ຄຸນສົມບັດຄວາມສົນໃຈຊ່ວຍໃຫ້ທ່ານເລືອກກິດຈະກຳຍາມວ່າງທີ່ທ່ານມັກເຮັດ ແລະ ແບ່ງປັນໄວ້ໃນໂປຣໄຟລ໌ຂອງທ່ານ. ຄວາມສົນໃຈເປັນວິທີທີ່ດີໃນການເຊື່ອມຕໍ່ກັບບັນດາຄູ່ທີ່ມີໂອກາດເປັນໄປໄດ້ ແລະ ເລີ່ມຕົ້ນການສົນທະນາ.
ຂ້ອຍຈະເພີ່ມຄວາມສົນໃຈລົງໃນໂປຣໄຟລ໌ຂອງຂ້ອຍໄດ້ແນວໃດ?
- ເປີດ Tinder ແລະ ກົດ ໄອຄອນໂປຣໄຟລ໌
- ກົດໄອຄອນສໍທີ່ຢູ່ຂ້າງຮູບໂປຣໄຟລ໌ຂອງທ່ານ
- ເລື່ອນລົງ ແລະ ເລືອກເອົາ "ຄວາມສົນໃຈ"
- ເລືອກເອົາຄວາມສົນໃຈຢ່າງໜ້ອຍ 3 ຢ່າງ ເພື່ອເພີ່ມເຂົ້າໃນໂປຣໄຟລ໌ຂອງທ່ານ
- ກົດ ສຳເລັດແລ້ວ ເພື່ອບັນທຶກການປ່ຽນແປງຂອງທ່ານ
ຂ້ອຍຈະແກ້ໄຂຄວາມສົນໃຈທີີ່ມີຢູ່ແລ້ວໄດ້ແນວໃດ?
- ປະຕິບັດຕາມຂັ້ນຕອນທີ 1-3 ທາງເທິງ
- ກົດຄວາມສົນໃຈທີ່ເປັນຈຸດເດັ່ນເພື່ອລົບອອກຈາກໂປຣໄຟລ໌ຂອງທ່ານ ແລະ ກົດໃສ່ຄວາມສົນໃຈທີ່ເປັນສີເທົາເພື່ອເພີ່ມເຂົ້າໄປໃນໂປຣໄຟລ໌ຂອງທ່ານ
- ກົດ ສຳເລັດແລ້ວ ເພື່ອບັນທຶກການປ່ຽນແປງຂອງທ່ານ
ຂ້ອຍຈະລົບຄວາມສົນໃຈທັງໝົດອອກຈາກໂປຣໄຟລ໌ຂອງຂ້ອຍໄດ້ແນວໃດ?
- ປະຕິບັດຕາມຂັ້ນຕອນທີ 1-3 ທາງເທິງ
- ກົດໃສ່ຄວາມສົນໃຈທີ່ເປັນຈຸດເດັ່ນເພື່ອຍົກເລີກການເລືອກ
- ກົດ ສຳເລັດແລ້ວ
- ຢືນຢັນວ່າທ່ານຕ້ອງການລົບຄວາມສົນໃຈທັງໝົດອອກຈາກໂປຣໄຟລ໌ຂອງນ້ອງ
ຂ້ອຍຈະປ່ຽນລຳດັບການສະແດງຄວາມສົນໃຈຂອງຂ້ອຍໃນໂປຣໄຟລ໌ໄດ້ແນວໃດ?
ຄວາມສົນໃຈຂອງທ່ານຈະສະແດງຕາມລຳດັບທີ່ທ່ານເລືອກໄວ້ໃນການຕັ້ງຄ່າໂປຣໄຟລ໌. ວິທີການປ່ຽນລຳດັບ:
- ປະຕິບັດຕາມຂັ້ນຕອນທີ 1-3 ທາງເທິງ
- ຍົກເລີກການເລືອກຄວາມສົນໃຈທັງໝົດຂອງທ່ານ
- ເລືອກຄວາມສົນໃຈຂອງທ່ານໃໝ່ອີກຄັ້ງຕາມລຳດັບທີ່ທ່ານຕ້ອງການໃຫ້ສະແດງ.
ຄວາມສົນໃຈທຳອິດທີ່ທ່ານເລືອກຈະເປັນອັນທຳອິດທີ່ສະແດງໃນໂປຣໄຟລ໌ຂອງທ່ານ.
ຂ້ອຍສາມາດເບິ່ງຕົວຢ່າງກ່ອນການສະແດງຜົນຄວາມສົນໃຈໃນໂປຣໄຟລ໌ຂອງຂ້ອຍໄດ້ ຫຼື ບໍ?
- ເປີດ Tinder ແລະ ກົດ ໄອຄອນໂປຣໄຟລ໌
- ກົດໄອຄອນສໍທີ່ຢູ່ຂ້າງຮູບໂປຣໄຟລ໌ຂອງທ່ານ
- ເລືອກ ເບິ່ງກ່ອນ ກົດ
ເປັນຫຍັງຂ້ອຍຈຶ່ງເຫັນໂປຣໄຟລ໌ທີ່ມີຄວາມສົນໃຈເຊິ່ງຂ້ອຍບໍ່ສາມາດເພີ່ມເຂົ້າໃນໂປຣໄຟລ໌ຂອງຂ້ອຍໄດ້?
ຄວາມສົນໃຈອາດແຕກຕ່າງກັນ ຕາມສະຖານທີ່ທີ່ທ່ານຢູ່. ເຊິ່ງໝາຍຄວາມວ່າທ່ານອາດພົບໂປຣໄຟລ໌ທີ່ມີຄຸນສົມບັດຄວາມສົນໃຈ ເຊິ່ງຍັງບໍ່ມີໃຫ້ເລືອກໃນໂປຣໄຟລ໌ຂອງທ່ານເອງ.