ຜູ້ເລືອກຮູບແມ່ນຫຍັງ?
ຜູ້ເລືອກຮູບແມ່ນເຄື່ອງມືໃນອຸປະກອນທີ່ຊ່ວຍລະບຸວ່າໃນຮູບພາບໃດໃນຄັງຮູບພາບຂອງທ່ານທີ່ອາດເໝາະສຳລັບໃຊ້ເປັນຮູບໂປຣໄຟລ໌. ນຳໃຊ້ AI ເພື່ອຄົ້ນຫາຮູບສຳລັບໂປຣໄຟລ໌ຂອງທ່ານໄດ້ຢ່າງວ່ອງໄວໂດຍການຖ່າຍເຊວຟີ້ ຫຼື ນຳໃຊ້ຮູບທີ່ມີຢູ່ແລ້ວຂອງທ່ານ ແລະ ປ່ອຍໃຫ້ຜູ່້ເລືອກຮູບຈັດການສ່ວນທີ່ເຫຼືອ. ເຄື່ອງມືນີ້ຈະພ້ອມນຳໃຊ້ງານສຳລັບທ່ານໃນລະຫວ່າງຂັ້ນຕອນການລົງທະບຽນ ຫຼື ຕອນໃດກໍຕາມທີ່ທ່ານຕ້ອງການເພີ່ມຮູບໂປຣໄຟລ໌.
ຜູ່້ເລືອກຮູບເຮັດວຽກແນວໃດ?
ຂັ້ນຕອນທີ່ໜຶ່ງ, ທ່ານຈຳເປັນຕ້ອງສ້າງຂໍ້ມູນຢືນຢັນຕົວຕົນເພື່ອໃຊ້ຄົ້ນຫາຮູບຂອງທ່ານໃນອຸປະກອນ. ທ່ານຈະມີສອງທ່ານເລືອກ—ທ່ານ ສາມາດໃຊ້ຮູບໂປຣໄຟລ໌ທີ່ມີໃບໜ້າຂອງທ່ານ ຫຼື ທ່ານສາມາດຖ່າຍເຊວຟີ້ແທນກໍໄດ້.
ຂັ້ນຕອນທີ່ສອງ, ຄຸນສົມບັດນີ້ຈະເລືອກຮູບຈາກຄັງເກັບຮູບຂອງທ່ານທີ່ອາດເໝາະສົມສຳລັບໃຊ້ເປັນຮູບໂປຣໄຟລ໌ໄດ້. ການເລືອກຮູບນີ້ອ້າງອິງຈາກຈາກສິ່ງທີ່ພວກເຮົາໄດ້ຮຽນຮູ້ວ່າເຮັດໃຫ້ຮູບໂປຣໄຟລ໌ດູດີເຊັ່ນ: ແສງສະຫວ່າງ, ອົງປະກອບຮູບ ແລະ ປັດໄຈອື່ນໆ. ຄຸນສົມບັດນີ້ຍັງຊ່ວຍກອງຮູບພາບກຸ່ມ ຫຼື ຮູບພາບທີ່ອາດລະເມີດ ຂໍ້ກຳນົດຂອງການນຳໃຊ້ ແລະ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ.
ຂັ້ນຕອນສຸດທ້າຍແລ້ວ, ທ່ານສາມາດເລືອກໄດ້ວ່າຮູບພາບໃດຈາກທີ່ລະບົບແນະນຳຈະຖືກອັບໂຫຼດໄປຍັງໂປຣໄຟລ໌ຂອງທ່ານ. ກະລຸນາຈື່ໄວ້ວ່າ, ເຖິງແມ້ວ່າເຄື່ງມືນີ້ຈະຖືກອອກແບບມາເພື່ອຊ່ວຍທ່ານ ແຕ່ທ່ານຍັງຄົງເປັນຜູ້ຮັບຜິດຊອບໃນການເລືອກຮູບພາບທີ່ຈະອັບໂຫຼດໂດຍຮູບພາບທີ່ທ່ານເລືອກຈະຕ້ອງປະຕິບັດຕາມ ຂໍ້ກຳນົດຂອງການນຳໃຊ້ ແລະ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ , ລວມເຖິງຕ້ອງສອດຄ່ອງກັບກົດໝາຍທ້ອງຖິ່ນທີ່ກ່ຽວຂ້ອງກັບການໃຊ້ເຄື່ອງມືຜູ່້ເລືອກຮູບນີ້.
ທ່ານຈຳເປັນຕ້ອງໃຫ້ສິດເຂົ້າເຖິງເຂົ້າເຖິງຄັງຮູບພາບທັງໝົດຫຼືບາງສ່ວນ ລວມເຖິງການເຂົ້າເຖິງກ້ອງຂອງທ່ານ ເພື່ອໃຫ້ຂັ້ນຕອນທຳອິດນີ້ສາມາດເຮັດວຽກໄດ້. ທ່ານສາມາດປັບການຕັ້ງຄ່າຂອງທ່ານໄດ້ຕະຫຼອດເວລາເພື່ອປັບລະດັບການເຂົ້າເຖິງ ຫຼື ຍົກເລີກການເຂົ້າເຖິງທັງໝົດຫຼັງຈາກທີ່ທ່ານໃຊ້ງານຮຽບຮ້ອຍແລ້ວ.
ຜູ່້ເລືອກຮູບນຳໃຂ້ຂໍ້ມູນຂອງຂ້ອຍແນວໃດ?
ນີ້ແມ່ນສ່ວນທີ່ດີທີ່ສຸດ. ຄຸນສົມບັດຜູ່້ເລືອກຮູບຈະເຮັດວຽກຢູ່ໃນອຸປະກອນຂອງທ່ານທັງໝົດ ແລະ ທ່ານຍັງສາມາດຄວບຄຸມໄດ້ຕະຫຼອດເວລາ. ກະລຸນາເບິ່ງລາຍລະອຽດທາງລຸ່ມນີ້ກ່ຽວກັບວິທີການໃຊ້ຂໍ້ມູນຂອງທ່ານໃນແຕ່ລະຂັ້ນຕອນ:
- ການແນະນຳຮູບໂປຣໄຟລ໌: ຜູ່້ເລືອກຮູບຈະບໍ່ນຳໃຊ້ຂໍ້ມູນຢືນຢັນຕົວຕົນໃນການແນະນຳຮູບໂປຣໄຟລ໌ສຳລັບການໃຊ້ງານຄຸນສົມບັດນີ້. ໃນທາງກັບກັນ Tinder ນຳໃຊ້ເຄື່ອງມືຮັກສາຄວາມເປັນສ່ວນຕົວເພື່ອກວດສອບວ່າຮູບໂປຣໄຟລ໌ຂອງທ່ານຮູບໃດທີ່ມີໂຄງຮ່າງໃບໜ້າໂດຍບໍ່ສ້າງຂໍ້ມູນຢືນຢັນຕົວຕົນ ຫຼື ເກັບລາຍລະອຽດກ່ຽວກັບລັກສະນະໃບໜ້າຂອງທ່ານ. ຂະບວນການນີ້ເກີດຂຶ້ນທັງໝົດໃນອຸປະກອນຂອງທ່ານ ແລະ Tinder ຈະບໍ່ຮັບຂໍ້ມູນໃດໆກ່ຽວກັບຮູບໂປຣໄຟລ໌ທີ່ມີການກວດພົບໃບໜ້າ.
- ການສ້າງ ແລະ ການນຳໃຊ້ຂໍ້ມູນຢືນຢັນຕົວຕົນຂອງທ່ານ: ຂໍ້ມູນຢືນຢັນຕົວຕົນຈະຖືກສ້າງຂື້ນມາຈາກຮູບໂປຣໄຟລ໌ ຫຼື ວີດີໂອເຊວຟີ້ຂອງທ່ານ ແລະ ຫຼັງຈາກນັ້ນຈະຖືກນຳມາປຽບທຽບກັບຮູບໃນຄັງເກັບຮູບຂອງທ່ານ. Tinder ຈະບໍ່ເກັບກຳ, ບັນທຶກ, ເຂົ້າເຖິງ ຫຼື ຮັບຂໍ້ມູນຢືນຢັນຕົວຕົນໃດໆທີ່ຖືກສ້າງຂື້ນຈາກວີດີໂອເຊວຟີ້, ຮູບໂປຣໄຟລ໌ ຫຼື ຮູບໃນຄັງເກັບຮູບຂອງທ່ານ. ຂະບວນການທັງໝົດເກີດຂຶ້ນເທິງອຸປະກອນຂອງທ່ານ ແລະ ຂໍ້ມູນຢືນຢັນຕົວຕົນທີ່ຖືກນຳໃຊ້ໃນຄຸນສົມບັດນີ້ຈະຖືກລົບອອກຈາກອຸປະກອນຂອງທ່ານທັນທີທີ່ທ່ານອອກຈາກຄຸນສົມບັດນີ້.
- ການສະແກນຮູບຂອງທ່ານ: Tinder ຈະບໍ່ເກັບກຳ ຫຼື ເຂົ້າເຖິງຮູບໃດໆຈາກຄັງເກັບຮູບຂອງທ່ານ ແລະ ຂະບວນການສະແກນ ແລະ ແນະຈະດຳເນີນການທັງໝົດໃນອຸປະກອນຂອງທ່ານ. Tinder ຈະເກັບກຳສະເພາະຮູບທີ່ທ່ານເລືອກທີ່ຈະອັບໂຫຼດໄປເປັນໂປຣໄຟລ໌ຂອງທ່ານເທົ່ານັ້ນ.
ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຮູບຂອງຂ້ອຍກັບໝູ່ຂອງຂ້ອຍໃນລາຍການແນະນຳ?
ຜູ່້ເລືອກຮູບຖືກອອກແບບມາເພື່ອກອງຮູບກຸ່ມອອກ. ພວກເຮົາຂໍໃຫ້ທ່ານໃຊ້ຄຸນສົມບັດນີ້ເພື່ອຊອກຫາຮູບຂອງທ່ານເທົ່ານັ້ນ.
ຈະເກີດຫຍັງຂື້ນຖ້າຫາກຂ້ອຍບໍ່ມັກຮູບທີ່ລະບົບແນະນຳໃຫ້?
ຖ້າຫາກຜູ່້ເລືອກຮູບແນະນຳຮູບພາບທີ່ທ່ານຄິດວ່າບໍ່ດີທີ່ສຸດ, ກະລຸນາແບ່ງປັນຄຳຕຳນິຕິຊົມຂອງທ່ານກັບພວກເຮົາໃນ ແບບຟອມການຕິດຕໍ່ ຂອງພວກເຮົາ. ຄຳຕຳນິຕິຊົມຂອງທ່ານມີຄວາມສຳຄັນຫຼາຍໃນການຊ່ວຍພວກເຮົາພັດທະນາຄຸນສົມບັດນີ້ໃຫ້ດີຂຶ້ນ.
ສາມາດນຳໃຊ້ຜູ່້ເລືອກຮູບໄດ້ຢູ່ໃສແນ່?
ຜູ່້ເລືອກຮູບພ້ອມໃຫ້ບໍລິການສຳລັບຜູ້ໃຊ້ Android ແລະ iOS ທົ່ວໂລກ.