ບັນດາການຈັບຄູ່ຂອງຂ້ອຍທັງໝົດຫາຍໄປ.
ບັນດາຄູ່ກຳລັງໂຫຼດແບບບໍ່ມີກຳນົດ
ຮູບຂອງບັນດາຄູ່ຂອງຂ້ອຍຈະບໍ່ໂຫຼດ.
1 ຫຼື ສອງສາມບັນດາຄູ່ທີ່ຫາຍໄປ
ຖ້າຫາກບັນດາຄູ່ຂອງທ່ານຫາຍໄປພຽງ 1 ຫຼື ສອງສາມຄູ່ ກໍເປັນໄປໄດ້ສູງວ່າບັນດາຄູ່ຂອງທ່ານນັ້ນໄດ້ຍຸຕິລົງ ຫຼື ລົບບັນຊີ Tinder ຂອງພວກເຂົາ. ຖ້າຫາກພວກເຂົາໄດ້ລົບບັນຊີຂອງພວກເຂົາແລ້ວ ແລະ ຕັດສິນໃຈກັບມາໃຊ້ Tinder ຄືນ, ທ່ານອາດຈະເຫັນບຸກຄົນນັ້ນປາກົດຂື້ນຄືນໃນການຄົ້ນພົບ.
ບັນດາການຈັບຄູ່ຂອງຂ້ອຍທັງໝົດຫາຍໄປ.
ນີ້ອາດເປັນຊົ່ວຄາວ, ກະລຸນາລອງອີກຄັ້ງໃນພາຍຫຼັງ. ຖ້າຫາກທ່ານຍັງບໍ່ເຫັນບັນດາຄູ່ຂອງທ່ານ, ສິ່ງທີ່ຄວນປະຕິບັດທີ່ດີທີ່ສຸດຄືການອອກຈາກລະບົບ ແລະ ເຂົ້າສູ່ລະບົບແອັບໃໝ່ອີກຄັ້ງ:
- ເປີດ Tinder
- ກົດ ໄອຄອນໂປຣໄຟລ ໌
- ໄປທີ່ ການຕັ້ງຄ່າ
- ເລື່ອນລົງ ແລະ ກົດ ອອກຈາກລະບົບ
ບໍ່ມີການຈັບຄູ່ໃໝ່
ມັນບໍ່ສຳຄັນວ່າທ່ານແມ່ນໃຜ ຫຼື ໜ້າຕາເປັນແນວໃດ — ການສ້າງສາຍສຳພັນແມ່ນຕ້ອງໄດ້ໃຊ້ເວລາ ແລະ ຄວາມພະຍາຍາມ. ມັນບໍ່ໄດ້ເກີດຂື້ນແບບທັນທີທັນໃດສະເໝີໄປ, ມັນບໍ່ໄດ້ເກີດຂື້ນແບບຕໍ່ເນື່ອງສະເໝີໄປ, ແລະ ມັນກໍບໍ່ໄດ້ກ່ຽວຂ້ອງກັບທ່ານສະເໝີໄປ. ທ່ານອາດຈະຕ້ອງການຄຳແນະນຳບາງຢ່າງເພື່ອສັງເກດເຫັນໄດ້.
- ອັບເດດປະຫວັດຫຍໍ້ ຫຼື ຮູບ ຂອງທ່ານເພື່ອໂຫຼດໂປຣໄຟລ໌ຄືນໃໝ່ຢ່າງວ່ອງໄວ
- ເປີດຄຸນສົມບັດ ເລືອກຮູບໂປຣໄຟລ໌ທີ່ດີທີ່ສຸດ ເພື່ອແນ່ໃຈວ່າທ່ານໄດ້ນຳໃຊ້ຮູບທີ່ໄດ້ຮັບການ Like ຫຼາຍທີ່ສຸດ
- ເຊື່ອມຕໍ່ບັນຊີ Insta ແລະ Spotify ຂອງທ່ານກັບໂປຣໄຟລ໌ຂອງທ່ານ ເພື່ອໃຫ້ຄູ່ທີ່ອາດຈະຖືກຈັບກັບທ່ານໄດ້ເຫັນ ແລະ ໄດ້ຍິນຫຼາຍຂື້ນກ່ຽວກັບໂຕທ່ານ
ຂ່າວດີບໍ? ມັນເປັນພຽງເລື່ອງຂອງເວລາກ່ອນທີ່ທ່ານຈະສ້າງຄວາມສຳພັນກັບຄົນໃໝ່.
ບັນດາຄູ່ກຳລັງໂຫຼດແບບບໍ່ມີກຳນົດ
ຖ້າຫາກບັນດາຄູ່ຂອງທ່ານຍັງໂຫຼດບໍ່ເຕັມ, ມັນມີຂັ້ນຕອນການແກ້ໄຂບັນຫາບາງຢ່າງທີ່ທ່ານສາມາດລອງໄດ້:
- ກວດສອບໃຫ້ແນ່ໃຈວ່າທ່ານມີການເຊື່ອມຕໍ່ກັບສັນຍານອິນເຕີເນັດທີ່ໄວ — ລອງສະຫຼັບກັນໃຊ້ລະຫວ່າງ Wi-Fi ແລະ ຂໍ້ມູນມືຖືເພື່ອເບິ່ງຖ້າຫາກມັນມີບັນຫາ.
- ລົບ ແລະ ຕິດຕັ້ງແອັບຄືນໃໝ່. ການປະຕິບັດແບບນີ້ແມ່ນຈະບໍ່ພຽງແຕ່ຈະໃຫ້ທ່ານໃຊ້ Tinder ລຸ່ນລ້າສຸດເທົ່ານັ້ນ, ແຕ່ມັນຍັງຊ່ວຍປັບປຸງປະສົບການການຳໃຊ້ແອັບຂອງທ່ານອີກນຳ!
- ຖ້າຫາກທ່ານກຳລັງນຳໃຊ້ແອັບ Tinder ສຳລັບ iOS ຫຼື Android, ລອງນຳໃຊ້ Tinder.com ແທນເບິ່ງ.
ຮູບຂອງບັນດາຄູ່ຂອງຂ້ອຍຈະບໍ່ໂຫຼດ.
ຖ້າຮູບຂອງບັນດາຄູ່ຂອງທ່ານ 1 ຮູບຂື້ນໄປບໍ່ສາມາດໂຫຼດໄດ້, ລອງອອກຈາກລະບົບ ແລະ ເຂົ້າສູ່ລະບົບຄືນ.
- ເປີດ Tinder
- ກົດ ໄອຄອນໂປຣໄຟລ ໌
- ໄປທີ່ ການຕັ້ງຄ່າ
- ເລື່ອນລົງ ແລະ ກົດ ອອກຈາກລະບົບ
ຄຳແນະນຳເຫຼົ່ານີ້ອາດຈະຊ່ວຍໄດ້, ແຕ່ຖ້າຫາກມັນບໍ່ໄດ້ຜົນ, ສະແດງວ່າພວກເຮົາກຳລັງປະສົບກັບບັນຫາດ້ານເຕັກນິກ ແລະ ພວກເຮົາຂໍຂອບໃຈທ່ານທີ່ອົດທົນລໍຖ້າໃນຂະນະທີ່ພວກເຮົາກຳລັງແກ້ໄຂບັນຫາ.