ການປັບຮູບໃຫ້ຊັດເຈນຂື້ນ ແມ່ນເຄື່ອງມືທີ່ແນໃສ່ຊ່ວຍທ່ານປັບປຸງຄຸນນະພາບດ້ານເຕັກນິກຂອງຮູບໂປຣໄຟລ໌ຂອງທ່ານ. ເຄື່ອງມືນີ້ໄດ້ຖືກອອກແບບມາເພື່ອປັບຄຸນນະພາບໂດຍລວມຂອງຮູບໃຫ້ຊັດເຈນຂຶ້ນ — ເຊັ່ນ ເຮັດໃຫ້ຮູບໂປຣໄຟລ໌ຂອງທ່ານຊັດເຈນຂຶ້ນ ແລະ ມີແສງສະຫວ່າງທີ່ດີຂຶ້ນ. ໃນຕອນນີ້ຄຸນສົມບັດ ການປັບປຸງຮູບໃຫ້ຊັດເຈນຂື້ນ ກຳລັງຢູ່ໃນຊ່ວງການທົດລອງ ຢູ່ໃນບາງປະເທດສຳລັບຜູ້ໃຊ້ງານທັງລະບົບ Android ແລະ iOS.
ການເຂົ້າເຖິງຟັງຊັ່ນການປັບຮູບໃຫ້ຊັດເຈນຂື້ນ
ຖ້າມີການປັບຮູບໃໝ່ໃຫ້ຊັດເຈນຂື້ນພ້ອມໃຫ້ນຳໃຊ້, ທ່ານຈະໄດ້ຮັບການແຈ້ງເຕືອນໃນແອັບເພື່ອແຈ້ງໃຫ້ທ່ານຮູ້.
ທ່ານຈະບໍ່ເຫັນຄຳແນະນຳ ການປັບຮູບໃຫ້ຊັດເຈນຂື້ນໃນສ່ວນ ແກ້ໄຂໂປຣໄຟລ໌ ຖ້າບໍ່ພົບບັນຫາທາງເຕັກນິກ ດັ່ງນັ້ນທ່ານອາດຈະບໍ່ໄດ້ຮັບແຈ້ງເຕືອນທຸກຄັ້ງ. ຖ້າທ່ານຕ້ອງການກວດເບິ່ງດ້ວຍຕົນເອງ, ທ່ານສາມາດເບິ່ງໄດ້ວ່າມີຕົວເລືອກການປັບປຸງສຳລັບຮູບພາບຂອງທ່ານ ຫຼື ບໍ່ ຊຶ່ງສາມາດເຮັດໄດ້ໂດຍເຮັດຕາມຂັ້ນຕອນຕໍ່ໄປນີ້:
- ເປີດ Tinder ແລະ ເຂົ້າໄປຫາໜ້າ ໂປຣໄຟລ໌ຂອງທ່ານ
- ກົດ ແກ້ໄຂ ຢູ່ໃນ ຮູບພາບຂອງຂ້ອຍ
- ຖ້າຮູບພາບໃດໜຶ່ງຂອງທ່ານເຂົ້າເກນເງື່ອນໄຂ, ທ່ານຈະເຫັນໄອຄອນການປັບຮູບໃຫ້ຊັດເຈນຂື້ນຢູ່ໃນຮູບພາບນັ້ນເມື່ອເປີດເບິ່ງຮູບ
- ກົດເຂົ້າໄອຄອນເພື່ອເບິ່ງຕົວຢ່າງຮູບພາບທີ່ປັບປຸງແລ້ວ ແລະ ເລືອກໄປໃສ່ໃນໂປຣໄຟລ໌ຂອງທ່ານໄດ້ເລີຍຖ້າຕ້ອງການ
ກຳລັງໃຊ້ຟັງຊັ່ນການປັບຮູບໃຫ້ຊັດເຈນຂຶ້ນ
ຟັງຊັ່ນປັບຮູບໃຫ້ຊັດເຈນຂື້ນ ສາມາດຊ່ວຍແກ້ໄຂບັນຫາຕ່າງໆເຊັ່ນ ຮູບພາບມົວ, ຄວາມສະຫວ່າງ ຫຼື ການເປີດຮັບແສງທີ່ບໍ່ເໝາະສົມ ແລະ ຄວາມຄົມຊັດຕ່ຳ. ທ່ານສາມາດກວດເບິ່ງຮູບພາບທີ່ຖືກປັບແຕ່ງແລ້ວ ແລະ ຕັດສິນໃຈວ່າຈະລົບອອກ ຫຼື ເກັບໄວ້ໃນໂປຣໄຟລ໌ຂອງທ່ານ. ທ່ານສາມາດກັບໄປໃຊ້ຮູບຕົ້ນສະບັບຂອງທ່ານໄດ້ທຸກເວລາ ໂດຍເຂົ້າໄປທີ່ ຟັງຊັ່ນການປັບຮູບໃຫ້ຊັດເຈນຂື້ນ ຕາມທີ່ໄດ້ອະທິບາຍໄວ້ຂ້າງເທິງ. ຖ້າທ່ານບໍ່ໄດ້ໃຊ້ຄຳແນະນຳຟັງຊັ່ນ ການປັບຮູບໃຫ້ຊັດເຈນຂື້ນ, ທ່ານຈະມີໂອກາດໃນການສົ່ງຄຳຄິດເຫັນກ່ຽວກັບເຄື່ອງມືນີ້.
ກະລຸນາຄຳນຶງໄວ້ວ່າ ເຖິງແມ່ນວ່າເຄື່ອງມືນີ້ຖືກອອກແບບມາເພື່ອຊ່ວຍອຳນວຍຄວາມສະດວກໃຫ້ທ່ານ ແຕ່ສຸດທ້າຍແລ້ວ ທ່ານຍັງເປັນຜູ້ຮັບຜິດຊອບຕໍ່ສິ່ງທີ່ທ່ານເລືອກອັບໂຫຼດ ຊຶ່ງລວມເຖິງການຮັບປະກັນວ່າຮູບທີ່ທ່ານຕັດສິນໃຈອັບໂຫຼດນັ້ນແມ່ນປະຕິບັດຕາມ ຂໍ້ກຳນົດຂອງການນຳໃຊ້ ແລະ ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ.
ຄວາມເປັນສ່ວນຕົວ & ຄວາມປອດໄພ ເມື່ອໃຊ້ຟັງຊັ່ນ ການປັບຮູບໃຫ້ຊັດເຈນຂື້ນ
ການປັບຮູບໃຫ້ຊັດເຈນຂຶ້ນ ຖືກອອກແບບມາເພື່ອກວດຫາບັນຫາຄຸນນະພາບຂອງຮູບພາບ ແລະ ແນະນຳການປັບປຸງໃຫ້ກົງກັບຄຸນສົມບັດຂອງຮູບ ເຊັ່ນ ຄວາມສະຫວ່າງ ແລະ ຄວາມອີ່ມຂອງສີ (ລວມເຖີງດ້ານອື່ນໆ) ເພື່ອປັບປຸງຄຸນນະພາບຂອງຮູບພາບ. ນອກຈາກນີ້ຟັງຊັ່ນ ການປັບຮູບໃຫ້ຊັດເຈນຂື້ນ ຍັງມີລະບົບການກວດສອບແບບອັດຕະໂນມັດເພື່ອຊ່ວຍຢືນຢັນວ່າ ຮູບພາບທີ່ປັບຊັດເຈນຂື້ນແລ້ວຍັງເບິ່ງຄືທ່ານຢູ່ ເພື່ອຮັກສາໄວ້ຄວາມເປັນທຳມະຊາດ ແລະ ສະແດງຕົວຕົນທີ່ແທ້ຈິງຂອງທ່ານອອກມາ. ແນວໃດກໍຕາມ, ຟັງຊັ່ນນີ້ຍັງຢູ່ໃນໄລຍະການທົດສອບ, ແລະ ຄຳຄິດເຫັນເພີ່ມເຕີມທີ່ໄດ້ກ່າວຂ້າງເທິງນັ້ນ ມີຄຸນຄ່າຢ່າງຫຼາຍຕໍ່ການຊ່ວຍໃຫ້ພວກເຮົາປັບປຸງຟັງຊັ່ນນີ້ໃຫ້ດີຍິ່ງຂຶ້ນຕໍ່ໄປ. ນອກຈາກນີ້ ພວກເຮົາຍັງເກັບຮັກສາທັງຮູບພາບທີ່ຜ່ານການປັບແຕ່ງ ແລະ ຮູບຕົ້ນສະບັບໄວ້ ເພື່ອໃຫ້ທ່ານສາມາດກັບໄປໃຊ້ຮູບຕົ້ນສະບັບຄືນໄດ້ຕະຫຼອດເວລາ.