ວິທີການເຮັດວຽກຂອງການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວ
ເອກະສານຢືນຢັນຕົວຕົນດ້ວຍບັດປະຈຳຕົວທີ່ຮອງຮັບ
ຂໍ້ມູນຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍຖືກນຳໄປໃຊ້ແນວໃດ
ມີການເກັບຂໍ້ມູນຫຍັງໄວ້ຫຼັງຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວສຳເລັດ
ວິທີລົບຂໍ້ມູນການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍ
ການກວດສອບ RSO ສຳລັບຜູ້ໃຊ້ງານໃນສະຫະລັດອາເມລິກາ
ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການຈັດການຂໍ້ມູນຂອງ Tinder ລວມເຖິງສິດຄວາມເປັນສ່ວນຕົວຂອງຂ້ອຍ
ການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວເປັນຂັ້ນຕອນເສີມທີ່ຊ່ວຍໃຫ້ທ່ານສາມາດສະແດງໃຫ້ເຫັນວ່າຮູບຖ່າຍໃນບັດປະຈຳຕົວຂອງທ່ານ ແລະ ຮູບໂປຣໄຟລ໌ເປັນຄົນດຽວກັນ. ເມື່ອເຮັດສຳເລັດແລ້ວ, ໂປຣໄຟລ໌ຂອງທ່ານຈະມີປ້າຍສະຖານະຢືນຢັນ ເພື່ອໃຫ້ຄົນອື່ນຮູ້ວ່າທ່ານຜ່ານການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວແລ້ວ.
ທ່ານຍັງສາມາດເບິ່ງໄດ້ນຳວ່າໂປຣໄຟລ໌ຂອງຄົນອື່ນໄດ້ຜ່ານການຢືນຢັນຕົວຕົນນີ້ແລ້ວຫຼືບໍ່. ດ້ວຍວິທີນີ້ທ່ານຈະສາມາດຕັດສິນໃຈໄດ້ຢ່າງຮອບຄອບຫຼາຍຂື້ນວ່າທ່ານຈະໂອ້ລົມກັບໃຜໃນ Tinder. ກະລຸນາຮັບຊາບວ່າຄຸນສົມບັດນີ້ບໍ່ຮັບປະກັນວ່າບັດປະຈຳຕົວນັ້ນໃຊ້ໄດ້ບໍ ຫຼື ຄວາມປອດໄພຂອງຜູ້ໃຊ້ສະເພາະນັ້ນ. ກະລຸນາໃຊ້ວິຈາລະນະຍານທີ່ດີທີ່ສຸດຂອງທ່ານສະເໝີ ແລະ ອ່ານຄຳແນະນຳ ດ້ານຄວາມປອດໄພ ຂອງພວກເຮົາກ່ອນທີ່ຈະນັດພົບ ຫຼື ແບ່ງປັນລາຍລະອຽດສ່ວນຕົວກັບຄົນທີ່ອາດຈະເປັນຄູ່ນັ້ນ.
ໝາຍເຫດ: ການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວ ແມ່ນມີໃຫ້ໃຊ້ງານສະເພາະບາງຜູ້ໃຊ້ໃນບາງປະເທດທີ່ກຳລັງທົດສອບ, ໃນ iOS, Android, ແລະ tinder.com ເທົ່ານັ້ນ.
ວິທີການເຮັດວຽກຂອງການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວ
ການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວປະກອບດ້ວຍສອງຂັ້ນຕອນ: (1) ການຢືນຢັນຕົວຕົນໂດຍໃຊ້ຮູບ, ແລະ (2) ການກວດສອບບັດປະຈຳຕົວ. ຖ້າທ່ານເຄີຍທຳການຢືນຢັນຕົວຕົນໂດຍໃຊ້ຮູບໄປແລ້ວກ່ອນໜ້ານີ້, ທ່ານກໍບໍ່ຈຳເປັນຕ້ອງເຮັດຂັ້ນຕອນທຳອິດຊ້ຳອີກ. ເມື່ອເຮັດຄົບທັງສອງຂັ້ນຕອນຮຽບຮ້ອຍແລ້ວ, ໂປຣໄຟລ໌ຂອງທ່ານຈະມີເຄື່ອງໝາຍຖືກສີຟ້າ.
- ຂັ້ນຕອນ ການຢືນຢັນຕົວຕົນໂດຍໃຊ້ຮູບ ຈະເລີ່ມຈາກການສະແກນໃບໜ້າຂອງທ່ານໃນວິດີໂອເຊວຟີ້. ເພື່ອຊ່ວຍກວດສອບວ່າວິດີໂອນັ້ນເປັນຄົນແທ້, ຖ່າຍແບບສົດ ແລະ ບໍ່ໄດ້ຖືກແກ້ໄຂ ຫຼື ດັດແປງດ້ວຍດິຈີຕອລ. ເມື່ອທ່ານຖ່າຍວິດີໂອເຊວຟີ້ລະບົບຈະວິເຄາະໂຄງສ້າງໃບໜ້າຂອງທ່ານ, ເຊິ່ງອາດຖືກຈັດເປັນ “ຂໍ້ມູນໄບໂອເມຕິຼກ” ໃນບາງສະຖານທີ່ (ບ່ອນນີ້ເອີ້ນວ່າ “ຂໍ້ມູນການກວດສອບຢືນຢັນ”) ຈະຖືກນຳໄປໃຊ້ ແລະ ເກັບໄວ້ເພື່ອກວດສອບຄວາມກົງກັນຂອງຮູບໂປຣໄຟລ໌, ຫຼຸດການຫຼອກລວງ ແລະ ຊ່ວຍໃຫ້ແນ່ໃຈວ່າບໍ່ມີໂປຣໄຟລ໌ອື່ນນຳໃບໜ້າທ່ານໄປໃຊ້. ຂໍ້ມູນນີ້ ຍັງໃຊ້ເພື່ອຊ່ວຍກວດສອບວ່າຄົນໃນວິດີໂອເຊວຟີ້ເປັນຄົນດຽວກັບໃນຮູບບັດປະຈຳຕົວ ແລະ ຮູບໂປຣໄຟລ໌ຂອງທ່ານຫຼືບໍ່. ຂໍ້ມູນໂຄງສ້າງໃບໜ້າຂອງທ່ານຈະຖືກເກັບຮັກສາໄວ້ຕະຫຼອດອາຍຸການໃຊ້ງານຂອງບັນຊີຂອງທ່ານ ເພື່ອຮັກສາບັດປະຈຳຕົວ+ປ້າຍສະຖານຂອງທ່ານໄວ້ ເຊິ່ງຊ່ວຍໃຫ້ທ່ານສາມາດອັບເດດ ແລະ ປ່ຽນຮູບໂປຣໄຟລ໌ຂອງທ່ານໄດ້ໃນຂະນະທີ່ຍັງຮັກປ້າຍສະຖານະຂອງທ່ານໄວ້ຄືເກົ່າ. ວິດີໂອເຊວຟີ້ຂອງທ່ານຈະຖືກລົບ ແລະ ຈະບໍ່ຖືກເພີ່ມຫາໂປຣໄຟລ໌, ແຕ່ລະບົບຈະເກັບຮູບພາບແຄັບໜ້າຈໍສອງຮູບພາບຈາກວິດີໂອໄວ້ເພື່ອໃຊ້ກວດສອບ ແລະ ຈັດການຄຸນສົມບັດນີ້.
- ຂັ້ນຕອນ ການກວດສອບດ້ວຍບັດປະຈຳຕົວ ແມ່ນການທີ່ Tinder ກວດສອບເອກະສານຢືນຢັນຕົວຕົນທີ່ອອກໂດຍໜ່ວຍງານລັດຖະບານ. ເຄື່ອງມືຈະກວດສອບວ່າຮູບພາບໃນບັດປະຈຳຕົວກົງກັບຮູບພາບໃນບັດປະຈຳຕົວກົງກັບໃບໜ້າຈາກວິດີໂອເຊວຟີ້ໃນຂັ້ນຕອນການຢັ້ງຢືນຮູບພາບ ແລະ ຮູບໂປຣໄຟລ໌ຂອງທ່ານຫຼືບໍ່. ຖ້າທ່ານເຄີຍໄດ້ທຳການຢັ້ງຢືນຮູບພາບສຳເລັດແລ້ວ, ລະບົບຈະນຳຮູບໃນບັດປະຈຳຕົວມາທຽບກັບຂໍ້ມູນໃບໜ້າທີ່ບັນທຶກໄວ້ຂອງທ່ານ, ແລະ ທ່ານຈະບໍ່ຖືກຮ້ອງຂໍໃຫ້ຖ່າຍວິດີໂອເຊວຟີ້ອີກຄັ້ງ. Tinder ຈະກວດສອບວ່າວັນເດືອນປີເກີດໃນບັດປະຈຳຕົວມີອາຍຸເກີນ 18 ປີ ແລະ ກົງກັບຂໍ້ມູນໃນໂປຣໄຟລ໌ຂອງທ່ານຫຼືບໍ່. ຖ້າຂໍ້ມູນບໍ່ກົງກັນ, ວັນທີໃນໂປຣໄຟລ໌ຂອງທ່ານຈະຖືກອັບເດດໂດຍໃຊ້ຂໍ້ມູນຈາກບັດປະຈຳຕົວທີ່ສົ່ງມາ. ລະບົບຈະເກັບຮູບບັດປະຈຳຕົວຂອງທ່ານແບບປິດບັງຂໍ້ມູນບາງສ່ວນໄວ້ຕະຫຼອດອາຍຸການໃຊ້ງານຂອງບັນຊີຂອງທ່ານເພື່ອໃຊ້ກວດສອບຄຸນສົມບັດນີ້. ພວກເຮົາຈະຍັງເກັບຮັກສາຊື່ໃນບັດປະຈຳຕົວຕະຫຼອດອາຍຸຂອງບັນຊີເພື່ອໃຊ້ກວດສອບ ແລະ ຢືນຢັນຄວາມຖືກຕ້ອງຂອງການຢືນຢັນຕົວຕົນ.
ສຳລັບ ລາຍລະອຽດເພີ່ມເຕີມກ່ຽວກັບວິທີການໃຊ້ງານ, ເກັບຮັກສາ ແລະ ການລົບຂໍ້ມູນນີ້, ກະລຸນາເບິ່ງຫົວຂໍ້ຂ້າງລຸ່ມນີ້.
ເອກະສານຢືນຢັນຕົວຕົນທີ່ຮອງຮັບສຳລັບການກວດສອບ
ໃນຂັ້ນຕອນການກວດສອບບັດຂອງການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວ, ພວກເຮົາສາມາດຮັບເອກະສານຢືນຢັນຕົວຕົນທີ່ອອກໂດຍໜ່ວຍງານລັດຖະບານຫຼາຍປະເພດ (IDs). ເອກະສານທີ່ຮອງຮັບໄດ້ແກ່ໃບຂັບຂີ່, ໜັງສືເດີນທາງ ແລະ ບັດປະຊາຊົນສ່ວນໃຫຍ່.
ເມື່ອສົ່ງເອກະສານຂອງທ່ານ, ກະລຸນາຖ່າຍໃຫ້ເຫັນຄົບທັງໃບ ໂດຍຕ້ອງເຫັນຮູບ, ຊື່ ແລະ ວັນເດືອນປີເກີດຢ່າງຊັດເຈນ.
ຂໍ້ມູນຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍຖືກນຳໄປໃຊ້ແນວໃດ
ພວກເຮົາໃຊ້ຂໍ້ມູນທີ່ເກັບມາເພື່ອດຳເນີນການຕາມຄຳຂໍການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈໍາຕົວຂອງທ່ານ. ສຳລັບຂັ້ນຕອນການຢືນຢັນຕົວຕົນໂດຍໃຊ້ຮູບ, ລະບົບຈະໃຊ້ຂໍ້ມູນໂຄງສ້າງໃບໜ້າຈາກວິດີໂອເຊວຟີ້ ແລະ ຮູບໂປຣໄຟລ໌ຂອງທ່ານ. ສຳລັບຂັ້ນຕອນການກວດສອບບັດປະຈຳຕົວ, ລະບົບຈະໃຊ້ຮູບຈາກບັດປະຈຳຕົວຂອງທ່ານ, ລວມເຖິງຊື່ ແລະ ວັນເດືອນປີເກີດ ແລະ ຮູບພາບແຄັບດ້ານໜ້າຂອງບັດປະຈຳຕົວທີ່ປິດບັງຂໍ້ມູນບາງສ່ວນຂອງທ່ານ. ເບິ່ງຫົວຂໍ້ “ວິທີການເຮັດວຽກຂອງການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວ” ຂ້າງເທິງສຳລັບລາຍລະອຽດເພີ່ມເຕີມກ່ຽວການນຳໃຊ້ຂໍ້ມູນເຫຼົ່ານີ້ເພື່ອສະໜອງຄຸນສົມບັດ. ຖ້າທ່ານອາໄສຢູ່ໃນສະຫະລັດອາເມລິກາ ແລະ ເຂົ້າຮ່ວມການຢືນຢັນຕົວຕົນດ້ວຍບັດປະຈຳຕົວ, ຂໍ້ມູນຂອງທ່ານຈະຖືກນຳໄປໃຊ້ໃນການກວດສອບປະຫວັດຜູ້ກະທຳຄວາມຜິດທາງເພດ (RSO) ນຳດ້ວຍ (ເບິ່ງຫົວຂໍ້ ການກວດສອບປະຫວັດສຳລັບຜູ້ໃຊ້ງານໃນສະຫະລັດ).
ມີການເກັບຂໍ້ມູນຫຍັງໄວ້ຫຼັງຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວສຳເລັດ
ສຳລັບຂັ້ນຕອນການຢືນຢັນຕົວຕົນໂດຍໃຊ້ຮູບ, ລະບົບຈະເກັບຮູບທີ່ແຄັບຈາກວິດີໂອເຊວຟີ້ຈຳນວນສອງພາບໄວ້ຕະຫຼອດອາຍຸການໃຊ້ງານບັນຊີ ເພື່ອໃຊ້ໃນການກວດສອບ ແລະ ຈັດການສ່ວນຂອງການຢືນຢັນຕົວຕົນໂດຍໃຊ້ຮູບຂອງຄຸນສົມບັດນີ້. ນອກຈາກນີ້, ລະບົບຈະເກັບກຳຂໍ້ມູນໂຄງສ້າງໃບໜ້າຈາກວິດີໂອເຊວຟີ້ໄວ້ຕະຫຼອດອາຍຸການໃຊ້ງານບັນຊີ ເພື່ອໃຫ້ທ່ານຍັງຄົງຮັກສາສະຖານະເຄື່ອງໝາຍການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວໄວ້ ຂະນະທີ່ທ່ານອັບເດດ ແລະ ປ່ຽນຮູບໂປຣໄຟລ໌ຂອງທ່ານ.
ໃນຂັ້ນຕອນການກວດສອບບັດປະຈຳຕົວ, ລະບົບຈະເກັບສຳເນົາຮູບຂອງທ່ານ, ຊື່ ແລະ ພາບດ້ານໜ້າບັດປະຈຳຕົວ ທີ່ມີການປິດບັງຂໍ້ມູນບາງສ່ວນ ໄວ້ຕະຫຼອດອາຍຸການໃຊ້ງານບັນຊີ ເພື່ອໃຊ້ໃນການກວດສອບຄຸນສົມບັດນີ້. ຮູບພາບບັດປະຈຳຕົວຂອງທ່ານທີ່ຖືກປິດປັງຂໍ້ມູນສະແດງພຽງແຕ່ຂໍ້ມູນທີ່ລະບຸໄວ້ຂ້າງເທິງໃນ “ຂໍ້ມູນຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍຖືກນຳໄປໃຊ້ແນວໃດ,” ແລະ ເຊື່ອງຂໍ້ມູນອື່ນໆເຊັ່ນ: ທີ່ຢູ່, ລັກສະນະທາງກາຍະພາບ ແລະ ເລກປະຈຳຕົວ ຫຼື ບາໂຄ້ດຂອງທ່ານ.
ລະບົບຈະເກັບກຳຜົນຂອງຂັ້ນຕອນການຢືນຢັນທັງໝົດນຳອີກ (ເຊັ່ນວ່າຜ່ານ ຫຼື ບໍ່ຜ່ານ).
ຂໍ້ມູນທັງໝົດຈະຖືກຈັດເກັບໄວ້ໃນເຊີບເວີ້ຂອງ Amazon Web Services (AWS). ຖ້າທ່ານຕ້ອງການຮູ້ລາຍລະອຽດເພີ່ມເຕີມ, ສາມາດເຂົ້າໄປເບິ່ງ ການປະຕິບັດທາງດ້ານຄວາມເປັນສ່ວນຕົວຂອງ AWS. ພວກເຮົາຈະບໍ່ແບ່ງປັນຂໍ້ມູນໂຄງສ້າງໃບໜ້າ ແລະ ຮູບພາບຖ່າຍໜ້າຈໍຂອງທ່ານໃຫ້ກັບບຸກຄົນທີສາມໃດໆ ທັງສິ້ນ.
ເມື່ອບັນຊີຂອງທ່ານຖືກປິດລົງ, ຂໍ້ມູນຂ້າງເທິງຈະຖືກລຶບຕາມ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
ວິທີລົບຂໍ້ມູນການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍ
ລາຍລະອຽດຂໍ້ມູນການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງທ່ານ ປະກອບດ້ວຍ (1) ຂໍ້ມູນໂຄງສ້າງໃບໜ້າ (ເຊິ່ງແມ່ນ ‘ແມ່ແບບ’ ໃບໜ້າທີ່ໃຊ້ໃນການຢືນຢັນຕົວຕົນໂດຍໃຊ້ຮູບ), (2) ຂໍ້ມູນທີ່ດຶງມາຈາກບັດປະຈຳຕົວຂອງທ່ານ ຕາມທີ່ໄດ້ລະບຸໄວ້ຂ້າງເທິງ, (3) ສຳເນົາຮູບດ້ານໜ້າບັດທີ່ມີການປິດບັງຂໍ້ມູນບາງສ່ວນ, ແລະ (4) ຮູບແຄັບໜ້າຈໍຈາກວິດີໂອເຊວຟີ້ຂອງທ່ານ. ກະລຸນາເບິ່ງຂ້າງລຸ່ມສຳລັບຂໍ້ມູນກ່ຽວກັບວິທີການລົບຂໍ້ມູນທັງສອງປະເພດນີ້.
ຂໍ້ມູນເລຂາຄະນິດຂອງໃບໜ້າ
ທ່ານສາມາດລົບຂໍ້ມູນເລຂາຄະນິດຂອງໃບໜ້າອອກໂດຍການລົບບັນຊີ Tinder ຜ່ານໜ້າການຕັ້ງຄ່າຂອງແອັບ.
ເປັນຫຍັງຂ້ອຍຈຶ່ງຕ້ອງລົບບັນຊີຂອງຂ້ອຍເພື່ອລົບຂໍ້ມູນນີ້?
ເຄື່ອງໝາຍການຢືນຢັນຕົວຕົນໂດຍໃຊ້ຮູບ+ບັດປະຈຳຕົວຂອງ Tinder ເປັນວິທີທີ່ຊ່ວຍໃຫ້ຄົນທີ່ທ່ານອາດຈັບຄູ່ໝັ້ນໃຈໄດ້ວ່າ ທ່ານແມ່ນຄືກັບຄົນໃນຮູບໂປຣໄຟລ໌ ແລະ ຮູບໃນບັດປະຈຳຕົວຂອງທ່ານ. ເພື່ອຊ່ວຍໃຫ້ແນ່ໃຈວ່າຜູ້ໃຊ້ຈະບໍ່ຖືກເຂົ້າໃຈຜິດ ຫຼື ສັບສົນວ່າຄູ່ຂອງຕົນເອງນັ້ນຍັງໄດ້ຮັບການຢືນຢັນດ້ວຍຮູບ+ບັດປະຈຳຕົວຫຼືບໍ່, ພວກເຮົາບໍ່ອະນຸຍາດໃຫ້ຜູ້ໃຊ້ລົບຂໍ້ມູນເລຂາຄະນິດຂອງໃບໜ້າ (ຊຶ່ງຈະປິດນຳໃຊ້ການຢືນຢັນຕົວຕົນໂດຍໃຊ້ຮູບ+ບັດປະຈຳຕົວ) ໂດຍບໍ່ຕ້ອງລີເຊັດການຈັບຄູ່ ແລະ ເລີ່ມຕົ້ນໃໝ່ອີກຄັ້ງດ້ວຍບັນຊີປົກກະຕິທີ່ບໍ່ໄດ້ຮັບການຢືນຢັນ. ຂໍ້ກຳນົດນີ້ມີໄວ້ເພື່ອປ້ອງກັນການນຳໃຊ້ປ້າຍສະຖານະຢືນຢັນຕົວຕົນໂດຍໃຊ້ບັດປະຈຳຕົວ + ຮູບໃນທາງທີ່ຜິດ ແລະ ເພື່ອໃຫ້ຜູ້ໃຊ້ຄົນອື່ນໆໝັ້ນໃຈໄດ້ວ່າ ບັນດາຄູ່ຂອງພວກເຂົາຍັງຄົງຮັກສາສະຖານະບັນຊີທີ່ຜ່ານການຢືນຢັນຕົວຕົນໂດຍໃຊ້ບັດປະຈຳຕົວ + ຮູບຢູ່.
ເມື່ອທ່ານປິດບັນຊີຂອງທ່ານ, ຂໍ້ມູນຂ້າງເທິງຈະຖືກລົບ ອີງຕາມ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
ຂໍ້ມູນທີ່ດຶງມາຈາກບັດປະຈຳຕົວ ແລະ ສຳເນົາບັດປະຈຳຕົວທີ່ມີການປິດບັງຂໍ້ມູນບາງສ່ວນ
ພວກເຮົາຈະເກັບກຳຂໍ້ມູນທີ່ດຶງມາຈາກບັດປະຈຳຕົວຂອງທ່ານ (ຕາມທີ່ໄດ້ອະທິບາຍໄວ້ລະອຽດຂ້າງເທິງໃນ ຫົວຂໍ້ “ຂໍ້ມູນໃດແດ່ທີ່ຈະຖືກເກັບໄວ້ຫຼັງຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວສຳເລັດ”) ເພື່ອໃຊ້ໃນການຮັກສາການຢືນຢັນຕົວຕົນຜ່ານບັດປະຈຳຕົວຂອງທ່ານໄວ້.
ພວກເຮົາຍັງຈະເກັບສຳເນົາບັດຂອງທ່ານໄວ້ຕະຫຼອດອາຍຸການໃຊ້ງານບັນຊີ ເພື່ອໃຊ້ໃນການກວດສອບຄຸນສົມບັດນີ້ນຳດ້ວຍ. ຮູບພາບຂອງບັດປະຈຳຕົວທີ່ປິດບັງຂອງທ່ານຈະສະແດງພຽງແຕ່ຂໍ້ມູນທີ່ໄດ້ລະບຸໄວ້ຂ້າງເທິງໃນ “ຂໍ້ມູນຈາກການຢືນຢັນຕົວຕົນໂດຍໃຊ້ຮູບ + ບັດປະຈຳຕົວຂອງຂ້ອຍຖືກນຳໄປໃຊ້ແນວໃດ”, ແລະ ຈະປິດບັງຂໍ້ມູນອື່ນໆ ທັງໝົດຢ່າງຖາວອນ ເຊັ່ນ: ທີ່ຢູ່, ລັກສະນະທາງກາຍະພາບ, ແລະ ເລກບັດປະຈຳຕົວ ຫຼື ບາໂຄ້ດຂອງທ່ານ.
ຖ້າທ່ານຕ້ອງການລົບຂໍ້ມູນທີ່ດຶງມາຈາກບັດປະຈຳຕົວ ຫຼື ສຳເນົາບັດປະຈຳຕົວທີ່ຖືກປິດບັງຂໍ້ມູນ, ທ່ານສາມາດລົບບັນຊີຂອງທ່ານໄດ້ຕາມວິທີທີ່ລະບຸໄວ້ຂ້າງເທິງໄດ້ທັນທີ. ພວກເຮົາກຳນົດໃຫ້ຜູ້ໃຊ້ຕ້ອງລົບບັນຊີ ແລະ ເລີ່ມຕົ້ນໃໝ່ດ້ວຍບັນຊີທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ດ້ວຍເຫດຜົນດຽວກັນກັບທີ່ໄດ້ອະທິບາຍໄວ້ຂ້າງເທິງ.
ພາບໜ້າຈໍວີດີໂອເຊວຟີ້
ທ່ານສາມາດຮ້ອງຂໍໃຫ້ລົບຮູບທີ່ແຄັບມາສອງຮູບຈາກວິດີໂອເຊວຟີ້ຂອງທ່ານໄດ້ໂດຍການຂຽນຫາ ທີມງານຊ່ວຍເຫຼືອ ຂອງພວກເຮົາ. ໃນກໍລະນີໃດກໍ່ຕາມ, ຂໍ້ມູນນີ້ຈະຖືກລົບອອກເມື່ອບັນຊີຖືກປິດ, ໂດຍອີງຕາມກັບ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
ການກວດສອບ RSO ສຳລັບຜູ້ໃຊ້ງານໃນສະຫະລັດອາເມລິກາ
ຖ້າທ່ານອາໄສຢູ່ໃນສະຫະລັດອາເມລິກາ ແລະ ເຂົ້າຮ່ວມການຢືນຢັນຕົວຕົນດ້ວຍບັດປະຈຳຕົວ, ຂໍ້ມູນຂອງທ່ານຈະຖືກນໍາໃຊ້ເພື່ອທຳການກວດສອບປະຫວັດຜູ້ກະທຳຜິດທາງເພດ (RSO). ເມື່ອທ່ານໃຫ້ບັດປະຈຳຕົວສະຫະລັດຂອງທ່ານ, Tinder ຈະດຳເນີນການກວດສອບ RSO ໂດຍຜ່ານຜູ້ໃຫ້ບໍລິການພາກສ່ວນທີສາມ. ຂໍ້ມູນຕໍ່ໄປນີ້ຈະຖືກສົ່ງໃຫ້ລະບົບເພື່ອດໍາເນີນການກວດສອບ:
- ຊື່, ຊື່ກາງ ແລະ ນາມສະກຸນ
- ວັນເດືອນປີເກີດ
ຖ້າພົບຂໍ້ມູນຜ່ານການກວດສອບນີ້, ບັນຊີຂອງທ່ານຈະຖືກກວດສອບດ້ວຍທີມງານ ແລະ ຈະມີການດຳເນີນການຕາມຄວາມເໝາະສົມ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປເບິ່ງທີ່ ຂໍ້ກຳນົດຂອງການບໍລິການຂອງພວກເຮົາ.
ຂະບວນການນີ້ຊ່ວຍໃຫ້ພວກເຮົາຮັກສາສະພາບແວດລ້ອມທີ່ປອດໄພຍິ່ງຂຶ້ນໃນ Tinder.
ໝາຍເຫດ: ປັດຈຸບັນບໍ່ມີການກວດສອບ RSO ໃນລັດ Maine ເນື່ອງຈາກຂໍ້ຈຳກັດທາງກົດໝາຍ.
ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການຈັດການຂໍ້ມູນຂອງ Tinder ລວມເຖິງສິດຄວາມເປັນສ່ວນຕົວຂອງຂ້ອຍ
ໄປທີ່ ນະໂຍບາຍຄວາມເປັນສ່ວນຕົວ ເພື່ອສຶກສາຂໍ້ມູນກ່ຽວກັບແນວທາງຄວາມເປັນສ່ວນຕົວຂອງພວກເຮົາ, ລວມເຖິງຫົວຂໍ້ ສິດທິຂອງທ່ານ.
ຂ້ອຍຍັງມີຄຳຖາມ
ຕິດຕໍ່ພວກເຮົາ ໄດ້ທຸກເວລາ!