ພ້ອມຍົກລະດັບປະສົບການ Tinder ຂອງທ່ານໄປອີກຂັ້ນຫຼືຍັງ? ອັບເກຣດການສະໝັກສະມາຊິກຂອງທ່ານເປັນ Tinder Gold™ ຫຼື Tinder Platinum™ ແລະ ປົດລັອກໂລກຂອງ ຄຸນສົມບັດພຣີມ້ຽມ. ບໍ່ວ່າທ່ານຈະຕ້ອງການ Boost ເພີ່ມ, Super Likes ຫຼາຍຂຶ້ນ, ຫຼື ເຂົ້າເຖິງ Top Picks* ແບບພິເສດ, ພວກເຮົາມີໃຫ້ທ່ານຄົບ. ໃນຄູ່ມືນີ້, ພວກເຮົາຈະພາທ່ານເບິ່ງຂັ້ນຕອນງ່າຍໆໃນການອັບເກຣດການສະໝັກສະມາຊິກເພື່ອໃຫ້ທ່ານໃຊ້ Tinder ໄດ້ຄຸ້ມຄ່າທີ່ສຸດ.
*ໝາຍເຫດ: ຄຸນສົມບັດ Top Picks ອາດບໍ່ສາມາດໃຊ້ງານໄດ້ໃນບາງປະເທດ.
ອັບເກຣດການສະໝັກສະມາຊິກຂອງທ່ານ
- ເປີດ Tinder.
- ກົດໄອຄອນໂປຣໄຟລ໌.
- ໄປທີ່ການຕັ້ງຄ່າ (ສະເພາະໃນແອັບ).
- ເລືອກ ຮັບ Tinder Gold™ ຫຼື ຮັບ Tinder Platinum™.
ການສະໝັກສະມາຊິກຂອງທ່ານຄວນຈະອັບເດດທັນທີ ແລະ ທ່ານຈະສາມາດໃຊ້ ຄຸນສົມບັດພຣີມ້ຽມ ທີ່ລວມຢູ່ໃນແພັກເກັດໃໝ່ໄດ້ທັນທີ.
ໝາຍເຫດ: ເມື່ອອັບເກຣດການສະໝັກສະມາຊິກ, ທ່ານສາມາດປ່ຽນປະເພດແພັກເກັດໄດ້ ແຕ່ບໍ່ສາມາດປ່ຽນໄລຍະເວລາການສະໝັກສະມາຊິກໄດ້. ດັ່ງນັ້ນ, ຖ້າທ່ານມີການສະໝັກສະມາຊິກ Tinder Plus® ແບບ 6 ເດືອນ, ທ່ານສາມາດປ່ຽນເປັນການສະໝັກສະມາຊິກ Tinder Gold™ ຫຼື Tinder Platinum™ ແບບ 6 ເດືອນໄດ້.
ລາຍລະອຽດການຮຽກເກັບເງິນ
ຈະມີຄວາມແຕກຕ່າງສຳຄັນບາງຢ່າງກ່ຽວກັບການຮຽກເກັບເງິນຂຶ້ນຢູ່ກັບອຸປະກອນທີ່ທ່ານໃຊ້:
ສຳລັບ iOS
- ຊຳລະເງິນເຕັມຈຳນວນລ່ວງໜ້າ: ທ່ານຈະຕ້ອງຊຳລະຄ່າການສະໝັກສະມາຊິກໃໝ່ທັງໝົດທັນທີ.
- ການຄືນເງິນສຳລັບເວລາທີ່ຍັງບໍ່ໄດ້ໃຊ້: Apple ຈະຄືນເງິນສຳລັບໄລຍະເວລາທີ່ທ່ານຍັງບໍ່ໄດ້ໃຊ້ຈາການສະໝັກສະມາຊິກເກົ່າ. ການຄືນເງິນອາດໃຊ້ເວລາສອງສາມວັນລັດຖະການເພື່ອໃຫ້ອັນນີ້ປາກົດໃນບັນຊີຂອງທ່ານ.
- ວັນຕໍ່ອາຍຸໃໝ່: ການສະໝັກສະມາຊິກຂອງທ່ານຈະເລີ່ມຕໍ່ອາຍຸໃນວັນທີທ່ານອັບເກຣດ.
ສຳລັບ Android
ສຳລັບ Android, ລາຍລະອຽດການຮຽກເກັບເງິນຈະຂຶ້ນຢູ່ກັບວິທີທີ່ທ່ານໃຊ້ຈ່າຍເງິນຕອນສະໝັກຄັ້ງທຳອິດ.
ທ່ານສະໝັກຄັ້ງທຳອິດຜ່ານ Google Play?
- ການຊຳລະເງິນແບບປັບຕາມສ່ວນ: ທ່ານຈະຖືກຮຽກເກັບເງິນສະເພາະສ່ວນຕ່າງລະຫວ່າງການສະໝັກສະມາຊິກເກົ່າແລະໃໝ່ຂອງທ່ານ, ໂດຍລະບົບຈະຄຳນວນຕາມເວລາທີ່ຍັງເຫຼືອຢູ່ໃນການສະໝັກສະມາຊິກເກົ່າຂອງທ່ານ.
- ວັນຕໍ່ອາຍຸຍັງຄົງເດີມ: ວັນຕໍ່ອາຍຸຂອງການສະໝັກສະມາຊິກເດີມຂອງທ່ານຈະບໍ່ປ່ຽນ.
ທ່ານສະໝັກຄັ້ງທຳອິດຜ່ານການຈ່າຍດ້ວຍບັດເຄຣດິດໂດຍກົງແມ່ນຫຼືບໍ່?
- ຊຳລະເງິນເຕັມຈຳນວນລ່ວງໜ້າ: ທ່ານຈະຕ້ອງທຳການຊຳລະຄ່າການສະໝັກສະມາຊິກໃໝ່ທັງໝົດທັນທີຜ່ານ Google Play.
- ການຄືນເງິນສຳລັບເວລາທີ່ຍັງບໍ່ໄດ້ໃຊ້: ທ່ານຈະໄດ້ຮັບເງິນຄືນສຳລັບໄລຍະເວລາທີ່ເຫຼືອຢູ່ຈາກການສະໝັກສະມາຊິກເກົ່າພາຍໃນສອງສາມມື້. ການຄືນເງິນຈະຖືກສົ່ງກັບຄືນໄປຊ່ອງທາງການຊຳລະເງິນເດີມຂອງທ່ານ.
- ວັນຕໍ່ອາຍຸໃໝ່: ການສະໝັກສະມາຊິກໃໝ່ຂອງທ່ານຈະເລີ່ມຕໍ່ອາຍຸໃນວັນທີທ່ານອັບເກຣດ.
ໃນເວັບໄຊທ໌ Tinder.com:
- ຊຳລະເງິນເຕັມຈຳນວນລ່ວງໜ້າ: ທ່ານຈະຕ້ອງຊຳລະຄ່າການສະໝັກສະມາຊິກໃໝ່ທັງໝົດທັນທີ.
- ການຄືນເງິນສຳລັບໄລຍະເວລາທີ່ຍັງບໍ່ໄດ້ໃຊ້: ທ່ານຈະໄດ້ຮັບເງິນຄືນສຳລັບໄລຍະເວລາທີ່ເຫຼືອຢູ່ຈາກການສະໝັກສະມາຊິກເກົ່າພາຍໃນສອງສາມວັນທຳການ.
- ວັນຕໍ່ອາຍຸໃໝ່: ການສະໝັກສະມາຊິກຂອງທ່ານຈະເລີ່ມຕໍ່ອາຍຸໃນວັນທີທ່ານອັບເກຣດ.
ບໍ່ພົບຕົວເລືອກໃຫ້ອັບເກຣດ
ຖ້າທ່ານໃຊ້ໂທລະສັບ Android ແລະ ບໍ່ເຫັນຕົວເລືອກໃຫ້ອັບເກຣດ ອາດເປັນຍ້ອນພວກເຮົາບໍ່ຮອງຮັບວິທີການຊຳລະເງິນທີ່ທ່ານໃຊ້ຕອນສະໝັກເທື່ອທຳອິດອີກຕໍ່ໄປ. ໃນກໍລະນີນີ້, ທ່ານສາມາດ ຍົກເລີກການສະໝັກສະມາຊິກປັດຈຸບັນຂອງທ່ານ ແລະ ລໍຖ້າໃຫ້ມັນໝົດອາຍຸກ່ອນ. ເມື່ອໝົດອາຍຸແລ້ວ, ທ່ານສາມາດທຳການສະໝັກສະມາຊິກໃໝ່ເປັນ Tinder Gold™ ຫຼື Tinder Platinum™ ໄດ້.