ແບ່ງປັນຕົວຕົນທີ່ແທ້ຈິງຂອງທ່ານ
ຢູ່ Tinder, ພວກເຮົາໄດ້ມຸ່ງໝັ້ນທີ່ຈະສ້າງ ແລະ ຮັກສາຊຸມຊົນທີ່ປອດໄພ ແລະ ເຂົ້າເຖິງໄດ້ສຳລັບທຸກຄົນ. ພວກເຮົາສືບຕໍ່ສຳຫຼວດວິທີການໃໝ່ໆຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ແນ່ໃຈວ່າປະສົບການຂອງທ່ານຢູ່ເທິງລະບົບຂອງພວກເຮົາບໍ່ພຽງເປັນໄປໃນທິດທາງທີ່ດີ ແຕ່ຍັງສາມາດສ້າງແຮງບັນດານໃຈໃຫ້ກັບທ່ານນຳອີກ. ການໃຫ້ລຳດັບຄວາມສຳຄັນກັບການລິເລີ່ມການສະໜັບສະໜູນການສະແດງອອກເຖິງຕົວຕົນທີ່ແທ້ຈິງຂອງທ່ານແມ່ນສິ່ງສຳຄັນທີ່ພວກເຮົາເຮັດ.
ບໍ່ວ່າທ່ານຈະເປັນເພດຫຍັງ ຫຼື ມີລົດສະນິຍົມທາງເພດແບບໃດກໍຕາມ, ຢູ່ນີ້ພວກເຮົາຍິນດີຕ້ອນຮັບຕະຫຼອດ. ພວກເຮົາກຳລັງເພີ່ມຕົວເລືອກກ່ຽວກັບເພດ ແລະ ລົດສະນິຍົມທາງເພດ, ເພື່ອໃຫ້ທ່ານສາມາດບອກຕົວຕົນຂອງທ່ານໄດ້ຢ່າງຊັດເຈນ ແລະ ໝັ້ນໃຈ.
ໝາຍເຫດ: ພວກເຮົາກຳລັງທົດລອງເພີ່ມຕົວເລືອກນີ້ໃນບາງພື້ນທີ່, ດັ່ງນັ້ນປະສົບການການໃຊ້ງານອາດແຕກຕ່າງໄປຕາມສະຖານທີ່ຂອງທ່ານ.
ເຫດຜົນທີ່ເລື່ອງນີ້ສຳຄັນ
ພວກເຮົາເຂົ້າໃຈວ່າຕົວຕົນຂອງຜູ້ໃຊ້ມີຄວາມຊັບຊ້ອນ ແລະ ຫຼາກຫຼາຍ, ແລະ ການທີ່ແພັດຟອມຂອງພວກເຮົາສະທ້ອນເຖິງຄວາມຫຼາກຫຼ!ຍນີ້ເປັນສິ່ງສຳຄັນ. ການແບ່ງປັນກ່ຽວກັບເພດ ແລະ ລົດສະນິຍົມທາງເພດຂອງທ່ານຈະຊ່ວຍໃຫ້ພວກເຮົາການສະໜັບສະໜູນຄວາມປອດໄພ, ຄວາມສະດວກສະບາຍ, ແລະ ການເປັນຕົວແທນທີ່ເຂົ້າເຖິງໄດ້ຂອງພວກເຮົາ. ນອກຈາກນີ້ຍັງຊ່ວຍພວກເຮົາໃນການຮຽນຮູ້ເພີ່ມເຕີມກ່ຽວກັບທ່ານ ແລະ ແນະນຳການຈັບຄູ່ທີ່ກົງກັບຄວາມມັກຂອງທ່ານໄດ້ດີຍິ່ງຂຶ້ນ.
ຂໍ້ມູນກ່ຽວກັບເພດ ແລະ ລົດສະນິຍົມທາງເພດຈະປາກົດຂື້ນເທິງໂປຣໄຟລ໌ຂອງທ່ານກໍ່ຕໍ່ເມື່ອ ຕອນທີ່ທ່ານເລືອກທີ່ຈະແບ່ງປັນມັນເທົ່ານັ້ນ. ພວກເຮົາຈະພະຍາຍາມລົບຂໍ້ມູນນີ້ໂດຍອັດຕະໂນມັດສຳລັບຜູ້ໃຊ້ LGBTQIA+ ໃນພື້ນທີ່ທີ່ການສະແດງຕົວຕົນ ແລະ ການສະແດງອອກຂອງພວກເຂົາອາດຖືກຈຳກັດ ຫຼື ເປັນອັນຕະລາຍ.
ການອັບເດດເພດ ຫຼື ລົດສະນິຍົມທາງເພດຂອງທ່ານ
ທ່ານສາມາດອັບເດດເພດ ຫຼື ລົດສະນິຍົມທາງເພດຂອງທ່ານໄດ້ຕະຫຼອດເວລາໂດຍການປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເປີດ Tinder
- ກົດໄອຄອນໂປຣໄຟລ໌
- ກົດໄປທີ່ໄອຄອນ ຫຼື ແກ້ໄຂໂປຣໄຟລ໌
- ເລື່ອນລົງໄປທີ່ 'ເພດ' ຫຼື 'ລົດສະນິຍົມທາງເພດ'
ການອັບເດດເພດ: ເລືອກຈາກ "ຊາຍ", "ຍິງ", ຫຼື "ນອກເໜືອຈາກສອງເພດ". ອາດມີຕົວເລືອກເພີ່ມເຕີມເພື່ອຊ່ວຍໃຫ້ທ່ານລະບຸຂໍ້ມູນຂອງທ່ານໄດ້ດີທີ່ສຸດ. ທ່ານສາມາດເລືອກເພດໄດ້ຫຼາຍຕົວເລືອກຕາມທີ່ລະບຸວ່າກົງກັບຕົວຕົນຂອງທ່ານ. ທ່ານຈຳເປັນຕ້ອງເລືອກຢ່າງໜ້ອຍໜຶ່ງໃນໝວດໝູ່ຫຼັກຈາກຕົວເລືອກທີ່ມີ.
ການອັບເດດລົດສະນິຍົມທາງເພດ: ທ່ານສາມາດເລືອທີ່ຈະອະທິບາຍລົດສະນິຍົມທາງເພດຂອງທ່ານ ຫຼື ບໍ່ຕ້ອງລະບຸເລີຍກໍໄດ້ ຂຶ້ນຢູ່ກັບຄວາມສະບາຍໃຈຂອງທ່ານ! ບໍ່ຈຳເປັນຕ້ອງກອກຂໍ້ມູນນີ້.
ການສະແດງເພດ ຫຼື ລົດສະນິຍົມທາງເພດຂອງທ່ານ
ໃນຂະນະທີ່ທ່ານແກ້ໄຂໂປຣໄຟລ໌, ທ່ານສາມາດປັບການເບິ່ງເຫັນຂໍ້ມູນກ່ຽວກັບເພດ ແລະ ລົດສະນິຍົມທາງເພດຂອງທ່ານໄດ້ຕາມຄວາມຕ້ອງການຢ່າງຢືດຢຸ່ນ. ທ່ານສາມາດເລືອກໄດ້ວ່າຈະໃຫ້ຂໍ້ມູນນີ້ສະແດງຢູ້ກ້ອງຊື່ຂອງທ່ານ, ເຊື່ອງມັນໄວ້ທັງໝົດ, ຫຼື ສະແດງສະເພາະບາງສ່ວນທີ່ທ່ານສະບາຍໃຈກໍໄດ້. ເພື່ອເບິ່ງວ່າຕົວເລືອກຂອງທ່ານເປັນແນວໃດ, ທ່ານສາມາດເບິ່ງຕົວຢ່າງໂປຣໄຟລ໌ຂອງທ່ານກ່ອນໄດ້ໂດຍກົງໃນໜ້າຈໍ 'ແກ້ໄຂໂປຣໄຟລ໌'. ເພດ ແລະ ລົດສະນິຍົມທາງເພດຂອງທ່ານຈະຖືກປົກປິດໄວ້ໃນສະຖານທີ່ທີ່ອາດເປັນອັນຕະລາຍຕໍ່ຄວາມປອດໄພຂອງທ່ານເພື່ອປົກປ້ອງທ່ານຈາກຄວາມສ່ຽງຕ່າງໆ.
ຄຳຖາມທີ່ມັກພົບເລື້ອຍໆ
ເປັນຫຍັງຈຶ່ງໃຊ້ຄຳວ່າ "ນອກເໜືອຈາກສອງເພດ" ແທນຄຳວ່າ "ບໍ່ມີເພດທີ່ແນ່ນອນ"?
ພວກເຮົານຳໃຊ້ຄຳວ່າ "ນອກເໜືອຈາກສອງເພດ" ເພື່ອໃຫ້ຄວບຄຸມ ແລະ ເປັນຕົວແທນ ຂອງຄົນທີ່ບໍ່ໄດ້ຮູ້ສຶກວ່າໂຕເອງເຂົ້າກັບນິຍາມດັ້ງເດີມຂອງ "ຊາຍ" ຫຼື "ຍິງ," ລວມທັງຄົນທີ່ນິຍາມຕົວເອງວ່າເປັນ: ເພດທີ່ປ່ຽນແປງໄດ້ (Gender Fluid), ບໍ່ຍຶດຕິດກັບເພດໃດ (GNC), ມີລັກສະນະເພດກຳກວມ (Intersex), ແລະ ກຸ່ມອື່ນໆ. ຄຳສັບນີ້ອອກແບບມາເພື່ອເຄົາລົບ ແລະ ສະທ້ອນເຖິງປະສົບການທີ່ແຕກຕ່າງຂອງທຸກຄົນເທິງ Tinder.
ຖ້າບໍ່ພົບເພດ ຫຼື ລົດສະນິຍົມທາງເພດຂອງຂ້ອຍໃນ Tinder ຈະເຮັດແນວໃດ?
ລາຍການຕົວຕົນຂອງພວກເຮົາມີການພັດທະນາຢ່າງຕໍ່ເນື່ອງ ໂດຍອາໄສຄຳແນະນຳຈາກຜູ້ຊ່ຽວຊານດ້ານຄວາມຫຼາກຫຼາຍ ແລະ ຄວາມຄິດເຫັນຈາກຜູ້ໃຊ້ງານເຊັ່ນທ່ານ. ຖ້າຫາກທ່ານບໍ່ພົບເພດ ຫຼື ລົດສະນິຍົມທາງເພດທີ່ກົງກັບຕົວເອງ, ກະລຸນາເລືອກຕົວເລືອກ 'ບໍ່ລະບຸ' ເພື່ອແຈ້ງໃຫ້ພວກເຮົາຮັບຊາບ. ຄວາມຄິດເຫັນຂອງທ່ານສຳຄັນຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການສ້າງຄວາມຄວບຄຸມ ແລະ ເທົ່າທຽມກັນ.
ໝາຍເຫດ: ຂື້ນຢູ່ກັບສະຖານທີ່ທີ່ຕັ້ງຂອງທ່ານ, ຄວາມສາມາດໃນການລາຍງານຕົວເລືອກທີ່ບໍ່ມີໃນລາຍການອາດບໍ່ສາມາດໃຊ້ໄດ້.
ເພດຂອງຂ້ອຍມີຜົນຕໍ່ການທີ່ຄົນອື່ນພົບຂ້ອຍໃນ Tinder ຫຼືບໍ່?
ແມ່ນແລ້ວ, ວິທີທີ່ທ່ານລະບຸເພດຂອງຕົວເອງໃນ Tinder ຈະມີຜົນຕໍ່ການທີ່ຄົນອື່ນພົບທ່ານໃນຜົນການຄົ້ນຫາ. ທ່ານຍັງສາມາດຄວບຄຸມວ່າໃຜທີ່ທ່ານຈະເຫັນໃນ Tinder ໄດ້ໂດຍການອັບເດດ ການຕັ້ງຄ່າການຄົ້ນພົບ ຂອງທ່ານ. ນີ້ຈະຊ່ວຍໃຫ້ທ່ານຄວບຄຸມໄດ້ວ່າໃຜທີ່ທ່ານສາມາດເຊື່ອມຕໍ່ນຳໃນ Tinder.