ເມື່ອທ່ານລົບບັນຊີ ໂປຣໄຟລ໌ Tinder ຂອງທ່ານຈະບໍ່ສາມາດເບິ່ງເຫັນໄດ້ໂດຍຜູ້ໃຊ້ອື່ນອີກຕໍ່ໄປ ແລະ ຂໍ້ມູນຂອງທ່ານຈະຖືກລົບອອກຕາມທີ່ລະບຸໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ຖ້າຫາກທ່ານຕ້ອງການຢຸດພັກແທນການລົບ, ກະລຸນາພິຈາລະນາ ການເຊື່ອງໂປຣໄຟລ໌ຂອງທ່ານ ແທນ.
ເພື່ອລົບບັນຊີຂອງທ່ານ, ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້:
ລົບຈາກການຕັ້ງຄ່າຂອງ Tinder:
- ເຂົ້າສູ່ລະບົບໃນແອັບ Tinder ຫຼື Tinder.com
- ກົດທີ່ໄອຄອນໂປຣໄຟລ໌
- ໄປທີ່ການຕັ້ງຄ່າ
- ເລື່ອນລົງໄປທາງລຸ່ມສຸດ ແລະ ກົດ ລົບບັນຊີ
ລົບບັນຊີໂດຍການນຳໃຊ້ເຄື່ອງມືການຈັດການບັນຊີຂອງຂ້ອຍ:
- ໄປທີ່ເຄື່ອງມື ການຈັດການບັນຊີຂອງຂ້ອຍ
- ລົງຊື່ເຂົ້າໃຊ້ໂດຍໃຊ້ຂໍ້ມູນເຂົ້າສູ່ລະບົບຂອງ Tinder
- ກົດ ລົບບັນຊີ
- ຢືນຢັນການລົບບັນຊີ
ການລົບບັນຊີ Tinder ຂອງທ່ານຈະເຮັດໃຫ້ຂໍ້ມູນຂອງທ່ານ ລວມເຖິງບັນດາຄູ່, ຂໍ້ຄວາມ ແລະ ຮູບທັງໝົດຂອງທ່ານຈະຖືກລົບຕາມ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ. ກໍຕາມ, ຖ້າທ່ານໄດ້ລົບບັນຊີຂອງທ່ານ ພາຍໃນ 90 ວັນທີ່ຜ່ານມາ, ທ່ານອາດສາມາດສ້າງໂປຣໄຟລ໌ໃໝ່ ແລະ ກູ້ຂໍ້ມູນບາງສ່ວນຄືນເຊັ່ນ ຊື່, ອາຍຸ ແລະ ເພດຂອງທ່ານ ໂດຍການເຂົ້າສູ່ລະບົບດ້ວຍຂໍ້ມູນເກົ່າຂອງທ່ານ.
ໝາຍເຫດ: ຄຸນສົມບັດການກູ້ຄືນບັນຊີພາຍໃນ 90 ວັນ ກຳລັງຢູ່ໃນຊ່ວງທົດລອງການໃຊ້ງານໃນ iOS, Android ແລະ tinder.com ໃນບາງຕະຫຼາດທີ່ຖືກເລືອກ ພ້ອມກັບມີແຜນທີ່ຈະຂະຫຍາຍໄປສູ່ພາກພື້ນອື່ນເພີ່ມເຕີມໃນອະນາຄົດ.
ຢ່າລືມວ່າ
- ພຽງແຕ່ການລົບອອກ, ຖອນການຕິດຕັ້ງ, ຫຼື ການລຶບແອັບ Tinder ອອກຈາກໂທລະສັບຂອງທ່ານຈະບໍ່ລຶບບັນຊີ Tinder ຂອງທ່່ານ, ທ່ານຈະຕ້ອງປະຕິບັດຕາມຂັ້ນຕອນຂ້າງເທິງ.
- ການລົບບັນຊີຂອງທ່ານຈະບໍ່ຍົກເລີກການສະໝັກສະມາຊິກທີ່ຍັງໃຊ້ງານຢູ່.
- ເມື່ອບັນຊີຂອງທ່ານຖືກລົບ, ທ່ານຈະບໍ່ສາມາດເຂົ້າເຖິງການດາວໂຫຼດຂໍ້ມູນຂອງທ່ານໄດ້ອີກຕໍ່ໄປ.
- ພວກເຮົາຊະລໍການລົບຂໍ້ມູນໂປຣໄຟລ໌ຂອງທ່ານອອກໄປເປັນເວລາ 90 ວັນ. ໄລຍະເວລາ 90 ວັນນີ້ຖືວ່າເປັນ "ຊ່ວງເວລາການເກັບຮັກສາຄວາມປອດໄພ" ເຊິ່ງຊ່ວຍໃຫ້ພວກເຮົາສາມາດເກັບຂໍ້ມູນທີ່ອາດຈຳເປັນສຳລັບການກວດສອບກິດຈະກຳທີ່ເປັນອັນຕະລາຍ ຫຼື ຜິດກົດໝາຍ ລວມເຖິງສະໜັບສະໜູນຄຸນສົມບັດການກູ້ຄືນບັນຊີພາຍໃນ 90 ວັນ.
- ຫຼັງຈາກ 90 ວັນ, ພວກເຮົາຈະລົບຂໍ້ມູນໂປຣໄຟລ໌ຂອງທ່ານຕາມມາດຕາ 9 ຂອງນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.