Boost ແມ່ນຫຍັງ?
Boost ຊ່ວຍໃຫ້ໂປຣໄຟລ໌ຂອງທ່ານຕິດອັນດັບຕົ້ນໆໃນເຂດພື້ນທີ່ຂອງທ່ານເປັນເວລາ 30 ນາທີ. ເພີ່ມໂອກາດຂອງທ່ານໃນການຈັັບຄູ່—ໂປຣໄຟລ໌ຂອງທ່ານອາດໄດ້ຮັບການເຂົ້າເບິ່ງຫຼາຍຂຶ້ນເຖິງ 10 ເທົ່າໃນຂະນະທີ່ກຳລັງ Boost.
ຂ້ອຍຈະເປີດໃຊ້ງານ Boost ໄດ້ແນວໃດ?
ເປີດແອັບ Tinder ແລະ ກົດທີ່ໄອຄອນສາຍຟ້າສີມ່ວງເທິງໜ້າຈໍຫຼັກ.
ຂ້ອຍຈະຊື້ Boost ໄດ້ແນວໃດ?
ປະຕິບັດຕາມຄຳແນະນຳເຫຼົ່ານີ້ເພື່ອຊື້ Boost ໄດ້ຕະຫຼອດເວລາ:
- ເປີດແອັບ Tinder ຫຼື web
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ກົດທີ່ໜ້າຕ່າງ Boost ເພື່ອຊື້ Boost ເພີ່ມເຕີມ.
ສະມາຊິກ Tinder Gold™ ແລະ Tinder Platinum™ ຈະໄດ້ຮັບ Boost ຟຣີ 1 ຄັ້ງຕໍ່ເດືອນ, ເຊິ່ງຈະໝົດອາຍຸຖ້າຫາກບໍ່ໄດ້ໃຊ້ງານ.
ໝາຍເຫດ: ການສະໝັກສະມາຊິກປະຈຳອາທິດຈະບໍ່ມີ Boost ລວມຢູ່ນຳ. ສຳລັບການສະໝັກສະມາຊິກລະດັບ Gold ທີ່ມີໄລຍະເວລາ 1 ເດືອນຂື້ນໄປ, ບາງລາຍການອາດຈະບໍ່ລວມ Boost ເນື່ອງຈາກຢູ່ໃນຊ່ວງການທົດສອບ. ທ່ານຍັງສາມາດຊື້ Boost ໄດ້ຕະຫຼອດເວລາຜ່ານແອັບ ຫຼື ໃນ Tinder.com.