ໂໝດ Passport™ ແມ່ນຫຍັງ?
ໃຊ້ໂໝດ Passport™, ທ່ານສາມາດຄົ້ນຫາໂດຍລະບຸເມືອງ ຫຼື ປັກມຸດເທິງແຜນທີ່ເພື່ອເຊື່ອມຕໍ່ກັບຄົນອື່ນໃນເມືອງທີ່ທ່ານເລືອກ. ເດີນທາງລະຫວ່າງສະຖານທີ່ທີ່ຕັ້ງປະຈຸບັນຂອງທ່ານ ແລະ ຈຸດໝາຍປາຍທາງໃໝ່ໄດ້ຢ່າງສະດວກ!
ໂໝດ Passport™ ສາມາດໃຊ້ງານໄດ້ ທັງແບບຊື້ແຍກຕ່າງຫາກ ແລະ ສຳລັບ ຜູ້ສະໝັກສະມາຊິກ Tinder ໂດຍເປັນສ່ວນໜຶ່ງຂອງ Tinder Plus®, Tinder Gold™, ແລະ Tinder Platinum™.
ໝາຍເຫດ: ສຳລັບຜູ້ໃຊ້ທີ່ພະຍາຍາມໃຊ້ງານໂໝດ Passport ໃນພື້ນທີ່ທີ່ມີຂໍ້ກຳນົດໃຫ້ຕ້ອງຜ່ານການກວດສອບໃບໜ້າ, ທ່ານຈຳເປັນຕ້ອງທຳການຢືນຢັນການກວດສອບໃບໜ້າໃຫ້ຮຽບຮ້ອຍກ່ອນ ເມື່ອທ່ານໃຊ້ງານໂໝດ Passport ໃນພາກພື້ນນັ້ນສຳເລັດແລ້ວ ທ່ານຈະສາມາດເລືອກຍົກເລີກການກວດສອບໃບໜ້າໄດ້. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາອ່ານ ບົດຄວາມກ່ຽວກັບກວດສອບໃບໜ້າ.
ຂ້ອຍຈະສະໝັກໄດ້ແນວໃດ?
- ເປີດ Tinder
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ເລືອກ ຊື້ Tinder Plus®, Tinder Gold™, ຫຼື Tinder Platinum™
- ປະຕິບັດຕາມຄຳແນະນຳຢູ່ເທິງໜ້າຈໍເພື່ອຊື້
ຂ້ອຍຈະປ່ຽນສະຖານທີ່ຂອງຂ້ອຍໂດຍການໃຊ້ ໂໝດ Passport™ ແນວໃດ?
- ເປີດ Tinder
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ເລື່ອນໜ້າຈໍລົງ ແລະ ແຕະສະຖານທີ່
- ເພີ່ມສະຖານທີ່ໃໝ່
ມີຕົວເມືອງຫຼາຍປານໃດທີ່ຂ້ອຍສາມາດໄປຢ້ຽມຢາມດ້ວຍການໃຊ້ໂໝດ Passport™?
ທ່ານສາມາດໄປຢູ່ໃນເມືອງໃດເມືອງ 1 ໄດ້ພຽງຄັ້ງລະໜຶ້່ງເມືອງ, ແຕ່ທ່ານສາມາດປ່ຽນສະຖານທີ່ທີ່ຕັ້ງຂອງທ່ານໄດ້ຫຼາຍຄັ້ງຕາມທີ່ທ່ານຕ້ອງການ. ຄົນທີ່ທ່ານກົດ Like ທ່ານໃນຂະນະທີ່ທ່ານກຳລັງໃຊ້ຄຸນສົມບັດໂໝດ Passport™ ອາດຈະເຫັນໂປຣໄຟລ໌ຂອງທ່ານໄດ້ພາຍໃນ 24 ຊົ່ວໂມງຫຼັງຈາກທ່ານໄດ້ປ່ຽນສະຖານທີ່.