ໂໝດໂຫລາສາດເປັນໂໝດທີ່ເປີດໃຫ້ໃຊ້ງານສຳລັບຜູ້ໃຊ້ Android ແລະ iOS ໃນບາງຕະຫຼາດເທົ່ານັ້ນ.
ໂໝດໂຫລາສາດ (ອີງຕາມໂຫລາສາດແບບຕາເວັນຕົກ) ໃຊ້ຂໍ້ມູນຫຼາຍປະເພດ ເຊັ່ນ ລາສີຂອງທ່ານເພື່ອສະແດງຜູ້ໃຊ້ຄົນອື່ນທີ່ມີລາສີເຂົ້າກັນກັບທ່ານ. ພວກເຮົາຈະໃຊ້ຂໍ້ມູນທີ່ທ່ານໃຫ້ມາເພື່ອລະບຸຕຳແໜ່ງດວງຊະຕາຂອງທ່ານ (ລາສີຈັນ, ລັກຄະນາ ຫຼື ລາສີອາທິດ). ຈາກນັ້ນພວກເຮົາຈະສະແດງຜູ້ໃຊ້ໃຫ້ທ່ານເຫັນ (ຕາມການຕັ້ງຄ່າການຄົ້ນພົບຂອງທ່ານ) ພ້ອມກັບຂໍ້ມູນໃນໂປຣໄຟລ໌ຂອງພວກເຂົາກ່ຽວກັບຕຳແໜ່ງດວງຊະຕາ ແລະ ຄວາມເຂົ້າກັນໄດ້ກັບຂອງທ່ານ.
ການເຂົ້າເຖິງໂໝດໂຫລາສາດ
ຖ້າໂໝດໂຫລາສາດພ້ອມໃຊ້ງານສຳລັບທ່ານ, ທ່ານຈະພົບກັບປຸ່ມ "ໂຫລາສາດ" ເທິງໜ້າຈໍການຄົ້ນພົບຂອງທ່ານ. ຖ້າມີໂໝດໃຫ້ເລືອກຫຼາຍກວ່າ 1 ໂໝດ, ທ່ານອາດຈະຕ້ອງປັດໜ້າຈໍເພື່ອຄົ້ນຫາໂໝດໂຫລາສາດ.
- ເປີດ Tinder
- ກົດແຖບການຄົ້ນພົບ
- ຄົ້ນຫາປຸ່ມ "ໂຫລາສາດ" ແລະ ກົດເພື່ອເຂົ້າສູ່ໂໝດໂຫລາສາດ
ການນຳໃຊ້ໂໝດໂຫລາສາດ
ເມື່ອທ່ານເຂົ້າສູ່ໂໝດໂຫລາສາດເປັນຄັ້ງທຳອິດ, ລະບົບຈະຂໍໃຫ້ທ່ານກອກຂໍ້ມູນກ່ຽວກັບການເກີດຂອງທ່ານ (ສະຖານທີ່ ແລະ ເວລາເກີດ) ເພື່ອລະບຸຕຳແໜ່ງດວງຊະຕາ. ການເພີ່ມຂໍ້ມູນເພີ່ມເຕີມຈະເຮັດໃຫ້ການຄຳນວນມີຄວາມຖືກຕ້ອງຫຼາຍຂື້ນ. ຖ້າທ່ານເລືອກທີ່ຈະບໍ່ໃສ່ຂໍ້ມູນບາງຢ່າງ (ເຊັ່ນ ເວລາເກີດ), ກະລຸນາຮັບຊາບວ່າຜົນລັບອາດບໍ່ແມ່ນຍຳເທົ່າທີ່ຄວນ.
ລະບົບຈະໃສ່ວັນເດືອນປີເກີດຂອງທ່ານໂດຍອັດຕະໂນມັດຕາມຂໍ້ມູນການລົງທະບຽນຂອງທ່ານ. ບໍ່ສາມາດປ່ຽນແປງວັນເກີດຂອງທ່ານໄດ້ຫຼັງຈາກສະໝັກບັນຊີແລ້ວສາມາດເບິ່ງຂໍ້ມູນເພີ່ມເຕີມໄດ້ ບ່ອນນີ້.
ໝາຍເຫດ: ຂໍ້ມູນການເກີດຂອງທ່ານເປັນຂໍ້ມູນສ່ວນຕົວ. ຂໍ້ມູນນີ້ຈະຖືກໃຊ້ເພື່ອຄຳນວນຕຳແໜ່ງດວງຊະຕາເທົ່ານັ້ນ ແລະ ຈະບໍ່ສະແດງໃຫ້ຜູ້ໃຊ້ຄົນອື່ນເຫັນ.
ເມື່ອທ່ານໄດ້ຮັບຕຳແໜ່ງດວງຊະຕາແລ້ວ ແລະ ເຂົ້າໃຈຄວາມໝາຍຂອງມັນຫຼາຍຂຶ້ນ, ທ່ານຈະເລີ່ມເຫັນຂໍ້ຄວາມສັ້ນໆກ່ຽວກັບຄວາມເຂົ້າກັນໄດ້ຂອງທ່ານກັບຜູ້ໃຊ້ຄົນອື່ນໃນໂໝດໂຫລາສາດ.