ຍິນຕ້ອນຮັບສູ່ Tinder! ກ່ອນທີ່ທ່ານຈະເລີ່ມຈັບຄູ່, ແຊັດ ແລະ ພົບປະ, ທ່ານຈະຕ້ອງສ້າງບັນຊີ Tinder. ຂັ້ນຕອນອາດແຕກຕ່າງກັນໄປຕາມອຸປະກອນຂອງທ່ານ.
ແອັບ Tinder ສຳລັບ Android ຫຼື iOS
- ດາວໂຫຼດແອັບ Tinder ສຳລັບ Android ຫຼື iOS
- ກົດ ສ້າງບັນຊີ
- ໃສ່ເບີໂທລະສັບຂອງທ່ານ ແລະ ຢືນຢັນ
- ຖ້າຫາກມີການຮ້ອງຂໍ, ກະລຸນາໃສ່ອີເມວຂອງທ່ານ ແລະ ຢືນຢັນ
- ເຊື່ອມຕໍ່ບັນຊີ - ເຊື່ອມຕໍ່ບັນຊີ Apple, Google ຫຼື Facebook ຂອງທ່ານເພື່ອປະສົບການການເຂົ້າສູ່ລະບົບທີ່ງ່າຍຂຶ້ນ
- ຕັ້ງໂປຣໄຟລ໌ຂອງທ່ານ
- ອະນຸຍາດໃຫ້ Tinder ເຂົ້າເຖິງສິດທັງໝົດທີ່ຈຳເປັນ
Tinder.com (Tinder ສຳລັບ Web)
- ໄປທີ່ Tinder.com
- ກົດ ສ້າງບັນຊີ
- ເລືອກວິທີການເຂົ້າສູ່ລະບົບ
- ຖ້າຫາກມີການຮ້ອງຂໍ, ໃຫ້ຢືນຢັນເບີໂທລະສັບ ແລະ/ຫຼື ທີ່ຢູ່ອີເມວ ຂອງທ່ານ
- ຕັ້ງໂປຣໄຟລ໌ຂອງທ່ານ
- ອະນຸຍາດໃຫ້ Tinder ເຂົ້າເຖິງສິດທັງໝົດທີ່ຈຳເປັນ