ຄວາມປະທັບໃຈຄັ້ງທຳອິດແມ່ນຄຸນສົມບັດພຣີມ້ຽມ ທີ່ຈະຊ່ວຍໃຫ້ທ່ານໂດດເດັ່ນເໜືອໃຜ. ທ່ານສາມາດເລີ່ມບົດສົນທະນາໄດ້ກ່ອນໃຜດ້ວຍການສົ່ງຂໍ້ຄວາມສັ້ນໆ (ບໍ່ເກີນ 140 ຕົວອັກສອນ) ຫາຄົນທີ່ທ່ານຖືກໃຈໄດ້ເລີຍເຖິງແມ່ນວ່າຍັງບໍ່ໄດ້ຈັບຄູ່ກັນ.
ສົ່ງຄວາມປະທັບໃຈຄັ້ງທຳອິດ
- ລອງເບິ່ງຄົນທີ່ທ່ານອາດຖືກໃຈໃນໜ້າ ການຄົ້ນພົບ
- ພົບຄົນທີ່ຖືກໃຈແມ່ນບໍ່? ກົດໄປທີ່ໄອຄອນ ຍົນເຈ້ຍ ໄດ້ເລີຍ
- ພິມ ຂໍ້ຄວາມ ຂອງທ່ານ
- ກົດ ສົ່ງ
ຖ້າຄົນທີ່ທ່ານສົ່ງຄວາມປະທັບໃຈຄັ້ງທຳອິດໄປໃຫ້, Likes You ທ່ານກັບຄືນມາ, ທ່ານຈະໄດ້ຈັັບຄູ່ກັນ ແລະ ສາມາດລົມກັນຕໍ່ໄດ້ເລີຍ.
ສິດຄວາມປະທັບໃຈຄັ້ງທຳອິດປະຈຳອາທິດຈະລວມຢູ່ໃນ ແພັກເກັດການສະໝັກສະມາຊິກ Tinder Platinum™ ແລ້ວ. ຍັງບໍ່ແມ່ນສະມາຊິກລະດັບ Platinum ແມ່ນບໍ່? ບໍ່ຕ້ອງຫ່ວງ, ທ່ານສາມາດຊື້ສິດຄວາມປະທັບໃຈຄັ້ງທຳອິດແຍກເປັນແພັກໄດ້ເຊັ່ນກັນ.
ຢ່າລືມວ່າ
ການສົ່ງຄວາມປະທັບໃຈຄັ້ງທຳອິດບໍ່ໄດ້ໝາຍຄວາມວ່າອີກຝ່າຍຈະເຫັນສະເໝີໄປ. ປັດໄຈຢ່າງເຊັ່ນ ການຕັ້ງຄ່າການຄົ້ນພົບ ຫຼື ສະຖານະການຢືນຢັນອາຍຸ ອາດມີຜົນຕໍ່ການສົ່ງຂໍ້ຄວາມວ່າຈະຮອດຫຼືບໍ່.
ແອັບ Tinder ອາດມີການທົດສອບ ແລະ ປັບປຸງຄຸນສົມບັດຕ່າງໆເປັນແຕ່ລະໄລຍະ ລວມເຖີງຄຸນສົມບັດທີ່ໃຫ້ຜູ້ໃຊ້ສະແດງຄວາມສົນໃຈ ຫຼື ສົ່ງຂໍ້ຄວາມຄວບຄູ່ກັບການກົດ Like. ໃນການທົດສອບບາງເທື່ອ, ຄຸນສົມບັດເຫຼົ່ານີ້ອາດເຮັດ ວຽກແຕກຕ່າງກັນອອກໄປ ຫຼື ສະແດງຜົນໃນຊ່ວງເວລາທີ່ຕ່າງກັນຂອງຂະບວນການຈັບຄູ່. ປະສົບການການໃຊ້ງານອາດຈະແຕກຕ່າງກັນໄປຕາມຜູ້ໃຊ້, ສະຖານທີ່ ຫຼື ຊ່ວງເວລາ ແລະ ບໍ່ແມ່ນຜູ້ໃຊ້ທຸກຄົນທີ່ຈະເຫັນການເຮັດວຽກຂອງຄຸນສົມບັດໃນຮູບແບບດຽວກັນ.
ໝາຍເຫດ: ທ່ານຈະບໍ່ສາມາດສົ່ງຄວາມປະທັບໃຈຄັ້ງທຳອິດໃຫ້ກັບຄົນທີ່ຍັງບໍ່ໄດ້ ຢືນຢັນອາຍຸແລ້ວ ໄດ້.