Tinder ມີໃຫ້ບໍລິການໃນ 190 ປະເທດ ແລະ ຮອງຮັບ 60 ພາສາ. ຖ້າຕ້ອງການປັບປ່ຽນການຕັ້ງຄ່າພາສາໃນແອັບ ຫຼື ທີ່ Tinder.com, ກະລຸນາປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້.
Android ແລະ iOS
ບໍ່ສາມາດປ່ຽນການຕັ້ງຄ່າພາສາໄດ້ໂດຍກົງໃນແອັບ. ພາສາທີ່ສະແດງໃນແອັບຈະຂື້ນຢູ່ກັບການຕັ້ງຄ່າພາສາຂອງອຸປະກອນຂອງທ່ານ.
- ສຳລັບຜູ້ໃຊ້ Android: ກະລຸນາປະຕິບັດຕາມຄຳແນະນຳໃນ ໜ້າການສະໜັບສະໜູນ ຂອງ Google.
- ສຳລັບຜູ້ໃຊ້ iOS: ກະລຸນາປະຕິບັດຕາມຄຳແນະນຳໃນ ໜ້າການສະໜັບສະໜູນ ຂອງ Apple.
ຂຶ້ນຢູ່ກັບອຸປະກອນ ແລະ ເວີຊັ່ນຂອງ Android ຫຼື iOS ທີ່ທ່ານໃຊ້ງານ, ທ່ານສາມາດເລືອກຕັ້ງຄ່າພາສາທີ່ຕ້ອງການໄດ້ງ່າຍໆຜ່ານການຕັ້ງຄ່າຂອງອຸປະກອນ. ສາມາດເຂົ້າໄປຕັ້ງຄ່າໄດ້ທີ່ ລະບົບ > ພາສາ > ພາສາ ຂອງແອັບ ສຳລັບ Android, ແລະ ແອັບ > Tinder ສຳລັບ iOS.
Tinder.com/Web
- ເຂົ້າສູ່ລະບົບ Tinder.com
-
ກົດໄອຄອນໂປຣໄຟລ໌
ທີ່ຂ້າງເທິງສຸດຂອງໜ້າຈໍ
- ເລື່ອນລົງໄປທີ່ ພາສາ
- ເລືອກພາສາທີ່ທ່ານຕ້ອງການຈາກລາຍການ