ຕ້ອງການອັບເດດເບີໂທລະສັບຂອງທ່ານບໍ? ບໍ່ມີບັນຫາ! ບົດຄວາມນີ້ປະກອບໄປດ້ວຍຂໍ້ມູນກ່ຽວກັບ:
ກຳລັງອັບເດດຂໍ້ມູນບັນຊີຂອງທ່ານ
ເພື່ອອັບເດດເບີໂທລະສັບຂອງທ່ານໃນ Tinder, ໃຫ້ເຮັດຕາມຂັ້ນຕອນທາງລຸ່ມນີ້:
- ເປີດແອັບ Tinder ຫຼື ໄປທີ່ Tinder.com
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ເລື່ອນໄປທີ່ ການຕັ້ງຄ່າບັນຊີ
- ກົດ ເບີໂທລະສັບ > ອັບເດດເບີໂທລະສັບຂອງຂ້ອຍ
- ໃສ່ເບີໂທລະສັບເບີໃໝ່ຂອງທ່ານ ແລະ ເຮັດຕາມຂັ້ນຕອນການຢືນຢັນຜ່ານ SMS
ກູ້ຄືນບັນຊີ
ຖ້າຫາກທ່ານບໍ່ສາມາດເຂົ້າສູ່ບັນຊີໄດ້ເນື່ອງຈາກປ່ຽນເບີໂທລະສັບ, ໃຫ້ນຳໃຊ້ການກູ້ຄືນບັນຊີເພື່ອກັບເຂົ້າສູ່ລະບົບ:
- ເປີດແອັບ Tinder ຫຼື ໄປທີ່ Tinder.com
- ກົດ ເຂົ້າສູ່ລະບົບ
- ເລືອກຕົວເລືອກທີ່ຖາມວ່າມີບັນຫາໃນການເຂົ້າສູ່ລະບົບ?
- ໃສ່ທີ່ຢູ່ອີເມວທີ່ເຊື່ອງໂຍງກັບບັນຊີ Tinder ຂອງທ່ານ
ຕັ້ງແຕ່ນີ້ເປັນຕົ້ນໄປ, ທ່ານຈະສາມາດເຂົ້າສູ່ລະບົບ Tinder ໂດຍການນຳໃຊ້ເບີໂທລະສັບໃໝ່ຂອງທ່ານ.