ການນັດພົບແບບກຸ່ມຊ່ວຍໃຫ້ທ່ານ ແລະ ໝູ່ເພື່ອນສາມາດຈັບຄູ່ ແລະ ແຊັດກັບກຸ່ມໝູ່ເພື່ອນກຸ່ມອື່ນໆໄດ້. ການນັດພົບແບບກຸ່ມ ມີໃຫ້ບໍລິການຢູ່ໃນທຸກແພລດຟອມໃນບາງພື້ນທີ່ ໂດຍຢູ່ພາຍໃຕ້ຂໍ້ຈຳກັດບາງຢ່າງ.
ໝາຍເຫດ: ເຖີງແມ່ນວ່າການສົນທະນາໃນກຸ່ມສາມາດສືບຕໍ່ໄດ້ເທິງເວັບ, ແຕ່ຟັງຊັນອື່ນໆຂອງກຸ່ມຍັງບໍ່ພ້ອມໃຊ້ໃນຕອນນີ້.
ການນຳໃຊ້ການນັດພົບແບບກຸ່ມ
ສາມາດສ້າງກຸ່ມກັບໝູ່ເພື່ອນ ແລະ ປັດເລື່ອນເບິ່ງກຸ່ມໝູ່ເພື່ອນກຸ່ມອື່ນໆໄດ້. ທຸກຄົນໃນ Tinder ສາມາດສ້າງກຸ່ມໄດ້. ເມື່ອກຸ່ມມີສະມາຊິກຄົບ 3 ຄົນ ແລະ ມີກິດຈະກຳ ແລະ ເວລາທີ່ກຳນົດໄວ້ແລ້ວ, ທ່ານ ແລະ ໝູ່ເພື່ອນກໍ່ສາມາດຄົ້ນຫາ ແລະ ປັດເບິ່ງກຸ່ມໝູ່ເພື່ອນກຸ່ມອື່ນໆໄດ້. ການພົບປະແບບກຸ່ມ ສາມາດເປັນການຈັດກິດຈະກຳກຸ່ມ ເຊັ່ນ ຫຼີ້ນເກມມິນິກ໊ອຟ ຫຼື ຮ້ອງຄາຣາໂອເກະ ຫຼື ບາງກິດຈະກຳສະບາຍໆ ເຊັ່ນ ການອອກໄປຫຼີ້ນໃນຕອນກາງຄືນ.
ກຸ່ມເຫຼົ່ານີ້ຈະຖືກສະແດງໃຫ້ທ່ານເຫັນໃນໜ້າການຄົ້ນພົບເຊັ່ນດຽວກັນກັບໂປຣໄຟລ໌ຂອງສະເພາະບຸກຄົນ ແລະ ໂປຣໄຟລ໌ ການອອກເດດແບບສອງຄູ່ ໂດຍຈະແຕກຕ່າງກັນບ່ອນທີ່ ຈະສະແດງຫຼາຍຄົນຈາກກຸ່ມໃຫ້ທ່ານເບິ່ງ.
ເມື່ອທ່ານຈັບຄູ່ກັບກຸ່ມອື່ນ, ລະບົບຈະເປີດແຊັດຂື້ນລະຫວ່າງຜູ້ໃຊ້ທັງໝົດໃນກຸ່ມ. ນອກຈາກນີ້ ທ່ານຍັງສາມາດປັດເບື້ອງຂວາໃສ່ບຸກຄົນໃດໜຶ່ງໃນກຸ່ມຂອງທ່ານ ແລະ ເປີດແຊັດສ່ວນຕົວເພື່ອຕິດຕໍ່ໂດຍກົງໄດ້ອີກດ້ວຍ.
ກະລຸນາຮັບຊາບ: ເນື່ອງຈາກຟັງຊັ່ນ ກຸ່ມ ຍັງຢູ່ໃນຊ່ວງທົດລອງ, ຄຸນສົມບັດພຣີມ້ຽມ ແລະ ສິດຜົນປະໂຫຍດຈາກການສະໝັກສະມາຊິກ (ເຊັ່ນ Boost ແລະ Super Likes) ຈະຍັງບໍ່ສາມາດໃຊ້ງານຮ່ວມກັນໄດ້ພາຍໃນ ກຸ່ມ ໃນຂະນະນີ້. ໃນຂະນະທີ່ພວກເຮົາຍັງສືບຕໍ່ທົດລອງການນັດພົບແບບກຸ່ມ, ທ່ານອາດຈະພົບການປ່ຽນແປງກ່ຽວກັບຄຳເຊີນເຂົ້າຮ່ວມກຸ່ມ, ຈຳນວນກຸ່ມທີ່ທ່ານສາມາດເຂົ້າຮ່ວມໄດ້, ຫຼື ຄຸນສົມບັດອື່ນໆ.
ການຊອກຫາການນັດພົບແບບກຸ່ມ
ຟັງຊັ່ນກຸ່ມ ແມ່ນຄຸນສົມບັດຟຣີທີ່ກຳລັງຢູ່ໃນຊ່ວງທົດລອງໃຊ້ງານໃນບາງພື້ນທີ່. ຖ້າຄຸນສົມບັດນີ້ໃຊ້ໄດ້ໃນພື້ນທີ່ຂອງທ່ານ, ກະລຸນາປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້. ຄຳແນະນຳເຫຼົ່ານີ້ໃຊ້ໄດ້ກັບທຸກແພັດຟອມ:
- ກົດປຸ່ມ ການນັດພົບແບບກຸ່ມ ໃນໜ້າການຄົ້ນພົບ.
- ເຊີນຊວນໝູ່ເພື່ອນຂອງທ່ານເພື່ອສ້າງກຸ່ມ.
- ເລີ່ມໃຊ້ຄຸນສົມບັດການປັດກັບກຸ່ມອື່ນໆໄດ້ເລີຍ
ສ້າງປະສົບການການນັດພົບແບບກຸ່ມທີ່ດີ
ພວກເຮົາຕ້ອງການໃຫ້ທຸກຄົນມີປະສົບການທີ່ດີໃນການໃຊ້ຟັງຊັ່ນ ກຸ່ມ. ນີ້ແມ່ນສິ່ງທີ່ທ່ານຄວນຄຳນຶງເຖິງ:
- ສິ່ງສຳຄັນແມ່ນເມື່ອນຳໃຊ້ Tinder ທັງທ່ານ ແລະ ໝູ່ເພື່ອນຂອງທ່ານໃນການນັດພົບແບບກຸ່ມ ຄວນຮັບຊາບ ແລະ ປະຕິບັດຕາມ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ. ການລະເມີດນະໂຍບາຍໃດໆຂອງພວກເຮົາ ອາດສົ່ງຜົນໃຫ້ມີການດຳເນີນການຕໍ່ບັນຊີ 1 ບັນຊີ ຫຼື ຫຼາຍບັນຊີໃນກຸ່ມ.
- ຖ້າທ່ານ ຫຼື ໝູ່ເພື່ອນຂອງທ່ານພົບເຫັນພຶດຕິກຳທີ່ບໍ່ເໝາະສົມທັງໃນແອັບ ຫຼື ໃນຊີວິດຈິງ, ກະລຸນາລາຍງານເລື່ອງນີ້. ທ່ານສາມາດກວດເບິ່ງແຫຼ່ງຂໍ້ມູນກ່ຽວກັບການລາຍງານຂອງພວກເຮົາໄດ້ ບ່ອນນີ້.
- ທັງທ່ານ ແລະ ໝູ່ເພື່ອນໃນກຸ່ມຂອງທ່ານຕ້ອງມີອາຍຸຢ່າງໜ້ອຍ 18 ປີຈຶ່ງຈະສາມາດນຳໃຊ້ Tinder ໄດ້.
- ເມື່ອແຊັດເປັນກຸ່ມທັງໃນແອັບ ຫຼື ໃນຊີວິດຈິງ, ຄວນຂໍຄຳຍິນຍອມຈາກສະມາຊິກໃນກຸ່ມຂອງທ່ານກ່ອນທີ່ຈະເວົ້າເຖິງລາຍລະອຽດຂໍ້ມູນສ່ວນຕົວໃດໆ (ລວມເຖິງຂໍ້ມູນຕິດຕໍ່).
- ຖ້າທ່ານຕ້ອງການໂອ້ລົມກ່ຽວກັບເລື່ອງເພດ, ກະລຸນາແນ່ໃຈວ່າທ່ານເອງໄດ້ຮັບຄວາມຍິນຍອມຈາກທຸກຄົນໃນກຸ່ມແລ້ວ.
ປັບແຕ່ງປະສົບການ ການນັດພົບແບບກຸ່ມຂອງທ່ານ
ບໍ່ວ່າທ່ານຈະຫຼີ້ນ Tinder ເພື່ອຊອກຫາກຸ່ມໃຫ້ກັບທ່ານເອງ ແລະ ໝູ່ເພື່ອນຂອງທ່ານ ຫຼື ບໍ່ຕ້ອງການເຫັນກຸ່ມເລີຍ, ທ່ານສາມາດກຳນົດເອງໄດ້. ການນັດພົບແບບກຸ່ມ ມີການຕັ້ງຄ່າຂອງຕົວເອງທີ່ໃຫ້ທ່ານສາມາດປັບແຕ່ງປະສົບການໄດ້.
- ເປີດ Tinder ແລະ ກົດ ໄອຄອນ ໂປຣໄຟລ໌
.
- ກົດໄອຄອນການຕັ້ງຄ່າ
.
- ເລື່ອນລົງໄປຈົນທ່ານເຫັນ ພາກສ່ວນທີ່ຂຽນວ່າ "ການນັບພົບແບບກຸ່ມ".
- ຢູ່ບ່ອນນີ້ທ່ານຈະໄດ້ເຫັນຕົວເລືອກຕ່າງໆ ເຊັ່ນ: ການເນັ້ນຄວາມໃສ່ໃຈກຸ່ມໃຫ້ຫຼາຍກວ່າໂປຣໄຟລ໌ສ່ວນຕົວ ໃນການຄົ້ນພົບ ຫຼື ການເຊື່ອງກຸ່ມທັງໝົດ.