ບໍ່ວ່າທ່ານຈະພົບທີ່ແມ່ນແລ້ວ ຫຼື ພຽງແຕ່ຕ້ອງການຢຸດພັກ, ນີ້ແມ່ນວິທີຍົກເລີກການສະໝັກສະມາຊິກ ເພື່ອຫຼີກລ່ຽງການຖືກຮຽກເກັບເງິນໃນອະນາຄົດ.
ສຳລັບການຊື້ຜ່ານ iOS
ຖ້າໝາຍເລກຄຳສັ່ງຊື້ຂອງທ່ານຂຶ້ນຕົ້ນດ້ວຍ MK, ນັ້ນໝາຍຄວາມວ່າທ່ານຊື້ຜ່ານແອັບ Tinder ໃນ iOS ແລະ ການຖືກຮຽກເກັບເງິນຈະດຳເນີນການໂດຍ Apple.
ຂັ້ນຕອນຍົກເລີກໃນອຸປະກອນ Apple:
- ເປີດແອັບ ຕັ້ງຄ່າ ຂອງທ່ານ
- ກົດທີ່ຊື່ຂອງທ່ານຢູ່ຂ້າງເທິງສຸດ
- ກົດທີ່ ການສະໝັກສະມາຊິກ
- ຄົ້ນຫາ ແລະ ເລືອກການສະໝັກສະມາຊິກທີ່ທ່ານຕ້ອງການຍົກເລີກ
- ກົດ ຍົກເລີກການສະໝັກສະມາຊິກ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ, ກະລຸນາຢ່າລັງເລທີ່ຈະຕິດຕໍ່ ຝ່າຍການສະໜັບສະໜູນຂອງ Apple ເພື່ອຂໍຂໍ້ມູນເພີ່ມເຕີມ.
ກະລຸນາຮັບຊາບ: Apple Pay ແລະ ການຊຳລະເງິນຜ່ານເວັບໄຊທ໌ກຳລັງທະຍອຍເປີດໃຫ້ໃຊ້ງານໃນບາງປະເທດເທົ່ານັ້ນ. ຖ້າທ່ານສະໝັກສະມາຊິກດ້ວຍວິທີໃດໜຶ່ງຂ້າງຕັ້ນ, ກະລຸນາເບິ່ງຄຳແນະນຳໃນຫົວຂໍ້ ການຊື້ຜ່ານ Tinder.com.
ສຳລັບການຊື້ Android
ຖ້າໝາຍເລກຄຳສັ່ງຊື້ຂອງທ່ານຂຶ້ນຕົ້ນດ້ວຍ GPA, ນັ້ນໝາຍຄວາມວ່າທ່ານຊື້ຜ່ານແອັບ Tinder ໃນ Android ແລະ ການຖືກຮຽກເກັບເງິນຈະດຳເນີນການໂດຍ Google Play Store.
ຂັ້ນຕອນຍົກເລີກໃນອຸປະກອນ Android:
- ເປີດແອັບ Google Play
- ກົດທີ່ ໄອຄອນໂປຣໄຟລ໌ ຂອງທ່ານທີ່ມຸມຂວາເທິງ
- ໄປທີ່ ການຊຳລະ ແລະ ການສະໝັກສະມາຊິກ > ແລ້ວເລືອກ ການສະໝັກສະມາຊິກ
- ເລືອກການສະໝັກສະມາຊິກທີ່ທ່ານຕ້ອງການຍົກເລີກ
- ກົດທີ່ ຍົກເລີກການສະໝັກສະມາຊິກ
ຖ້າທ່ານມີຄຳຖາມເພີ່ມເຕີມ, ກະລຸນາຕິດຕໍ່ ຝ່າຍການສະໜັບສະໜູນຂອງ Google Play ເພື່ອຂໍຄວາມຊ່ວຍເຫຼືອເພີ່ມເຕີມ.
ອີກວິທີໜຶ່ງ, ຖ້າທ່ານຊຳລະເງິນໂດຍກົງດ້ວຍ ບັດເຄຣດິດ ຫຼື ຜ່ານ PayPal ຜ່ານແອັບ Android :
- ເປີດ ແອັບ Tinder ໃນອຸປະກອນ Android ຂອງທ່ານ
- ກົດທີ່ ໄອຄອນ ໂປຣໄຟລ໌
ຂອງທ່ານ
ແລ້ວເລືອກ ຈັດການບັນຊີການຊຳລະເງິນ - ຄົ້ນຫາການສະໝັກສະມາຊິກທີ່ທ່ານຕ້ອງການຍົກເລີກ
- ກົດ ຍົກເລີກການສະໝັກສະມາຊິກ
ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມບໍ່? ຕິດຕໍ່ບໍລິສັດບັດເຄຣດິດຂອງທ່ານ ຫຼື ຝ່າຍການສະໜັບສະໜູນຂອງ PayPal ເພື່ອຂໍການສະໜັບສະໜູນຄວາມຊ່ວຍເຫຼືອເພີ່ມເຕີມ.
ການຊື້່ນາຜ Tinder.com
ຖ້າໝາຍເລກຄຳສັ່ງຊື້ຂອງທ່ານເລີ່ມຕົ້ນດ້ວຍ TNDR, ສະແດງວ່າທ່ານໄດ້ທຳການຊື້ຜ່ານ Tinder.com ຫຼື ຜ່ານ ແອັບ Android ໂດຍໃຊ້ບັດເຄຣດິດ.
ວິທີຍົກເລີກ:
- ໄປທີ່ເວັບໄຊທ໌ Tinder.com ແລະ ເຂົ້າສູ່ລະບົບ
- ກົດທີ່ ໄອຄອນໂປຣໄຟລ໌
ຂອງທ່ານ
- ເລືອກ ການຈັດການບັນຊີການຊຳລະເງິນ
- ຄົ້ນຫາການສະໝັກສະມາຊິກທີ່ທ່ານຕ້ອງການຍົກເລີກ
- ກົດ ຍົກເລີກການສະໝັກສະມາຊິກ
ພົບບັນຫາທາງເຕັກນິກ? ກະລຸນາ ຕິດຕໍ່ຫາພວກເຮົາ ພ້ອມແຈ້ງລາຍລະອຽດ ແລ້ວພວກເຮົາຈະຊ່ວຍທ່ານແກ້ໄຂບັນຫາ.
ການຊື້ຜ່ານບຸກຄົນທີ່ສາມ
ຖ້າທ່ານທຳລາຍການຊື້ຜ່ານບຸກຄົນທີ່ສາມ, ການຊື້ອາດບໍ່ໄດ້ດຳເນີນການຜ່ານແອັບ Tinder ຫຼື ຜ່ານເວັບໄຊທ໌ Tinder.com.
- ຖ້າຕ້ອງການຍົກເລີກ: ທ່ານສາມາດເຮັດຕາມຂັ້ນຕອນການຍົກເລີກທີ່ໄດ້ລະບຸໄວ້ທາງເທິງ.
-
ຖ້າຕ້ອງການຂໍເງິນຄືນ: ທ່ານຕ້ອງຕິດຕໍ່ຮ້ານຄ້າຜູ້ຂາຍໂດຍກົງ.
ລາຍລະອຽດເພີ່ມເຕີມກ່ຽວກັບການຍົກເລີກການສະໝັກສະມາຊິກ
- ການຖອນການຕິດຕັ້ງ ຫຼື ການລົບແອັບຈະບໍ່ຍົກເລີກການສະໝັກສະມາຊິກຂອງທ່ານ.
- ການສະໝັກສະມາຊິກ 1 ລາຍການ, ສາມາດເຊື່ອມຕໍ່ກັບ ບັນຊີ Tinder ໄດ້ພຽງໜຶ່ງບັນຊີເທົ່ານັ້ນ.
- ຖ້າທ່ານປ່ຽນອຸປະກອນ (ເຊັ່ນ ຈາກ iOS ເປັນ Android), ທ່ານຈະຕ້ອງຍົກເລີການສະໝັກສະມາຊິກການສະໝັກສະມາຊິກໃນເຄື່ອງເກົ່າ ເພາະການສະໝັກສະມາຊິກບໍ່ສາມາດໂອນຂ້າມແພັດຟອມໄດ້.
- ການສະໝັກສະມາຊິກຈະຕໍ່ອາຍຸ ໂດຍອັດຕະໂນມັດຈົນກວ່າຈະຖືກຍົກເລີກ.