ຕ້ອງການພະຍາຍາມຫຼີກລ່ຽງການເບິ່ງເຫັນບາງຄົນໃນ Tinder ບໍ? ດ້ວຍການບລັອກລາຍຊື່ຜູ້ຕິດຕໍ່, ທ່ານສາມາດເຮັດແບບນັ້ນໄດ້. ແບ່ງປັນລາຍການລາຍຊື່ຜູ້ຕິດຕໍ່ໃນອຸປະກອນຂອງທ່ານ, ເລືອກລາຍຊື່ຜູ້ຕິດຕໍ່ທີ່ທ່ານຕ້ອງການບລັອກ, ແລະ ພວກເຮົາຈະພະຍາຍາມເຮັດໃຫ້ດີທີ່ສຸດເພື່ອປ້ອງກັນບໍ່ໃຫ້ທ່ານເຫັນກັນແລະກັນໄດ້.
ບົດຄວາມນີ້ປະກອບໄປດ້ວຍຂໍ້ມູນກ່ຽວກັບ:
ການປົດບລັອກ & ການຍົກເລີກການເຊື່ອມຕໍ່ກັບລາຍຊື່ຜູ້ຕິດຕໍ່
ວິທີທີ່ Tinder ປະມວນຜົນລາຍຊື່ຜູ້ຕິດຕໍ່ຂອງທ່ານ
ບັກທຶກສຳຄັນກ່ຽວກັບຄຸນສົມບັດນີ້:
- ລາຍຊື່ຜູ້ຕິດຕໍ່ທີ່ຖືກບລັອກຈະບໍ່ໄດ້ຮັບການແຈ້ງເຕືອນວ່າທ່ານໄດ້ບລັອກພວກເຂົາ
- ການບລັອກບາງຄົນບໍ່ໄດ້ໝາຍຄວາມວ່າພວກເຂົາມີບັນຊີ Tinder
- ການບລັອກລາຍຊື່ຜູ້ຕິດຕໍ່ຈະບໍ່ກະທົບບັນດາຄູ່ ຫຼື ຂໍ້ຄວາມທີ່ມີຢູ່ຂອງທ່ານ
- ຖ້າຫາກຂໍ້ມູນລາຍຊື່ຜູ້ຕິດຕໍ່ທີ່ທ່ານນຳໃຊ້ເພື່ອບລັອກບາງຄົນທີ່ບໍ່ກົງກັບຂໍ້ມູນທີ່ພວກເຂົານຳໃຊ້ໃນການລົງທະບຽນ, ພວກເຮົາຈະບໍ່ສາມາດຢຸດທ່ານຈາກການພົບກັນແລະກັນໄດ້
- ທ່ານສາມາດຢຸດການແບ່ງປັນລາຍຊື່ຜູ້ຕິດຕໍ່ດ້ວຍຄຸນສົມບັດບລັອກລາຍຊື່ຜູ້ຕິດຕໍ່ໃນການຕັ້ງຄ່າ Tinder ຂອງທ່ານ
- ຖ້າຫາກທ່ານບໍ່ຕ້ອງການໃຫ້ສິດການເຂົ້າເຖິງລາຍຊື່ຜູ້ຕິດຕໍ່ຂອງທ່ານ, ພວກເຮົາສະເໜີຕົວເລືອກການປ້ອນຂໍ້ມູນລາຍຊື່ຜູ້ຕິດຕໍ່ດ້ວຍຕົວເອງ
ການບລັອກລາຍຊື່ຜູ້ຕິດຕໍ່
ຂ້ອຍຈະແບ່ງປັນລາຍຊື່ຜູ້ຕິດຕໍ່ຂອງຂ້ອຍກັບ Tinder ເພື່ອບລັອກຄົນບາງຄົນໄດ້ແນວໃດ?
ມັນງ່າຍໆ! ແບ່ງປັນລາຍຊື່ຜູ້ຕິດຕໍ່ຈາກອຸປະກອນຂອງທ່ານໃຫ້ກັບ Tinder ແລະ ເລືອກເອົາລາຍຊື່ຜູ້ຕິດຕໍ່ທີ່ທ່ານຕ້ອງການບລັອກ:
- ເປີດ Tinder ແລະ ກົດໄປທີ່ ໄອຄອນໂປຣໄຟລ໌
- ໄປທີ່ "ການຕັ້ງຄ່າ"
- ເລື່ອນລົງ ແລະ ເລືອກ "ບລັອກລາຍຊື່ຜູ້ຕິດຕໍ່"
- ໃຫ້ສິດ Tinder ໃນການເຂົ້າເຖິງຂໍ້ມູນລາຍຊື່ຜູ້ຕິດຕໍ່ຂອງທ່ານ
- ພາຍໃຕ້ແຖບ "ລາຍຊື່ຜູ້ຕິດຕໍ່", ເລືອກຄົນທີ່ທ່ານຕ້ອງການຫຼີກລ້ຽງຈາກລາຍຊື່ຜູ້ຕິດຕໍ່ຂອງທ່ານ
- ກົດ "ບລັອກລາຍຊື່ຜູ້ຕິດຕໍ່"
ແຕ່ລະຄັ້ງທີ່ທ່ານໃຊ້ຄຸນສົມບັດນີ້, ພວກເຮົາຈະດຶງລາຍຊື່ຜູ້ຕິດຕໍ່ຂອງທ່ານຈາກອຸປະກອນຂອງທ່ານ ເພື່ອໃຫ້ທ່ານສາມາດເລືອກຄົນທີ່ທ່ານຕ້ອງການບລັອກໄດ້. ເມື່ອທ່ານອອກຈາກຄຸນສົມບັດນີ້, ພວກເຮົາຈະເກັບສະເພາະຂໍ້ມູນລາຍຊື່ຜູ້ຕິດຕໍ່ຂອງຄົນທີ່ທ່ານໄດ້ບລັອກໄວ້ເທົ່ານັ້ນ (ຊື່, ອີເມວ ແລະ/ຫຼື ເບີໂທລະສັບ).
ຂ້ອນສາມາດເພີ່ມລາຍຊື່ຜູ້ຕິດຕໍ່ດ້ວຍຕົວເອງໄດ້ບໍ?
ແມ່ນແລ້ວ. ຖ້າຫາກທ່ານບໍ່ຕ້ອງການແບ່ງປັນລາຍຊື່ຜູ້ຕິດຕໍ່ຂອງທ່ານກັບ Tinder, ຫຼື ຖ້າຫາກທ່ານຕ້ອງການບລັອກໃຜບາງຄົນທີ່ບໍ່ໄດ້ບັນທຶກໄວ້ໃນລາຍຊື່ຜູ້ຕິດຕໍ່, ທ່ານສາມາດເພີ່ມຂໍ້ມູນລາຍຊື່ຜູ້ຕິດຕໍ່ໄດ້ດ້ວຍຕົນເອງ. ນີ້ແມ່ນວິທີ:
- ປະຕິບັດຕາມຂັ້ນຕອນແຕ່ 1-3 ຂ້າງເທິງ
- ຫຼັງຈາກນັ້ນ, ກົດ + ໄອຄອນ ທີ່ຢູ່ເທິງສຸດຂອງໜ້າຈໍ
- ປ້ອນຂໍ້ມູນລາຍຊື່ຜູ້ຕິດຕໍ່ຂອງຄົນນີ້ແລ້ວ ແລະ ກົດ "ສຳເລັດແລ້ວໆ"
ການປົດບລັອກ & ການຍົກເລີກການເຊື່ອມຕໍ່ກັບລາຍຊື່ຜູ້ຕິດຕໍ່
ຂ້ອຍຈະປົດບລັອກຄົນບາງຄົນໄດ້ແນວໃດ?
ເພື່ອປົດບລັອກລາຍຊື່ຜູ້ຕິດຕໍ່ໃນຄຸນສົມບັດບລັອກລາຍຊື່ຜູ້ຕິດຕໍ່, ປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເປີດ Tinder ແລະ ກົດໄປທີ່ ໄອຄອນໂປຣໄຟລ໌
- ໄປທີ່ "ການຕັ້ງຄ່າ"
- ເລື່ອນລົງ ແລະ ເລືອກ "ບລັອກລາຍຊື່ຜູ້ຕິດຕໍ່"
- ໄປທີ່ແຖບ "ຖືກບລັອກ"
- ກົດ "ປົດບລັອກ" ຖັດຈາກລາຍຊື່ຜູ້ຕິດຕໍ່ທີ່ຖືກບລັອກແຕ່ລະຄົນທີ່ທ່ານຕ້ອງການປົດບລັອກ, ຫຼື ກົດໄອຄອນເມນູມຸມເທິງເບື້ອງຂວາມື ແລະ ເລືອກ "ປົດບລັອກທັງໝົດ"
ຂ້ອຍຈະຢຸດການແບ່ງປັນລາຍຊື່ຜູ້ຕິດຕໍ່ໃນອຸປະກອນຂອງຂ້ອຍກັບ Tinder ໄດ້ແນວໃດ?
ຖ້າຫາກທ່ານຕ້ອງການປິດການແບ່ງປັນລະຫວ່າງຄຸນສົມບັດນີ້ ແລະ ລາຍຊື່ຜູ້ຕິດຕໍ່ໃນອຸປະກອນຂອງທ່ານ, ໃຫ້ປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້:
- ປະຕິບັດຕາມຂັ້ນຕອນແຕ່ 1-3 ຂ້າງເທິງ
- ກົດໄອຄອນເມນູຢູ່ເທິງມຸມຂວາມື
- ເລືອກ "ຍົກເລີກເຊື່ອມຕໍ່ລາຍຊື່ຜູ້ຕິດຕໍ່"
ຍົກເລີກການເຊື່ອມຕໍ່ກັບລາຍຊື່ຜູ້ຕິດຕໍ່ຂອງທ່ານຈະບໍ່ປ່ຽນແປງລາຍຊື່ປະຈຸບັນຂອງທ່ານທີ່ຖືກບລັອກ. ສຳລັບຄວາມເປັນສ່ວນຕົວຂອງທ່ານ, ພວກເຮົາຈະບລັອກລາຍຊື່ຜູ້ຕິດຕໍ່ເຫຼົ່ານັ້ນຕໍ່ໄປຈົນກວ່າທ່ານຈະບອກພວກເຮົາໃຫ້ປົດບລັອກພວກເຂົາ.
Tinder ປະມວນລາຍຊື່ຜູ້ຕິດຕໍ່ຂອງຂ້ອຍແນວໃດ?
ຖ້າຫາກທ່ານເລືອກໃຊ້ຄຸນສົມບັດນີ້, ພວກເຮົາຈະນຳໃຊ້ລາຍຊື່ຜູ້ຕິດຕໍ່ຂອງທ່ານ ເພື່ອໃຫ້ທ່ານສາມາດເລືອກລາຍຊື່ຜູ້ຕິດຕໍ່ທີ່ທ່ານຕ້ອງການຫຼີກລ້ຽງໃນ Tinder ໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ. ແຕ່ລະເທື່ອທີ່ທ່ານເຂົ້າໄປບລັອກລາຍຊື່ຜູ້ຕິດຕໍ່, ພວກເຮົາຈະດຶງລາຍຊື່ຜູ້ຕິດຕໍ່ຂອງທ່ານອອກຈາກອຸປະກອນຂອງທ່ານ ເພື່ອໃຫ້ທ່ານສາມາດເລືອກຄົນທີ່ທ່ານຕ້ອງການບລັອກໄດ້. ເມື່ອທ່ານອອກຈາກຄຸນສົມບັດນີ້, ພວກເຮົາຈະເກັບສະເພາະຂໍ້ມູນລາຍຊື່ຜູ້ຕິດຕໍ່ຂອງຄົນທີ່ທ່ານໄດ້ບລັອກໄວ້ເທົ່ານັ້ນ (ຊື່, ອີເມວ ແລະ/ຫຼື ເບີໂທລະສັບ). ພວກເຮົາຈະນຳໃຊ້ຂໍ້ມູນນີ້ເພື່ອຊ່ວຍປ້ອງກັນບໍ່ໃຫ້ທ່ານເຫັນລາຍຊື່ຜູ້ຕິດຕໍ່ທີ່ຖືກບລັອກ ແລະ ປ້ອງກັນບໍ່ໃຫ້ພວກເຂົາເຫັນທ່ານ (ໂດຍຖືວ່າພວກເຂົາສ້າງບັນຊີດ້ວຍຂໍ້ມູນລາຍຊື່ຜູ້ຕິດຕໍ່ອັນດຽວກັນກັບທີ່ທ່ານໄດ້ອັບໂຫຼດ).
ພວກເຮົາເຂົ້າໃຈວ່າຂໍ້ມູນສ່ວນຕົວ ແລະ ຄວາມເປັນສ່ວນຕົວ ຂອງທ່ານແມ່ນສຳຄັນຕໍ່ທ່ານ, ແລະ ພວກເຮົາຕ້ອງການທ່ານໃຫ້ຊາບວ່າຂໍ້ມູນເຫຼົ່ານີ້ມີຄວາມສຳຄັນຕໍ່ພວກເຮົາເຊັ່ນກັນ. ກະລຸນາອ້າງອີງຫາ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາສຳລັບຂໍ້ມູນເພີ່ມເຕີມກ່ຽວກັບແນວທາງການປະຕິບັດຄວາມເປັນສ່ວນຕົວ.