ຖ້າທ່ານຕ້ອງການຮູ້ເພີ່ມເຕີມກ່ຽວກັບຄຳສັບໃດໆທີ່ໃຊ້ໃນ ສູນອຸທອນ, ທ່ານສາມາດຊອກຫາພາບລວມຕາມຕົວອັກສອນຂອງຄຳສັບທັງໝົດ ແລະ ຄຳອະທິບາຍຂອງພວກມັນໄດ້ຂ້າງລຸ່ມນີ້.
ສະຖານະບັນຊີ - ສະຖານະປັດຈຸບັນຂອງບັນຊີ, ບໍ່ວ່າໃຊ້ງານໄດ້ຕາມປົກກະຕິ (ສາມາດໃຊ້ໄດ້ໂດຍບໍ່ມີຂໍ້ຈຳກັດ) ຫຼື ບໍ່ສາມາດໃຊ້ງານ (ເນື່ອງຈາກຖືກແບນ, ລະງັບ ຫຼື ຖືກລົບ).
ການກະທຳທີ່ໄດ້ປະຕິບັດ - ລາຍລະອຽດກ່ຽວກັບປະເພດການກະທຳທີ່ໄດ້ປະຕິບັດຕໍ່ບັນຊີຫຼັງຈາກພົບເຫັນການລະເມີດ.
(ການລະເມີດ) ທີ່ດຳເນີນຢູ່ - ການລະເມີດທີ່ໄດ້ນຳໃຊ້ກັບບັນຊີ ແລະ ສາມາດອຸທອນໄດ້.
ການອຸທອນ - ຂະບວນການທີ່ຜູ້ໃຊ້ຮ້ອງຂໍໃຫ້ມີການທົບທວນຄືນການລະເມີດທີ່ໄດ້ຮັບການຢືນຢັນແລ້ວທີ່ສົ່ງຜົນກະທົບຕໍ່ບັນຊີຂອງເຂົາເຈົ້າ.
(ການລະເມີດ) ອຸທອນແລ້ວ - ການລະເມີດທີ່ໄດ້ຖືກອຸທອນແລ້ວ. ລວມເຖິງກໍລະນີທີ່ຢູ່ລະຫວ່າງການກວດສອບ ຫຼື ກໍລະນີທີ່ດຳເນີນການສຳເລັດແລ້ວ.
ແບນ - ການກະທຳທີ່ປະຕິບັດຕໍ່ບັນຊີຫຼັງຈາກຢືນຢັນການລະເມີດທີ່ເຮັດໃຫ້ຜູ້ໃຊ້ຖືກຫ້າມບໍ່ໃຫ້ເຂົ້າເຖິງບັນຊີ ຫຼື ສ້າງບັນຊີໃໝ່. ໂປຣໄຟລ໌ຖືກລົບອອກຈາກແພັດຟອມແລ້ວ.
ການລົບເນື້ອຫາ - ການກະທຳທີ່ປະຕິບັດເພື່ອລົບເນື້ອຫາທີ່ສ້າງຂຶ້ນໂດຍຜູ້ໃຊ້ໃນໂປຣໄຟລ໌ຂອງຜູ້ໃຊ້ທີ່ພົບວ່າລະເມີດ ຫຼັກປະຕິບັດຂອງຊຸມຊົນ ຫຼື ເງື່ອນໄຂການນຳໃຊ້ຂອງ Tinder. ໝາຍເຫດ: ການລົບເນື້ອຫາຈະມາພ້ອມກັບຄຳເຕືອນ.
ລາຍລະອຽດ - ລາຍລະອຽດເພີ່ມເຕີມກ່ຽວກັບສິ່ງທີ່ເກີດຂຶ້ນທີ່ສົ່ງຜົນໃຫ້ມີການດຳເນີນການສຳລັບການລະເມີດ.
(ການລະເມີດ) ທີ່ໝົດອາຍຸແລ້ວ - ການລະເມີດທີ່ໄດ້ນຳໃຊ້ກັບບັນຊີທີ່ບໍ່ສາມາດອຸທອນໄດ້ອີກຕໍ່ໄປ ເພາະວ່າການກະທຳດັ່ງກ່າວໄດ້ດຳເນີນມາເປັນເວລາຫຼາຍກວ່າ 6 ເດືອນແລ້ວ.
ຖືກລາຍງານໂດຍ: ລະບົບອັດຕະໂນມັດ - ກໍລະນີດັ່ງກ່າວໄດ້ຖືກຄົ້ນພົບໂດຍໃຊ້ເຄື່ອງມືອັດຕະໂນມັດກ່ອນທີ່ຈະມີການດຳເນີນການ.
ຖືກລາຍງານໂດຍ: ລາຍງານ - ກໍລະນີດັ່ງກ່າວໄດ້ຖືກຄົ້ນພົບຜ່ານລາຍງານທີ່ສົ່ງໂດຍຜູ້ໃຊ້ອື່ນ ຫຼື ບຸກຄົນພາຍນອກກ່ອນທີ່ຈະມີການດຳເນີນການໃດໆ.
ຖືກລາຍງານໂດຍ: Tinder ໄດ້ລິເລີ່ມການທົບທວນຄືນ - ກໍລະນີດັ່ງກ່າວໄດ້ຖືກຄົ້ນພົບໃນລະຫວ່າງການດຳເນີນທຸລະກິດປົກກະຕິ ແລະ ໄດ້ຮັບການທົບທວນກ່ອນທີ່ຈະດຳເນີນການໃດໆ
ອັບເດດຄັ້ງທ້າຍສຸດ - ວັນທີຂອງການປ່ຽນແປງຄັ້ງສຸດທ້າຍຕໍ່ການລະເມີດ. ຖ້າການລະເມີດໄດ້ຖືກອຸທອນແລ້ວ ແຕ່ຍັງບໍ່ທັນໄດ້ດຳເນີນການ, ມັນຈະເປັນວັນທີທີ່ຍື່ນອຸທອນ. ເມື່ອປະມວນຜົນແລ້ວ, ມັນຈະເປັນວັນທີທີ່ການທົບທວນຄືນການອຸທອນສຳເລັດ.
ຜົນໄດ້ຮັບ - ຜົນໄດ້ຮັບຫຼັງຈາກການອຸທອນໄດ້ຮັບການດຳເນີນການແລ້ວ.
ກວດສອບໂດຍ: ລະບົບອັດຕະໂນມັດ - ການລະເມີດໄດ້ຖືກກຳນົດໂດຍເຄື່ອງມືອັດຕະໂນມັດ ແລະ ບໍ່ກ່ຽວຂ້ອງກັບຜູ້ຄວບຄຸມທີ່ເປັນມະນຸດ.
ການລະງັບການໃຊ້ງານ - ການກະທຳທີ່ປະຕິບັດຕໍ່ບັນຊີຫຼັງຈາກຢືນຢັນການລະເມີດທີ່ຈຳກັດຜູ້ໃຊ້ຈາກການເຂົ້າເຖິງບັນຊີຂອງເຂົາເຈົ້າຊົ່ວຄາວ. ບັນຊີນີ້ບໍ່ສາມາດເຂົ້າເຖິງໄດ້ຈາກແພັດຟອມໃນໄລຍະນີ້. ຫຼັງຈາກໄລຍະເວລາການລະງັບການໃຊ້ງານສິ້ນສຸດລົງ, ບັນຊີຈະຖືກເປີດໃຊ້ຄືນໂດຍອັດຕະໂນມັດ ເວັ້ນເສຍແຕ່ຈະມີການລະເມີດເພີ່ມເຕີມເກີດຂຶ້ນ.
ການລະເມີດ - ເນື້ອຫາ ຫຼື ພຶດຕິກຳທີ່ບໍ່ສອດຄ່ອງກັບ ຫຼັກປະຕິບັດຂອງຊຸມຊົນ ຫຼື ເງື່ອນໄຂການນຳໃຊ້ຂອງ Tinder.
ປະເພດການລະເມີດ - ຊື່ຂອງນະໂຍບາຍທີ່ຖືກລະເມີດ.
ຄຳເຕືອນ - ການກະທຳທີ່ໄດ້ປະຕິບັດຫຼັງຈາກຢືນຢັນການລະເມີດທີ່ເຮັດໃຫ້ຜູ້ໃຊ້ໄດ້ຮັບແຈ້ງການກ່ຽວກັບພຶດຕິກຳດັ່ງກ່າວ. ໝາຍເຫດ, ການເຕືອນຫຼາຍຄັ້ງສຳລັບປະເພດການລະເມີດດຽວກັນອາດສົ່ງຜົນໃຫ້ບັນຊີຖືກລະງັບການໃຊ້ງານ ຫຼື ຖືກແບນໄດ້. ຄຳເຕືອນຍັງຈະມາພ້ອມກັບການລົບເນື້ອຫາອີກດ້ວຍ.