ຄົນທີ່ຍ່າງຜ່ານກັນແມ່ນຊ່ອງທາງໃນການຊອກຫາຄົນທີ່ທ່ານຫາກໍບັງເອີນຍ່າງສວນທາງກັນໃນຊີວິດຈິງ. ຄົນທີ່ຍ່າງຜ່ານກັນພ້ອມໃຫ້ບໍລິການແລ້ວສຳລັບຜູ້ໃຊ້ Android ແລະ iOS ໃນພື້ນທີ່ທີ່ເລືອກ.
ການເຂົ້າເຖິງຄົນທີ່ຍ່າງຜ່ານກັນ
ທຸກໆວັນອາທິດ, ທ່ານຈະໄດ້ຮັບລາຍຊື່ຜູ້ໃຊ້ໂປຣໄຟລ໌ເດັດທີ່ທ່ານອາດຈະບັງເອີນຍ່າງສວນທາງກັນໃນຊ່ວງອາທິດທີ່ຜ່ານມາ. ທ່ານສາມາດຄົ້ນຫາລາຍຊື່ໂປຣໄຟລ໌ເດັດເຫຼົ່ານີ້ໄດ້ ໂດຍປະຕິບັດຕາມຄຳແນະນຳດ້ານລຸ່ມນີ້:
- ເປີດ Tinder.
- ກົດທີ່ໄອຄອນສຳຫຼວດເທິງແຖບເຄື່ອງມື.
- ຢູ່ດ້ານເທິງສຸດຂອງໜ້າຈໍສຳຫຼວດ, ທ່ານຈະເຫັນໂປຣໄຟລ໌ເດັດຄົນທີ່ຍ່າງຜ່ານກັນຂອງທ່ານ.
ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການຍົກເລີກການເຂົ້າຮ່ວມຄົນທີ່ຍ່າງຜ່ານກັນໄດ້ທີ່ຫົວຂໍ້ “ວິທີທີ່ຄົນທີ່ຍ່າງຜ່ານກັນນຳໃຊ້ຂໍ້ມູນຕຳແໜ່ງສະຖານທີ່ຂອງທ່ານ” ດ້ານລຸ່ມນີ້.
ການນຳໃຊ້ຄົນທີ່ຍ່າງຜ່ານກັນ
ທຸກໆວັນອາທິດ ເວລາປະມານ 8 ໂມງແລງຕາມເວລາທ້ອງຖິ່ນ, ທ່ານຈະໄດ້ຮັບລາຍຊື່ຜູ້ໃຊ້ໂປຣໄຟລ໌ເດັດທີ່ທ່ານອາດຈະບັງເອີນຍ່າງສວນທາງກັນໃນຊ່ວງອາທິດທີ່ຜ່ານມາ ແລະ ອາດຈະມີເຄມີທີ່ເຂົ້າກັນໄດ້ໂດຍອີງຕາມການຕັ້ງຄ່າທີ່ທ່ານມັກ. ໂປຣໄຟລ໌ຂອງທ່ານກໍອາດຈະໄປສະແດງໃນລາຍຊື່ໂປຣໄຟລ໌ເດັດຂອງຜູ້ໃຊ້ຄົນອື່ນໆ ເຊັ່ນກັນ. ລາຍຊື່ໂປຣໄຟລ໌ເດັດເຫຼົ່ານີ້ແມ່ນຖືກສ້າງຂຶ້ນໂດຍການນຳໃຊ້ຂໍ້ມູນຕຳແໜ່ງສະຖານທີ່ຈາກອຸປະກອນຂອງທ່ານ ແລະ ຜູ້ໃຊ້ຄົນອື່ນໆ, ເຊິ່ງໝາຍຄວາມວ່າ ຜູ້ໃຊ້ທີ່ສະແດງໃຫ້ທ່ານເຫັນນັ້ນແມ່ນຄົນທີ່ທ່ານອາດຈະເຄີຍຢູ່ໃກ້ຊິດຕິດກັນໃນຊ່ວງເວລາໄລ່ເລ່ຍກັນໃນອາທິດທີ່ຜ່ານມາ.
ວິທີທີ່ຄົນທີ່ຍ່າງຜ່ານກັນນຳໃຊ້ຂໍ້ມູນຕຳແໜ່ງສະຖານທີ່ຂອງທ່ານ
ຄົນທີ່ຍ່າງຜ່ານກັນນຳໃຊ້ຂໍ້ມູນຕຳແໜ່ງສະຖານທີ່ຈາກອຸປະກອນຂອງທ່ານ ເພື່ອປະມວນຜົນວ່າທ່ານໄດ້ຢູ່ໃກ້ກັບໃຜແດ່ໃນຊ່ວງເວລາໄລ່ເລ່ຍກັນໃນອາທິດທີ່ຜ່ານມາ ແລະ ສ້າງລາຍຊື່ໂປຣໄຟລ໌ເດັດຂອງທ່ານຂຶ້ນມາ. ພວກເຮົາໃຊ້ຕຳແໜ່ງສະຖານທີ່ອຸປະກອນຂອງທ່ານ ເພື່ອພິຈາລະນາວ່າມີຕອນໃດແດ່ທີ່ທ່ານຢູ່ໃກ້ກັບຜູ້ໃຊ້ Tinder ຄົນອື່ນໃນຊ່ວງເວລາໄລ່ເລ່ຍກັນໃນອາທິດທີ່ຜ່ານມາ - ເຊິ່ງຜູ້ໃຊ້ເຫຼົ່ານີ້ອາດຈະຖືກແນະນຳໃນລາຍຊື່ໂປຣໄຟລ໌ເດັດປະຈຳອາທິດຂອງທ່ານ. ລະບົບຈະບໍ່ສະແດງວັນ ແລະ ເວລາທີ່ທ່ານຍ່າງສວນທາງກັນໃນລາຍຊື່ໂປຣໄຟລ໌ເດັດເຊັ່ນກັນ. ພວກເຮົາຕ້ອງການໃຫ້ລາຍຊື່ໂປຣໄຟລ໌ເດັດຄົນທີ່ຍ່າງຜ່ານກັນໃຫ້ຄວາມຮູ້ສຶກຄືກັບເປັນເລື່ອງບັງເອີນທີ່ໂຊກດີ ໂດຍຈະບໍ່ມີການເປີດເຜີຍກິດຈະວັດປະຈຳວັນ, ທີ່ຢູ່ ຫຼື ຕາຕະລາງເວລາຂອງໃຜເລີຍ.
ເຊັ່ນດຽວກັບຄຳແນະນຳທີ່ທ່ານເຫັນຕາມປົກກະຕິໃນ Tinder, ຄົນທີ່ຍ່າງຜ່ານກັນຈຳເປັນຕ້ອງໄດ້ຮັບການເປີດສິດອະນຸຍາດແບ່ງປັນຂໍ້ມູນຕຳແໜ່ງອຸປະກອນກັບ Tinder ເພື່ອໃຫ້ພວກເຮົາສາມາດສ້າງລາຍຊື່ໂປຣໄຟລ໌ເດັດຂອງທ່ານຂຶ້ນມາໄດ້. ທ່ານສາມາດກວດສອບ ຫຼື ປັບປ່ຽນສິດອະນຸຍາດເຫຼົ່ານີ້, ຫຼື ຍົກເລີກການເຂົ້າຮ່ວມຄົນທີ່ຍ່າງຜ່ານກັນທັງໝົດໄດ້ ຕາມທີ່ອະທິບາຍໄວ້ດ້ານລຸ່ມນີ້.
ການຕັ້ງຄ່າຕຳແໜ່ງຂອງອຸປະກອນ
ທ່ານສາມາດກວດສອບ ແລະ ອັບເດດສິດອະນຸຍາດແບ່ງປັນຂໍ້ມູນຕຳແໜ່ງກັບ Tinder ໄດ້ທຸກເວລາ ໂດຍການຄົ້ນຫາຄຳວ່າ “Tinder” ໃນການຕັ້ງຄ່າອຸປະກອນຂອງທ່ານ.
- ເຊັ່ນດຽວກັບຄຳແນະນຳທີ່ທ່ານເຫັນຕາມປົກກະຕິໃນ Tinder, ຄົນທີ່ຍ່າງຜ່ານກັນຈຳເປັນຕ້ອງໄດ້ຮັບສິດເຂົ້າເຖິງຕຳແໜ່ງ "ໃນລະຫວ່າງນຳໃຊ້ແອັບ".
- ທ່ານຍັງສາມາດເລືອກເປີດສິດການເຂົ້າເຖິງຕຳແໜ່ງແບບ “ຕະຫຼອດເວລາ” ເພື່ອຮັບລາຍຊື່ໂປຣໄຟລ໌ເດັດທີ່ກົງກັບຄວາມສົນໃຈຫຼາຍຂຶ້ນ, ແຕ່ສິ່ງນີ້ບໍ່ແມ່ນຂໍ້ບັງຄັບໃນການເຮັດວຽກຂອງຄົນທີ່ຍ່າງຜ່ານກັນ.
- ຖ້າທ່ານເລືອກປິດການແບ່ງປັນຕຳແໜ່ງທັງໝົດ, ພວກເຮົາຈະບໍ່ສາມາດສະແດງຄຳແນະນຳ ຫຼື ລາຍຊື່ໂປຣໄຟລ໌ເດັດຄົນທີ່ຍ່າງຜ່ານກັນໃຫ້ທ່ານເຫັນໄດ້.
ການຕັ້ງຄ່າຄົນທີ່ຍ່າງຜ່ານກັນ
ທ່ານສາມາດຍົກເລີກການເຂົ້າຮ່ວມຄົນທີ່ຍ່າງຜ່ານກັນໄດ້ຕະຫຼອດເວລາ. ການຍົກເລີກການເຂົ້າຮ່ວມ ໝາຍຄວາມວ່າທ່ານຈະບໍ່ມີສິດຮັບ ຫຼື ບໍ່ຖືກສະແດງໃນລາຍຊື່ໂປຣໄຟລ໌ເດັດປະຈຳອາທິດ, ແຕ່ຈະບໍ່ສົ່ງຜົນກະທົບຕໍ່ປະສົບການການຮັບຄຳແນະນຳຕາມປົກກະຕິຂອງທ່ານ. ຖ້າຕ້ອງການຍົກເລີກການເຂົ້າຮ່ວມ, ກະລຸນາປະຕິບັດຕາມຄຳແນະນຳລຸ່ມນີ້:
- ເປີດ Tinder.
- ເປີດແທັບໂປຣໄຟລ໌, ແລ້ວກົດທີ່ໄອຄອນການຕັ້ງຄ່າ.
- ເລື່ອນລົງໄປຈົນກວ່າທ່ານຈະເຫັນການຕັ້ງຄ່າຄົນທີ່ຍ່າງຜ່ານກັນ.
- ກົດປິດ “ລວມເອົາຂ້ອຍຢູ່ໃນລາຍຊື່ໂປຣໄຟລ໌ເດັດຂອງຄົນທີ່ຍ່າງຜ່ານກັນ”.
ຄວາມເປັນສ່ວນຕົວ ແລະ ຄວາມປອດໄພໃນຄົນທີ່ຍ່າງຜ່ານກັນ
ຄົນທີ່ຍ່າງຜ່ານກັນຖືກສ້າງຂຶ້ນບົນພື້ນຖານຄວາມໄວ້ວາງໃຈ ແລະ ຄວາມປອດໄພມາດຕະຖານດຽວກັນກັບສ່ວນອື່ນໆ ທັງໝົດໃນ Tinder. ດ້ານລຸ່ມນີ້ ຄືມາດຕະການຄວາມປອດໄພບາງສ່ວນທີ່ພວກເຮົາໄດ້ນຳໃຊ້ມາເພື່ອຄົນທີ່ຍ່າງຜ່ານກັນ:
- ຄົນທີ່ທ່ານເຄີຍບລັອກ ຫຼື ຍົກເລີກການຈັບຄູ່, ລວມທັງຄົນທີ່ບລັອກທ່ານ ຈະບໍ່ມີວັນປະກົດຕົວໃນລາຍຊື່ໂປຣໄຟລ໌ເດັດຂອງທ່ານຢ່າງເດັດຂາດ, ບໍ່ວ່າຈະເປັນການສະແດງຜົນໃນຝັ່ງໃດກໍຕາມ. ກົດເກນນີ້ຈະຖືກນຳໃຊ້ກັບທຸກຄົນທີ່ຖືກລົບອອກຈາກ Tinder ເຊັ່ນດຽວກັນ.
- ພວກເຮົາຈຳກັດຄວາມຖີ່ໃນການສະແດງໂປຣໄຟລ໌ຂອງຜູ້ໃຊ້ຄົນອື່ນໃນລາຍຊື່ໂປຣໄຟລ໌ເດັດຂອງທ່ານ ແລະ ໃນທາງກັບກັນ, ເຖິງແມ່ນວ່າພວກທ່ານອາດຈະບັງເອີນຍ່າງສວນທາງກັນເລື້ອຍໆກໍຕາມ. ລາຍຊື່ໂປຣໄຟລ໌ເດັດຖືກສ້າງຂຶ້ນເພື່ອເນັ້ນເລື່ອງຄວາມບັງເອີນທີ່ໂຊກດີ, ບໍ່ແມ່ນເພື່ອເປີດເຜີຍກິດຈະວັດປະຈຳວັນຂອງເພື່ອນຮ່ວມງານ, ເພື່ອນຮ່ວມຊັ້ນຮຽນ, ເພື່ອນບ້ານ ຫຼື ໃຜກໍຕາມທີ່ທ່ານພົບພໍ້ເປັນປະຈຳ.
- ການລາຍງານ ແລະ ການບລັອກແມ່ນເຮັດວຽກໃນຮູບແບບດຽວກັນກັບສ່ວນອື່ນໆ ໃນ Tinder. ເປີດເບິ່ງໂປຣໄຟລ໌ໃດໜຶ່ງໃນລາຍຊື່ໂປຣໄຟລ໌ເດັດຂອງທ່ານ, ກົດທີ່ປຸ່ມສາມຈໍ້າ (ສາມຈໍ້າ), ແລ້ວເລືອກບລັອກ ຫຼື ລາຍງານ.
- ລາຍຊື່ໂປຣໄຟລ໌ເດັດຈະບໍ່ມີການເປີດເຜີຍຕຳແໜ່ງສະຖານທີ່ທີ່ຕັ້ງທີ່ຊັດເຈນຂອງທ່ານ ຫຼື ຂອງຜູ້ໃຊ້ຄົນອື່ນໆ ແລະ ຈະບໍ່ບອກວ່າທ່ານຢູ່ໃສແບບຕອນນັ້ນຢ່າງເດັດຂາດ. ຈະບໍ່ມີການແຈ້ງເຕືອນແບບເວລາເຣລທາມ, ບໍ່ມີການສົ່ງຂໍ້ຄວາມປະເພດ "ພົບເຫັນທ່ານຢູ່ທີ່", ແລະ ບໍ່ມີຊ່ອງທາງໃດທີ່ຈະໃຊ້ລາຍຊື່ໂປຣໄຟລ໌ເດັດນີ້ເພື່ອທັກຫາໃຜກໍຕາມ ໂດຍບໍ່ຜ່ານຂັ້ນຕອນການກົດ Like ແລະ ຈັບຄູ່ຕາມມາດຕະຖານ.
ຖ້າທ່ານເຄີຍຮູ້ສຶກບໍ່ປອດໄພ, ກະລຸນາເຂົ້າໄປທີ່ ສູນຄວາມປອດໄພ ຂອງພວກເຮົາ ເພື່ອຮັບຂໍ້ມູນຊັບພະຍາກອນຊ່ວຍເຫຼືອ ແລະ ແນວທາງປະຕິບັດ.