ເມື່ອບັນຊີຂອງທ່ານຖືກແບນຈາກ Tinder, ທ່ານຈະໄດ້ຮັບອີເມວ ແລະ ແຈ້ງເຕືອນເມື່ອທ່ານພະຍາຍາມເຂົ້າສູ່ລະບົບ. ຖ້າບັນຊີຂອງທ່ານຖືກລະງັບ, ທ່ານຈະສາມາດກັບຄືນໄປໃຊ້ Tinder ໄດ້ພາຍໃນ 6 ເດືອນ.
ຖ້າທ່ານສະໝັກໃຊ້ໂດຍໃຊ້ iPhone ຫຼື ອຸປະກອນ Android ຂອງທ່ານ, ທ່ານຈະຕ້ອງຍົກເລີກການສະໝັກສະມາຊິກຂອງທ່ານດ້ວຍຕົວທ່ານເອງ. ສາມາດຊອກຫາຂໍ້ມູນເພີ່ມເຕີມໄດ້ ທີ່ນີ້.
ບັນຊີຈະຖືກລະງັບເມື່ອພວກເຮົາກວດພົບການລະເມີດ ຫຼັກປະຕິບັດຂອງຊຸມຊົນຂອງພວກເຮົາ ຫຼື ເງື່ອນໄຂການນຳໃຊ້. ຖ້າ ທ່ານເຊື່ອວ່າບັນຊີຂອງທ່ານຖືກດຳເນີນການຜິດພາດ, ທ່ານອາດຈະອຸທອນຜ່ານ ສູນອຸທອນ. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບຂະບວນການອຸທອນຂອງ Tinder ໄດ້ໃນ ສູນຊ່ວຍເຫຼືອ ຂອງພວກເຮົາ.