ການຢືນຢັນຕົວຕົນໂດຍໃຊ້ຮູບແມ່ນຫຍັງ?
ຂ້ອຍຈະທຳການຢືນຢັນຕົວຕົນໂດຍໃຊ້ຮູບໄດ້ແນວໃດ?
ການສົ່ງຂໍ້ມູນການຢືນຢັນຕົວຕົນໂດຍໃຊ້ຮູບຂອງຂ້ອຍແມ່ນຖືກປະຕິເສດບໍ?
ເມື່ອຮູບໄດ້ຮັບການຢືນຢັນແລ້ວ, ຂ້ອຍຈຳເປັນຕ້ອງຜ່ານການຢືນຢັນຕົວຕົນໂດຍໃຊ້ຮູບອີກຄັ້ງບໍ?
ການຢືນຢັນຕົວຕົນໂດຍໃຊ້ຮູບແມ່ນຫຍັງ?
ການຢືນຢັນຕົວຕົນໂດຍໃຊ້ຮູບເປີດໂອກາດໃຫ້ທ່ານສະແດງໃຫ້ຜູ້ທີ່ອາດຈະເປັນຄູ່ເຫັນວ່າທ່ານເບິ່ງຄືໃນຮູບໂປຣໄຟລ໌ແທ້ໆ. ເພື່ອທຳການຢືນຢັນຕົວຕົນໂດຍໃຊ້ຮູບ, ທ່ານຈະຕ້ອງສົ່ງວິດີໂອເຊວຟີ້ສັ້ນໆທີ່ຈະຖືກປຽບທຽບກັບຮູບພາບໃນໂປຣໄຟລ໌ຂອງທ່ານໂດຍໃຊ້ ເຕັກໂນໂລຊີທີ່ຈົດຈຳໃບໜ້າ.
ຄຸນສົມບັດດັ່ງເຊັ່ນ ການຢືນຢັນຕົວຕົນໂດຍໃຊ້ຮູບຊ່ວຍສົ່ງເສີມການຕັດສິນໃຈທີ່ມີຄວາມຮອບຄອບຫຼາຍຂຶ້ນໃນ Tinder, ພວກເຮົາຈຶ່ງຂໍຂອບໃຈສຳລັບການສະໜັບສະໜູນຂອງທ່ານໃນການເຮັດໃຫ້ Tinder ເປັນຊຸມຊົນທີ່ປອດໄພຍິ່ງຂຶ້ນສຳລັບການພົບປະກັບຄົນໃໝ່ໆ! ແຕ່ກະລຸນາເຂົ້າໃຈວ່າແມ້ວ່າເຄື່ອງໝາຍຕິກສີຟ້າຈະສາມາດເປັນ ສັນຍານ ວ່າບຸກຄົນນັ້ນເປັນຢ່າງທີ່ພວກເຂົາກ່າວອ້າງຈາກຮູບທີ່ພວກເຂົາໃຫ້ Tinder, ແຕ່ບໍ່ໄດ້ເປັນການຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທີ່ຜູ້ໃຊ້ງານ Tinder ຄົນອື່ນໃຫ້ໄວ້ ແລະ ບໍ່ຄວນຖືເປັນການແທນທີ່ການໃຊ້ວິຈາລະນະຍານທີ່ດີຂອງທ່ານ (ແລະ ສິ່ງທີ່ສຳຄັນກວ່ານັ້ນອາດເປັນການປະຕິບັດຕາມ ຄຳແນະນຳດ້ານຄວາມປອດໄພໃນການອອກເດດ, ລວມທັງການເຮັດຄົ້ນຄວ້າດ້ວຍຕົນເອງກ່ຽວຜູ້ທີ່ອາດຈະເປັນຄູ່ເພື່ອຢືນຢັນວ່າພວກເຂົາເປັນທີ່ຄົນທີ່ພວກເຂົາກ່າວອ້າງວ່າເປັນ).
ຂ້ອຍຈະທຳການຢືນຢັນຕົວຕົນໂດຍໃຊ້ຮູບໄດ້ແນວໃດ?
ເພື່ອທຳການຢືນຢັນຕົວຕົນໂດຍໃຊ້ຮູບ, ທ່ານຕ້ອງດຳເນີນການດັ່ງຕໍ່ໄປນີ້ ແລະ ສົ່ງວິດີໂອເຊວຟີ້ສັ້ນໆ ຕາມທີ່ກຳນົດ:
- ເປີດ Tinder ແລະ ກົດ ໄອຄອນໂປຣໄຟລ໌
- ກົດທີ່ເຄື່ອງໝາຍຕິກສີເທົາຂ້າງຊື່ຂອງທ່ານ
- ເມື່ອທ່ານເຫັນຂໍ້ຄວາມ "ຢືນຢັນຕົວຕົນ", ໃຫ້ເລືອກ ດຳເນີນການຕໍ່
- ຖ້າຫາກທ່ານຍັງບໍ່ໄດ້ດຳເນີນການ, ໃຫ້ອະນຸຍາດ Tinder ເຂົ້າເຖິງກ້ອງຖ່າຍຮູບຂອງທ່ານ
- ຈັດໃບໜ້າຂອງທ່ານໃຫ້ຢູ່ໃນຂອບວົງມົນແລ້ວກົດ ຂ້ອຍພ້ອມແລ້ວ
- ປະຕິບັດຕາມຄຳແນະນຳເທິງໜ້າຈໍ, ເພື່ອສົ່ງວິດີໂອເຊວຟີ້ສັ້ນໆ
ການດຳເນີນການຄຳຂໍຢືນຢັນຕົວຕົນໂດຍໃຊ້ຮູບຂອງທ່ານຈະໃຊ້ເວລາພຽງແຕ່ສອງສາມນາທີ. ເມື່ອໄດ້ຮັບການອະນຸມັດ, ພວກເຮົາຈະແຈ້ງໃຫ້ທ່ານຊາບ ແລະ ເພີ່ມເຄື່ອງໝາຍຖືກຢືນຢັນຕົວຕົນເຂົ້າໃນໂປຣໄຟລ໌ຂອງທ່ານ.
ການສົ່ງຂໍ້ມູນການຢືນຢັນຕົວຕົນໂດຍໃຊ້ຮູບຂອງຂ້ອຍແມ່ນຖືກປະຕິເສດບໍ?
ຕໍ່ໄປນີ້ແມ່ນເຫດຜົນທົ່ວໄປບາງປະການສຳລັບກໍລະນີນີ້:
- ໃບໜ້າບໍ່ໄດ້ຢູ່ໃນຕຳແໜ່ງທີ່ເດັ່ນຊັດພາຍໃນຂອບທີ່ກຳນົດໄວ້
- ໃບໜ້າຖືກບັງ ຫຼື ເບິ່ງເຫັນບໍ່ຊັດເຈນ
- ຂາດການສະແດງອອກທາງສີໜ້າທີ່ເປັນປົກກະຕິ
- ວີດີໂອບໍ່ແຈ້ງພຽງພໍ ແລະ/ຫຼື ບໍ່ຊັດເຈນ
- ບຸກຄົນທີ່ຢູ່ໃນວີດີໂອບໍ່ກົງກັບບຸກຄົນທີ່ຢູ່ໃນຮູບໂປຣໄຟລ໌ Tinder
ເມື່ອຮູບໄດ້ຮັບການຢືນຢັນແລ້ວ, ຂ້ອຍຈຳເປັນຕ້ອງຜ່ານການຢືນຢັນຕົວຕົນໂດຍໃຊ້ຮູບອີກຄັ້ງບໍ?
ທ່ານອາດຕ້ອງດຳເນີນການນີ້ອີກຄັ້ງຫາກທ່ານລົບຮູບໂປຣໄຟລ໌ 1 ຮູບ ຫຼື ຫຼາຍກວ່ານັ້ນ. ຮູບໃໝ່ທຸກຮູບທີ່ທ່ານອັບໂຫຼດລົງຫຼັງຈາກໄດ້ຮັບການຢືນຢັນຕົວຕົນໂດຍໃຊ້ຮູບແລ້ວຈະຕ້ອງຜ່ານຂະບວນການຢືນຢັນຕົວຕົນໂດຍໃຊ້ຮູບຕໍ່ໄປ ແລະ ອາດສົ່ງຜົນຕໍ່ສະຖານະການຢືນຢັນຕົວຕົນໂດຍໃຊ້ຮູບຂອງທ່ານ.
ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມຫຼືບໍ?
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມກ່ຽວກັບການຢືນຢັນຕົວຕົນໂດຍໃຊ້ຮູບ, ຕິດຕໍ່ພວກເຮົາ.