ຖ້າທ່ານຕ້ອງການອັບເດດ ຫຼື ປ່ຽນວິທີການຊຳລະເງິນສຳລັບການຊື້ຢູ່ໃນ Tinder, ທ່ານສາມາດດຳເນີນການໄດ້ໂດຍຜ່ານລິ້ງຕໍ່ໄປນີ້:
ໝາຍເຫດສຳລັບຜູ້ໃຊ້ iOS: ໃນຂະນະນີ້ບໍ່ສາມາດຊຳລະເງິນຜ່ານແອັບໃນ App Store ຂອງ Apple ໄດ້ໃນສະຫະລັດອາເມລິກາ. ເມື່ອທ່ານທຳການຊື້, ລະບົບຈະພາທ່ານໄປຍັງໜ້າຊຳລະເງິນຜ່ານບຣາວເຊີ້ຫຼັກຂອງໂທລະສັບ ເຊິ່ງທ່ານສາມາດກອກຂໍ້ມູນການຊຳລະເງິນ ແລະ ດຳເນີນການຊື້ໃຫ້ສຳເລັດສົມບູນ. ຕົວເລືອກການຊຳລະເງິນຜ່ານ PayPal ຈະພ້ອມໃຫ້ໃຊ້ງານໃນອະນາຄົດ.
ຖ້າທ່ານໄດ້ທຳການຊື້ຜ່ານ Tinder.com:
- ໄປທີ່ Tinder.com ແລະ ເຂົ້າສູ່ລະບົບ
- ກົດທີ່ໄອຄອນໂປຣໄຟລ໌
- ກົດທີ່ໄອຄອນການຕັ້ງຄ່າ
- ເລື່ອນໄປທີ່ ການຈັດການບັນຊີ ແລະ ກົດປ່ຽນບັດ