ຊື່ ແລະ ອາຍຸຂອງທ່ານເປັນພຽງສ່ວນໜຶ່ງຂອງໂປຣໄຟລ໌ຂອງທ່ານ, ທ່ານບໍ່ສາມາດອັບເດດໄດ້ໃນຕອນທີ່ທ່ານໄດ້ສ້າງບັນຊີສຳເລັດແລ້ວ.
...ທີ່ໄດ້ກ່າວໄປນັ້ນ, ພວກເຮົາເຂົ້າໃຈວ່າການພິມຜິດນັ້ນແມ່ນຄວາມຈິງ!
ຖ້າຫາກທ່ານຕ້ອງການອັບເດດ ໜຶ່ງ ຫຼື ທັງສອງ, ທ່ານສາມາດລົບບັນຊີຂອງທ່ານ ແລະ ເລີ່ມຕົ້ນໃໝ່. ກະລຸນາຈົດຈຳໄວ້ສະເໝີວ່າ, ການລົບບັນຊີຂອງທ່ານ ໝາຍເຖິງທ່ານຈະສູນເສຍບັນດາຄູ່ຂອງທ່ານ, ຂໍ້ຄວາມ, ສິ່ງຂອງທີ່ທ່ານໄດ້ຊື້ (Super Likes, Boost, ແລະ ອື່ນໆ.) ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.
ເພື່ອລົບບັນຊີຂອງທ່ານ, ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເປີດ Tinder
- ກົດໄອຄອນໂປຣໄຟລ໌
- ໄປທີ່ການຕັ້ງຄ່າ
- ເລື່ອນລົງ ແລະ ກົດ ລົບບັນຊີ
ຖ້າຫາກທ່ານມີການສະໝັກສະມາຊິກ Tinder, ທ່ານຈະສາມາດກູ້ມັນຄືນມາ ແລະ ໃຊ້ມັນໃນບັນຊີໃໝ່ຂອງທ່ານໄດ້. ຫຼັງຈາກສ້າງໂປຣໄຟລ໌ໃໝ່ຂອງທ່ານແລ້ວ, ປະຕິບັດຕາມຄຳແນະນຳ ເຫຼົ່ານີ້ ເພື່ອກູ້ການຊື້ຂອງທ່ານຄືນມາ.