ນຳໃຊ້ຄຸນສົມບັດເພື່ອນຮ່ວມກັນເພື່ອເບິ່ງວ່າທ່ານມີລາຍຊື່ໝູ່ເພື່ອນທີ່ຄືກັນກັບຄົນອື່ນໃນ Tinder ຫຼືບໍ່.
ໝາຍເຫດ: ຄຸນສົມບັດເພື່ອນຮ່ວມກັນໃຊ້ງານໄດ້ໃນບາງປະເທດສະເພາະຜູ້ໃຊ້ໃນ Android ແລະ iOS.
ເຮັດວຽກແນວໃດ?
ຫຼັງຈາກທີ່ທ່ານນຳເຂົ້າລາຍຊື່ຜູ້ຕິດຕໍ່ຂອງທ່ານແລ້ວ, ຖ້າທ່ານ ແລະ ອີກຝ່າຍໃນ Tinder ມີໝູ່ຮ່ວມກັນ ແລະ ຖ້າອີກຝ່າຍກໍເປີດໃຊ້ງານຄຸນສົມບັດເພື່ອນຮ່ວມກັນເຊັ່ນດຽວກັນ, ທ່ານຈະເຫັນຈຳນວນເພື່ອນທີ່ມີຮ່ວມກັນສະແດງຢູ່ໃນໂປຣໄຟລ໌ຂອງອີກຝ່າຍ. ທ່ານຈະບໍ່ເຫັນຊື່ຂອງເພື່ອນທີ່ມີຮ່ວມກັນ — ຈະເຫັນພຽງຈຳນວນເທົ່ານັ້ນ.
ຕົວຢ່າງເຊັ່ນ:
- ຖ້າຜູ້ໃຊ້ A ມີບຸກຄົນ B ຢູ່ໃນລາຍຊື່ຕິດຕໍ່ຂອງຕົນເອງ,
- ແລະ ຜູ້ໃຊ້ C ກໍມີບຸກຄົນ B ຢູ່ໃນລາຍຊື່ຕິດຕໍ່ເຊັ່ນດຽວກັນ,
- ແລະ ບຸກຄົນ B ເປັນພຽງຄົນດຽວທີ່ຜູ້ໃຊ້ A ແລະ ຜູ້ໃຊ້ C ມີຮ່ວມກັນ
- ຈາກນັ້ນ: ຜູ້ໃຊ້ A ແລະ ຜູ້ໃຊ້ C ຈະເຫັນວ່າພວກເຂົາມີເພື່ອນຮ່ວມກັນ 1 ຄົນ, ເມື່ອພວກເຂົາເຫັນກັນ ແລະ ກັນໃນ Tinder. ແຕ່ພວກເຂົາຈະບໍ່ຮູ້ວ່າເພື່ອນຮ່ວມກັນຄົນນັ້ນແມ່ນບຸກຄົນ B.
ກະລຸນາຈື່ໄວ້ວ່າທ່ານເອງກໍອາດເປັນບຸກຄົນ B ໃນສະຖານະການນີ້ໄດ້ເຊັ່ນດຽວກັນ. ຖ້າທ່ານບັງເອີນເປັນເພື່ອນທີ່ມີຮ່ວມກັນຂອງຜູ້ໃຊ້ Tinder 2 ຄົນ, ທ່ານອາດຖືກລວມຢູ່ໃນການນັບຈຳນວນເພື່ອນທີ່ມີຮ່ວມກັນນຳ, ແຕ່ຜູ້ໃຊ້ເຫຼົ່ານັ້ນຈະບໍ່ຮູ້ວ່າຄົນນັ້ນແມ່ນທ່ານ.
ຖ້າທ່ານມີເພື່ອນທີ່ມີຮ່ວມກັນທີ່ບໍ່ຢາກເຫັນ ຫຼື ບໍ່ຢາກໃຫ້ເຫັນທ່ານໃນ Tinder, ທ່ານສາມາດໃຊ້ຄຸນສົມບັດ ບລັອກລາຍຊື່ຜູ້ຕິດຕໍ່ ໄດ້ກ່ອນທີ່ຈະເປີດໃຊ້ຄຸນສົມບັດນີ້.
ຂ້ອຍຈະເບິ່ງເພື່ອນຮ່ວມກັນໄດ້ແນວໃດ?
ຖ້າທ່ານສາມາດໃຊ້ງານຄຸນສົມບັດເພື່ອນຮ່ວມກັນໄດ້, ໃຫ້ເລີ່ມຕົ້ນດັ່ງນີ້:
- ເປີດແອັບ Tinder
- ກົດໃສ່ ໄອຄອນໂປຣໄຟລ໌
- ໄປທີ່ເມນູ ການຕັ້ງຄ່າ
- ເລື່ອນລົງເພື່ອຊອກຫາ ເພື່ອນຮ່ວມກັນ ແລະ ກົດເພື່ອເປີດໃຊ້ງານ
- ເລືອກວ່າທ່ານຕ້ອງການ ບລັອກລາຍຊື່ຜູ້ຕິດຕໍ່ ໃດກ່ອນຫຼືບໍ່
- ດຳເນີນການຕັ້ງຄ່າໃຫ້ສຳເລັດໂດຍການນຳເຂົ້າລາຍຊື່ຜູ້ຕິດຕໍ່ຂອງທ່ານ
ຂ້ອຍສາມາດເບິ່ງເພື່ອນຮ່ວມກັນ, ໂດຍບໍ່ຖືກນັບວ່າເປັນເພື່ອນໄດ້ບໍ່?
ບໍ່ສາມາດເຮັດແບບນັ້ນໄດ້ — ຖ້າຜູ້ໃຊ້ Tinder 2 ຄົນມີທ່ານຢູ່ໃນລາຍຊື່ຕິດຕໍ່ຂອງພວກເຂົາ ແລະ ເປີດໃຊ້ຄຸນສົມບັດເພື່ອນຮ່ວມກັນ, ທ່ານອາດຖືກນັບເປັນເພື່ອນທີ່ມີຮ່ວມກັນໄດ້. ກະລຸນາຈື່ໄວ້ວ່າພວກເຂົາຈະບໍ່ເຫັນຊື່ຂອງເພື່ອນທີ່ມີຮ່ວມກັນ.
ຂ້ອຍສາມາດຈັດການໄດ້ບໍວ່າລາຍຊື່ຜູ້ຕິດຕໍ່ໃດຈະຖືກອັບໂຫຼດ?
ຖ້າທ່ານມີໃຜບາງຄົນໃນລາຍຊື່ຜູ້ຕິດຕໍ່ທີ່ບໍ່ຕ້ອງການໃຫ້ຖືກເພີ່ມເຂົ້າໄປໃນເພື່ອນຮ່ວມກັນ, ທ່ານສາມາດ ບລັອກລາຍຊື່ຜູ້ຕິດຕໍ່ນັ້ນ ໄດ້ກ່ອນເລີ່ມໃຊ້ຄຸນສົມບັດນີ້. ປະຕິບັດຕາມຂັ້ນຕອນໃຕ້ຫົວຂໍ້ "ຂ້ອຍຈະເບິ່ງເພື່ອນຮ່ວມກັນໄດ້ແນວໃດ?" ທາງເທິງເພື່ອເລີ່ມຕົ້ນໃຊ້ງານ.
ຈະເກີດຫຍັງຂື້ນຖ້າຂ້ອຍປິດຄຸນສົມບັດເພື່ອນຮ່ວມກັນ?
ຖ້າທ່ານປິດຄຸນສົມບັດເພື່ອນຮ່ວມກັນໃນເມນູການຕັ້ງຄ່າ ບັນຊີ, ທ່ານຈະບໍ່ເຫັນເພື່ອນທີ່ມີຮ່ວມກັນທີ່ສະແດງຢູ່ໃນໂປຣໄຟລ໌ຂອງຜູ້ອື່ນອີກຕໍ່ໄປ ແລະ ລາຍຊື່ຜູ້ຕິດຕໍ່ທີ່ທ່ານນຳເຂົ້າໄວ້ກ່ອນໜ້ານີ້ຈະຖືກລົບອອກທັງໝົດ. ທ່ານສາມາດປິດຄຸນສົມບັດເພື່ອນຮ່ວມກັນໃນເມນູການຕັ້ງຄ່າ Tinder ໄດ້ຕະຫຼອດເວລາ.
Tinder ໃຊ້ຂໍ້ມູນລາຍຊື່ຜູ້ຕິດຕໍ່ຂອງຂ້ອຍໄດ້ແນວໃດ?
ເພື່ອນຮ່ວມກັນເປັນຄຸນສົມບັດຂອງ Tinder ທີ່ຕ້ອງໃຊ້ລາຍຊື່ຜູ້ຕິດຕໍ່ໃນອຸປະກອນຂອງທ່ານ. ເມື່ອທ່ານອະນຸບາດໃຫ້ພວກເຮົາເຂົ້າເຖິງລາຍຊື່ຜູ້ຕິດຕໍ່ຂອງທ່ານ, ພວກເຮົາຈະຮວບຮວມຂໍ້ມູນໝາຍເລກໂທລະສັບຈາກລາຍຊື່ຕິດຕໍ່ຂອງທ່ານ ແລະ ຈັດເກັບໄວ້ຢ່າງປອດໄພ. ສຳລັບລາຍຊື່ຜູ້ຕິດຕໍ່ທີ່ນຳເຂົ້າມາ, ພວກເຮົາຈະກວດສອບດ້ວຍວ່າລາຍຊື່ນັ້ນເປັນຜູ້ໃຊ້ Tinder ແລະ ໄດ້ເປີດໃຊ້ງານຄຸນສົມບັດເພື່ອນຮ່ວມກັນຫຼືບໍ່. ສິ່ງນີ້ຊ່ວຍໃຫ້ພວກເຮົາສະແດງຈຳນວນເພື່ອນທີ່ມີຮ່ວມກັນທັງໝົດລະຫວ່າງເຈົ້າກັບຜູ້ໃຊ້ອີກຄົນໜຶ້່ງທີ່ເປີດໃຊ້ຄຸນສົມບັດເພື່ອນຮ່ວມກັນໄດ້. ຖ້າລາຍຊື່ຜູ້ຕິດຕໍ່ທີ່ທ່ານນຳເຂົ້າບໍ່ແມ່ນຜູ້ໃຊ້ Tinder ຂໍ້ມູນຂອງພວກເຂົາຈະຖືກຈັດການຕາມທີ່ລະບຸໄວ້ທາງລຸ່ມໃນຫົວຂໍ້ "ຂໍ້ມູນສຳລັບຜູ້ຕິດຕໍ່ທີ່ບໍ່ໄດ້ໃຊ້ Tinder."
ໃນຖານະຜູ້ໃຊ້ Tinder, ທ່ານອາດເຄີຍໃຫ້ສິດກັບ Tinder ໃນການເຂົ້າເຖິງລາຍຊື່ຜູ້ຕິດຕໍ່ຂອງທ່ານເຊັ່ນ: ເວລາທີ່ໃຊ້ ຄຸນສົມບັດບລັອກລາຍຊື່ຜູ້ຕິດຕໍ່ ຂອງພວກເຮົາ. ຖ້າທ່ານມີຄຳຖາມກ່ຽວກັບວິທີການທີ່ Tinder ໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານ, ກະລຸນາເບິ່ງຂໍ້ມູນໃນ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
ຂໍ້ມູນສຳລັບຜູ້ຕິດຕໍ່ທີ່ບໍ່ໄດ້ໃຊ້ Tinder:
ພວກເຮົາອາດປະມວນຜົນໝາຍເລກໂທລະສັບຂອງທ່ານເຖິງແມ່ນວ່າທ່ານຈະບໍ່ໄດ້ເປັນຜູ້ໃຊ້ Tinder ກໍຕາມ, ຖ້າຜູ້ໃຊ້ Tinder ຄົນໃດຄົນໜຶ່ງບັນທຶກເບີຂອງທ່ານໄວ້ໃນລາຍຊື່ຕິດຕໍ່ ແລະ ເລືອກທີ່ຈະອັບໂຫຼດລາຍຊື່ນັ້ນເຂົ້າສູ່ Tinder ເພື່ອໃຊ້ກັບຄຸນສົມບັດເພື່ອນຮ່ວມກັນ.
ເມື່ອຜູ້ໃຊ້ Tinder ອັບໂຫຼດໝາຍເລກໂທລະສັບຂອງທ່ານ, ລະບົບຈະປ່ຽນໝາຍເລກນັ້ນໃຫ້ເປັນລະຫັດແຮັຊ (hash) ແບບເຂົ້າລະຫັດ ເຊິ່ງບໍ່ສາມາດອ່ານ ຫຼື ຍ້ອນກັບໄດ້ໂດຍ Tinder. ພວກເຮົາຈະບໍ່ເກັບລາຍຊື່ທີ່ເຊື່ອມໂຍງກັບໝາຍເລກນັ້ນຈາກອຸປະກອນຂອງຜູ້ໃຊ້. ພວກເຮົາຈະບໍ່ໃຊ້ລະຫັດແຮັຊ (hash) ທີ່ຈັດເກັບໄວ້ເພື່ອວັດຖຸປະສົງອື່ນໃດ, ນອກຈາກການສະແດງໝາຍເລກນັ້ນໃນຈຳນວນຂອງເພື່ອນທີ່ມີຮ່ວມກັນ ເຊິ່ງເປັນສ່ວນໜຶ່ງຂອງຄຸນສົມບັດເພື່ອນຮ່ວມກັນ.
ຖ້າທ່ານບໍ່ແມ່ນຜູ້ໃຊ້ Tinder ແລະ ບໍ່ຕ້ອງການໃຫ້ໝາຍເລກໂທລະສັບຂອງທ່ານຖືກໃຊ້ງານໂດຍຜູ້ໃຊ້ Tinder ຄົນໃດໆຜ່ານຄຸນສົມບັດເພື່ອນຮ່ວມກັນ, ທ່ານສາມາດ ຕິດຕໍ່ຫາພວກເຮົາ ເພື່ອໃຫ້ໝາຍເລກຂອງທ່ານຖືກເພີ່ມເຂົ້າໄປໃນລາຍການທີ່ຖືກບລັອກ.
ຖ້າຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບການປະມວນຜົນຂໍ້ມູນຂອງຜູ້ໃຊ້ທີ່ບໍ່ແມ່ນຜູ້ໃຊ້, ກະລຸນາເຂົ້າໄປທີ່ ບົດຄວາມນີ້.