ກະລຸນາຮັບຊາບ: ຜູ້ໃຊ້ໃນບາງພື້ນທີ່ອາດຈະເຫັນຄຸນສົມບັດນີ້ໃນຮູບແບບທີ່ແຕກຕ່າງອອກໄປ (ການຊອກຫາຈຸດເດັ່ນທີ່ດີທີ່ສຸດຂອງທ່ານ). ຖ້າທ່ານເຫັນຄຸນສົມບັດນີ້ ແລະ ຕ້ອງການຂໍ້ມູນເພີ່ມເຕີມ, ກະລຸນາອ່ານບົດຄວາມນີ້.
ຜູ້ເລືອກຮູບແມ່ນຫຍັງ?
ເຄື່ອງມືເລືອກຮູບແມ່ນເຄື່ອງມືທີ່ເຮັດວຽກຢູ່ໃນອຸປະກອນຂອງທ່ານ ເພື່ອຊ່ວຍຄົ້ນຫາຮູບພາບໃນຄັງຮູບທີ່ອາດເໝາະສຳລັບໃຊ້ເປັນຮູບໂປຣໄຟລ໌. ໃຊ້ AI ເພື່ອຄົ້ນຫາຮູບສຳລັບໂປຣໄຟລ໌ຂອງທ່ານໄດ້ຢ່າງວ່ອງໄວ ພຽງແຕ່ຖ່າຍຮູບເຊວຟີ້ ຫຼື ໃຊ້ຮູບທີ່ມີຢູ່ແລ້ວ ແລ້ວປ່ອຍໃຫ້ເຄື່ອງມືເລືອກຮູບຈັດການສ່ວນທີ່ເຫຼືອ. ທ່ານສາມາດໃຊ້ເຄື່ອງມືນີ້ໄດ້ໃນຂະນະລົງທະບຽນ ຫຼື ທຸກຄັ້ງທີ່ເພີ່ມຮູບໂປຣໄຟລ໌.
ຜູ່້ເລືອກຮູບເຮັດວຽກແນວໃດ?
ຂັ້ນຕອນທຳອິດ, ທ່ານຈະຕ້ອງສ້າງຂໍ້ມູນຊີວະມິຕິ ເພື່ອໃຊ້ໃນການຄົ້ນຫາຮູບພາບຂອງທ່ານໃນອຸປະກອນ. ທ່ານມີ 2 ທາງເລືອກ—ທ່ານ ສາມາດໃຊ້ຮູບໂປຣໄຟລ໌ທີ່ເຫັນໃບໜ້າຂອງທ່ານ ຫຼື ຖ່າຍຮູບເຊວຟີ້ໃໝ່ກໍໄດ້.ຂັ້ນຕອນທີສອງ, ຄຸນສົມບັດນີ້ຈະເລືອກຮູບພາບຈາກຄັງຮູບຂອງທ່ານທີ່ອາດຈະເໝາະສຳລັບໃຊ້ເປັນຮູບໂປຣໄຟລ໌. ການເລືອກຮູບພາບນີ້ອີງຕາມສິ່ງທີ່ພວກເຮົາໄດ້ຮຽນຮູ້ກ່ຽວກັບປັດໄຈທີ່ເຮັດໃຫ້ຮູບໂປຣໄຟລ໌ເບິ່ງດີ ເຊັ່ນ ແສງສະຫວ່າງ, ການຈັດອົງປະກອບຂອງຮູບ ແລະ ປັດໄຈອື່ນໆ. ຄຸນສົມບັດນີ້ຍັງຈະຄັດກອງຮູບຖ່າຍເປັນກຸ່ມ ຫຼື ຮູບພາບທີ່ອາດຈະລະເມີດ ຂໍ້ກຳນົດການນຳໃຊ້ ແລະ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ.
ຂັ້ນຕອນສຸດທ້າຍ, ທ່ານຈະເປັນຜູ້ເລືອກວ່າຈະອັບໂຫຼດຮູບໃດຈາກຮູບພາບທີ່ສະແດງໃຫ້ເຫັນ ເພື່ອໃຊ້ໃນໂປຣໄຟລ໌ຂອງທ່ານ. ກະລຸນາຈື່ໄວ້ວ່າ ເຖິງແມ່ນເຄື່ອງມືນີ້ຈະຖືກອອກແບບມາເພື່ອຊ່ວຍທ່ານ, ແຕ່ທ່ານຍັງຄົງຕ້ອງຮັບຜິດຊອບຕໍ່ເນື້ອຫາທີ່ທ່ານເລືອກອັບໂຫຼດ. ທ່ານຕ້ອງຮັບປະກັນວ່າຮູບພາບທີ່ທ່ານເລືອກອັບໂຫຼດເປັນໄປຕາມ ຂໍ້ກຳນົດການນຳໃຊ້ ແລະ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ ລວມທັງກົດໝາຍທ້ອງຖິ່ນທີ່ອາດມີຜົນບັງຄັບໃຊ້ກັບການນຳໃຊ້ເຄື່ອງມືເລືອກຮູບຂອງທ່ານ.
ນອກຈາກນີ້, ກະລຸນາຈື່ໄວ້ວ່າ ທ່ານຈະຕ້ອງອະນຸຍາດໃຫ້ເຂົ້າເຖິງຄັງຮູບພາບຂອງທ່ານແບບທັງໝົດ ຫຼື ບາງສ່ວນ ລວມທັງອະນຸຍາດໃຫ້ໃຊ້ກ້ອງຖ່າຍຮູບ ເພື່ອໃຫ້ຂັ້ນຕອນທຳອິດນີ້ສາມາດເຮັດວຽກໄດ້. ທ່ານສາມາດເຂົ້າໄປທີ່ການຕັ້ງຄ່າເພື່ອປັບລະດັບການອະນຸຍາດເຂົ້າເຖິງ ຫຼື ຍົກເລີກການອະນຸຍາດທັງໝົດໄດ້ທຸກເວລາ ຫຼັງຈາກໃຊ້ງານສຳເລັດແລ້ວ.
ຜູ່້ເລືອກຮູບນຳໃຂ້ຂໍ້ມູນຂອງຂ້ອຍແນວໃດ?
ນີ້ແມ່ນສ່ວນທີ່ດີທີ່ສຸດ. ຄຸນສົມບັດຜູ່້ເລືອກຮູບຈະເຮັດວຽກຢູ່ໃນອຸປະກອນຂອງທ່ານທັງໝົດ ແລະ ທ່ານຍັງສາມາດຄວບຄຸມໄດ້ຕະຫຼອດເວລາ. ກະລຸນາເບິ່ງລາຍລະອຽດທາງລຸ່ມນີ້ກ່ຽວກັບວິທີການໃຊ້ຂໍ້ມູນຂອງທ່ານໃນແຕ່ລະຂັ້ນຕອນ:
- ການແນະນຳຮູບໂປຣໄຟລ໌: ເຄື່ອງມືເລືອກຮູບບໍ່ໄດ້ໃຊ້ຂໍ້ມູນຊີວະມິຕິໃນການແນະນຳຮູບໂປຣໄຟລ໌ໃຫ້ທ່ານ. ແທນທີ່ຈະໃຊ້ຂໍ້ມູນຊີວະມິຕິ, Tinder ໃຊ້ເຄື່ອງມືທີ່ອອກແບບມາເພື່ອປົກປ້ອງຄວາມເປັນສ່ວນຕົວ ໃນການກວດຫາວ່າຮູບໂປຣໄຟລ໌ໃດຂອງທ່ານມີໂຄງຮ່າງຂອງໃບໜ້າ ໂດຍບໍ່ມີການສ້າງຂໍ້ມູນຊີວະມິຕິ ຫຼື ເກັບລວບລວມລາຍລະອຽດກ່ຽວກັບລັກສະນະໃບໜ້າຂອງທ່ານ. ຂະບວນການນີ້ດຳເນີນການທັງໝົດພາຍໃນອຸປະກອນຂອງທ່ານ ແລະ Tinder ຈະບໍ່ໄດ້ຮັບຂໍ້ມູນໃດໆ ກ່ຽວກັບຮູບໂປຣໄຟລ໌ທີ່ກວດພົບໃບໜ້າ.
- ການສ້າງ ແລະ ການນຳໃຊ້ຂໍ້ມູນຊີວະມິຕິຂອງທ່ານ: ຂໍ້ມູນຊີວະມິຕິຈະຖືກສ້າງຂຶ້ນຈາກຮູບໂປຣໄຟລ໌ ຫຼື ວິດີໂອເຊວຟີ້ຂອງທ່ານ ແລ້ວນຳໄປປຽບທຽບກັບຮູບພາບໃນຄັງຮູບຂອງທ່ານ. Tinder ບໍ່ໄດ້ເກັບລວບລວມ, ຈັດເກັບ, ເຂົ້າເຖິງ ຫຼື ຮັບຂໍ້ມູນຊີວະມິຕິໃດໆ ທີ່ສ້າງຂຶ້ນຈາກວິດີໂອເຊວຟີ້, ຮູບໂປຣໄຟລ໌ ຫຼື ຮູບພາບໃນຄັງຮູບຂອງທ່ານ. ຂະບວນການທັງໝົດຈະດຳເນີນການພາຍໃນອຸປະກອນຂອງທ່ານເທົ່ານັ້ນ ແລະ ຂໍ້ມູນຊີວະມິຕິທັງໝົດທີ່ໃຊ້ກັບຄຸນສົມບັດນີ້ຈະຖືກລຶບອອກຈາກອຸປະກອນຂອງທ່ານ ເມື່ອທ່ານອອກຈາກຄຸນສົມບັດ.
- ການສະແກນຮູບຂອງທ່ານ: Tinder ບໍ່ໄດ້ເກັບລວບລວມ ຫຼື ເຂົ້າເຖິງຮູບພາບໃດໆ ຈາກຄັງຮູບຂອງທ່ານ ໂດຍຂະບວນການສະແກນ ແລະ ແນະນຳຮູບພາບທີ່ເໝາະສົມຈະດຳເນີນການທັງໝົດພາຍໃນອຸປະກອນຂອງທ່ານ. Tinder ຈະເກັບລວບລວມສະເພາະຮູບພາບທີ່ທ່ານຕັດສິນໃຈເລືອກອັບໂຫຼດລົງໃນໂປຣໄຟລ໌ຂອງທ່ານເທົ່ານັ້ນ.
ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຮູບຂອງຂ້ອຍກັບໝູ່ຂອງຂ້ອຍໃນລາຍການແນະນຳ?
ເຄື່ອງມືເລືອກຮູບຖືກອອກແບບມາເພື່ອຄັດຮູບຖ່າຍເປັນກຸ່ມອອກ. ພວກເຮົາຂໍໃຫ້ທ່ານໃຊ້ຄຸນສົມບັດນີ້ເພື່ອຄົ້ນຫາສະເພາະຮູບພາບຂອງທ່ານເອງເທົ່ານັ້ນ.
ຈະເກີດຫຍັງຂື້ນຖ້າຫາກຂ້ອຍບໍ່ມັກຮູບທີ່ລະບົບແນະນຳໃຫ້?
ຖ້າເຄື່ອງມືເລືອກຮູບສະແດງຮູບພາບທີ່ທ່ານຄິດວ່າຍັງບໍ່ດີທີ່ສຸດ, ກະລຸນາແບ່ງປັນຄຳຄິດເຫັນຂອງທ່ານກັບພວກເຮົາຜ່ານ ແບບຟອມຕິດຕໍ່ ຂອງພວກເຮົາ. ຄຳຄິດເຫັນຂອງທ່ານມີຄວາມສຳຄັນຢ່າງຍິ່ງ ໃນການຊ່ວຍໃຫ້ພວກເຮົາປັບປຸງຄຸນສົມບັດນີ້ໃຫ້ດີຍິ່ງຂຶ້ນ.
ເຄື່ອງມືເລືອກຮູບສາມາດໃຊ້ງານໄດ້ຢູ່ໃສແດ່?
ຜູ່້ເລືອກຮູບພ້ອມໃຫ້ບໍລິການສຳລັບຜູ້ໃຊ້ Android ແລະ iOS ທົ່ວໂລກ.