ອາຍຸຂັ້ນຕໍ່າສຳລັບ Tinder ກໍຄື 18 ປີ. ຖ້າທ່ານຖືກຈຳກັດການໃຊ້ງານ Tinder ເພາະບໍ່ກົງຕາມຂໍ້ກຳນົດອາຍຸຂອງພວກເຮົາ, ທ່ານຈະບໍ່ສາມາດດຳເນີນການສ້າງບັນຊີຕໍ່ໄດ້ຈົນກວ່າຈະມີອາຍຸຮອດ 18 ປີ.
ໄດ້ເຮັດຜິດພາດບໍ?
ຖ້າທ່ານກອກຂໍ້ມູນວັນເດືອນປີເກີດຜິດໂດຍບໍ່ໄດ້ຕັ້ງໃຈ ແລະ ທ່ານມີອາຍຸຫຼາຍກວ່າ 18 ປີແລ້ວ, ທ່ານສາມາດຢື່ນອຸທອນເພື່ອຂໍປົດຂໍ້ຈຳກັດໄດ້ໂດຍ ການຢືນຢັນອາຍຸຂອງທ່ານ.
ໃນການເລີ່ມຕົ້ນໃຫ້ເປີດແອັບ Tinder ແລ້ວເລືອກຕົວເລືອກສຳລັບການຢືນຢັນ ແລະ ເລືອກຕົວເລືອກທີ່ຢືນຢັນອາຍຸຂອງທ່ານ. ພວກເຮົາຈະຂໍໃຫ້ທ່ານສົ່ງເອກະສານຢືນຢັນຕົວຕົນຂອງທ່ານໃຫ້ກັບເວັບໄຊທ໌ບຸກຄົນທີ່ສາມທີ່ພວກເຮົາໃຊ້ກວດສອບອາຍຸ. ເມື່ອກວດສອບຂໍ້ມູນປະຈຳຕົວຂອງທ່ານແລ້ວ ແລະ ພວກເຮົາໄດ້ຮັບການຢືນຢັນວ່າທ່ານແມ່ນອາຍຸ 18 ປີຂື້ນໄປ, ພວກເຮົາຈະອັບເດດວັນເກີດຂອງທ່ານ ແລະ ຈະຍົກເລີກຂໍ້ຈຳກັດບັນຊີເພື່ອໃຫ້ທ່ານສາມາດສ້າງບັນຊີຕໍ່ໄປໄດ້.
ຜູ້ໃຊ້ໃນລັດ Texas, ສະຫະລັດອາເມລິກາ
Tinder ສຳລັບຜູ້ໃຫຍ່ອາຍຸ 18 ປີຂຶ້ນໄປເທົ່ານັ້ນ. ເພື່ອໃຫ້ເປັນໄປຕາມກົດໝາຍຂອງລັດ Texas, ພວກເຮົາໃຊ້ຂໍ້ມູນອາຍຸທີ່ໄດ້ຮັບຈາກ Apple App Store ຫຼື Google Play Store ເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ອາຍຸຕ່ຳກວ່າ 18 ປີເຂົ້າເຖິງບໍລິການຂອງພວກເຮົາ.
ຖ້າທ່ານມີອາຍຸເກີນ 18 ປີ ແຕ່ບໍ່ສາມາດສ້າງບັນຊີໄດ້, ກະລຸນາກວດສອບການຕັ້ງຄ່າໃນ App Store ຂອງທ່ານເພື່ອໃຫ້ແນ່ໃຈວ່າ:
- ວັນເດືອນປີເກີດຂອງທ່ານຖືກຕ້ອງ.
- ບັນຊີຂອງທ່ານບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງຜູ້ປົກຄອງ.
- ການແບ່ງປັນຂໍ້ມູນອາຍຸຖືກເປີດໃຊ້ງານຢູ່.
ເມື່ອອັບເດດການຕັ້ງຄ່າຮຽບຮ້ອຍແລ້ວ, ໃຫ້ກັບມາເປີດເຂົ້າ Tinder ແລະ ລອງໃໝ່ອີກຄັ້ງ.