ພວກເຮົາຈະລະງັບບັນຊີເມື່ອພວກເຮົາພົບພຶດຕິກຳທີ່ຂັດຕໍ່ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ ຫຼື ເງື່ອນໄຂຂອງການນຳໃຊ້. ພວກເຮົາຮູ້ດີວ່າການຖືກລະງັບບັນຊີອາດເຮັດໃຫ້ທ່ານຮູ້ສຶກບໍ່ສະບາຍໃຈ ແຕ່ກົດເຫຼົ່ານີ້ມີຂຶ້ນເພື່ອໃຫ້ Tinder ເປັນພື້ນທີ່ທີ່ປອດໄພ, ຕ້ອນຮັບທຸກຄົນ ແລະ ໃຫ້ຄວາມເຄົາລົບເຊິ່ງກັນແລະກັນ.
ຖ້າບັນຊີ Tinder ຂອງທ່ານຖືກລະງັບ, ທ່ານຈະໄດ້ຮັບການແຈ້ງເຕືອນທາງອີເມວ ແລະ ເຫັນຂໍ້ຄວາມແຈ້ງເຕືອນເມື່ອທ່ານພະຍາຍາມເຂົ້າສູ່ລະບົບ. ເມື່ອທ່ານຖືກແບນແລ້ວ, ທ່ານຈະບໍ່ສາມາດນຳໃຊ້ Tinder ຫຼື ສ້າງບັນຊີໃໝ່ໄດ້.
ການຈັດການການສະໝັກສະມາຊິກ
ຖ້າທ່ານມີການສະໝັກສະມາຊິກ Tinder ຫຼື ການເປັນສະມາຊິກແບບຊຳລະເງິນໃນຊ່ວງເວລາທີ່ບັນຊີຂອງທ່ານຖືກແບນ, ແລະ ທ່ານ:
-
ຖ້າຊື້ຜ່ານ Apple ID (iOS) ຫຼື Google Play (Android):
ທ່ານຈະຕ້ອງທຳການຍົກເລີກການສະໝັກສະມາຊິກດ້ວຍຕົນເອງຜ່ານ Apple ຫຼື Google ເພື່ອຫຼີກລ້ຽງຄ່າບໍລິການໃນອະນາຄົດ.
-
ຖ້າຊື້ຜ່ານ PayPal, ບັດເຄຣດິດ/ເດບິດໃນ Tinder.com, ຫຼື ຮຽກເກັບເງິນຄ່າບໍລິການໂດຍກົງຜ່ານ Android:
ການສະໝັກສະມາຊິກຂອງທ່ານຈະຖືກຍົກເລີກໂດຍອັດຕະໂນມັດ, ແລະ ທ່ານຈະບໍ່ຖືກຮຽກເກັບເງິນອີກ.
ສາມາດເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການຂໍຄືນເງິນໄດ້ ບ່ອນນີ້.
ການອຸທອນການລະງັບບັນຊີ
ຖ້າທ່ານເຊື່ອວ່າບັນຊີຂອງທ່ານຖືກລະງັບໂດຍຄວາມຄວາມຜິດພາດ, ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການອຸທອນ ແລະ ຂັ້ນຕອນການຂໍອຸທອນຂອງພວກເຮົາໄດ້ ບ່ອນນີ້.