ລົບບັນຊີຂອງທ່ານໄປແລ້ວແຕ່ຕ້ອງການທີ່ຈະກັບຄືນມາອີກຄັ້ງບໍ? ນີ້ແມ່ນວິທີເລີ່ມຕົ້ນໃໝ່ອີກຄັ້ງ.
ກູ້ຄືນໂປຣໄຟລ໌ຂອງທ່ານພາຍໃນໄລຍະເວລາ 90 ວັນ
ຖ້າຫາກທ່ານ ໄດ້ລົບໂປຣໄຟລ໌ຂອງທ່ານ ພາຍໃນໄລຍະເວລາ 90 ວັນ, ທ່ານສາມາດສ້າງໂປຣໄຟລ໌ຄືນໃໝ່ ແລະ ກູ້ຂໍ້ມູນໂປຣໄຟລ໌ບາງສ່ວນຄືນມາເຊັ່ນ: ຊື່, ອາຍຸ ແລະ ເພດຂອງທ່ານໂດຍການສ້າງບັນຊີ Tinder ໃໝ່ໂດຍໃ້ຂໍ້ມູນເຂົ້າສູ່ລະບົບເກົ່າຂອງທ່ານ.
ກູ້ໂປຣໄຟລ໌ຂອງທ່ານຄືນຫຼັງຈາກ 90 ວັນ
ຖ້າຫາກທ່ານໄດ້ລົບໂປຣໄຟລ໌ຂອງທ່ານໄປແລ້ວເກີນກວ່າ 90 ວັນທີ່ຜ່ານມາ, ທ່ານຈະຕ້ອງເລີ່ມຕົ້ນໃໝ່ດ້ວຍການສ້າງບັນຊີໃໝ່.
ສິ່ງທີ່ພວກເຮົາບໍ່ສາມາດກູ້ຄືນໄດ້
ເມື່ອທ່ານລົບບັນຊີຂອງທ່ານ, ຂໍ້ຄວາມ, ບັນດາຄູ່, ຮູບ ແລະ ປ້າຍສະຖານະຢືນຢັນຕົວຕົນ (ຖ້າມີ) ຈະບໍ່ສາມາດກູ້ຄືນໄດ້, ເຖິງແມ່ນວ່າທ່ານຈະເຂົ້າສູ່ລະບົບໃໝ່ພາຍໃນ 90 ວັນກໍຕາມ.
ຂ້ອຍຕ້ອງສຳເລັດຂັ້ນຕອນ ກວດສອບໃບໜ້າ ອີກຄັ້ງບໍ່?
ສ່ວນນີ້ຈະໃຊ້ສະເພາະໃນພື້ນທີ່ທີ່ມີການບັງຄັບໃຊ້ລະບົບກວດສອບໃບໜ້າ ຫຼື ໃນແພັດຟອມທີ່ທ່ານໃຊ້ Tinder ເທົ່ານັ້ນ.
ຖ້າທ່ານລົງທະບຽນ Tinder ໂດຍໃຊ້ຂໍ້ມູນປະຈໍາຕົວກ່ອນຫນ້າຂອງທ່ານພາຍໃນ 30 ມື້ ຫຼັງຈາກລົບບັນຊີຂອງທ່ານ, ທ່ານຈະບໍ່ຈໍາເປັນຕ້ອງເຮັດການກວດສອບໃບຫນ້າໃໝ່. ພວກເຮົາຈະໃຊ້ຂໍ້ມູນຢືນຢັນຕົວຕົນເກົ່າຂອງທ່ານເພື່ອຢືນຢັນສະຖານະກວດສອບໃບໜ້າ, ກວດສອບບັນຊີຊ້ຳ ແລະ ກວດສອບຮູບໂປຣໄຟລ໌ໃໝ່ຂອງທ່ານ. ທ່ານຈະໄດ້ຮັບປ້າຍສະຖານະຢືນຢັນຮູບ ຖ້າໃບໜ້າທີ່ຢູ່ໃນຂໍ້ມູນ FaceMap ທີ່ຈັດເກັບໄວ້ ກົງກັບໃບໜ້າໃນຮູບໂປຣໄຟລ໌ໃໝ່ຂອງທ່ານ.
ຢ່າງໃດກໍຕາມ, ຖ້າທ່ານເຂົ້າສູ່ລະບົບຫຼັງຈາກຜ່ານໄປ 30 ມື້, ທ່ານຈະໄດ້ຮັບແຈ້ງໃຫ້ເຮັດຂັ້ນຕອນການກວດສອບໃບຫນ້າອີກຄັ້ງສໍາລັບບັນຊີໃຫມ່ຂອງທ່ານ. ເນື່ອງຈາກຂໍ້ມູນຢືນຢັນຕົວຕົນຈະຖືກລົບພາຍໃນ 30 ມື້ຫຼັງຈາກທີ່ທ່ານປິດບັນຊີ.
ຮຽນຮູ້ເພີ່ມເຕີມກ່ຽວກັບການກວດສອບໃບໜ້າໄດ້ ບ່ອນນີ້.
ກູ້ຄືນການຊື້ຂອງທ່ານ
ຖ້າຫາກທ່ານມີການສະໝັກສະມາຊິກທີ່ເຊື່ອມກັບບັນຊີກ່ອນໜ້ານີ້ຂອງທ່ານ, ໃຫ້ປະຕິບັດຕາມຂັ້ນຕອນໃນ ສູນການຊ່ວຍເຫຼືອ ຂອງພວກເຮົາເພື່ອຮຽນຮູ້ວິທີ ກູ້ຄືນການຊື້ຂອງທ່ານ.
ກຳລັງມີບັນຫາໃນການກູ້ຄືນການຊື້ຂອງທ່ານບໍ? ຮັບຄຳແນະນຳໃນການແກ້ບັນຫາ ໄດ້ບ່ອນນີ້.
ນະໂຍບາຍການເກັບຮັກສາຂໍ້ມູນຂອງພວກເຮົາ
ເມື່ອທ່ານ ປິດບັນຊີຂອງທ່ານ, ໂປຣໄຟລ໌ Tinder ຂອງທ່ານຈະບໍ່ສາມາດເບິ່ງເຫັນໄດ້ໂດຍຜູ້ໃຊ້ອື່ນ ແລະ ຂໍ້ມູນຂອງທ່ານຈະຖືກລົບອອກຕາມທີ່ລະບຸໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ກະລຸນາຮັບຊາບວ່າ ພວກເຮົາຈະເກັບຮັກສາຂໍ້ມູນຂອງທ່ານໄວ້ເປັນເວລາ 90 ວັນພາຍໃຕ້ "ຊ່ວງເວລາການເກັບຮັກສາຄວາມປອດໄພ" ແລະ ເພື່ອເປີດໃຊ້ງານຄຸນສົມບັດການກູ້ຄືນບັນຊີພາຍໃນ 90 ວັນ ຖ້າທ່ານສ້າງບັນຊີໃໝ່ຄືນພາຍໃນຊ່ວງໄລຍະເວລານີ້. ຫຼັງຈາກ 90 ວັນ, ຂໍ້ມູນສ່ວນໃຫຍ່ຂອງທ່ານຈະຖືກລົບອອກຕາມທີ່ລະບຸໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ສຳລັບຂໍ້ມູນເພີ່ມເຕີມກະລຸນາເບິ່ງທີ່ມາດຕາ 9 ໃນ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.