ອາຍຸຂັ້ນຕ່ຳທີ່ສາມາດນຳໃຊ້ໄດ້ແມ່ນຈັກປີ?
Tinder ແມ່ນຫຍັງ?
ຍິນດີຕ້ອນຮັບເຂົ້າສູ່ Tinder! Tinder ໄດ້ເປີດໂຕໃນແຄມປັສຂອງວິທະຍາໄລໃນປີ 2012 ແລະ ເປັນແອັບທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກສຳລັບການພົບປະກັບຜູ້ຄົນໃໝ່ໆ. Tinder ເປັນສະຖານທີ່ແຫ່ງໂອກາດເຊິ່ງເປີດໂອກາດໃຫ້ຜູ້ໃຊ້ສາມາດສ້າງຄວາມສຳພັນທີ່ອາດນຳໄປສູ່ສິ່ງທີ່ຫຼາຍກວ່ານັ້ນ.
Tinder ໃຊ້ງານງ່າຍ ແລະ ມ່ວນ — ນຳໃຊ້ຄຸນສົມບັດປັັດຂວາ ເພື່ອກົດ Like ໃຜຈັກຄົນ, ແລະ ຖ້າພວກເຂົາກົດ Like ກັບຄືນ, ມັນກໍຈະເປັນການຈັັບຄູ່! ກຽມພ້ອມທີ່ຈະເຂົ້າສູ່ໂລກແຫ່ງໂອກາດທີ່ບໍ່ມີບ່ອນສີ້ນສຸດກັນເລີຍ.
ອາຍຸຂັ້ນຕ່ຳທີ່ສາມາດນຳໃຊ້ໄດ້ແມ່ນຈັກປີ?
ອາຍຸຂັ້ນຕໍ່າທີ່ສາມາດໃຊ້ Tinder ໄດ້ແມ່ນ 18 ປີ. ຖ້າທ່ານຖືກຈຳກັດການໃຊ້ງານ Tinder ເພາະບໍ່ກົງຕາມຂໍ້ກຳນົດອາຍຸຂອງພວກເຮົາ, ທ່ານຈະບໍ່ສາມາດສະໝັກໃຊ້ງານໄດ້ຈົນກວ່າຈະມີອາຍຸຮອດ 18 ປີ.
ຂ້ອຍສາມາດໃຊ້ Tinder ໄດ້ທຸກບ່ອນໃນໂລກໃບນີ້ບໍ?
Tinder ເປັນແພັດຟອມຫາຄູ່ອອກເດດອອນລາຍລະດັບໂລກທີ່ໃຫ້ບໍລິການຫຼາຍກວ່າ 190 ປະເທດ ແລະ ຮອງຮັບຫຼາຍກວ່າ 40 ພາສາ. ສົນໃຈຫາຄູ່ອອກເດດ, ການໂອ້ລົມກັບຄົນໃໝ່ໆ, ການຂະຫຍາຍເຄືອຂ່າຍສັງຄົມ ຫຼື ການພົບປະກັບຄົນທ້ອງຖິ່ນໃນຂະນະທີ່ກຳລັງເດີນທາງຢູ່ບໍ? ຖ້າແມ່ນ, ທ່ານມາຖືກສະຖານທີ່ແລ້ວ.
Tinder ໃຊ້ງານຟຣີບໍ?
Tinder ສາມາດໃຊ້ງານໄດ້ຟຣີໃນ App Store ແລະ Google Play Store, ຫຼື ເຂົ້າໃຊ້ງານຜ່ານ Tinder.com ເພື່ອໃຊ້ Tinder ສຳລັບເວັບ. ເວີຊັ່ນຟຣີຊ່ວຍໃຫ້ທ່ານສາມາດຈັບຄູ່, ແຊັດ ແລະ ເຊື່ອມຕໍ່ກັບຜູ້ອື່ນໄດ້.
ອັບເກຣດໄປເປັນ Plus, Platinum ຫຼື Gold ເພື່ອຮັບປະສົບການການໃຊ້ງານ Tinder ທີ່ດີຍິ່ງຂື້ນ! ຮຽນຮູ້ເພີ່ມເຕີມກ່ຽວກັບ ແພັກເກັດການສະໝັກສະມາຊິກ ແລະ ຄົ້ນຫາຕົວເລືອກຈັັບຄູ່ທີ່ເໝາະກັບທ່ານ.
ແພັດຟອມ ແລະ ອຸປະກອນທີ່ຮອງຮັບ
ປະຈຸບັນ Tinder ມີໃຫ້ບໍລິການເທິງ Android ແລະ iOS. ນອກຈາກແອັບມືຖືຂອງພວກເຮົາແລ້ວ, ທ່ານຍັງສາມາດເຂົ້າໃຊ້ງານຜ່ານເວັບໄດ້ທີ່ Tinder.com ເພື່ອນຳໃຊ້ Tinder ສຳລັບເວັບໄຊທ໌.
ນອກຈາກນີ້ພວກເຮົາຍັງມີ Tinder ເວີຊັ່ນທີ່ເບົາກວ່າ ທີ່ສາມາດໃຊ້ງານໄດ້ທຸກທີ່ທຸກເວລາ — ດາວໂຫຼດ Tinder Lite ໄດ້ຈາກ Google Play Store.
ປະຈຸບັນ Tinder ຮອງຮັບການສະໜັບສະໜູນໃຊ້ງານເທິງ iOS 16.0 ຂື້ນໄປ, Android 9.0 ຂື້ນໄປ ແລະ ເວີຊັ່ນລ້າສຸດຂອງເວັບບຣາວເຊີ້ຫຼັກທັງໝົດ (Chrome, Firefox, Safari, Edge ແລະ ອື່ນໆ.).