ສຳຫຼວດແມ່ນສູນລວມປະສົບການຫຼາກຫຼາຍຮູບແບບທີ່ເປີດໃຫ້ຜູ້ໃຊ້ Android ແລະ iOS ທົ່ວໂລກໃຊ້ງານໄດ້. ສຳຫຼວດມອບໂອກາດໃຫ້ຜູ້ໃຊ້ໄດ້ປັດ ແລະ ຈັບຄູ່ກັບຜູ້ທີ່ມີຄວາມສົນໃຈ ຫຼື ປະສົບການທີ່ຄ້າຍຄືກັນ.
ວິທີເຂົ້າເຖິງການສຳຫຼວດ
ທ່ານສາມາດເຂົ້າໃຊ້ງານສຳຫຼວດໄດ້ຕາມຂັ້ນຕອນທາງລຸ່ມນີ້. ຄຸນສົມບັດນີ້ໃຊ້ງານໄດ້ທັງ Android ແລະ iOS:
- ເປີດແອັບ Tinder
- ຢູ່ໃນແຖບນຳທາງຂ້າງລຸ່ມ, ໃຫ້ກົດທີ່ໄອຄອນສຳຫຼວດ
- ເລື່ອນໜ້າຈໍ ແລະ ເລືອກປະສົບການໃນການສຳຫຼວດທີ່ທ່ານສົນໃຈ!
ການໃຊ້ງານສຳຫຼວດ
ເມື່ອທ່ານກົດທີ່ແທັບສໍາຫຼວດ, ທ່ານຈະເຫັນປະສົບການ ແລະ ໝວດໝູ່ຕ່າງໆທີ່ມີໃຫ້ເລືອກ. ມີປະສົບການໃຫ້ເລືອກຫຼາກຫຼາຍ ຕັ້ງແຕ່ຄວາມມັກສ່ວນຕົວ (ເຊັ່ນ ອາຫານ ຫຼື ດົນຕີ) ໄປຈົນຮອດຄຸນສົມບັດພິເສດສະເພາະ. ທ່ານອາດພົບໝວດໝູ່ທີ່ປ່ຽນໄປຕາມລະດູການ ຫຼື ມີສະເພາະຊ່ວງກິດຈະກຳພິເສດນຳອີກ.
ກະລຸນາຮັບຊາບ: ບາງໝວດໝູ່ອາດມີສະເພາະບາງພື້ນທີ່ ຫຼື ຊ່ວງເວລາ ແລະ ອາດມີການປ່ຽນແປງໄດ້.
ການປັດ ແລະ ການຈັບຄູ່ໃນສຳຫຼວດຈະເຮັດວຽກຄືກັບໃນການຄົ້ນພົບ, ໂດຍຜູ້ໃຊ້ງານທີ່ສະແດງໃນໜ້ານີ້ຈະຖືກຄັດເລືອກໃຫ້ເໝາະກັບປະສົບການທີ່ທ່ານເລືອກ.