ຈຳເປັນຕ້ອງຢືນຢັນອາຍຸເພື່ອໃຊ້ງານຄຸນສົມບັດຕ່າງໆ ເຊັ່ນ ການສົ່ງຂໍ້ຄວາມໃນພາກພື້ນຂອງທ່ານ. ອາຍຸຂັ້ນຕໍ່າສຳລັບ Tinder ກໍຄື 18 ປີ. ຖ້າທ່ານເປັນຜູ້ໃຊ້ Tinder ທີ່ຢູ່ປະເທດຢີ່ປຸ່ນ, ທ່ານຈະຖືກຂໍໃຫ້ຢືນຢັນອາຍຸ ແລະ ພິສູດວ່າທ່ານມີຄຸນສົມບັດຄົບຕາມເງື່ອນໄຂນີ້ ໂດຍອີງຕາມກົດໝາຍທ້ອງຖິ່ນ.
ໃນຂະນະນີ້ມີວິທີການຢືນຢັນອາຍຸ 2 ວິທີ ໄດ້ແກ່:
- ການຢືນຢັນຕົວຕົນຜ່ານ Tinder ໂດຍກົງ
- ການຢືນຢັນຜ່ານ World ID (ແລະ/ຫຼື Orb) ຜ່ານແອັບ World App
ກະລຸນາຮັບຊາບ: ທັງສອງວິທີຈຳເປັນຕ້ອງມີບັດປະຈຳຕົວທີ່ອອກໂດຍລັດຖະບານ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ກຳນົດຂອງ World ID, ກະລຸນາເຂົ້າໄປທີ່ ສູນຊ່ວຍເຫຼືອ ຂອງເຂົາເຈົ້າ.
ການໃຊ້ບັດປະຈຳຕົວທີ່ອອກໂດຍລັດຖະບານຂອງທ່ານ
ຖ້າທ່ານເລືອກວິທີນີ້, ກະລຸນາປະຕິບັດຕາມຄໍາແນະນໍາທີ່ມີໃຫ້ໃນແອັບ ຫຼື ໃນ Tinder.com. ທ່ານຈະຖືກຂໍໃຫ້ສະແດງບັດປະຈຳຕົວທີ່ອອກໂດຍລັດຖະບານ.
ມີຂໍ້ຄວາມທີ່ຄວນຮູ້ບາງຢ່າງໃນຂັ້ນຕອນການຢືນຢັນຕົວຕົນດັ່ງນີ້:
- ບັດປະຈຳຕົວເຊັ່ນວ່າບັດປະກັນໄພ ຫຼື ບັດປິ່ນປົວການແພດ ຈະບໍ່ສາມາດໃຊ້ຢືນຢັນໄດ້.
- ສຳລັບ ບັດປະຈຳຕົວທີ່ອອກໂດຍປະເທດຍີ່ປຸ່ນ, ກວດສອບໃຫ້ແນ່ໃຈວ່າຮູບພາບບໍ່ໄດ້ຖືກບັງ, ບໍ່ຖືກຕັດບາງສ່ວນ ຫຼື ບໍ່ມີຄວາມຊັດເຈນພຽງພໍ*.
- ຖ້າກ່ຽວຂ້ອງ, ໃຫ້ລວມເອົາໜ້າຄູ່ (ສອງໜ້າ) ໃຫ້ຄົບທັງ 4 ມຸມ ແລະ ຕ້ອງມີລາຍເຊັນນຳ*.
*ກະລຸນາເບິ່ງຮູບພາບປະກອບຂ້າງລຸ່ມນີ້.
ການຢືນຢັນຜ່ານ World ID (ແລະ/ຫຼື Orb) ຜ່ານແອັບ World App
World App ມີຕົວເລືອກການຢືນຢັນຕົວຕົນໃນ Android ແລະ iOS ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດຢືນຢັນອາຍຸໄດ້ໂດຍຍັງຄົງຮັກສາຄວາມເປັນສ່ວນຕົວ ໂດຍບໍ່ຕ້ອງແບ່ງປັນຂໍ້ມູນສ່ວນຕົວຂອງທ່ານທາງອອນລາຍ. ຖ້າຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບວິທີການຢືນຢັນນີ້, ສາມາດເບິ່ງໄດ້ຈາກ ບົດຄວາມ ນີ້.
ຄວາມເປັນສ່ວນຕົວກັບການຢືນຢັນອາຍຸ
ເມື່ອທ່ານໄດ້ສົ່ງບັດປະຈຳຕົວຂອງທ່ານແລ້ວ, ຂໍ້ມູນຈະຖືກໃຊ້ເພື່ອຢືນຢັນອາຍຸຂອງທ່ານເທົ່ານັ້ນ. ເພື່ອຈຸດປະສົງດ້ານການກວດສອບຄຸນນະພາບ, ຂໍ້ມູນບັດປະຈຳຕົວຂອງທ່ານ ຫຼື ຂໍ້ມູນກ່ຽວກັບບັດ (ເຊັ່ນ: ປະເພດຂອງບັດປະຈຳຕົວທີ່ທ່ານສົ່ງ) ອາດຈະຖືກເກັບໄວ້ໄດ້ດົນສູງສຸດ 90 ວັນ ຫຼັງຈາກການຢືນຢັນອາຍຸ. ຫຼັງຈາກຊ່ວງເວລາດັ່ງກ່າວ, ຈະເກັບໄວ້ສະເພາະຜົນຂອງການຢືນຢັນເທົ່ານັ້ນ. ຖ້າທ່ານໄດ້ຢືນຢັນສຳເລັດວ່າ ທ່ານມີອາຍຸ 18 ປີຂຶ້ນໄປ, ພວກເຮົາຈະບັນທຶກຂໍ້ມູນນັ້ນໄວ້ ເພື່ອໃຫ້ທ່ານສາມາດແຊັດກັບັນດາຄູ່ຂອງທ່ານໄດ້.