ເມື່ອແອັບບໍ່ສາມາດກວດພົບການຊື້ພາຍໃນແອັບຂອງທ່ານໄດ້ທັນທີ, ທ່ານສາມາດກູ້ຄືນການຊື້ເພື່ອໃຫ້ຍັງຄົງເຂົ້າເຖິງການສະໝັກສະມາຊິກ ແລະ ຄຸນສົມບັດພຣີມ້ຽມອື່ນໆ.
ການກູ້ຄືນການຊື້ຂອງທ່ານຈະບໍ່ເກີດການເຮັດລາຍການໃໝ່ ແຕ່ຈະເປັນການນຳລາຍການຊື້ເກົ່າກັບມາໃຊ້ງານອີກຄັ້ງເທົ່ານັ້ນ.
ຂ້ອຍສາມາດກູ້ສິນຄ້າທີ່ຊື້ປະເພດໃດໄດ້ແນ່?
ການສະໝັກສະມາຊິກ ແລະ ການຊື້ສິນຄ້າພາຍໃນແອັບ ທີ່ບໍ່ແມ່ນສິນຄ້າທີ່ໃຊ້ຄັ້ງດຽວສາມາດກູ້ຄືນໄດ້ຕະຫຼອດເວລາ.
ການຊື້ສິນຄ້າພາຍໃນແອັບບໍ່ສາມາດກູ້ຄືນໄດ້. ສິນຄ້າທີ່ໃຊ້ຄັ້ງດຽວແມ່ນສິ່ງຂອງທີ່ອອກແບບມາໃຫ້ໃຊ້ໄດ້ພຽງຄັ້ງດຽວ ເຊັ່ນ Super Likes ແລະ Boost.
ຂ້ອຍຈະກູ້ຄືນສິນຄ້າທີ່ຊື້ໄປໄດ້ແນວໃດ?
ຖ້າການຊື້ຂອງທ່ານເຊື່ອມຕໍ່ກັບ Apple ID ຫຼື ບັນຊີ Google Play Store ຂອງທ່ານ:
- ເປີດ Tinder
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ເລື່ອນລົງມາແລ້ວເລືອກ ກູ້ຄືນການຊື້
ຖ້າທ່ານໄດ້ຊື້ຜ່ານທາງ Tinder.com, PayPal ຫຼື ການນຳໃຊ້ບັດເຄຣດິດໃນ Android:
- ເປີດ Tinder.com ໃນເວັບບຣາວເຊີ້ຂອງທ່ານ
- ກົດທີ່ໄອຄອນໂປຣໄຟລ໌
- ເລື່ອນລົງໄປທີ່ ຈັດການບັນຊີ
- ໃສ່ລະຫັດກູ້ຄືນ (Restore Token) ທີ່ຢູ່ໃນອີເມວຢືນຢັນຂອງທ່ານຫຼັງຈາກການຊື້ (ເລີ່ມຕົ້ນດ້ວຍ "RT")