ພວກເຮົາເຂົ້າໃຈວ່າແຜນສາມາດປ່ຽນແປງໄດ້. ເຖິງແມ່ນວ່າການຊື້ສິນຄ້າພາຍໃນແອັບສ່ວນໃຫຍ່ຈະບໍ່ສາມາດຂໍຄືນເງິນໄດ້, ແຕ່ໃນບາງກໍລະນີອາດມີຂໍ້ຍົກເວັ້ນ. ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອກ່ຽວກັບການຊື້ຂາຍພາຍໃນ 14 ວັນທີ່ຜ່ານມາ, ພວກເຮົາພ້ອມຊ່ວຍເຫຼືອທ່ານ. ທ່ານຈະພົບຂໍ້ມູນທີ່ຈຳເປັນທາງລຸ່ມນີ້, ຂຶ້ນຢູ່ກັບວ່າທ່ານທຳການຊື້ຜ່ານຊ່ອງທາງໃດ.
ຄຳຂໍຄືນເງິນສຳລັບ TNDR ຫຼື COSU
ຖ້າທ່ານໄດ້ຊື້ ຫຼື ສະໝັກສະມາຊິກຜ່ານບັດເຄຣດິດ/ເດບິດ, Paypal ຫຼື Google CC, ພວກເຮົາສາມາດຊ່ວຍທ່ານດຳເນີນການຂໍຄືນເງິນໄດ້. ເພື່ອເລັ່ງຄຳຂໍຄືນເງິນຂອງທ່ານໃຫ້ວ່ອງໄວຍິ່ງຂຶ້ນ, ກະລຸນາປະຕິບັດຕາມຄຳແນະນຳຕໍ່ໄປນີ້:
- ຕິດຕໍ່ພວກເຮົາ ດ້ວຍອີເມວດຽວກັນກັບທີ່ທ່ານໃຊ້ໃນການຊື້.
- ກະລຸນາລະບຸໝາຍເລກຄຳສັ່ງຊື້ໃນຄຳຂໍຂອງທ່ານ (ໝາຍເລກຈະຂຶ້ນຕົ້ນດ້ວຍ TNDR ຫຼື COSU, ຂຶ້ນຢູ່ກັບວ່າມັນເປັນການສະໝັກສະມາຊິກ ຫຼື ເປັນສິນຄ້າອຸປະໂພກ).
ກໍລະນີຂໍຄືນເງິນຜ່ານ Apple ຫຼື Google
ຖ້າທ່ານຊື້ຜ່ານ Apple ຫຼື Google, ທ່ານຈະຕ້ອງຕິດຕໍ່ໄປຫາພວກເຂົາໂດຍກົງເພື່ອຂໍຄວາມຊ່ວຍເຫຼືອໃນການຂໍຄືນເງິນ ຫຼື ການຍົກເລີກ. ການຄືນເງິນຈະຂຶ້ນກັບດຸນພິນິດຂອງແຕ່ລະແພັດຟອມ ແລະ ເປັນໄປຕາມນະໂຍບາຍການຄືນເງິນຂອງແພັດຟອມນັ້ນໆ.
ນີ້ແມ່ນວິທີການຂໍຄືນເງິນຕາມແພັດຟອມທີ່ທ່ານໄດ້ທຳການຊື້ໄວ້:
App Store ຂອງ Apple
ສຳລັບການຊື້ທີ່ເຮັດຜ່ານ Apple ໂດຍກົງ, ກະລຸນາຮັບຊາບວ່າ Apple ເປັນຜູ້ດູແລການຄືນເງິນ ແລະ ການຍົກເລີກທັງໝົດສຳລັບການສະໝັກສະມາຊິກ Tinder ແລະ ສິນຄ້າອຸປະໂພກ (ເຊັ່ນ Boost ແລະ Super Liked).
ຖ້າຕ້ອງການຂໍຄືນເງິນ, ກະລຸນາໄປທີ່ ຝ່າຍສະໜັບສະໜູນຂອງ Apple.
Play Store ຂອງ Google
ສຳລັບການຊື້ທີ່ເຮັດຜ່ານ Google ໂດຍກົງ, ກະລຸນາຮັບຊາບວ່າ Google ເປັນຜູ້ດູແລການຄືນເງິນ ແລະ ການຍົກເລີກທັງໝົດສຳລັບການສະໝັກສະມາຊິກ Tinder ແລະ ສິນຄ້າອຸປະໂພກ (ເຊັ່ນ Boost ແລະ Super Liked).
ຖ້າຕ້ອງການຂໍຄືນເງິນ, ກະລຸນາໄປທີ່ ໜ້າຊ່ວຍເຫຼືອຂອງ Google ເພື່ອເບິ່ງຄຳແນະນຳເທື່ອລະຂັ້ນຕອນຕາມພາກພື້ນທີ່ທ່ານອາໄສຢູ່.