່ານອີເມວ: ກະລຸນາປະກອບແບບຟອມຂ້າງລຸ່ມ. ໃນຄຳອະທິບາຍໃຫ້ລວມຂໍ້ມູນເຫຼົ່ານີ້ຫາກເປັນໄປໄດ້:
- ລາຍລະອຽດຂອງເຫດການທີ່ທ່ານກຳລັງຈະລາຍງານ
- ສະຖານທີ່ຂອງໂປຣໄຟລ໌ນີ້ (ເມືອງ, ແຂວງ, ປະເທດ, ແລະ ອື່ນໆ.)
- ຊື່ແທ້, ອາຍຸ, ແລະ ຊີວະປະຫວັດທີ່ປາກົດຢູ່ໃນໂປຣໄຟລ໌
ຖ້າຫາກທ່ານມີຮູບໜ້າຈໍຂອງໂປຣໄຟລ໌ຂອງຜູ້ໃຊ້ຊຶ່ງລວມທັງຮູບ ແລະ ຂໍ້ມູນອື່ນກ່ຽວຂ້ອງ, ກະລຸນາຄັດຕິດມານຳຂ້າງລຸ່ມນີ້. ຍິ່ງທ່ານໃຫ້ລາຍລະອຽດໄດ້ຫຼາຍເທົ່າໃດ, ພວກເຮົາກໍ່ສາມາດລະບຸ ແລະ ສືບສວນຜູ້ໃຊ້ທີ່ກ່ຽວຂ້ອງໄດ້ໄວຂື້ນເທົ່ານັ້ນ.
ໝາຍເຫດ: ເມື່ອທ່ານລາຍງານ, ທ່ານອະນຸຍາດໃຫ້ພວກເຮົາກວດສອບຂໍ້ມູນທີ່ກ່ຽວຂ້ອງທັງໝົດ, ລວມເຖິງຂໍ້ຄວາມທີ່ແລກປ່ຽນ, ຂໍ້ມູນໂປຣໄຟລ໌, ແລະ ອື່ນໆ. ພວກເຮົາຈະກວດສອບສະເພາະຂໍ້ມູນທີ່ພຽງພໍເພື່ອດຳເນີນການທີ່ເໝາະສົມ. ການລາຍງານ ແລະ ຂໍ້ມູນປະຈຳຕົວຂອງທ່ານຈະຍັງຄົງເປັນຄວາມລັບ.
ຄວາມປອດໄພຂອງທ່ານແມ່ນສຳຄັນຕໍ່ພວກເຮົາ. ຖ້າຫາກທ່ານ ຫຼື ຄົນທີ່ທ່ານຮູ້ຈັກ ກຳລັງຕົກຢູ່ໃນສະຖານະການອັນຕະລາຍ ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ທ້ອງຖິ່ນເພື່ອຂໍຄວາມຊ່ວຍເຫຼືອໃຫ້ໄວເທົ່າທີ່ໄວໄດ້.
ຄວາມປອດໄພຂອງທ່ານແມ່ນສຳຄັນຕໍ່ພວກເຮົາ. ຖ້າຫາກທ່ານ ຫຼື ຄົນທີ່ທ່ານຮູ້ຈັກ ກຳລັງຕົກຢູ່ໃນສະຖານະການອັນຕະລາຍ ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ທ້ອງຖິ່ນເພື່ອຂໍຄວາມຊ່ວຍເຫຼືອໃຫ້ໄວເທົ່າທີ່ໄວໄດ້.
ບຸກຄົນທີ່ຂ້ອຍຮູ້ຈັກກຳລັງຖືກແອບອ້າງເປັນຄົນອື່ນ:
ສະເພາະບຸກຄົນທີ່ຖືກແອບອ້າງເປັນຄົນອື່ນເທົ່ານັ້ນທີ່ສາມາດສົ່ງລາຍງານທາງອີເມວຫາພວກເຮົາໄດ້, ແຕ່ທ່ານສາມາດປະຕິບັດໄດ້ດັ່ງນີ້:
ຖ້າຫາກບຸກຄົນທີ່ຖືກແອັບອ້າງເປັນຄົນອື່ນເປັນບຸກຄົນທີ່ທ່ານໄດ້ຮັບມອບອຳນາດໃຫ້ເປັນຕົວແທນ (ເຊັ່ນ: ລູກຂອງທ່ານ, ລູກຄ້າ, ແລະ ອື່ນໆ.), ກະລຸນາລາຍງານໂປຣໄຟລ໌ໃຫ່້ພວກເຮົາຮັບຮູ້ໂດຍການປະກອບແບບຟອມດ້ານລຸ່ມນີ້.
ກຳລັງມີບາງຄົນແອບອ້າງໂຕວ່າເປັນຂ້ອຍ:
ຖ້າຫາກມີໃຜບາງຄົນສ້າງໂປຣໄຟລ໌ Tinder ແລະ ແອບອ້າງວ່າເປັນທ່ານ, ກະລຸນາປະກອບແບບຟອມຂ້າງລຸ່ມນີ້.
ໃນຄຳອະທິບາຍ, ລວມທັງຂໍ້ມູນດັ່ງຕໍ່ໄປນີ້:
ຮູບໜ້າຈໍມີປະໂຫຍດຫຼາຍໃນກໍລະນີເຫຼົ່ານີ້ເຊັ່ນ: ການຄັດຕິດຮູບໜ້າຈໍຂອງໂປຣໄຟລ໌ທີ່ສະແດງ ຊື່/ອາຍຸ/ຊີວະປະຫວັດ. ຍິ່ງທ່ານໃຫ້ລາຍລະອຽດຫຼາຍເທົ່າໃດ, ພວກເຮົາກໍຈະສາມາດລະບຸ ແລະ ກວດສອບໂປຣໄຟລ໌ນັ້ນໄດ້ໄວຫຼາຍຂື້ນເທົ່ານັ້ນ.
ໝາຍເຫດ: ເມື່ອທ່ານລາຍງານ, ທ່ານອະນຸຍາດໃຫ້ພວກເຮົາກວດສອບຂໍ້ມູນທີ່ກ່ຽວຂ້ອງທັງໝົດ, ລວມເຖິງຂໍ້ຄວາມທີ່ແລກປ່ຽນ, ຂໍ້ມູນໂປຣໄຟລ໌, ແລະ ອື່ນໆ. ພວກເຮົາຈະກວດສອບສະເພາະຂໍ້ມູນທີ່ພຽງພໍເພື່ອດຳເນີນການທີ່ເໝາະສົມ. ການລາຍງານ ແລະ ຂໍ້ມູນປະຈຳຕົວຂອງທ່ານຈະຍັງຄົງເປັນຄວາມລັບ.
No problem! Our team would be happy to investigate and help out.
ຖ້າຫາກທ່ານຮູ້ສຶກວ່າມີບາງຄົນກຳລັງຕົກຢູ່ໃນສະຖານະການອັນຕະລາຍ, ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ສາມາດບັງຄັບໃຊ້ກົດໝາຍໃນທ້ອງຖິ່ນຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ.
ຖ້າຫາກທ່ານ ຫຼື ຄົນທີ່ທ່ານຮູ້ຈັກກຳລັງຕົກຢູ່ໃນສະພາວະທຸກໃຈ ຫຼື ຄິດຂ້າຕົວຕາຍ, ມີຄົນຫຼາຍຄົນທີ່ພ້ອມໃຫ້ການຊ່ວຍເຫຼືອ, ຮັບຟັງ, ໃຫ້ການສະໜັບສະໜູນ ແລະ ໃຫ້ຄຳແນະນຳກ່ຽວກັບສິ່ງທີ່ທ່ານກຳລັງປະເຊີນຢູ່.
- ໃນປະເທດສະຫະລັດອາເມລິກາ: ໂທໄປສາຍດ່ວນປ້ອງກັນການຂ້າຕົວຕາຍແຫ່ງຊາດທີ່ເບີ 1-800-273-TALK (8255), ເປັນສາຍດ່ວນປ້ອງກັນການຂ້າຕົວຕາຍຕະຫຼອດ 24 ຊົ່ວໂມງ, ໂທຟຣີ, ແລະ ເປັນຄວາມລັບ.
- ສ່ວນພື້ນທີ່ອື່ນຂອງໂລກ: ກະລຸນາເຂົ້າໄປທີ່ ສະມາຄົມປ້ອງກັນການຂ້າຕົວຕາຍລະຫວ່າງປະເທດ ເວັບໄຊທ໌, ເພື່ອຄົ້ນຫາແຫຼ່ງຂໍ້ມູນ ແລະ ສູນວິກິດທົ່ວໂລກ.
ຖ້າຫາກທ່ານຕ້ອງການລາຍງານບັນຫາຄວາມປອດໄພໂດຍກົງກັບພວກເຮົາ, ກະລຸນາປະກອບແບບຟອມລຸ່ມນີ້.
ໝາຍເຫດ: ເມື່ອທ່ານລາຍງານ, ທ່ານອະນຸຍາດໃຫ້ພວກເຮົາກວດສອບຂໍ້ມູນທີ່ກ່ຽວຂ້ອງທັງໝົດ ລວມເຖິງຂໍ້ຄວາມທີ່ແລກປ່ຽນ, ຂໍ້ມູນໂປຣໄຟລ໌, ແລະ ອື່ນໆ. ພວກເຮົາຈະກວດສອບຂໍ້ມູນທີ່ພຽງພໍເພື່ອການດຳເນີນການທີ່ເໝາະສົມເທົ່ານັ້ນ. ການລາຍງານ ແລະ ຂໍ້ມູນປະຈຳຕົວຂອງທ່ານຈະຖືກເກັບເປັນຄວາມລັບ.
ຖ້າຫາກທ່ານໄດ້ເຂົ້າສູ່ລະບົບ Tinder ດ້ວຍເບີໂທລະສັບ: ສຳລັບເຫດຜົນຂອງຄວາມປອດໄພ, ຈຳເປັນຕ້ອງມີການຢືນຢັນຕົວຕົນຜ່ານ SMS ໃນການເຂົ້າສູ່ລະບົບ. ຜູ້ໃຊ້ຄົນອື່ນບໍ່ສາມາດເຂົ້າເຖິງບັນຊີຂອງທ່ານໄດ້ ເວັ້ນເສຍແຕ່ວ່າຈະເຂົ້າເຖິງໄດ້ທາງໂທລະສັບຂອງທ່ານ, ເບີໂທລະສັບ, ແລະ/ຫຼື ລະຫັດຢືນຢັນທາງ SMS ທີ່ສົ່ງໄປຍັງເບີໂທລະສັບຂອງທ່ານ. ຖ້າຫາກມີໃຜສາມາດເຂົ້າເຖິງບັນຊີຂອງທ່ານໄດ້ໂດຍບໍ່ໄດ້ຮັບອະນຸຍາດ, ເຮົາຂໍແນະນຳໃຫ້ທ່ານເຂົ້າເຖິງອີກຄັ້ງໂດຍການນຳໃຊ້ການກູ້ຄືນບັນຊີ:
- ໄປທີ່ Tinder.com
- ກົດເຂົ້າສູ່ລະບົບ
- ເລືອກຕົວເລືອກທີ່ຖາມວ່າທ່ານກຳລັງມີບັນຫາໃນການເຂົ້າສູ່ລະບົບບໍ?
- ກົດເຂົ້າສູ່ລະບົບດ້ວຍອີເມວ
- ປ້ອນທີ່ຢູ່ອີເມວທີ່ເຊື່ອມຕໍ່ກັບບັນຊີ Tinder ຂອງທ່ານ
ທ່ານຍັງຕ້ອງການຄວາມຊ່ວຍເຫຼືອບໍ? ກະລຸນາແຈ້ງມຫ້ພວກເຮົາຮັບຊາບທາງລຸ່ມນີ້.
ໝາຍເຫດ: ເມື່ອທ່ານລາຍງານ, ທ່ານອະນຸຍາດໃຫ້ພວກເຮົາກວດສອບຂໍ້ມູນທີ່ກ່ຽວຂ້ອງທັງໝົດ, ລວມເຖິງຂໍ້ຄວາມທີ່ແລກປ່ຽນ, ຂໍ້ມູນໂປຣໄຟລ໌, ແລະ ອື່ນໆ. ພວກເຮົາຈະກວດສອບສະເພາະຂໍ້ມູນທີ່ພຽງພໍເພື່ອດຳເນີນການທີ່ເໝາະສົມ. ການລາຍງານ ແລະ ຂໍ້ມູນປະຈຳຕົວຂອງທ່ານຈະຍັງຄົງເປັນຄວາມລັບ.
ຖ້າຕ້ອງການຂໍສຳເນົາຂອງຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາເຂົ້າໄປທີ່ ເຄື່ອງມືຈັດການບັນຊີ Tinder ຂອງຂ້ອຍ, ເຂົ້າສູ່ລະບົບບັນຊີຂອງທ່ານ, ກົດດາວໂຫຼດຂໍ້ມູນຂອງຂ້ອຍ ແລະ ໃສ່ທີ່ຢູ່ອີເມວຂອງທ່ານໃສ່.
ທ່ານຈະໄດ້ຮັບລີ້ງສຳລັບດາວໂຫຼດຂໍ້ມູນຂອງທ່ານໃນອີເມວຂອງທ່ານພາຍໃນສອງຫາສາມມື້. ເພື່ອປົກປ້ອງຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງທ່ານ ລີ້ງນີ້ຈະໝົດອາຍຸພາຍໃນ 24 ຊົ່ວໂມງຫຼັງຈາກສົ່ງອີເມວແລ້ວ.
ຂໍ້ມູນສ່ວນໃຫຍ່ທີ່ທ່ານຈະໄດ້ຮັບຜ່ານເຄື່ອງມືຈັດການບັນຊີຂອງຂ້ອຍນັ້ນມີຢູ່ແລ້ວໃນແອັບ—ເຊັ່ນ ທີ່ຢູ່ອີເມວ, ເບີໂທລະສັບ, ຮູບໂປຣໄຟລ໌, ຂໍ້ຄວາມ ແລະ ການຕັ້ງຄ່າຕ່າງໆ—ແລະ ອາດແຕກຕ່າງກັນໄປຂື້ນຢູ່ກັບວິທີການໃຊ້ງານ Tinder ຂອງທ່ານ. ໂດຍທົ່ວໄປແລ້ວ, ຂໍ້ມູນນີ້ຈະລວມເຖິງເນື້ອຫາ ແລະ ຮູບທີ່ທ່ານໄດ້ໃຫ້ໄວ້ ບໍ່ວ່າຈະໂດຍກົງ ຫຼື ຜ່ານບັນຊີສື່ສັງຄົມອອນລາຍຂອງທ່ານ ລວມເຖິງຂໍ້ຄວາມ ແລະ ຂໍ້ມູນອື່ນໆທີ່ທ່ານຄາດຫວັງໄດ້ຈາກການບໍລິການແບບ Tinder.
ຖ້າທ່ານໄດ້ລົບບັນຊີ Tinder ຂອງທ່ານແລ້ວ, ທ່ານຈະບໍ່ສາມາດເຂົ້າເຖີງເຄື່ອງມືຈັດການບັນຊີຂອງຂ້ອຍໄດ້ ເນື່ອງຈາກທ່ານບໍ່ມີບັນຊີອີກຕໍ່ໄປ. ທ່ານສາມາດສົ່ງຄຳຮ້ອງໄດ້ໂດຍເລືອກຕົວເລືອກ "ຂ້ອຍມີຄຳຖາມອື່ນກ່ຽວກັບຂໍ້ມູນຂອງຂ້ອຍ" ໃນເມນູແບບເລື່ອນລົງຂອງແບບຟອມຕິດຕໍ່ຂອງພວກເຮົາ. ເມື່ອທ່ານລົບບັນຊີຂອງທ່ານ, ຂໍ້ມູນຂອງທ່ານຈະຖືກທຳລາຍໄປຕາມ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງຄຳຖາມທີ່ມັກພົບເລື້ອຍໆ ຂ້ອຍຈະຂໍສຳເນົາຂໍ້ມູນສ່ວນຕົວຂອງຂ້ອຍໄດ້ແນວໃດ ຂອງພວກເຮົາ.
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ ຫຼື ມີຄຳຖາມກ່ຽວກັບຂໍ້ມູນທີ່ທ່ານໄດ້ຮັບ, ທ່ານສາມາດສົ່ງຄຳຮ້ອງຂໍໄດ້ໂດຍເລືອກຕົວເລືອກ "ຂ້ອຍມີຄຳຖາມເພີ່ມເຕີມກ່ຽວກັບຂໍ້ມູນຂອງຂ້ອຍ" ໃນແບບຟອມຕິດຕໍ່ ຫຼື ຕອບກັບອີເມວທີ່ທ່ານໄດ້ຮັບຈາກທີມຊັບພອດຂອງພວກເຮົາ. ສຳລັບຂໍ້ມູນກ່ຽວກັບວິທີການຕິດຕໍ່ສຳນັກງານຄຸ້ມຄອງຂໍ້ມູນຂອງ Tinder, ກະລຸນາເຂົ້າໄປເບິ່ງໄດ້ທີ່ ຄຳຖາມທີ່ມັກພົບເລື້ອຍໆ.
ຄຳຸຖາມບາງສ່ວນຂອງທ່ານອາດຈະມີຄຳຕອບຢູ່ແລ້ວໃນ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ ຫຼື ຄຳຖາມທີ່ມັກພົບເລື້ອຍໆ.
ຖ້າທ່ານບໍ່ພົບກັບກັບສິ່ງທີ່ທ່ານກຳລັງຊອກຫາ ກະລຸນາຕິດຕໍ່ຫາພວກເຮົາຂ້າງລຸ່ມນີ້.
This form is intended for individuals located in the United States who are reporting Non-Consensual Intimate Images (NCII) or deepfakes under the U.S. TAKE IT DOWN Act (Public Law 119-12). If you are located in the United States and are reporting NCII or deepfakes on our platform, please use this form to provide as much information as possible.
Note: If you are not located in the United States, or if you wish to report content other than NCII or deepfakes, please use our in-product reporting tools or this contact form.
To help us locate and remove the content you are reporting as quickly as possible, please complete all required fields and provide as much detail as possible regarding the reported content. If possible, include screenshots, profile information, or links associated with the content. If you are submitting a report on behalf of another individual, please indicate your relationship to that individual or your authorization to act on their behalf.
We will contact you if more information is needed to process your report.
Have a thought? We'd love to hear it!
While we do review and track these reports, please note that we may not reply to every one of you individually. However, you can trust that your feedback is heard, escalated whenever necessary, and helps us improve the Tinder experience for everyone!
Note: By reporting, you authorize us to review all relevant information, including exchanged messages, profile information, etc. We will only review sufficient information to take appropriate action. Your report and identity will remain confidential.
ຖ້າຫາກຜົນງານທີ່ໄດ້ຮັບການຄຸ້ມຄອງລິຂະສິດຂອງທ່ານຖືກໂພສເຖິງ Tinder ໂດຍບໍ່ໄດ້ຮັບອະນຸຍາດ, ທ່ານສາມາດສົ່ງຄຳຂໍລົບລິຂະສິດໄດ້ໂດຍການນຳໃຊ້ແບບຟອມນີ້.
ສະເພາະເຈົ້າຂອງລິຂະສິດ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດ (ເຊັ່ນ: ທະນາຍຄວາມ) ເທົ່ານັ້ນ ທີ່ສາມາດລາຍງານການລະເມີດລິຂະສິດທີ່ຖືກກ່າວຫາໄດ້ຖ້າຫາກທ່ານບໍ່ແມ່ນເຈົ້າຂອງ ລິຂະສິດ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດ, ພວກເຮົາຈະບໍ່ສາມາດດຳເນີນການລາຍງານຂອງທ່ານໄດ້. ການໃຊ້ແບບຟອມນີ້ໃນທາງທີ່ຜິດ ເຊັ່ນ: ການສົ່ງຄຳຮ້ອງຂໍໃຫ້ລົບເນື້ອຫາທີ່ທ່ານບໍ່ໄດ້ເປັນເຈົ້າຂອງ, ອາດສົ່ງຜົນຕໍ່ບັນຊີ Tinder ຂອງທ່ານຖືກຍົກເລີກ.
ໝາຍເຫດກ່ຽວກັບການປອມຕົວ: ຖ້າຫາກມີໃຜສ້າງບັນຊີ Tinder ໂດຍແອບອ້າງວ່າເປັນທ່ານ, ກະລຸນາໃຊ້ເມນູແບບເລື່ອນລົງດ້ານເທິງໂດຍກົງ ເພື່ອລາຍງານພາຍໃຕ້ຫົວຂໍ້: "ມີຄົນແອບອ້າງປອມຕົວເປັນຂ້ອຍ." ການນຳໃຊ້ແບບຟອມການຖອດຖອນລິຂະສິດ ເພື່ອລາຍງານການແອບອ້າງໂຕອາດເຮັດໃຫ່້ການສະໜັບສະໜູນຊັກຊ້າ.
This form is intended for individuals located in the European Economic Area (EEA), and/or authorized Trusted Flaggers under Article 22 of the Digital Services Act (DSA). If you belong to either of these categories, you can use this form to report content on Tinder that you believe is illegal in the EEA.
Note: If you're not located in the EEA, not an authorized Trusted Flagger, or you wish to report content for reasons other than its legality, please use our in-product reporting tools or this contact form.
To ensure a thorough and efficient review of your report, please complete all required fields. Provide detailed descriptions of the content and explain why you consider it to be unlawful. If possible, attach a screenshot of the profile associated with the content. If you’re a Trusted Flagger, please use your organizational email address to complete the form.
We understand that situations like this can be distressing. If you need immediate support, the Brazilian government provides a free, confidential helpline for women:
Central de Atendimento à Mulher — Ligue 180
Available 24 hours a day, 7 days a week, free of charge. Dial 180 provides support, guidance, and referrals for women experiencing violence or in situations of risk.
You can also visit STOPNCII.org for information and support related to non-consensual intimate image abuse. These resources are optional and are available if they may be helpful to you.