ການຄົ້ນຫາແມ່ນຟັງຊັ່ນແມ່ນກຳລັງຢູ່ໃນລະຫວ່າງການທົດສອບ ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ຊອກຫາຄົນແບບທີ່ເຈົ້າມັກໄດ້ດ້ວຍວິທີໃໝ່ໆ! ຟັງຊັ່ນການຄົ້ນຫາ ແມ່ນພ້ອມເປີດໃຫ້ໃຊ້ງານສຳລັບຜູ້ໃຊ້ iOS ໃນບາງພື້ນທີ່ເທົ່ານັ້ນ.
ການເຂົ້າໃຊ້ງານ ຟັງຊັ່ນການຄົ້ນຫາ
ຖ້າຟັງຊັ່ນການຄົ້ນຫາ ສາມາດໃຊ້ງານໄດ້ສຳລັບທ່ານ, ທ່ານສາມາດຄົ້ນຫາຟັງຊັ່ນນີ້ໄດ້ໂດຍປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້:
- ເປີດແອັບ Tinder
- ກົດແຖບການຄົ້ນພົບ.
- ກົດໄອຄອນຮູບແວ່ນຂະຫຍາຍທີ່ຢູ່ມຸມເບື້ອງຊ້າຍທາງເທິງຂອງໜ້າຈໍຂອງທ່ານ.
- ຄົ້ນຫາໄດ້ເລີຍ!
ກຳລັງໃຊ້ງານຟັງຊັ່ນການຄົ້ນຫາ
ຟັງຊັ່ນການຄົ້ນຫາ ຊ່ວຍໃຫ້ທ່ານຊອກຫາຄຳສັບສະເພາະທີ່ຕ້ອງການໄດ້ ເພື່ອຊ່ວຍໃຫ້ທ່ານຊອກຫາຄົນທີ່ແມ່ນສະເປັກຂອງທ່ານ. ທ່ານພ້ອມທີ່ຈະເຊື່ອມຕໍ່ບໍ? ຄົ້ນຫາສິ່ງທີ່ເຈົ້າສົນໃຈ! ການຄົ້ນຫາສາມາດໃຊ້ເພື່ອຊອກຫາຜູ້ໃຊ້ທີ່ມີສົນໃຈຄ້າຍກັນ ຫຼື ຮ່ວມກັນ ເຊັ່ນ ຄົນຮັກດົນຕີ, ຄົນລ້ຽງສັດ, ນັກເດີນທາງຮອບໂລກ ແລະ ອີກຫຼາຍໆ. ບໍ່ວ່າຈະເປັນກິລາປະເພດໃດກໍຕາມ, ແຟນໆຂອງກິດຈະກຳສະເພາະ, ສິນລະປິນ ຫຼື ນັກດົນຕີ, ແລະ (ເກືອບ) ທຸກສິ່ງລະຫວ່າງນັ້ນ, ຟັງຊັ່ນການຄົ້ນຫາ ສາມາດຊ່ວຍທ່ານຊອກຫາຄົນທີ່ເປັນສະເປັກຂອງທ່ານໄດ້!
ຟັງຊັ່ນການຄົ້ນຫາບໍ່ໄດ້ຖືກອອກແບບມາເພື່ອຊອກຫາບຸກຄົນໃດບຸກຄົນໜຶ່ງສະເພາະ. ພວກເຮົາຈະບໍ່ສະແດງຜົນການຄົ້ນຫາທີ່ໃຊ້ຊື່ຂອງບຸກຄົນ, ອາຍຸ, ຊື່ບັນຊີສັງຄົມອອນໄລນ໌ ຫຼື ການຄົ້ນຫາທີ່ພະຍາຍາມຊອກຫາຄົນໂດຍອີງຈາກສິ່ງຕ່າງໆ ເຊັ່ນ ເຊື້ອຊາດ, ສັນຊາດ ຫຼື ສາສະໜາ*. ລະບົບບໍ່ຮອງຮັບການຄົ້ນຫາທີ່ມີຄຳສັບທີ່ບໍ່ເໝາະສົມ ຫຼື ກ່ຽວຂ້ອງກັບກິດຈະກຳທີ່ຜິດກົດໝາຍ.
*ກະລຸນາຮັບຊາບ: ພວກເຮົາມີຄຸນສົມບັດອື່ນໆ ແລະ ການຕັ້ງຄ່າການຄົ້ນພົບ ເຊັ່ນ ຟິວເຕີ ແລະ ການຕັ້ງຄ່າຄວາມມັກ ເພື່ອຊ່ວຍໃຫ້ທ່ານຊອກຫາຜູ້ໃຊ້ທີ່ມີອາຍຸ, ສາສະໜາ ແລະ ອື່ນໆ ຕາມທີ່ທ່ານຕ້ອງການ.
ວິທີການເຮັດວຽກຂອງຟັງຊັ່ນການຄົ້ນຫາ
ລະບົບການຄົ້ນຫາໃຊ້ຂໍ້ມູນທີ່ທ່ານແບ່ງປັນໄວ້ໃນໂປຣໄຟລ໌ຂອງທ່ານ ເຊັ່ນ ຮູບ, ລາຍລະອຽດໃນປະຫວັດຫຍໍ້ ແລະ ອົງປະກອບອື່ນໆໃນໂປຣໄຟລ໌ຂອງທ່ານ ເພື່ອໃຫ້ໄດ້ຜົນໄດ້ຮັບກົງກັບສິ່ງທີ່ຜູ້ໃຊ້ຄົນອື່ນຄົ້ນຫາໄດ້ຫຼາຍທີ່ສຸດ. ໂດຍຫຼັກໆແລ້ວ ແອັບນີ້ຈະເນັ້ນໄປທີ່ຄວາມສົນໃຈ, ວິຖີການໃຊ້ຊີວິດ ແລະ Vibes ຂອງຜູ້ໃຊ້ — ບໍ່ແມ່ນລັກສະນະທາງກາຍະພາບ.
ເພື່ອຮັກສາຊຸມຊົນຂອງພວກເຮົາໃຫ້ປອດໄພ ແລະ ຫັດກຸມທຸກຄົນ, ຟັງຊັ່ນການຄົ້ນຫາແມ່ນຍຶດຖືຫຼັກການສຳຄັນດັ່ງນີ້:
ລະບົບການຄົ້ນຫາຖືກປັບໃຫ້ເໝາະສົມເພື່ອຊ່ວຍຊອກຫາຄູ່ທີ່ເໝາະສົມຕາມຄວາມສົນໃຈ ແລະ ວິຖີການໃຊ້ຊີວິດ. ເຖີງແມ່ນວ່າທ່ານສາມາດຄົ້ນຫາຄໍາສໍາຄັນທີ່ກ່ຽວກັບສິ່ງທີ່ທ່ານມັກເຮັດໄດ້, ແຕ່ເຄື່ອງມືຄົ້ນຫາຂອງພວກເຮົາບໍ່ໄດ້ຖືກອອກແບບມາເພື່ອສົ່ງຄືນບັນດາຄູ່ ໂດຍພິຈາລະນາອີງໃສ່ຄຸນລັກສະນະສ່ວນບຸກຄົນທີ່ອ່ອນໄຫວ ເຊັ່ນ ເຊື້ອຊາດ, ສາສະໜາ, ຮູບຮ່າງ ຫຼື ສັງກັດທາງການເມືອງ. ພວກເຮົາເຊື່ອວ່າ ການສ້າງຄວາມສຳພັນທີ່ດີທີ່ສຸດເກີດຂຶ້ນເມື່ອທ່ານໃສ່ໃຈທີ່ຕົວຄົນ ບໍ່ແມ່ນການກວດສອບລັກສະນະທາງຮູບຮ່າງພຽງຢ່າງດຽວ.
ເພື່ອຮັກສາບັນຍາກາດທີ່ເຄົາລົບຊຶ່ງກັນ ແລະ ກັນ, ຟັງຊັ່ນການຄົ້ນຫາ ບໍ່ຮອງຮັບການສະແດງຜົນສຳລັບຄຸນລັກສະນະທີ່ອ່ອນໄຫວ ຫຼື ສິ່ງໃດກໍຕາມທີ່ບໍ່ໄດ້ຮັບອະນຸຍາດໃນ Tinder. ຊຶ່ງລວມເຖີງສິ່ງຕ່າງໆເຊັ່ນ:
- ເນື້ອຫາທີ່ຜິດກົດໝາຍ: ຄຳສັບສຳຄັນທີ່ກ່ຽວກັບການຄ້າປະເວນີ, ການຈຳໜ່າຍຢາເສບຕິດ, ຫຼື ການຄ້າມະນຸດ.
- ເນື້ອຫາທີ່ເປັນອັນຕະລາຍ: ຄໍາສັບສໍາຄັນທີ່ກ່ຽວຂ້ອງກັບຄໍາເວົ້າທີ່ສ້າງຄວາມກຽດຊັງ, ຄວາມຮຸນແຮງ, ຫຼື ເນື້ອຫາທາງເພດທີ່ຊັດເຈນ.
- ເງື່ອນໄຂຄວາມປອດໄພ: ການຄົ້ນຫາທີ່ກ່ຽວຂ້ອງກັບການທຳຮ້າຍຕົນເອງ ຫຼື ການສວຍໃຊ້ເດັກນ້ອຍ.
- ລັກສະນະທີ່ປ່ຽນບໍ່ໄດ້: ເຊື້ອຊາດ, ສາສະໜາ, ຮູບຮ່າງ, ແນວຄິດທາງການເມືອງ, ສ່ວນສູງ, ສີຕາ, ສີຜົມ.
ຖ້າຄຳສັບຄົ້ນຫາໃດໜຶ່ງບໍ່ຮອງຮັບ, ທ່ານຈະເຫັນແຈ້ງເຕືອນວ່າບໍ່ອະນຸຍາດໃຫ້ດຳເນີນການຄົ້ນຫາ.
ເພື່ອປົກປ້ອງຄວາມເປັນສ່ວນໂຕຂອງຜູ້ໃຊ້ຂອງພວກເຮົາ ແລະ ປ້ອງກັນການຄຸກຄາມນອກແພລດຟອມ, ຟັງຊັ່ນການຄົ້ນຫາຈື່ງບໍ່ສາມາດໃຊ້ຊອກຫາບຸກຄົນໃດບຸກູົນໜຶ່ງສະເພາະຈາກຊື່ ຫຼື ຊື່ບັນຊີສື່ສັງຄົມອອນໄລນ໌ຂອງເຂົາໄດ້.
ຄວາມເປັນສ່ວນຕົວ & ຄວາມປອດໄພ
ຄືກັນກັບທຸກອົງປະກອບຂອງປະສົບການໃຊ້ງານ Tinder, ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຜູ້ໃຊ້ຂອງພວກເຮົາແມ່ນສຳຄັນຢ່າງຍິ່ງ. ຟັງຊັ່ນການຄົ້ນຫາບໍ່ໄດ້ຖືກອອກແບບເພື່ອຮອງຮັບການຄົ້ນຫາໃດໆທີ່ລະເມີດ ຫຼັກປະຕິບັດຂອງຊຸມຊົນຂອງພວກເຮົາ. ເຖິງແມ່ນວ່າໂປຣໄຟລ໌ຂອງທ່ານອາດຈະຖືກສະແດງຢູ່ໃນຜົນການຄົ້ນຫາຂອງຜູ້ໃຊ້ຄົນອື່ນ, ແຕ່ຜູ້ໃຊ້ຄົນອື່ນຈະບໍ່ສາມາດໃຊ້ ຟັງຊັ່ນການຄົ້ນຫາ ເພື່ອຊອກຫາທ່ານໂດຍໃຊ້ຊື່ ຫຼື ຊື່ໃຊ້ໃນສື່ສັງຄົມອອນໄລນ໌ຂອງທ່ານໄດ້. ນອກຈາກນັ້ນ, ຜູ້ໃຊ້ທີ່ທ່ານໄດ້ບລັອກໄວ້ຈະບໍ່ເຫັນທ່ານໃນຜົນການຄົ້ນຫາຂອງເຂົາເຈົ້າ, ແລະ ທ່ານກໍຈະບໍ່ເຫັນເຂົາເຈົ້າເຊັ່ນກັນ.