ຖ້າທ່ານລະເມີດ ເງື່ອນໄຂຂອງການນຳໃຊ້ ຫຼື ຫຼັກປະຕິບັດຂອງຊຸມຊົນ, ພວກເຮົາອາດດຳເນີນການກັບບັນຊີ Tinder ຂອງທ່ານ. ຂຶ້ນຢູ່ກັບປະເພດຂອງການລະເມີດ, ພວກເຮົາອາດລົບໂປຣໄຟລ໌ຂອງທ່ານອອກຈາກ Tinder ສົ່ງຄຳເຕືອນ ຫຼື ລົບເນື້ອຫາບາງຢ່າງອອກຈາກໂປຣໄຟລ໌ຂອງທ່ານ. ຖ້າທ່ານເຊື່ອວ່າພວກເຮົາດຳເນີນການຜິດພາດ, ທ່ານມີສິດ, ຢື່ນອຸທອນຜ່ານທາງ ສູນອຸທອນ.
ການລະເມີດທີ່ສາມາດຂໍອຸທອນໄດ້
ທ່ານສາມາດເຂົ້າສູ່ ສູນອຸທອນ ໂດຍການໃຊ້ຂໍ້ມູນການເຂົ້າສູ່ລະບົບແບບດຽວກັບບັນຊີ Tinder ຂອງທ່ານ. ໃນສູນອຸທອນ, ທ່ານຈະສາມາດເບິ່ງພາບລວມຂອງທຸກການດຳເນີນການທີ່ສາມາດຍື່ນອຸທອນໄດ້. ທ່ານສາມາດກົດທີ່ ເບິ່ງລາຍລະອຽດ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການລະເມີດແຕ່ລະລາຍການ.
ຖ້າທ່ານບໍ່ເຫັນການລະເມີດທີ່ຕ້ອງການຍື່ນອຸທອນ ຫຼື ບໍ່ເຫັນຕົວເລືອກໃນການຍື່ນອຸທອນ, ສະແດງວ່າການລະເມີດນັ້ນບໍ່ສາມາດຍື່ນອຸທອນຜ່ານສູນອຸທອນໄດ້. ສາເຫດອາດເປັນເພາະການລະເມີດເກີດຂຶ້ນດົນເກີນ 6 ເດືອນແລ້ວ ຫຼື ທ່ານໄດ້ຢື່ນອຸທອນກໍລະນີນັ້ນໄປແລ້ວ. ກະລຸນາອ້າງອິງຂໍ້ມູນເພີ່ມເຕີມໄດ້ທີ່ສູນອຸທອນ ສຳລັບຂໍ້ມູນເພີ່ມເຕີມ.
ວິທີການຂໍອຸທອນ
ເພື່ອຂໍອຸທອນ, ໃຫ້ປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ໃນ ສູນອຸທອນ, ໃຫ້ຄົ້ນຫາການລະເມີດທີ່ທ່ານຕ້ອງການຍື່ນອຸທອນແລ້ວເລືອກເພື່ອດຳເນີນການຕໍ່.
- ກົດ ເລີ່ມຕົ້ນການຂໍອຸທອນ.
- ກົດ ສົ່ງຂໍອຸທອນ.
ຖ້າມັນມີການລະເມີດຫຼາຍລາຍການທີ່ທ່ານຕ້ອງການອຸທອນ, ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານໄດ້ເລືອກທັງໝົດແລ້ວໃນຕອນທີ່ສົ່ງຂໍອຸທອນ.
ຫຼັງຈາກການຂໍອຸທອນ
ເມື່ອທ່ານໄດ້ຂໍອຸທອນການລະເມີດຂອງທ່ານແລ້ວ, ການລະເມີດນັ້ນຈະຖືກຍ້າຍໄປແຖບຂອງ ໄດ້ອຸທອນແລ້ວ ແລະ ທ່ານຈະເຫັນປ້າຍຢູ່ລະຫວ່າງການກວດສອບ ຖັດຈາກການລະເມີດນັ້ນ. ເມື່ອພວກເຮົາໄດ້ກວດສອບການຂໍອຸທອນຂອງທ່ານແລ້ວ, ປ້າຍນີ້ຈະຖືກອັບເດດເປັນ ຖືກອະນຸມັດ ຫຼື ຖືກປະຕິເສດ, ຂື້ນກັບຜົນຂອງການອຸທອນ.
- ຖ້າຫາກປ້າຍລະບຸວ່າການອຸທອນຂອງທ່ານ ຖືກອະນຸມັດ, ນັ້ນໝາຍຄວາມວ່າການລະເມີດທີ່ທ່ານໄດ້ສົ່ງຂໍອຸທອນນັ້ນຖືກຖອນຄືນ. ຂື້ນຢູ່ກັບການລະເມີດທີ່ທ່ານໄດ້ຂໍອຸທອນ, ພວກເຮົາກໍຈະໄດ້ເປີດບັນຊີຂອງທ່ານຄືນ, ຍົກເລີກຄຳເຕືອນ ແລະ/ຫຼື ກູ້ເນື້ອຫາຂອງທ່ານຄືນມາ.
- ຖ້າຫາກຂໍ້ຄວາມລະບຸວ່າການອຸທອນຂອງທ່ານ ຖືກປະຕິເສດ, ນັ້ນໝາຍຄວາມວ່າການລະເມີດທີ່ທ່ານໄດ້ຂໍອຸທອນນັ້ນໄດ້ຖືກຮັບການຢືນຢັນແລ້ວ. ຂື້ນຢູ່ກັບການລະເມີດທີ່ທ່ານໄດ້ຂໍອຸທອນ, ພວກເຮົາຈະບໍ່ໄດ້ເປີດບັນຊີຂອງທ່ານຄືນ, ຈະບໍ່ຍົກເລີກຄຳເຕືອນ ແລະ/ຫຼື ຈະບໍ່ກູ້ເນື້ອຫາຂອງທ່ານຄືນມາ.
ຖ້າຫາກທ່ານເຫັນການລະເມີດໃໝ່ໃນສູນຊ່ວຍເຫຼືອ, ນັ້ນໝາຍຄວາມວ່າລະຫວ່າງການກວດສອບຂອງພວກເຮົາ ພວກເຮົາໄດ້ຄົ້ນພົບການລະເມີດເພີ່ມເຕີມຕໍ່ກັບເງື່ອນໄຂຂອງການນຳໃຊ້ ຫຼື ຫຼັກປະຕິບັດຂອງຊຸມຊົນ. ທ່ານອາດຈະອຸທອນການລະເມີດໂຕໃໝ່ຜ່ານສູນຊ່ວຍເຫຼືອ.
ຖ້າຫາກທ່ານກຳລັງຊອກຫາຄຳຊີ້ແຈງກ່ຽວກັບເງື່ອນໄຂຕ່າງໆທີ່ຖືກນຳໃຊ້ໃນ ສູນອຸທອນ, ກະລຸນາເຂົ້າເບິ່ງບ່ອນນີ້ ບົດຄວາມສູນຊ່ວຍເຫຼືອ.