ອັບເດດຄວາມຕ້ອງການການຄົ້ນພົບຂອງທ່ານ
ການຄົ້ນພົບແມ່ນສ່ວນໜຶ່ງຂອງ Tinder ທີ່ທ່ານສາມາດເບິ່ງໂປຣໄຟລ໌ຂອງຄົນອື່ນໄດ້. ທ່ານສາມາດ ແກ້ໄຂຄວາມຕ້ອງການໃນການຄົ້ນຫາຂອງທ່ານ ແລະ ຄວບຄຸມໄດ້ວ່າທ່ານຈະເຫັນໃຜໃນການຄົ້ນພົບໄດ້ໂດຍແກ້ໄຂທີ່ການຕັ້ງຄ່າການຄົ້ນພົບຂອງທ່ານ.
ເພື່ອແກ້ໄຂການຕັ້ງຄ່າການຄົ້ນພົບ:
- ເປີດ Tinder
- ກົດໄອຄອນໂປຣໄຟລ໌
- ໄປທີ່ ການຕັ້ງຄ່າ
- ເລື່ອນລົງຫາ ການຄົ້ນພົບ
ຈາກນີ້, ທ່ານສາມາດອັບເດດການຕັ້ງຄ່າການຄົ້ນພົບຂອງທ່ານໄດ້ເຊັ່ນ: ລົດສະນິຍົມທາງເພດ, ອາຍຸ, ແລະ ໄລຍະທາງ ເພື່ອປັບໃຫ້ວ່າທ່ານຈະເຫັນໃຜໄດ້ແນ່ໃນ Tinder.
ຕົວທຳລາຍຄວາມສຳພັນ
ພວກເຮົາອາດສະແດງຄູ່ທີ່ເໝາະສົມຊື່ງຢູ່ນອກເໜືອຈາກໄລຍະທາງຂອງທ່ານ ແລະ ອາຍຸທີ່ທ່ານຕ້ອງການ, ສ່ວນໃຫຍ່ແລ້ວໃນຕອນທີ່ທ່ານໝົດຄຳແນະນຳພາຍໃນຊ່ວງນີ້ໄປແລ້ວ. ການຕັ້ງຄ່າເຫຼົ່ານີ້ຖືເປັນຕົວເລືອກທີ່ເປັນຕົວທຳລາຍຄວາມສຳພັນສຳລັບທ່ານຫຼືບໍ? ທ່ານຈະເຫັນປຸ່ມສະຫຼັບດ້ານລຸ່ມຂອງແຕ່ລະສະໄລ້ໃນການຕັ້ງຄ່າການຄົ້ນພົບຂອງທ່ານ ເຊິ່ງຄວບຄຸມວ່າພວກເຮົາຈະສະແດງບຸກຄົນທີ່ຢູ່ນອກເໜືອຈາກຊ່ວງຂອງທ່ານ ຫຼື ບໍ່.
ປິດ ການຄົ້ນພົບ
ຕອນທີ່ທ່ານປິດ ການຄົ້ນພົບ, ໂປຣໄຟລ໌ຂອງທ່ານຈະບໍ່ຖືກສະແດງໃຫ້ກັບຄົນໃໝ່ໃນ Tinder*, ແຕ່ທ່ານຍັງສາມາດເບິ່ງ ແລະ ແຊັດກັບບັນດາຄູ່ຂອງທ່ານໄດ້.
ເພື່ອເຊື່ອງໂປຣໄຟລ໌ຂອງທ່ານ:
- ເປີດ Tinder
- ກົດໄອຄອນໂປຣໄຟລ໌
- ໄປທີ່ ການຕັ້ງຄ່າ
- ເລື່ອນລົງຫາ ການຄົ້ນພົບ
- ຊອກຫາ ສະແດງຂ້ອຍຢູ່ Tinder
- ເປີດ ຫຼື ປິດ ປຸ່ມສະລັບ
ໝາຍເຫດ: ຄົນທີ່ທ່ານ Like ກ່ອນການປິດ ການຄົ້ນພົບ ສາມາດເຫັນໂປຣໄຟລ໌ຂອງທ່ານໄດ້ ແລະ ຄົນທີ່ Like ທ່ານຄືນ. ນີ້ໝາຍຄວາມວ່າທ່ານອາດຈະໄດ້ຈັບຄູ່ໃໝ່ເຖິງແມ່ນວ່າຈະປິດ ການຄົ້ນພົບ.