ລະບົບຈັບຄູ່ດ້ວຍ AI ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານພົບການເຊື່ອມຕໍ່ທີ່ຕົງໃຈ ແລະ ເປັນສ່ວນຕົວຫຼາຍທີ່ສຸດ ຕາມຄວາມມັກ ແລະ ຄວາມສົນໃຈສະເພາະຕົວຂອງທ່ານ. ໂດຍໃຊ້ຂໍ້ມູນຈາກໂປຣໄຟລ໌ Tinder ຂອງທ່ານ, ຄຳຕອບຈາກແບບສອບຖາມ ແລະ ຖ້າທ່ານເລືອກ, ກໍລວມເຖິງຂໍ້ມູນເຊີງເລິກຈາກຄັງຮູບພາບໃນເຄື່ອງຂອງທ່ານ, ລະບົບຈະຄັດເລືອກຄຳແນະນຳທີ່ສ້າງມາເພື່ອທ່ານໂດຍສະເພາະ!
ໝາຍເຫດ: ຄຸນສົມບັດນີ້ກຳລັງທະຍອຍເປີດໃຊ້ງານໃນບາງປະເທດ ແລະ ອາດຍັງບໍ່ສາມາດໃຊ້ງານໄດ້ໃນພື້ນທີ່ຂອງທ່ານຕອນນີ້.
ເລີ່ມໃຊ້ງານລະບົບຈັບຄູ່ດ້ວຍ AI
ເລີ່ມໃຊ້ລະບົບຈັບຄູ່ດ້ວຍ AI ເພື່ອຮັບຄຳແນະນຳການແນະນຳປະຈຳວັນທີ່ຖືກໃຈທ່ານໂດຍເຮັດຕາມຂັ້ນຕອນເຫຼົ່ານີ້:
ຖ້າຕ້ອງການເລີ່ມໃຊ້ລະບົບຈັບຄູ່ດ້ວຍ AI ເພື່ອຮັບຄຳແນະນຳການແນະນຳປະຈຳວັນທີ່ຖືກໃຈທ່ານ, ໂດຍເຮັດຕາມຂັ້ນຕອນເຫຼົ່ານີ້:
- ກົດໄອຄອນຮູບເພັດທີ່ມຸມຂວາທາງເທິງຂອງໜ້າຈໍການຄົ້ນພົບ
- ຕອບຄຳຖາມເພື່ອໃຫ້ລະບົບເລືອກການແນະນຳປະຈຳວັນທີ່ເໝາະກັບທ່ານ (ຕອບພຽງຄັ້ງດຽວເທົ່ານັ້ນ)
- ຍິນຍອມໃຫ້ ເຂົ້າເຖິງຮູບພາບໃນເຄື່ອງ (ບໍ່ບັງຄັບແຕ່ການເຂົ້າເຖິງຄັງຮູບພາບຈະຊ່ວຍໃຫ້ AI ແນະນຳສິ່ງທີ່ທ່ານສົນໃຈໄດ້ແມ່ນຍຳຂຶ້ນ)
- ກົດປຸ່ມເພື່ອເບິ່ງການແນະນຳປະຈຳວັນຂອງທ່ານ
ທ່ານສາມາດເຂົ້າເບິ່ງການແນະນຳປະຈຳວັນໄດ້ຕະຫຼອດເວລາໂດຍການກົດໄປທີ່ໄອຄອນຮູບເພັດ.
ຢຸດໃຊ້ລະບົບຈັບຄູ່ດ້ວຍ AI
ການນຳໃຊ້ຄຸນສົມບັດຈັບຄູ່ດ້ວຍ AI ຂອງພວກເຮົາເປັນຕົວເລືອກເສີມ ທ່ານສາມາດເລືອກໃຊ້ ຫຼື ບໍ່ໃຊ້ກໍໄດ້! ທ່ານສາມາດໃຊ້ Tinder ໄດ້ຕາມປົກກະຕິ ບໍ່ວ່າຈະເປີດ ຫຼື ປິດຄຸນສົມບັດນີ້ຢູ່ກໍຕາມ.
ຖ້າທ່ານລອງໃຊ້ແລ້ວ ແຕ່ຮູ້ສຶກວ່າຢາກຢຸດພັກແນ່, ກໍບໍ່ເປັນຫຍັງເລີຍ. ພຽງແຕ່ບໍ່ຕ້ອງກົດທີ່ໄອຄອນຮູບເພັດທີ່ຢູ່ມຸມຂວາເທິງຂອງໜ້າການຄົ້ນພົບ. ໄອຄອນຈະຍັງຄົງສະແດງຢູ່ ແຕ່ການໃຊ້ງານ ຫຼື ບໍ່ໃຊ້ນັ້ນຂື້ນຢູ່ກັບທ່ານທັງໝົດ.
ຈັດການຂໍ້ມູນເຊີງເລິກຂອງລະບົບຈັບຄູ່ດ້ວຍ AI
ກວດສອບ ແລະ ຈັດການສິ່ງທີ່ມີຜົນຕໍ່ການແນະນຳປະຈຳວັນຂອງທ່ານໄດ້ໃນເມນູສູນຂໍ້ມູນເຊີງເລິກ. ທ່ານສາມາດເບິ່ງ ຫຼື ລົບຂໍ້ມູນເຊີງເລິກທີ່ໃຊ້ໃນການປັບແຕ່ງປະສົບການຂອງທ່ານໃຫ້ເປັນສ່ວນຕົວໄດ້ບ່ອນນີ້.
ຂັ້ນຕອນການເຂົ້າເບິ່ງຂໍ້ມູນເຊີງເລິກຂອງທ່ານໃຫ້ປະຕິບັດຕາມຂັ້ນຕອນຂ້າງລຸ່ມນີ້:
- ກົດໄອຄອນຮູບເພັດທີ່ມຸມຂວາທາງເທິງຂອງໜ້າຈໍການຄົ້ນພົບ
- ກົດເມນູການສຳຫຼວດຂໍ້ມູນເຊີງເລິກຂອງຂ້ອຍ
- ເບິ່ງຂໍ້ມູນເຊີງເລິກທັງໝົດທີ່ສ້າງຂື້ນຈາກຄຳຕອບຂອງທ່ານໄດ້ບ່ອນນີ້
- ຖ້າຕ້ອງການລົບຂໍ້ມູນເຊີງເລິກໃດ, ໃຫ້ກົດທີ່ຂໍ້ມູນເຊີງເລິກ ນັ້ນ, ແລ້ວກົດລົບ
ຖ້າທ່ານເລືອກອະນຸຍາດໃຫ້ໃຊ້ການແທັກປ້າຍຕິດຈາກຄັງຮູບພາບ, ຂໍ້ມູນເຫຼົ່ານີ້ກໍຈະຖືກນຳມາໃຊ້ໃນການວິເຄາະຂໍ້ມູນເຊີງເລິກຂອງທ່ານນຳເຊັ່ນດຽວກັນ. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການຈັດການແທັກປ້າຍຕິດຈາກຄັງຮູບພາບໄດ້ ບ່ອນນີ້.
ພວກເຮົາໃຊ້ຂໍ້ມູນຂອງທ່ານໃນການຈັບຄູ່ດ້ວຍ AI ແນວໃດ
ລະບົບຈັບຄູ່ດ້ວຍ AI ຈະສ້າງຂໍ້ມູນເຊີງເລິກກ່ຽວກັບຕົວທ່ານ ແລະ ສິ່ງທີ່ທ່ານກຳລັງຊອກຫາ, ເຊິ່ງທ່ານສາມາດເຂົ້າເບິ່ງ ແລະ ຄວບຄຸມໄດ້ຕະຫຼອດເວລາ, ຕາມທີ່ອະທິບາຍໄວ້ໃນສ່ວນກ່ອນໜ້າ. ຂໍ້ມູນເຊີງເລິກເຫຼົ່ານີ້ສ້າງຂື້ນຈາກຂໍ້ມູນ ແລະ ກິດຈະກຳໃນ ໂປຣໄຟລ໌ Tinder ຂອງທ່ານ, ວິທີທີ່ທ່ານຕອບຄຳຖາມຕ່າງໆ ແລະ —ຖ້າທ່ານອະນຸຍາດລະບົບກໍຈະໃຊ້—ແທັກປ້າຍຕິດຈາກຄັງຮູບພາບຂອງທ່ານ ມາປະກອບນຳ. ຈາກນັ້ນລະບົບຈະໃຊ້ຂໍ້ມູນເຊີງເລິກເຫຼົ່ານີ້ເພື່ອສ້າງຄຳ ແນະນຳທີ່ຖືກໃຈທ່ານຫຼາຍຍິ່ງຂຶ້ນ.
ເຂົ້າໄປທີ່ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາໃຊ້ຂໍ້ມູນຂອງທ່ານ. ທ່ານຍັງສາມາດເຂົ້າໄປທີ່ສູນຄວາມຊ່ວຍເຫຼືອຂອງພວກເຮົາ ເພື່ອຮຽນຮູ້ວິທີການຂໍສຳເນົາຂໍ້ມູນຂອງທ່ານ.
ຄວາມຊ່ວຍເຫຼືອເພີ່ມເຕີມ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມກ່ຽວກັບການໃຊ້ຄຸນສົມບັັດຈັບຄູ່ດ້ວຍ AI, ສາມາດ ຂຽນຫາພວກເຮົາ ພ້ອມລາຍລະອຽດເພີ່ມເຕີມໄດ້ເລີຍ ແລະ ພວກເຮົາພ້ອມຊ່ວຍເຫຼືອທ່ານຢູ່ສະເໝີ.