ການອອກເດດແບບສອງຄູ່ເປັນຄຸນສົມບັດທີ່ມີໃຫ້ໃຊ້ງານເທິງ Android, iOS ແລະ ເວັບໄຊທ໌ ສຳລັບຜູ້ໃຊ້ໃນບາງພື້ນທີ່. ການອອກເດດແບບສອງຄູ່ຊ່ວຍໃຫ້ທ່ານ ແລະ ໝູ່ເພື່ອນສາມາດຈັບຄູ່ ແລະ ແຊັດກັບຄູ່ໝູ່ຄົນອື່ນໄດ້.
ການນຳໃຊ້ການອອກເດດແບບສອງຄູ່
ດ້ວຍການອອກເດດແບບສອງຄູ່, ທ່ານສາມາດສ້າງກຸ່ມໝູ່ສູງສຸດ 3 ຄູ່ ແລະ ປັດເພື່ອຫາການຈັບຄູ່ກັບຄູ່ໝູ່ຄົນອື່ນໄດ້. ໂປຣໄຟລ໌ການອອກເດດແບບສອງຄູ່ຈະສະແດງໃນໜ້າການຄົ້ນພົບເຊັ່ນດຽວກັນກັບໂປຣໄຟລ໌ປົກກະຕິແຕ່ແຕກຕ່າງກັນທີ່ໂປຣໄຟລ໌ຂອງທັງສອງຄົນໃນການອອກເດດແບບສອງຄູ່ຈະສະແດງຄູ່ກັນເພື່ອໃຫ້ທ່ານເບິ່ງ ແລະ ເລືອກຈັບຄູ່ໄດ້ງ່າຍຂຶ້ນ.
ເມື່ອທ່ານຈັັບຄູ່ກັບຄູ່ໃນການອອກເດດແບບສອງຄູ່ອີກຄູ່, ກລະບົບຈະເປີດແຊັດສຳລັບາທັງ 4 ຄົນ. ຢູ່ນີ້ທ່ານສາມາດແຊັດກຸ່ມກັບຄູ່ໃນການອອກເດດແບບສອງຄູ່ທີ່ທ່ານໄດ້ຈັບຄູ່ກັນໄດ້. ທ່ານສາມາດປັັດເບື້ອງຂວາເພື່ອເລືອກລົມກັບໃຜຄົນໃດຄົນໜຶ່ງໃນຄູ່ທີ່ຈັບກັນ ແລະ ເປີດແຊັດສ່ວນຕົວເພື່ອເຊື່ອມຕໍ່ໂດຍກົງໄດ້.
ກະລຸນາຮັບຊາບ: ເນື່ອງຈາກຄຸນສົມບັດການອອກເດດແບບສອງຄູ່ຍັງຢູ່ໃນຊ່ວງທົດສອບ, ຄຸນສົມບັດພຣີມ້ຽມ ແລະ ສິດທິຜົນປະໂຫຍດຈາກການສະໝັກສະມາຊິກ (ເຊັ່ນ Boost ແລະ Super Likes) ຍັງບໍ່ສາມາດໃຊ້ຮ່ວມກັນໄດ້ໃນຂະນະນີ້.
ການຄົ້ນຫາການອອກເດດແບບສອງຄູ່
ການອອກເດດແບບສອງຄູ່ເປັນຄຸນສົມບັດຟຣີທີ່ກຳລັງຢູ່ໃນຊ່ວງທົດລອງໃຊ້ງານໃນບາງພື້ນທີ່. ຖ້າຄຸນສົມບັດນີ້ໃຊ້ໄດ້ໃນພື້ນທີ່ຂອງທ່ານ, ກະລຸນາປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້. ຄຳແນະນຳເຫຼົ່ານີ້ໃຊ້ໄດ້ກັບທຸກແພັດຟອມ:
- ກົດໄອຄອນການອອກເດດແບບສອງຄູ່ເທິງໜ້າຈໍ ການຄົ້ນພົບ ຫຼື ຂໍ້ຄວາມຂອງທ່ານ
- ເຊີນໝູ່ສູງສຸດ 3 ຄົນ ເພື່ອມາຈັບຄູ່ນຳກັນ
- ເລີ່ມການປັດເພື່ອຫາການຈັບຄູ່ກັບຄູ່ການອອກເດດແບບສອງຄູ່ອື່ນໆ
ສ້າງປະສົບການການອອກເດດແບບສອງຄູ່ທີ່ດີ
ພວກເຮົາຕ້ອງການໃຫ້ທຸກຄົນມີປະສົບການທີ່ດີໃນການໃຊ້ການອອກເດດແບບສອງຄູ່. ນີ້ແມ່ນສິ່ງທີ່ຄວນຄຳນຶງເຖິງ:
- ສິ່ງສຳຄັນແມ່ນເມື່ອນຳໃຊ້ Tinder ທັງທ່ານ ແລະ ໝູ່ຂອງທ່ານໃນການອອກເດດແບບສອງຄູ່ຄວນຮັບຊາບ ແລະ ປະຕິບັດຕາມ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ. ຖ້າມີການລະເມີດນະໂຍບາຍໃດໆຂອງພວກເຮົາ ອາດມີການດຳເນີນການກັບບັນຊີຂອງ 1 ຫຼື ທັງສອງຄົນໃນການອອກເດດແບບສອງຄູ່.
- ຖ້າທ່ານ ຫຼື ໝູ່ຂອງທ່ານພົບພຶດຕິກຳທີ່ບໍ່ເໝາະສົມທັງໃນແອັບ ຫຼື ໃນຊີວິດຈິງ, ກະລຸນາລາຍງານເລື່ອງນີ້. ທ່ານສາມາດກວດເບິ່ງແຫຼ່ງຂໍ້ມູນກ່ຽວກັບການລາຍງານຂອງພວກເຮົາໄດ້ ບ່ອນນີ້.
- ທ່ານ ແລະ ໝູ່ຂອງທ່ານຕ້ອງມີອາຍຸຢ່າງຕໍ່າ 18 ປີເພື່ອນຳໃຊ້ Tinder.
- ເມື່ອແຊັດເປັນກຸ່ມທັງໃນແອັບ ຫຼື ໃນຊີວິດຈິງ ຄວນຂໍຄຳຍິນຍອມຈາກໝູ່ໃນການອອກເດດແບບສອງຄູ່ກ່ອນເວົ້າເຖິງຂໍ້ມູນສ່ວນຕົວ (ລວມເຖິງຂໍ້ມູນຕິດຕໍ່).
- ຖ້າທ່ານຕ້ອງການໂອ້ລົມເລື່ອງກ່ຽວກັບເພດ, ກະລຸນາແນ່ໃຈວ່າໄດ້ຮັບຄວາມຍິນຍອມຈາກທຸກຄົນໃນກຸ່ມແລ້ວ.
ປັບແຕ່ງປະສົບການການອອກເດດແບບສອງຄູ່ ຂອງທ່ານ
ບໍ່ວ່າທ່ານຈະຫຼີ້ນ Tinder ເພື່ອຊອກຫາການອອກເດດແບບສອງຄູ່ໃຫ້ກັບທ່ານ ແລະ ໝູ່ຂອງທ່ານ ຫຼື ບໍ່ຕ້ອງການເຫັນການອອກເດດແບບສອງຄູ່ເລີຍ, ທ່ານສາມາດກຳນົດເອງໄດ້. ການອອກເດດແບບສອງຄູ່ມີການຕັ້ງຄ່າຂອງຕົວເອງທີ່ໃຫ້ທ່ານປັບແຕ່ງປະສົບການໄດ້.
- ເປີດ Tinder ແລະ ກົດໄອຄອນໂປຣໄຟລ໌
.
- ກົດໄອຄອນການຕັ້ງຄ່າ
.
- ເລື່ອນລົງໄປຈົນພົບກັບໝວດໝູ່ "ການອອກເດດແບບສອງຄູ່"
- ຢູ່ບ່ອນນີ້ທ່ານຈະໄດ້ພົບຕົວເລືອກຕ່າງໆ ເຊັ່ນ: ການເນັ້ນໂປຣໄຟລ໌ການອອກເດດແບບສອງຄູ່ໃຫ້ຫຼາຍກວ່າໂປຣໄຟລ໌ບຸກຄົນໃນການຄົ້ນພົບ ຫຼື ການເຊື່ອງ ໂປຣໄຟລ໌ການອອກເດດແບບສອງຄູ່ທັງໝົດ.