ຂໍ້ມູນເຊິງເລິກຂອງຮູບພາບແມ່ນຄຳອະທິບາຍສັ້ນໆ ກ່ຽວກັບ ຄວາມສົນໃຈ, ບຸກຄະລິກ ຫຼື ໄລຟ໌ສະໄຕລ໌ຂອງທ່ານ ເຊິ່ງສ້າງຂຶ້ນຈາກການວິເຄາະຮູບແບບຕ່າງໆ ໃນຄັງຮູບພາບຂອງທ່ານ. ຄຸນສົມບັດນີ້ແມ່ນເປີດໃຫ້ໃຊ້ງານສຳລັບຜູ້ໃຊ້ iOS ໃນບາງພື້ນທີ່ເທົ່ານັ້ນ.
ການເຂົ້າເຖິງຂໍ້ມູນເຊິງເລິກຂອງຮູບພາບ
ທ່ານສາມາດຊອກຫາຂໍ້ມູນເຊິງເລິກຂອງຮູບພາບໄດ້ໂດຍການເຮັດຕາມຂັ້ນຕອນລຸ່ມນີ້:
- ເປີດ Tinder
- ກົດທີ່ໄອຄອນໂປຣໄຟລ໌
- ກົດໃສ່ໄອຄອນເຄມີ
ກຳລັງໃຊ້ຂໍ້ມູນເຊິງເລິກຂອງຮູບພາບ
ເມື່ອທ່ານເລືອກເຂົ້າຮ່ວມໃຊ້ງານຂໍ້ມູນເຊິງເລິກຂອງຮູບພາບ, ພວກເຮົາຈະວິເຄາະຮູບພາບໃນກ້ອງຖ່າຍຮູບ ຂອງທ່ານ ເພື່ອຊອກຫາຫົວຂໍ້ຫຼັກທີ່ໜ້າສົນໃຈ ເຊິ່ງຈະຊ່ວຍໃຫ້ Tinder ສາມາດປັບແຕ່ງປະສົບການການໃຊ້ງານໃຫ້ເໝາະກັບທ່ານ ແລະ ຊ່ວຍໃຫ້ທ່ານເຊື່ອມຕໍ່ກັບຜູ້ອື່ນໄດ້ດີຂຶ້ນ. ຂະບວນການນີ້ມີຂັ້ນຕອນດັ່ງນີ້:
- ການສະແກນ: ເມື່ອທ່ານໃຫ້ການອະນຸຍາດ, ລະບົບຈະທຳການສະແກນຮູບພາບໃນຄັງຮູບຂອງທ່ານໂດຍກົງໃນອຸປະກອນຂອງທ່ານເອງ ເພື່ອວິເຄາະຄຸນນະພາບ ແລະ ເນື້ອໃນຂອງຮູບພາບ.
- ການສ້າງຂໍ້ມູນເຊີງເລິກ: ຮູບພາບທີ່ຖືກເລືອກຈະຖືກອັບໂຫຼດໄປຍັງເຊີບເວີ້ຂອງພວກເຮົາຊົ່ວຄາວ ເພື່ອສ້າງ ຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານໂດຍການນຳໃຊ້ເຕັກໂນໂລຊີ AI. ຂໍ້ມູນເຊິງເລິກຂອງຮູບພາບແມ່ນອີງຕາມຫົວຂໍ້ ແລະ ສິ່ງຂອງຕ່າງໆທີ່ລະບົບກວດພົບໃນຮູບພາບຂອງທ່ານ.
- ການເລືອກຂໍ້ມູນເຊິງເລິກຂອງຮູບພາບ: ພວກເຮົາຈະແຈ້ງເຕືອນໃຫ້ທ່ານຊາບເມື່ອຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານພ້ອມໃຫ້ກວດສອບ, ຈາກນັ້ນ ທ່ານສາມາດເລືອກໄດ້ວ່າຈະເກັບຂໍ້ມູນເຊິງເລິກຂອງຮູບພາບອັນໃດໄວ້.
- ຄຳແນະນຳຮູບພາບແບບສະເພາະຕົວ: ພວກເຮົາໃຊ້ ຂໍ້ມູນເຊິງເລິກຂອງຮູບພາບທີ່ທ່ານເລືອກເກັບໄວ້ ເພື່ອຊ່ວຍແນະນຳຮູບພາບທີ່ທ່ານອາດຈະຢາກເພີ່ມລົງໃນໂປຣໄຟລ໌, ຮູບພາບເຫຼົ່ານີ້ສາມາດເພີ່ມໄດ້ທັງແບບຮູບດ່ຽວ ຫຼື ແບບຮູບ Collages ເພື່ອສະແດງບຸກຄະລິກຂອງທ່ານໃຫ້ໂດດເດັ່ນ. ຄຳແນະນຳເຫຼົ່ານີ້ແມ່ນອີງໃສ່ຂໍ້ມູນວ່າຮູບແບບໃດທີ່ມີແນວໂນ້ມຈະໄດ້ຮັບຄວາມສົນໃຈດີ, ລະບົບຈະປັບແຕ່ງໃຫ້ເຂົ້າກັບໄລຟ໌ສະໄຕລ໌, ຄວາມສົນໃຈ ແລະ ບຸກຄະລິກຂອງທ່ານ ໂດຍອີງຕາມຂໍ້ມູນຈາກຂໍ້ມູນເຊິງເລິກຂອງຮູບພາບ. ທ່ານຍັງສາມາດເລືອກຖ່າຍຮູບເຊວຟີ້ ຫຼື ໃຊ້ຮູບໂປຣໄຟລ໌ເພື່ອສ້າງຂໍ້ມູນຊີວະມິຕິສໍາລັບລະບຸຮູບພາບຂອງທ່ານໃນຄັງຮູບ.
- ການເລືອກຮູບແນະນຳ: ທ່ານສາມາດເລືອກຮູບພາບທີ່ຕ້ອງການອັບໂຫລດລົງໃນໂປຣໄຟລ໌ຂອງທ່ານໄດ້ດ້ວຍຕົນເອງ. ພວກເຮົາຈະບໍ່ເພີ່ມຮູບພາບໃສ່ໃນໂປຣໄຟລ໌ຂອງທ່ານ ໂດຍບໍ່ໄດ້ຮັບອະນຸຍາດ.
ເມື່ອທ່ານກວດສອບ ແລະ ຢືນຢັນຂໍ້ມູນຂໍ້ມູນເຊິງເລິກຂອງຮູບພາບແລ້ວ, ຂໍ້ມູນດັ່ງກ່າວຈະຊ່ວຍເພີ່ມປະສິດທິພາບໃຫ້ກັບຟີເຈີຕ່າງໆ ເຊັ່ນ: ການແນະນໍາຮູບພາບ. ໂດຍການທຳຄວາມເຂົ້າໃຈ "ຂໍ້ມູນເຊີງເລິກ" ຂອງຮູບພາບ, ລະບົບຈະແນະນໍາຮູບພາບທີ່ໂດດເດັ່ນຈາກຄັງຮູບ ເພື່ອສະແດງຄວາມເປັນຕົວຕົນຂອງທ່ານໃຫ້ດີທີ່ສຸດ, ຊ່ວຍໃຫ້ທ່ານອັບເດດໂປຣໄຟລ໌ໄດ້ງ່າຍຂຶ້ນ ແລະ ເພີ່ມຄວາມໜ້າສົນໃຈໃຫ້ກັບຕົວທ່ານໃນແອັບ. ພວກເຮົາຍັງຈະໃຊ້ຂໍ້ມູນເຊິງເລິກຂອງຮູບພາບເພື່ອຊ່ວຍສະແດງຕົວຕົນຂອງທ່ານໃຫ້ກັບບັນດາຄູ່ທີ່ໜ້າສົນໃຈ ແລະ ເພື່ອອະທິບາຍວ່າເປັນຫຍັງການແນະນໍາບາງຢ່າງຈຶ່ງເໝາະສົມກັບທ່ານທີ່ສຸດ.
ຂໍ້ມູນເຊີງເລິກກ່ຽວກັບຮູບພາບໃຊ້ຂໍ້ມູນຂອງທ່ານແນວໃດ?
ຂໍ້ມູນເຊີງເລິກກ່ຽວກັບຮູບພາບ
ຖ້າທ່ານເລືອກໃຊ້ຄຸນສົມບັດນີ້, ພວກເຮົາຈະສະແກນຄັງຮູບໃນອຸປະກອນຂອງທ່ານ ເພື່ອລະບຸຮູບພາບທີ່ພວກເຮົາຄິດວ່າສາມາດໃຫ້ຂໍ້ມູນເຊີງເລິກກ່ຽວກັບຕົວທ່ານ ໂດຍອີງໃສ່ຄຸນນະພາບ, ເນື້ອໃນ ແລະ ຄວາມຄ້າຍຄືກັນຂອງຮູບພາບ. ຮູບພາບທີ່ຖືກຄັດເລືອກຈະຖືກອັບໂຫລດໄປຍັງເຊີບເວີ້ຂອງ Tinder ເປັນການຊົ່ວຄາວ ແລະ ຈະຖືກແຊຣ໌ໃຫ້ກັບຜູ້ໃຫ້ບໍລິການເຕັກໂນໂລຊີ AI ຂອງພວກເຮົາ ເພື່ອຈຸດປະສົງໃນການສ້າງຂໍ້ມູນເຊິງເລິກຂອງຮູບພາບເທົ່ານັ້ນ. ຫຼັງຈາກນັ້ນ, ຮູບພາບຂອງທ່ານຈະຖືກລົບອອກ ນອກເສຍຈາກວ່າທ່ານຈະເລືອກເພີ່ມຮູບພາບເຫຼົ່ານັ້ນລົງໃນໂປຣໄຟລ໌ຂອງທ່ານ ເຊັ່ນ: ການໃຊ້ໃນຄຸນສົມບັດແນະນຳຮູບພາບ.
ຂໍ້ມູນເຊິງເລິກຂອງຮູບພາບທີ່ທ່ານເລືອກເກັບໄວ້ຈະຖືກເພີ່ມເຂົ້າໃນສູນລວມຂໍ້ມູນເຊີງເລິກຂອງທ່ານ ແລະ ນຳໃຊ້ເພື່ອຊ່ວຍໃຫ້ Tinder ປັບແຕ່ງປະສົບການຂອງທ່ານຜ່ານການແນະນຳຮູບພາບ ແລະ ຄຸນສົມບັດອື່ນໆທີ່ຄ້າຍຄືກັນ, ເພື່ອຊ່ວຍໃຫ້ທ່ານເຊື່ອມຕໍ່ກັບຜູ້ອື່ນໄດ້ດີຂຶ້ນ. ຂໍ້ມູນເຊິງເລິກຂອງຮູບພາບທີ່ທ່ານບໍ່ໄດ້ເກັບໄວ້ຈະຖືກລົບອອກພາຍໃນ 90 ວັນ ແລະ ອາດຖືກນຳມາສະແກນວິເຄາະເພື່ອຊ່ວຍພວກເຮົາປັບປຸງຄຸນສົມບັດຂໍ້ມູນເຊິງເລິກຂອງຮູບພາບໃຫ້ດີຂຶ້ນ.
ການແນະນຳຮູບພາບ ແລະ ຮູບ Collages
ຖ້າທ່ານເລືອກເປີດໃຊ້ງານການສະແກນຄັງຮູບ, ພວກເຮົາຈະເຮັດການສະແກນພາຍໃນອຸປະກອນຂອງທ່ານ ເພື່ອທຳຄວາມເຂົ້າໃຈວ່າທ່ານມັກມີຮູບປະເພດໃດ, ເຊັ່ນ: ຮູບໃກ້ຊິດ, ຮູບເຕັມຕົວ, ຮູບກຸ່ມ ຫຼື ຮູບຕາມທີມຕ່າງໆ ເຊັ່ນ: ການທ່ອງທ່ຽວ ຫຼື ສັດລ້ຽງ. ພວກເຮົາເຮັດສິ່ງນີ້ໂດຍການໃຊ້ເຕັກໂນໂລຊີອັດຕະໂນມັດ ທີ່ວິເຄາະຮູບແບບການເບິ່ງເຫັນໃນຮູບພາບຂອງທ່ານ. ອີງຕາມຮູບແບບເຫຼົ່ານີ້, ຂໍ້ມູນຈາກຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ ແລະ ສິ່ງທີ່ພວກເຮົາຮູ້ວ່າຮູບແບບໃດທີ່ໄດ້ຮັບຜົນຕອບຮັບດີໃນ Tinder, ພວກເຮົາຈະແນະນຳຮູບບາງສ່ວນທີ່ທ່ານອາດຈະຢາກເພີ່ມລົງໃນໂປຣໄຟລ໌ຂອງທ່ານ. ເປົ້າໝາຍແມ່ນເພື່ອຊ່ວຍໃຫ້ທ່ານເລືອກຮູບທີ່ຊັດເຈນ, ມີຄວາມຫຼາກຫຼາຍ ແລະ ສະແດງໃຫ້ເຫັນຕົວຕົນຂອງທ່ານໃນຫຼາຍໆດ້ານ. ຮູບຂອງທ່ານຈະບໍ່ຖືກເພີ່ມລົງໃນໂປຣໄຟລ໌ ນອກຈາກວ່າທ່ານຈະເລືອກດ້ວຍຕົວເອງ - ທ່ານເປັນຜູ້ຄວບຄຸມທຸກຢ່າງ.
ຂໍ້ມູນຊີວະມິຕິຖືກນຳໃຊ້ເຂົ້າໃນການແນະນຳຮູບພາບແນວໃດ?
ຖ້າທ່ານຕ້ອງການໃຫ້ພວກເຮົາແນະນຳຮູບທີ່ມີທ່ານຢູ່ໃນນັ້ນ, ທ່ານສາມາດສ້າງຂໍ້ມູນຊີວະມິຕິ ເພື່ອຊ່ວຍຄົ້ນຫາຮູບຂອງທ່ານໃນອຸປະກອນໄດ້. ທ່ານສາມາດເຮັດໄດ້ໂດຍການຖ່າຍເຊວຟີ້ ຫຼື ໃຊ້ຮູບໂປຣໄຟລ໌ດ່ຽວທີ່ມີຢູ່ແລ້ວ (ຖ້າມີ). ຂໍ້ມູນຂອງທ່ານຈະຖືກປະມວນຜົນດັ່ງນີ້:
- ແນະນຳຮູບໂປຣໄຟລ໌: ພວກເຮົາຈະແນະນຳຮູບໂປຣໄຟລ໌ທີ່ເໝາະສົມໃຫ້ທ່ານ (ຖ້າມີ). Tinder ໃຊ້ເຄື່ອງມືຮັກສາຄວາມເປັນສ່ວນຕົວ ເພື່ອກວດສອບວ່າຮູບໃດມີໂຄງໜ້າປະກົດຢູ່, ໂດຍບໍ່ມີການສ້າງຂໍ້ມູນຊີວະມິຕິຫຼື ຫຼື ເກັບກຳລາຍລະອຽດກ່ຽວກັບໃບໜ້າຂອງທ່ານ. ຂະບວນການນີ້ເກີດຂຶ້ນທັງໝົດຢູ່ໃນອຸປະກອນຂອງທ່ານ.
- ການສ້າງ ແລະ ການນຳໃຊ້ຂໍ້ມູນຊີວະມິຕິ: ຂໍ້ມູນຊີວະມິຕິຈະຖືກສ້າງຂຶ້ນຈາກຮູບໂປຣໄຟລ໌ ຫຼື ຮູບເຊວຟີ້ຂອງທ່ານ, ແລ້ວນຳໄປປຽບທຽບກັບຮູບໃນຄັງຮູບຂອງທ່ານ. Tinder ຈະບໍ່ເກັບກຳ, ຈັດເກັບ, ເຂົ້າເຖິງ ຫຼື ຮັບຂໍ້ມູນຊີວະມິຕິໃດໆ ທີ່ສ້າງຈາກຮູບເຊວຟີ້, ຮູບໂປຣໄຟລ໌ ຫຼື ຮູບໃນຄັງຮູບຂອງທ່ານ. ທຸກຢ່າງຈະເກີດຂຶ້ນຢູ່ໃນອຸປະກອນຂອງທ່ານເທົ່ານັ້ນ, ແລະ ຂໍ້ມູນຊີວະມິຕິທັງໝົດທີ່ໃຊ້ໃນຄຸນສົມບັດນີ້ ຈະຖືກລົບອອກຈາກອຸປະກອນຂອງທ່ານທັນທີ ເມື່ອທ່ານອອກຈາກຄຸນສົມບັດ. ຮູບເຊວຟີ້ຂອງທ່ານກໍ່ຈະຖືກລົບເຊັ່ນກັນ.
- ການສະແກນຮູບຂອງທ່ານ: ຂະບວນການແນະນຳຮູບຈະເຮັດວຽກທັງໝົດຢູ່ໃນອຸປະກອນຂອງທ່ານ. Tinder ຈະເກັບສະເພາະຮູບທີ່ທ່ານເລືອກອັບໂຫຼດລົງໃນໂປຣໄຟລ໌ເທົ່ານັ້ນ.
ຂັ້ນຕອນນີ້ແມ່ນທາງເລືອກ, ທ່ານບໍ່ຈຳເປັນຕ້ອງຖ່າຍເຊວຟີ້ກໍໄດ້. ຖ້າທ່ານເລືອກທີ່ຈະບໍ່ໃຊ້ຮູບໂປຣໄຟລ໌ທີ່ກົງຕາມເງື່ອນໄຂ ຫຼື ບໍ່ຖ່າຍເຊວຟີ້, ພວກເຮົາຈະຍັງສະແກນຄັງຮູບຂອງທ່ານເພື່ອສ້າງຂໍ້ມູນເຊິງເລິກຂອງຮູບພາບ, ແຕ່ການແນະນຳຮູບ ແລະ ຄໍລາຈຂອງທ່ານ ອາດຈະບໍ່ມີຮູບຂອງທ່ານລວມຢູ່ນຳ.
ຂໍ້ຈຳກັດຂອງຂໍ້ມູນເຊິງເລິກຂອງຮູບພາບ
ເຕັກໂນໂລຊີສຳລັບສ້າງ Photo Insights, ການແນະນຳຮູບ ແລະ ຄໍລາຈ ຖືກອອກແບບມາເພື່ອໃຫ້ເປັນປະໂຫຍດ ແລະ ຊ່ວຍຄັດກອງຮູບ ຫຼື ຂໍ້ມູນທີ່ອາດລະເມີດ ເງື່ອນໄຂຂອງການນຳໃຊ້ ຫຼື ຫຼັກປະຕິບັດຂອງຊຸມຊົນ ຂອງພວກເຮົາ, ຢ່າງໃດກໍຕາມລະບົບບໍ່ສາມາດມີຄວາມຊັດເຈນໄດ້ 100%. ບາງຄັ້ງລະບົບອາດຈະແນະນຳຮູບທີ່ບໍ່ກົງກັບຄວາມມັກຂອງທ່ານ ຫຼື ອາດຈະຕີຄວາມໝາຍຕຣີມໄລຟ໌ສະໄຕລ໌ຄາດເຄື່ອນໄດ້. ກະລຸນາຈື່ໄວ້ວ່າ ທ່ານເປັນຜູ້ຮັບຜິດຊອບຕໍ່ຮູບທີ່ເລືອກອັບໂຫຼດ. ກະລຸນາກວດສອບໃຫ້ແນ່ໃຈວ່າຮູບເຫຼົ່ານັ້ນຖືກຕ້ອງຕາມເງື່ອນໄຂການໃຊ້ງານ, ຫຼັກປະຕິບັດຂອງຊຸມຊົນ ແລະ ກົດໝາຍທ້ອງຖິ່ນ.
ກະລຸນາຈື່ຈຳໄວ້ວ່າ:
- ເງື່ອນໄຂການນຳໃຊ້: ຫາກທ່ານມີຮູບບໍ່ພຽງພໍ, ອາດຈະບໍ່ສາມາດໃຊ້ຂໍ້ມູນເຊິງເລິກຂອງຮູບພາບ ຫຼື ຄຸນສົມບັດແນະນຳຮູບໄດ້.. ລະບົບຈະກວດສອບຄັງຮູບຂອງທ່ານເປັນໄລຍະ ເພື່ອເບິ່ງວ່າທ່ານມີຮູບພຽງພໍສຳລັບການນຳໃຊ້ຫຼືບໍ່.
- ການສະແກນຕໍ່ເນື່ອງ: ຖ້າການສະແກນຖືກຂັດຈັງຫວະ, ລະບົບຈະເຮັດວຽກຕໍ່ເມື່ອທ່ານເປີດແອັບຄັ້ງຖັດໄປ.
-
ການສະແກນໃໝ່: ຖ້າທ່ານເລືອກສະແກນຮູບຄັງເກັບຮູບຂອງທ່ານອີກຄັ້ງ, ຂໍ້ມູນເຊີງເລິກຂອງຮູບພາບ ເດີມຂອງທ່ານຈະຖືກປ່ຽນແທນດ້ວຍຂໍ້ມູນເຊີງເລິກໃໝ່ຈາກການສະແກນຄັ້ງລ້າສຸດ.
ຫົວຂໍ້ທີ່ລະອຽດອ່ອນ
ໃນບາງກໍລະນີ, ຂໍ້ມູນເຊີງເລິກຂອງຮູບພາບອາດອ້າງອີງເຖີງຫົວຂໍ້ທີ່ກ່ຽວຂ້ອງກັບວັດທະນະທຳ, ສາດສະໜາ, ການເມືອງ, ວິຖີຊີວິດ ຫຼື ຫົວຂໍ້ທີ່ລະອຽດອ່ອນອື່ນໆ ໂດຍພິຈາລະນາຈາກຮູບແບບລະບົບກວດພົບຈາກຮູບພາບຂອງທ່ານ. ຂໍ້ມູນເຊີງເລິກເຫຼົ່ານີ້ສ້າງຂື້ນໂດຍອັດຕະໂນມັດ ແລະ ອາດບໍ່ສະທ້ອນຄວາມຄິດເຫັນ ຫຼື ຕົວຕົນສ່ວນຕົວຂອງທ່ານຢ່າງຖືກຕ້ອງສະເໝີໄປ. ທ່ານຈະມີໂອກາດກວດສອບ ແລະ ເລືອກໄດ້ສະເໝີວ່າຕ້ອງການເກັບຂໍ້ມູນເຊິງເລິກຂອງຮູບພາບໃດໄວ້ກ່ອນທີ່ຈະຖືກນຳໄປໃຊ້ ແລະ ທ່ານສາມາດລົບຂໍ້ມູນເຫຼົ່ານີ້ໄດ້ທຸກມື້ໃນສູນລວມຂໍ້ມູນເຊີງເລິກ.
ການຍົກເລີກ ຫຼື ການລົບຂໍ້ມູນຂອງທ່ານ
ທ່ານສາມາດຈັດການຮູບພາບ ແລະ ຂໍ້ມູນເຊິງເລິກຂອງຮູບພາບໄດ້ດ້ວຍຕົນເອງ. ທ່ານສາມາດປິດການສະແກນຄັງຮູບທັງໝົດໄດ້ທຸກເວລາ.
- ສູນລວມຂໍ້ມູນເຊີງເລິກ: ທ່ານສາມາດຈັດການ ຫຼື ລົບຂໍ້ມູນເຊິງເລິກຂອງຮູບພາບໄດ້ຕະຫຼອດເວລາໃນສູນລວມຂໍ້ມູນເຊີງເລິກ.
- ຮູບ ແລະ ຮູບ Collages ທີ່ແນະນຳ: ສະເພາະຮູບ ແລະ ຮູບ Collages ທີ່ທ່ານເລືອກເທົ່ານັ້ນທີ່ຈະຖືກເພີ່ມລົງໃນໂປຣໄຟລ໌. ທ່ານສາມາດລົບສິ່ງເຫຼົ່ານີ້ໄດ້ທຸກເວລາ ໃນການຕັ້ງຄ່າແກ້ໄຂໂປຣໄຟລ໌ຂອງທ່ານ.
- ການອະນຸຍາດເຂົ້າເຖິງຄັງຮູບ: ທ່ານສາມາດປັບປ່ຽນ ຫຼື ຍົກເລີກການອະນຸຍາດເຂົ້າເຖິງຄັງຮູບໄດ້ຕະຫຼອດເວລາ ຜ່ານການຕັ້ງຄ່າລະບົບໃນອຸປະກອນຂອງທ່ານ.
ກະລຸນາເຂົ້າໄປທີ່ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ ເພື່ອສຶກສາເພີ່ມເຕີມກ່ຽວກັບແນວທາງຄວາມເປັນສ່ວນຕົວ ສິດທິຂອງທ່ານ. ນອກຈາກນີ້ທ່ານຍັງສາມາດຮຽນຮູ້ ວິທີການຂໍສຳເນົາຂໍ້ມູນຂອງທ່ານ.