ຢູ່ Tinder, ພວກເຮົາໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນ ແລະ ຄວາມເປັນສ່ວນຕົວຂອງທ່ານ, ລວມເຖິງໃຫ້ທ່ານສາມາດເຂົ້າເຖິງຂໍ້ມູນທີ່ທ່ານໄດ້ແບ່ງປັນກັບພວກເຮົາ.
ວິທີຂໍຂໍ້ມູນຂອງທ່ານ
- ເຂົ້າໄປທີ່ໜ້າ ເຄື່ອງມືຈັດການບັນຊີຂອງຂ້ອຍ ແລະ ເຂົ້າສູ່ລະບົບ.
- ກົດ "ດາວໂຫຼດຂໍ້ມູນຂອງຂ້ອຍ"
- ໃສ່ອີເມວທີ່ທ່ານຕ້ອງການໃຫ້ສົ່ງລິ້ງດາວໂຫຼດໄປໃຫ້.
- ກົດ "ສົ່ງ"
ຫຼັງຈາກສົ່ງຄຳຂໍແລ້ວ, ພວກເຮົາຈະສົ່ງລິ້ງສຳລັບດາວໂຫຼດຂໍ້ມູນໄປຍັງອີເມວຂອງທ່ານພາຍໃນສອງສາມມື້. ເພື່ອປົກປ້ອງຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງທ່ານ, ລິ້ງນີ້ຈະໝົດອາຍຸພາຍໃນ 24 ຊົ່ວໂມງຫຼັງຈາກອີເມວ. ຖ້າທ່ານຍັງບໍ່ໄດ້ເຂົ້າເຖິງຂໍ້ມູນພາຍໃນເວລານັ້ນ, ທ່ານສາມາດສົ່ງຄຳຂໍໃໝ່ໄດ້ອີກຄັ້ງ.
ວິທີດາວໂຫຼດຂໍ້ມູນຂອງທ່ານ
- ເປີດອີເມວທີ່ພວກເຮົາແຈ້ງວ່າຂໍ້ມູນຂອງທ່ານພ້ອມແລ້ວ.
- ກົດລິ້ງດາວໂຫຼດໃນອີເມວເພື່ອບັນທຶກໄຟລ໌ ZIP.
- ແຕກໄຟລ໌ ZIP.
- ເປີດໄຟລ໌ index.html ເພື່ອເບິ່ງຂໍ້ມູນຂອງທ່ານຜ່ານບຣາວເຊີ້.
ການທຳຄວາມເຂົ້າໃຈໄຟລ໌ຂໍ້ມູນຂອງທ່ານ
ຫຼັງຈາກ unzip ການດາວໂຫຼດຂອງທ່ານແລ້ວ, ທ່ານຈະເຫັນໂຟນເດີ້ທີ່ມີຂໍ້ມູນສ່ວນຕົວຂອງທ່ານຢູ່ພາຍໃນ. ພາຍໃນໂຟນເດີ້, ທ່ານອາດພົບໄຟລ໌ index.html ເຊິ່ງເປັນເວີຊັ່ນທີ່ເບິ່ງງ່າຍຂອງຂໍ້ມູນທີ່ທ່ານດາວໂຫຼດ. ໃຫ້ເປີດໄຟລ໌ນີ້ຜ່ານບຣາວເຊີ້ ເພື່ອເບິ່ງ ແລະ ສຳຫຼວດຂໍ້ມູນຂອງທ່ານ. ທ່ານຍັງອາດພົບໄຟລ໌ຂໍ້ມູນໃນຮູບແບບທີ່ເປັນໂຄງສ້າງ ແລະ ອ່ານໂດຍລະບົບໄດ້ໃນຮູບແບບ JSON ນຳ.
ໄຟລ໌ທີ່ດາວໂຫຼດຂອງທ່ານອາດມີຂໍ້ມູນກ່ຽວກັບ:
- ຂໍ້ມູນບັນຊີ ແລະ ໂປຣໄຟລ໌
- ການຕັ້ງຄ່າ ແລະ ຄວາມມັກ
- ຮູບພາບ ແລະ ສື່ອື່ນໆທີ່ທ່ານໄດ້ອັບໂຫຼດ
- ກິດຈະກຳການສົ່ງຂໍ້ຄວາມ
- ກິດຈະກຳການປັດ ແລະ ການຈັບຄູ່
- ຂໍ້ມູນການຊື້ ແລະ ການສະໝັກສະມາຊິກ
- ບໍລິການທີ່ເຊື່ອມຕໍ່ (ເຊັ່ນ Spotify)
- ຂໍ້ມູນການໃຊ້ງານ ແລະ ຂໍ້ມູນທາງເຕັກນິກ
ຂໍ້ມູນສ່ວນໃຫຍ່ທີ່ທ່ານຈະໄດ້ຮັບຈາກ ເຄື່ອງມືນີ້, ແທ້ໆແລ້ວມີໃຫ້ເບິ່ງຢູ່ແລ້ວໃນແອັບ ເຊັ່ນ: ອີເມວ, ເບີໂທລະສັບ, ຮູບໂປຣໄຟລ໌, ຂໍ້ຄວາມ ແລະ ການຕັ້ງຄ່າຕ່າງໆ.
ຂໍ້ມູນທີ່ທ່ານດາວໂຫຼດ ອາດແຕກຕ່າງກັນໄປຕາມລັກສະນະການໃຊ້ງານ Tinder ຂອງທ່ານ. ຖ້າຫົວຂໍ້ໃນໄຟລ໌ທີ່ດາວໂຫຼດສະແດງເປັນວ່າງ, ໝາຍຄວາມວ່າບໍ່ມີຂໍ້ມູນໃນໝວດນັ້ນຢູ່ໃນບັນຊີຂອງທ່ານ. ຂໍ້ມູນບາງປະເພດ — ເຊັ່ນ: ຂໍ້ມູນທີ່ທ່ານລົບໄປແລ້ວ (ເຊິ່ງຈະຖືກຈັດການຕາມນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ) ຫຼື ຂໍ້ມູນທີ່ອາດຈະສົ່ງຜົນກະທົບຕໍ່ຄວາມເປັນສ່ວນຕົວ ຫຼື ຄວາມປອດໄພຂອງບຸກຄົນອື່ນ — ຈະບໍ່ຖືກລວມຢູ່ໃນໄຟລ໌ຂອງທ່ານ.
ວິທີການຮ້ອງຂໍຂໍ້ມູນຂອງທ່ານ ຖ້າທ່ານບໍ່ສາມາດເຂົ້າເຖິງບັນຊີຂອງທ່ານໄດ້
ຖ້າທ່ານໄດ້ລົບບັນຊີ Tinder ຂອງທ່ານແລ້ວ, ທ່ານຈະບໍ່ສາມາດເຂົ້າເຖິງ ເຄື່ອງມືຈັດການບັນຊີຂອງຂ້ອຍໄດ້, ເພາະວ່າທ່ານບໍ່ມີບັນຊີໃນ Tinder ອີກຕໍ່ໄປ.
ຖ້າທ່ານລົບບັນຊີຂອງທ່ານ ຫຼື ບໍ່ສາມາດເຂົ້າສູ່ລະບົບໄດ້, ທ່ານສາມາດສົ່ງຄຳຮ້ອງຂໍການເຂົ້າເຖິງຂໍ້ມູນໄດ້ດັ່ງຕໍ່ໄປນີ້:
- ເຂົ້າໄປທີ່ ແບບຟອມຮ້ອງຂໍຄວາມເປັນສ່ວນຕົວຂອງພວກເຮົາ
- ໃນຫົວຂໍ້ “ເຈົ້າກັງວົນຫຍັງ?”, ເລືອກ “ຂ້ອຍມີຄຳຖາມອື່ນໆກ່ຽວກັບຂໍ້ມູນຂອງຂ້ອຍ.”
- ໃນຊ່ອງ “ຄຳອະທິບາຍ”, ໃຫ້ລວມເອົາລາຍລະອຽດຂອງຄຳຮ້ອງຂໍຂອງທ່ານ
- ເລືອກ “ລາຍງານ”
ກະລຸນາໃຫ້ທີ່ຢູ່ອີເມວທີ່ພວກເຮົາສາມາດຕິດຕໍ່ຫາທ່ານໄດ້. ຖ້າທ່ານເປັນຜູ້ໃຊ້ Tinder, ໃຫ້ໃສ່ອີເມວທີ່ເຊື່ອມຕໍ່ກັບບັນຊີຂອງທ່ານ. ທ່ານສາມາດແນບໄຟລ໌ເພີ່ມເຕີມ ເພື່ອຊ່ວຍໃຫ້ທີມງານຕອບຄຳຂໍໄດ້ໄວຂຶ້ນ.
ເພື່ອການປົກປ້ອງຕົວທ່ານ ແລະ ສະມາຊິກທຸກຄົນຂອງພວກເຮົາ, ພວກເຮົາອາດຈະຂໍຂໍ້ມູນເພີ່ມເຕີມເພື່ອຢືນຢັນຕົວຕົນຂອງທ່ານ ຫຼື ອຳນາດໃນການດຳເນີນການໃນນາມສະມາຊິກ ກ່ອນທີ່ພວກເຮົາຈະສາມາດດຳເນີນການຕາມຄຳຮ້ອງຂໍຂອງທ່ານໄດ້.
ຄຳຖາມກ່ຽວກັບຂໍ້ມູນຂອງທ່ານ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ ຫຼື ມີຄຳຖາມກ່ຽວກັບຂໍ້ມູນທີ່ທ່ານໄດ້ຮັບ, ທ່ານສາມາດ ສົ່ງຄຳຮ້ອງຂໍໄດ້ ຕາມຂັ້ນຕອນທີ່ໄດ້ອະທິບາຍໄວ້ຂ້າງຕົ້ນ. ນອກຈາກນີ້, ທ່ານຍັງສາມາດຕອບກັບອີເມວທີ່ທ່ານໄດ້ຮັບຈາກທີມງານຊ່ວຍເຫຼືອຂອງພວກເຮົາກ່ຽວກັບການສົ່ງອອກຂໍ້ມູນຂອງທ່ານໄດ້.
ໝາຍເຫດ: ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີຕິດຕໍ່ຫາສຳນັກງານປົກປ້ອງຂໍ້ມູນຂອງ Tinder, ກະລຸນາເບິ່ງຄຳຖາມທີ່ມັກພົບເລື້ອຍໆ ໃນບ່ອນນີ້.