ຂໍ້ມູນເຊິງເລິກຂອງຮູບພາບແມ່ນຄຳອະທິບາຍສັ້ນໆ ກ່ຽວກັບ ຄວາມສົນໃຈ, ບຸກຄະລິກ ຫຼື ໄລຟ໌ສະໄຕລ໌ຂອງທ່ານ ເຊິ່ງສ້າງຂຶ້ນຈາກການວິເຄາະຮູບແບບຕ່າງໆ ໃນຄັງຮູບພາບຂອງທ່ານ. ຄຸນສົມບັດນີ້ມີໃຫ້ໃຊ້ງານສະເພາະໃນບາງປະເທດ ຫຼື ບາງພື້ນທີ່.
ໃນບາງປະເທດ ຫຼື ບາງພື້ນທີ່ ທ່ານສາມາດເລືອກໃຫ້ພວກເຮົາສະແກນຄັງເກັບຮູບຂອງທ່ານສຳລັບ ຂໍ້ມູນເຊິງເລິກຂອງຮູບພາບ ໃນຂະນະລົງທະບຽນ Tinder ເພື່ອຊ່ວຍໃຫ້ການຕັ້ງຄ່າໂປຣໄຟລ໌ຂອງທ່ານໄວຂຶ້ນ. ພວກເຮົານຳຂໍ້ມູນທີ່ວິເຄາະຈາກຮູບຂອງທ່ານ ມາແນະນຳຮູບ, ຄວາມສົນໃຈ ແລະ ຄຳຖາມແນະນຳ ທີ່ທ່ານອາດຕ້ອງການເພີ່ມ. ທ່ານເປັນຜູ້ຄວບຄຸມທຸກຢ່າງ — ຈະບໍ່ມີຫຍັງຖືກເພີ່ມເຂົ້າໃນໂປຣໄຟລ໌ຂອງທ່ານ ເວັ້ນແຕ່ທ່ານເລືອກເພີ່ມເອງ.
ການເຂົ້າເຖິງຂໍ້ມູນເຊິງເລິກຂອງຮູບພາບ
ເພື່ອເບິ່ງຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ:
- ເປີດ Tinder
- ກົດແຖບໂປຣໄຟລ໌
- ກົດໄອຄອນ ເຄມີ ທີ່ມຸມເທິງຂອງໂປຣໄຟລ໌ຂອງທ່ານ
ໝາຍເຫດ: ຂໍ້ມູນເຊິງເລິກຂອງຮູບພາບ ມີໃຫ້ໃຊ້ງານສະເພາະໃນບາງປະເທດ ຫຼື ບາງພື້ນທີ່ເທົ່ານັ້ນ.
ກຳລັງໃຊ້ຂໍ້ມູນເຊິງເລິກຂອງຮູບພາບ
ເມື່ອທ່ານເລືອກເຂົ້າຮ່ວມໃຊ້ງານຂໍ້ມູນເຊິງເລິກຂອງຮູບພາບ, ພວກເຮົາຈະວິເຄາະຮູບພາບໃນກ້ອງຖ່າຍຮູບ ຂອງທ່ານ ເພື່ອຊອກຫາຫົວຂໍ້ຫຼັກທີ່ໜ້າສົນໃຈ ເຊິ່ງຈະຊ່ວຍໃຫ້ Tinder ສາມາດປັບແຕ່ງປະສົບການການໃຊ້ງານໃຫ້ເໝາະກັບທ່ານ ແລະ ຊ່ວຍໃຫ້ທ່ານເຊື່ອມຕໍ່ກັບຜູ້ອື່ນໄດ້ດີຂຶ້ນ. ສິ່ງນີ້ລວມມີ:
- ການສະແກນ: ເມື່ອທ່ານໃຫ້ການອະນຸຍາດ, ລະບົບຈະທຳການສະແກນຮູບພາບໃນຄັງຮູບຂອງທ່ານໂດຍກົງໃນອຸປະກອນຂອງທ່ານເອງ ເພື່ອວິເຄາະຄຸນນະພາບ ແລະ ເນື້ອໃນຂອງຮູບພາບ.
- ການສ້າງຂໍ້ມູນເຊິງເລິກ: ຮູບທີ່ເລືອກຈະຖືກອັບໂຫຼດໄປຍັງເຊີບເວີ້ຂອງພວກເຮົາຊົ່ວຄາວ ເພື່ອສ້າງຄຳແນະນຳຮູບ ແລະ ຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ ໂດຍໃຊ້ເທັກໂນໂລຊີ AI ອີງຕາມຫົວຂໍ້ ແລະ ວັດຖຸທີ່ກວດພົບໃນຮູບຂອງທ່ານ. ຫຼັງຈາກນັ້ນ ຮູບເຫຼົ່ານີ້ຈະຖືກລົບ ເວັ້ນແຕ່ທ່ານເລືອກເພີ່ມຮູບໃດໜຶ່ງເຂົ້າໃນໂປຣໄຟລ໌ຂອງທ່ານ.
- ຄຳແນະນຳຮູບທີ່ເຮັດເປັນສ່ວນຕົວ: ພວກເຮົາຈະແນະນຳຮູບທີ່ທ່ານອາດຕ້ອງການເພີ່ມໃສ່ໂປຣໄຟລ໌ ເຊັ່ນ ຮູບແບບດ່ຽວ ຫຼື ຮູບ Collage ທີ່ສະແດງບຸກຄະລິກຂອງທ່ານ. ຄຳແນະນຳເຫຼົ່ານີ້ແມ່ນອີງໃສ່ຂໍ້ມູນວ່າຮູບແບບໃດທີ່ມີແນວໂນ້ມຈະໄດ້ຮັບຄວາມສົນໃຈດີ, ລະບົບຈະປັບແຕ່ງໃຫ້ເຂົ້າກັບໄລຟ໌ສະໄຕລ໌, ຄວາມສົນໃຈ ແລະ ບຸກຄະລິກຂອງທ່ານ ໂດຍອີງຕາມຂໍ້ມູນຈາກຂໍ້ມູນເຊິງເລິກຂອງຮູບພາບ. ເພື່ອຮັບຄຳແນະນຳຮູບທີ່ມີຮູບຂອງທ່ານ ທ່ານອາດເຫັນຕົວເລືອກໃຫ້ເລືອກຮູບຂອງຕົນເອງຈາກຄັງຮູບ, ຖ່າຍເຊວຟີ້ ຫຼື ໃຊ້ຮູບໂປຣໄຟລ໌ ເພື່ອສ້າງຂໍ້ມູນຊີວະມິຕິສຳລັບລະບຸຮູບຂອງທ່ານໃນຄັງຮູບ. ທ່ານເປັນຜູ້ເລືອກວ່າຈະອັບໂຫຼດຮູບໃດເຂົ້າໃນໂປຣໄຟລ໌ຂອງທ່ານ. ພວກເຮົາຈະບໍ່ເພີ່ມຮູບພາບໃສ່ໃນໂປຣໄຟລ໌ຂອງທ່ານ ໂດຍບໍ່ໄດ້ຮັບອະນຸຍາດ.
- ການຕັ້ງຄ່າໂປຣໄຟລ໌ແບບສ່ວນຕົວ: ໃນບ່ອນທີ່ຄຸນສົມບັດນີ້ຮອງຮັບໃນລະຫວ່າງການຕັ້ງຄ່າໂປຣໄຟລ໌, ພວກເຮົາຈະນຳ ຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ ມາແນະນຳຄວາມສົນໃຈເພື່ອເພີ່ມໃສ່ໂປຣໄຟລ໌, ລວມທັງຫົວຂໍ້ສຳລັບສ່ວນ “ກ່ຽວກັບຂ້ອຍ” ແລະ ຄຳຖາມແນະນຳທີ່ທ່ານສາມາດນຳໃຊ້ເພື່ອສ້າງໂປຣໄຟລ໌ຂອງທ່ານ. ທ່ານເປັນຜູ້ເລືອກວ່າຈະເພີ່ມຄວາມສົນໃຈ ແລະ ເນື້ອຫາໃດເຂົ້າໃນໂປຣໄຟລ໌ຂອງທ່ານ.
ຂໍ້ມູນເຊີງເລິກກ່ຽວກັບຮູບພາບໃຊ້ຂໍ້ມູນຂອງທ່ານແນວໃດ?
ຂໍ້ມູນເຊີງເລິກກ່ຽວກັບຮູບພາບ
ຖ້າທ່ານເລືອກໃຊ້ຄຸນສົມບັດນີ້, ພວກເຮົາຈະສະແກນຄັງຮູບໃນອຸປະກອນຂອງທ່ານ ເພື່ອລະບຸຮູບພາບທີ່ພວກເຮົາຄິດວ່າສາມາດໃຫ້ຂໍ້ມູນເຊີງເລິກກ່ຽວກັບຕົວທ່ານ ໂດຍອີງໃສ່ຄຸນນະພາບ, ເນື້ອໃນ ແລະ ຄວາມຄ້າຍຄືກັນຂອງຮູບພາບ. ຮູບພາບທີ່ຖືກຄັດເລືອກຈະຖືກອັບໂຫລດໄປຍັງເຊີບເວີ້ຂອງ Tinder ເປັນການຊົ່ວຄາວ ແລະ ຈະຖືກແຊຣ໌ໃຫ້ກັບຜູ້ໃຫ້ບໍລິການເຕັກໂນໂລຊີ AI ຂອງພວກເຮົາ ເພື່ອຈຸດປະສົງໃນການສ້າງຂໍ້ມູນເຊິງເລິກຂອງຮູບພາບເທົ່ານັ້ນ. ຫຼັງຈາກນັ້ນ ຮູບຂອງທ່ານຈະຖືກລົບ ເວັ້ນແຕ່ທ່ານເລືອກເພີ່ມຮູບເຫຼົ່ານັ້ນເຂົ້າໃນໂປຣໄຟລ໌ຂອງທ່ານ.
ຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານຈະສະແດງຢູ່ໃນ ສູນລວມຂໍ້ມູນເຊິງເລິກ ແລະ ຖືກນຳໃຊ້ເພື່ອຊ່ວຍໃຫ້ Tinder ປັບແຕ່ງປະສົບການການໃຊ້ງານໃຫ້ເໝາະກັບທ່ານ ແລະ ຊ່ວຍໃຫ້ທ່ານເຊື່ອມຕໍ່ກັບຜູ້ອື່ນໄດ້ດີຂຶ້ນ. ພວກເຮົາອາດວິເຄາະຂໍ້ມູນເຊິງເລິກຂອງຮູບພາບ ເພື່ອປັບປຸງຄຸນສົມບັດນີ້ໃຫ້ດີຂຶ້ນ. ຂໍ້ມູນເຊິງເລິກຂອງຮູບພາບ ທີ່ທ່ານບໍ່ເກັບໄວ້ ຈະຖືກລົບພາຍໃນ 90 ວັນ.
ໝາຍເຫດ: ໃນບາງປະເທດ ຫຼື ບາງພື້ນທີ່ ຂໍ້ມູນເຊິງເລິກຂອງຮູບພາບ ຂອງທ່ານຈະຖືກນຳໃຊ້ສະເພາະເພື່ອແນະນຳຮູບ, ຂໍ້ມູນແນະນຳຕົວ ແລະ ຄວາມສົນໃຈ ທີ່ຄວນເພີ່ມໃສ່ໂປຣໄຟລ໌ຂອງທ່ານ ແລະ ຈະຖືກລົບທັນທີຫຼັງຈາກນັ້ນ. ນີ້ໝາຍຄວາມວ່າພວກເຮົາຈະບໍ່ເກັບຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ ແລະ ທ່ານຈະບໍ່ເຫັນສູນລວມຂໍ້ມູນເຊິງເລິກໃນແອັບ.
ການແນະນຳຮູບພາບ ແລະ ຮູບ Collages
ຖ້າທ່ານເລືອກເປີດໃຊ້ງານການສະແກນຄັງຮູບ, ພວກເຮົາຈະເຮັດການສະແກນພາຍໃນອຸປະກອນຂອງທ່ານ ເພື່ອທຳຄວາມເຂົ້າໃຈວ່າທ່ານມັກມີຮູບປະເພດໃດ, ເຊັ່ນ: ຮູບໃກ້ໆ, ຮູບເຕັມຕົວ, ຮູບກຸ່ມ ຫຼື ຮູບຕາມທີມຕ່າງໆ ເຊັ່ນ: ການທ່ອງທ່ຽວ ຫຼື ສັດລ້ຽງ. ພວກເຮົາເຮັດສິ່ງນີ້ໂດຍການໃຊ້ເຕັກໂນໂລຊີອັດຕະໂນມັດ ທີ່ວິເຄາະຮູບແບບການເບິ່ງເຫັນໃນຮູບພາບຂອງທ່ານ. ໂດຍອີງໃສ່ຮູບແບບເຫຼົ່ານີ້, ຂໍ້ມູນເຊິງເລິກຂອງຮູບພາບ ຂອງທ່ານ ແລະ ຂໍ້ມູນທີ່ພວກເຮົາຮູ້ກ່ຽວກັບຮູບທີ່ໄດ້ຮັບຜົນຕອບຮັບດີໃນ Tinder, ຮູບພາບທີ່ຄັດເລືອກມາເປັນຊຸດຈະຖືກອັບໂຫຼດໄປຍັງ Tinder ແລະ ພວກເຮົາຈະແນະນຳຮູບບາງຮູບທີ່ທ່ານອາດຕ້ອງການເພີ່ມໃສ່ໂປຣໄຟລ໌. ເປົ້າໝາຍແມ່ນເພື່ອຊ່ວຍໃຫ້ທ່ານເລືອກຮູບທີ່ຊັດເຈນ, ມີຄວາມຫຼາກຫຼາຍ ແລະ ສະແດງໃຫ້ເຫັນຕົວຕົນຂອງທ່ານໃນຫຼາຍໆດ້ານ. ຮູບຂອງທ່ານຈະຖືກລົບທັນທີ ເວັ້ນແຕ່ທ່ານເລືອກເພີ່ມຮູບເຫຼົ່ານັ້ນເຂົ້າໃນໂປຣໄຟລ໌. ຮູບຂອງທ່ານຈະບໍ່ຖືກເພີ່ມລົງໃນໂປຣໄຟລ໌ ນອກຈາກວ່າທ່ານຈະເລືອກດ້ວຍຕົວເອງ ‑ ທ່ານເປັນຜູ້ຄວບຄຸມທຸກຢ່າງ.
ຂໍ້ມູນຊີວະມິຕິຖືກນຳໃຊ້ເຂົ້າໃນການແນະນຳຮູບພາບແນວໃດ?
ຖ້າທ່ານຕ້ອງການໃຫ້ພວກເຮົາແນະນຳຮູບທີ່ມີທ່ານຢູ່ໃນນັ້ນ, ທ່ານສາມາດສ້າງຂໍ້ມູນຊີວະມິຕິ ເພື່ອຊ່ວຍຄົ້ນຫາຮູບຂອງທ່ານໃນອຸປະກອນໄດ້. ທ່ານສາມາດເຮັດໄດ້ໂດຍການລະບຸຮູບອ້າງອີງຂອງຕົນເອງຈາກຄັງເກັບຮູບ, ຖ່າຍເຊວຟີ້ ຫຼື ໃຊ້ຮູບໂປຣໄຟລ໌ແບບຮູບດ່ຽວທີ່ມີຢູ່ ຖ້າທ່ານມີ (ໝາຍເຫດ: ຕົວເລືອກທີ່ມີອາດແຕກຕ່າງກັນຕາມປະເທດ ຫຼື ພື້ນທີ່). ຂຶ້ນກັບຕົວເລືອກທີ່ທ່ານເລືອກ ຂໍ້ມູນຂອງທ່ານຈະຖືກປະມວນຜົນດັ່ງນີ້:
- ແນະນຳຮູບໂປຣໄຟລ໌: ພວກເຮົາຈະແນະນຳຮູບໂປຣໄຟລ໌ທີ່ເໝາະສົມໃຫ້ທ່ານ, ຖ້າມີ. Tinder ໃຊ້ເຄື່ອງມືຮັກສາຄວາມເປັນສ່ວນຕົວ ເພື່ອກວດສອບວ່າຮູບໃດມີໂຄງຮ່າງໃບໜ້າ, ໂດຍບໍ່ມີການສ້າງຂໍ້ມູນຊີວະມິຕິຫຼື ຫຼື ເກັບກຳລາຍລະອຽດກ່ຽວກັບໃບໜ້າຂອງທ່ານ. ຂະບວນການນີ້ເກີດຂຶ້ນທັງໝົດຢູ່ໃນອຸປະກອນຂອງທ່ານ.
- ການຖ່າຍເຊວຟີ້: ທ່ານອາດມີຕົວເລືອກໃຫ້ຖ່າຍເຊວຟີ້. ຖ້າທ່ານເລືອກຖ່າຍເຊວຟີ້, ພວກເຮົາຈະໃຊ້ຮູບເຊວຟີ້ຂອງທ່ານ ເພື່ອລະບຸຮູບຂອງທ່ານໃນຄັງຮູບ ຕາມທີ່ອະທິບາຍໄວ້ໃນສ່ວນນີ້. ຮູບເຊວຟີ້ຂອງທ່ານຈະຖືກລົບເມື່ອທ່ານອອກຈາກຄຸນສົມບັດນີ້.
- ການສ້າງ ແລະ ນຳໃຊ້ຂໍ້ມູນຊີວະມິຕິຈາກຮູບເຊວຟີ ຫຼື ຮູບໂປຣໄຟລ໌ຂອງທ່ານ: ຂໍ້ມູນຊີວະມິຕິຈະຖືກສ້າງຈາກຮູບທີ່ທ່ານຢືນຢັນວ່າເປັນຮູບຂອງທ່ານ ຫຼື ຈາກຮູບເຊວຟີ້ ແລະ ຈະຖືກນຳໄປປຽບທຽບກັບຮູບໃນຄັງເກັບຮູບຂອງທ່ານ. Tinder ຈະບໍ່ເກັບຮວບຮວມ, ຈັດເກັບ, ເຂົ້າເຖິງ ຫຼື ຮັບຂໍ້ມູນຊີວະມິຕິໃດໆ ທີ່ສ້າງຈາກຮູບເຊວຟີ້, ຮູບໂປຣໄຟລ໌ ຫຼື ຮູບໃນຄັງເກັບຮູບຂອງທ່ານ. ການປະມວນຜົນທັງໝົດຈະເກີດຂຶ້ນພາຍໃນອຸປະກອນຂອງທ່ານເທົ່ານັ້ນ ແລະ ຂໍ້ມູນຊີວະມິຕິທີ່ນຳໃຊ້ສຳລັບຄຸນສົມບັດນີ້ ຈະຖືກລຶບອອກຈາກອຸປະກອນຂອງທ່ານ ເມື່ອທ່ານອອກຈາກຄຸນສົມບັດນີ້.
-
ການລະບຸຮູບອ້າງອີງ:ໃນບາງປະເທດ ຫຼື ບາງພື້ນທີ່ ທ່ານອາດມີຕົວເລືອກໃຫ້ລະບຸຮູບຂອງຕົນເອງຈາກຄັງເກັບຮູບ. ເມື່ອທ່ານເລືອກໃຊ້ການສະແກນຄັງເກັບຮູບ ໃບໜ້າທີ່ຄ້າຍຄືກັນໃນຮູບພາບຈະຖືກຈັດກຸ່ມໄວ້ນຳກັນ ແລະ ທ່ານຈະຖືກຂໍໃຫ້ຢືນຢັນວ່າຮູບໃດແມ່ນຮູບຂອງທ່ານ. ຂະບວນການນີ້ເກີດຂຶ້ນທັງໝົດຢູ່ໃນອຸປະກອນຂອງທ່ານ. ເມື່ອທ່ານຢືນຢັນວ່າຮູບໃດເປັນຮູບຂອງທ່ານ ຂໍ້ມູນອ້າງອີງໃບໜ້າ ເຊິ່ງອາດຖືກຖືວ່າເປັນຂໍ້ມູນຊີວະມິຕິ ຈະຖືກນຳໄປປຽບທຽບກັບຮູບໃນຄັງເກັບຮູບຂອງທ່ານ ເພື່ອຊ່ວຍລະບຸຮູບຂອງທ່ານ ແລະ ຈັດເກັບໄວ້ພາຍໃນອຸປະກອນຂອງທ່ານ ເພື່ອໃຫ້ການສະແກນຄັ້ງຕໍ່ໄປໄວຂຶ້ນ. ຂໍ້ມູນອ້າງອີງໃບໜ້າຂອງທ່ານຈະຖືກລົບເມື່ອທ່ານອອກຈາກລະບົບ Tinder ແລະ ທ່ານສາມາດຣີເຊັດ ຫຼື ລົບຂໍ້ມູນນີ້ໄດ້ທຸກເວລາໂດຍ:
- ໄປທີ່ການຕັ້ງຄ່າ.
- ເລື່ອນລົງ ແລະ ຊອກຫາ ຄຳແນະນຳຮູບ.
- ກົດຂໍ້ມູນອ້າງອີງໃບໜ້າທີ່ຈັດເກັບໄວ້ ແລະ ເລືອກຣີເຊັດຂໍ້ມູນອ້າງອີງໃບໜ້າ.
ຂັ້ນຕອນນີ້ແມ່ນທາງເລືອກ, ທ່ານບໍ່ຈຳເປັນຕ້ອງຖ່າຍເຊວຟີ້ກໍໄດ້. ຖ້າທ່ານເລືອກຂ້າມຂັ້ນຕອນນີ້ ພວກເຮົາຍັງຈະສະແກນຄັງເກັບຮູບຂອງທ່ານເພື່ອສ້າງ ຂໍ້ມູນເຊິງເລິກຂອງຮູບພາບ, ແຕ່ຄຳແນະນຳຮູບ ແລະ ຮູບ Collage ທີ່ແນະນຳ ອາດຈະບໍ່ມີຮູບຂອງທ່ານ.
ຂໍ້ຈຳກັດ
ເທັກໂນໂລຊີທີ່ໃຊ້ສ້າງ ຂໍ້ມູນເຊິງເລິກຂອງຮູບພາບ, ຄຳແນະນຳ ແລະ ຮູບ Collage ຖືກອອກແບບເພື່ອຊ່ວຍໃຫ້ທ່ານໄດ້ຮັບຄຳແນະນຳທີ່ເໝາະສົມ ແລະ ຫຼີກເວັ້ນຮູບ ຫຼື ຂໍ້ມູນເຊີງເລິກທີ່ອາດຂັດກັບ ເງື່ອນໄຂການນຳໃຊ້ ຫຼື ຫຼັກປະຕິບັດຂອງຊຸມຊົນ, ແນວໃດກໍຕາມ ເທັກໂນໂລຊີນີ້ຍັງບໍ່ສາມາດໃຫ້ຜົນທີ່ແມ່ນຍຳໄດ້ 100%. ບາງຄັ້ງອາດແນະນຳຮູບທີ່ບໍ່ກົງກັບຄວາມມັກຂອງທ່ານ ຫຼື ຕີຄວາມວິຖີການໃຊ້ຊີວິດຂອງທ່ານຄາດເຄື່ອນໄດ້. ກະລຸນາຈື່ໄວ້ວ່າ ເຖິງແມ່ນຄຸນສົມບັດນີ້ຈະຖືກສ້າງຂຶ້ນເພື່ອຊ່ວຍທ່ານ ແຕ່ທ່ານຍັງເປັນຜູ້ຮັບຜິດຊອບຕໍ່ຮູບ ແລະ ຂໍ້ມູນທີ່ທ່ານເລືອກເພີ່ມໃສ່ໂປຣໄຟລ໌ຂອງຕົນເອງ. ກະລຸນາກວດສອບໃຫ້ແນ່ໃຈວ່າຮູບ ແລະ ຂໍ້ມູນເຫຼົ່ານັ້ນສອດຄ່ອງກັບເງື່ອນໄຂການນຳໃຊ້, ຫຼັກປະຕິບັດຂອງຊຸມຊົນ ແລະ ກົດໝາຍໃນພື້ນທີ່ຂອງທ່ານ.
ກະລຸນາຈື່ຈຳໄວ້ວ່າ:
- ເງື່ອນໄຂການນຳໃຊ້: ຖ້າທ່ານມີຮູບບໍ່ພຽງພໍ, ອາດຈະບໍ່ສາມາດໃຊ້ຂໍ້ມູນເຊິງເລິກຂອງຮູບພາບ ຫຼື ຄຸນສົມບັດແນະນຳຮູບໄດ້. ຖ້າທ່ານເລືອກໃຊ້ການສະແກນຄັງເກັບຮູບ ແຕ່ຍັງມີຮູບບໍ່ພຽງພໍ ພວກເຮົາຈະກວດສອບຄັງເກັບຮູບຂອງທ່ານເປັນໄລຍະ, ເພື່ອຊອກຫາຮູບໃໝ່ ແລະ ກວດວ່າທ່ານມີຮູບພຽງພໍສຳລັບການໃຊ້ຄຸນສົມບັດນີ້ແລ້ວຫຼືບໍ່. ຖ້າທ່ານກຳລັງຕັ້ງຄ່າໂປຣໄຟລ໌ໃນຂະນະລົງທະບຽນ ແລະ ຍັງມີຮູບບໍ່ພຽງພໍ ທ່ານຍັງສາມາດສ້າງໂປຣໄຟລ໌ຂອງທ່ານໄດ້ດ້ວຍຕົນເອງ.
- ການສະແກນຕໍ່ເນື່ອງ: ຖ້າການສະແກນຖືກຂັດຈັງຫວະ, ລະບົບຈະເຮັດວຽກຕໍ່ເມື່ອທ່ານເປີດແອັບຄັ້ງຖັດໄປ.
- ການສະແກນໃໝ່: ຖ້າທ່ານເລືອກສະແກນຄັງເກັບຮູບຄືນໃໝ່, ຂໍ້ມູນເຊິງເລິກຂອງຮູບພາບເດີມ (ຖ້າຮັກສາໄວ້) ຈະຖືກປ່ຽນແທນດ້ວຍຂໍ້ມູນເຊີງເລິກໃໝ່ຈາກການສະແກນຫຼ້າສຸດ.
ຫົວຂໍ້ທີ່ລະອຽດອ່ອນ
ໃນບາງກໍລະນີ, ຂໍ້ມູນເຊີງເລິກຂອງຮູບພາບອາດອ້າງອີງເຖີງຫົວຂໍ້ທີ່ກ່ຽວຂ້ອງກັບວັດທະນະທຳ, ສາດສະໜາ, ການເມືອງ, ວິຖີຊີວິດ ຫຼື ຫົວຂໍ້ທີ່ລະອຽດອ່ອນອື່ນໆ ໂດຍອີງຕາມຮູບແບບລະບົບກວດພົບຈາກຮູບພາບຂອງທ່ານ. ຂໍ້ມູນເຫຼົ່ານີ້ອາດບໍ່ສະທ້ອນມຸມມອງ ຫຼື ຕົວຕົນຂອງທ່ານໄດ້ຢ່າງຖືກຕ້ອງສະເໝີໄປ. ທ່ານສາມາດລົບຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານໄດ້ທຸກເວລາໃນສູນລວມຂໍ້ມູນເຊິງເລິກ (ຖ້າພວກເຮົາຈັດເກັບ ຂໍ້ມູນເຊິງເລິກຂອງຮູບພາບ) ຫຼື ລົບຮູບໂປຣໄຟລ໌, ປະຫວັດຫຍໍ້ ຫຼື ຄວາມສົນໃຈທີ່ແນະນຳທີ່ທ່ານເພີ່ມໄວ້ ໄດ້ທຸກເວລາໃນການຕັ້ງຄ່າ ແກ້ໄຂໂປຣໄຟລ໌.
ການຍົກເລີກ ຫຼື ການລົບຂໍ້ມູນຂອງທ່ານ
ທ່ານເປັນຜູ້ຄວບຄຸມຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານ ແລະ ສິ່ງທີ່ສະແດງຢູ່ໃນໂປຣໄຟລ໌ຂອງທ່ານ. ທ່ານຍັງສາມາດປິດການສະແກນຄັງເກັບຮູບທັງໝົດໄດ້.
- ສູນລວມຂໍ້ມູນເຊິງເລິກ: ທ່ານສາມາດຈັດການ ແລະ ລົບຂໍ້ມູນເຊິງເລິກຂອງຮູບພາບຂອງທ່ານໄດ້ທຸກເວລາໃນ ສູນລວມຂໍ້ມູນເຊິງເລິກ. ເພື່ອລົບຂໍ້ມູນເຊິງເລິກ ໃຫ້ປັດຂໍ້ມູນເຊີງເລິກທີ່ທ່ານຕ້ອງການລຶບອອກ. ໝາຍເຫດ: ສູນລວມຂໍ້ມູນເຊິງເລິກຈະບໍ່ມີໃຫ້ໃຊ້ໃນປະເທດ ຫຼື ພື້ນທີ່ທີ່ບໍ່ເກັບຮັກສາ ຂໍ້ມູນເຊິງເລິກຂອງຮູບພາບ.
- ຮູບ ແລະ ຮູບ Collage ທີ່ແນະນຳ: ສະເພາະຮູບ ແລະ ຮູບ Collage ທີ່ທ່ານເລືອກເທົ່ານັ້ນທີ່ຈະຖືກເພີ່ມລົງໃນໂປຣໄຟລ໌. ທ່ານສາມາດລົບຮູບທີ່ແນະນຳໄດ້ທຸກເວລາໃນການຕັ້ງຄ່າ ແກ້ໄຂໂປຣໄຟລ໌ ແລະ ຮູບ Collage ໄດ້ໃນສູນລວມຂໍ້ມູນເຊິງເລິກຂອງທ່ານ.
- ການອະນຸຍາດເຂົ້າເຖິງຄັງຮູບ: ທ່ານສາມາດປັບປ່ຽນ ຫຼື ຍົກເລີກການອະນຸຍາດເຂົ້າເຖິງຄັງຮູບໄດ້ຕະຫຼອດເວລາ ຜ່ານການຕັ້ງຄ່າລະບົບໃນອຸປະກອນຂອງທ່ານ.
- ໃນຂະນະລົງທະບຽນ: ທ່ານສາມາດຂ້າມການສະແກນຄັງເກັບຮູບໄດ້ທັງໝົດ ຫຼື ບໍ່ເລືອກໃຊ້ຮູບທີ່ແນະນຳ, ປະຫວັດຫຍໍ້, ຫົວຂໍ້ຄຳຖາມແນະນຳ, ຄວາມສົນໃຈ ຫຼື ຄຳແນະນຳອື່ນໆສຳລັບໂປຣໄຟລ໌ຂອງທ່ານ.
- ຫຼັງຈາກລົງທະບຽນ: ທ່ານສາມາດລົບຮູບທີ່ແນະນຳ, ຄວາມສົນໃຈ, ປະຫວັດຫຍໍ້ ຫຼື ຄຳຖາມແນະນຳໄດ້ທຸກເວລາໃນການຕັ້ງຄ່າ ແກ້ໄຂໂປຣໄຟລ໌.
ຄວາມຊ່ວຍເຫຼືອເພີ່ມເຕີມ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາພ້ອມລາຍລະອຽດເພີ່ມເຕີມ ແລະ ພວກເຮົາຍິນດີຊ່ວຍເຫຼືອທ່ານ.
ກະລຸນາເຂົ້າໄປທີ່ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ ເພື່ອສຶກສາເພີ່ມເຕີມກ່ຽວກັບແນວທາງຄວາມເປັນສ່ວນຕົວ ສິດທິຂອງທ່ານ. ນອກຈາກນີ້ທ່ານຍັງສາມາດຮຽນຮູ້ ວິທີການຂໍສຳເນົາຂໍ້ມູນຂອງທ່ານ.